ວັຍລຸ້ນລາວແຂ່ງຣົຖຈັກຕອນ ທ່ຽງຄືນ
2013.09.11

ຫນັງສືພີມລາວພັທນາລາຍງານ ໃນວັນທີ 10 ກັນຍາ ວ່າຊາວບ້ານ ໂພນສະອາດ ທີ່ຢູ່ແຄມຖນົນ ໄກສອນ ພົມວິຫານ ເມືອງໄຊເສດຖາ ນະຄອນຫລວງ ວຽງຈັນ ໄດ້ຮັບຄວາມເດືອດຮ້ອນ ຍ້ອນກຸ່ມວັຍລຸ້ນ ຂີ່ຣົຖຈັກແຂ່ງກັນ ໃນຍາມກາງຄືນ ສົ່ງສຽງດັງ ສ້າງຄວາມລຳຄານ ຈົນນອນບໍ່ໄດ້. ເຫດການ ດັ່ງກ່າວ ເກີດຂື້ນມາໄດ້ 1 ເດືອນ ແລ້ວ ແຕ່ຍັງບໍ່ມີ ເຈົ້າຫນ້າທີ່ ກ່ຽວຂ້ອງເຂົ້າມາ ປາບປາມ. ດັ່ງຊາວບ້ານ ຄົນນື່ງ ກ່າວຕໍ່ເອເຊັຽເສຣີວ່າ:
"ແມ່ນແຫລະ ແຂ່ງຣົຖຕຣອດ ກໍຢູ່ ທຸກມື້ແຫລະ ສີບສອງໂມງມື້ຄືນ ເຖິງແຈ້ງພຸ້ນແຫລະມັນແຂ່ງເຕັມທາງຫມົດເລີຍ ເດືອດຮ້ອນ ແຫລະ ບໍ່ໄດ້ຢູ່ ບໍ່ໄດ້ນອນ".
ທ່່ານກ່າວຕໍ່ໄປວ່າ ພວກທີ່ມາແຂ່ງຣົຖ ນັ້ນມີທັງ ຜູ້ຍີງ ແລະຜູ້ຊາຍ ຣົຖຈັກທີ່ຂະເຈົ້າ ເອົາມາແຂ່ງນັ້່ນ ເປັນຣົຖທີ່ຖືກດັດແປງເຮັດໃຫ້ມີ ສຽງດັງແບບລົບກວນພວກຂະເຈົ້າເຮັດແບບບໍ່ຢ້ານກົວ ຕໍ່ກົດຫມາຍ ບ້ານ ເມືອງ ແລະ ບໍ່ຄຳນຶງເຖີງ ຄວາມເດືອດຮ້ອນ ຂອງຊາວບ້ານ ແຕ່ຢ່າງໃດ. ວິທຍຸເອເຊັຽເສຣີ ໄດ້ສອບຖາມ ເຣື້ອງນີ້ກັບ ເຈົ້າຫນ້າທີ່ ຮັກສາ ຄວາມສງົບ ສປປລາວ ທ່ານນື່ງ ແລະ ໄດ້ຄຳຕອບວ່າ:
"ກໍມີຫັ້ນແຫລະ ແຕ່ຣົຖຈັກ ພວກມັນ ແລ່ນຣົຖໄວ ດົນໆ ມັນກໍມາຊູມກັນ ເທື່ອນື່ງ ດຶກໆເຂົາໄປຫລີ້ນໄປທ່ຽວ ກັນມາ ເຂົາກໍແລ່ນຣົຖໄວ ຈັ່ງ ຊີ້ດອກ ບໍ່ດົນດອກ ຕຳຣວດ ກໍໄປຈັດການ ແລ້ວ ມັນກໍຫນີໄປ".
ເຈົ້າຫນ້າທີ່ ທ່ານນັ້ນ ເວົ້າມ້ວນທ້າຍວ່າ ບັນຫາດັ່ງກ່າວ ບໍ່ເປັນບັນຫາໃຫຍ່ ແລະ ພວກທີ່ມັກແຂ່ງຣົຖນັ້ນ ກໍບໍ່ມີຫລາຍ ພຶດຕິກັມ ດັ່ງກ່າວມີ ມາຫລາຍປີແລ້ວ ແລະ ເຈົ້າຫນ້າທີ່ ກໍຈັບກຸມ ກຸ່ມວັຍລຸ້ນ ດັ່ງກ່າວ ຈຳນວນນື່ງ ແລ້ວສົ່ງໄປສູນ ດັດສ້າງ.