ຢູເນັສໂກ ແນະນຳ ໃຫ້ໂຈະສ້າງເຂື່ອນ ຫຼວງພຣະບາງ
ຢູເນັສໂກ ແນະນຳໃຫ້ ຣັຖບານລາວ ລະງັບ ການກໍ່ສ້າງ ເຂື່ອນຫຼວງພຣະບາງ ຊົ່ວຄາວ ເພື່ອສຶກສາ ແລະ ຣາຍງານ ຜົລກະທົບ ຕໍ່ເມືອງຫຼວງພຣະບາງ ໃນຖານະ ເມືອງມໍຣະດົກໂລກ.
-
ໄຊຍາ
2021-09-07 -
-
-
Your browser doesn’t support HTML5 audio
ເມື່ອວັນທີ 07 ກັນຍາ 2021 ມູລນິທິ ຄອມຣາດ ອາເດນໍເອີຣ໌ (Komrad Adenauer) ແລະ ພາຄີເຄືອຂ່າຍ ຮ່ວມກັນ ຈັດກອງປະຊຸມ ໃນຫົວຂໍ້ ຖອດບົດຮຽນ ມໍຣະດົກໂລກ 2021 ໂດຍມີ ຈຸດປະສົງ ເພື່ອນຳສເນີ ພັຍຄຸກຄາມ ທັງຈາກ ທັມມະຊາດ ແລະ ສີມືຂອງມະນຸດ ທີ່ມີຜົລກະທົບ ຕໍ່ການເປັນແຫຼ່ງ ມໍຣະດົກໂລກ ໃນພື້ນທີ່ຕ່າງໆ. ນຶ່ງໃນນັ້ນ ກໍຄື ນະຄອນຫຼວງພຣະບາງ ທີ່ອາດຈະໄດ້ຮັບ ຜົລກະທົບ ຈາກໂຄງການ ກໍ່ສ້າງເຂື່ອນ ເປັນຕົ້ນດິນຖລົ່ມ ແລະ ກະແສ ນໍ້າ ປ່ຽນທິດທາງ.
ຍ້ອນເຫດນີ້ ກອງປະຊຸມ ຄນະກັມການ ມໍຣະດົກໂລກ ສມັຍສາມັນ ຄັ້ງທີ 44 ປະຈຳປີ 2021 ຈຶ່ງແນະນຳໃຫ້ ຣັຖບານລາວ ລະງັບ ການກໍ່ສ້າງ ເຂື່ອນໄຟຟ້າ ພລັງງານນໍ້າ ຫຼວງພຣະບາງ ເປັນການຊົ່ວຄາວ ແລະ ເຮັດບົດຣາຍງານ ກ່ຽວກັບ ຜົລກະທົບ ຕໍ່ເມືອງຫຼວງພຣະບາງ ໃນຖານະ ເມືອງມໍຣະດົກໂລກ (Heritage Impact Assessments) ເພື່ອນຳສເນີ ຕໍ່ຄະນະ ກັມການ ມໍຣະດົກໂລກ ເປັນຄັ້ງທຳອິດ ພາຍໃນ ວັນທີ 01 ກຸມພາ 2022 ນີ້, ດັ່ງຍານາງ ມົນທີຣາ ອູນາກູນ, ຜູ້ຊ່ຽວຊານ ດ້ານສີລປະ ວັທນະທັມ ຂອງຢູເນັສໂກ ປະຈຳ ປະເທດໄທຍ ກ່າວຕໍ່ ວິທຍຸເອເຊັຽເສຣີ ເມື່ອວັນທີ 07 ກັນຍາ 2021 ວ່າ:
“ຄະນະ ກັມການ ມໍຣະດົກໂລກ ເຊິ່ງເປັນຂແນງການ ຂອງຢູ່ເນສໂກ ກໍໄດ້ຕັດສິນໃຈ ຂອງປີນີ້ວ່າ ໂຄງການເຂື່ອນ ຄວນຈະຍຸຕິ ການກໍ່ສ້າງ ຈົນກະທັ້ງ ມີການປະເມີນ ຜົລກະທົບ ຕໍ່ພື້ນທີ່ ມໍຣະດົກ. ຄະນະ ກັມການ ມໍຣະດົກໂລກ ກໍເລີຍບອກໃຫ້ ສຶກສາ ຜົລກະທົບ ທີ່ອາດຈະເກີດຂຶ້ນ ຈາກເຂື່ອນ ເພື່ອທີ່ ຈະໄດ້ສົ່ງ ຂໍ້ມູນເຫຼົ່ານີ້ ໄປໃຫ້ກັບທາງ ສູນມໍຣະດົກໂລກ ແລະ ກໍໜ່ວຍງານ ທີ່ປຶກສາ ໄດ້ພິຈາຣະນາກ່ອນ ທີ່ຈະດຳເນີນ ການຕໍ່ເຣື່ອງເຂື່ອນ."
ຍາງນາງ ໄດ້ກ່າວຕື່ມວ່າ ເຖິງແມ່ນວ່າ ໂຄງການ ກໍ່ສ້າງ ເຂື່ອນຫຼວງພຣະບາງ ຈະຍັງບໍ່ທັນ ໄດ້ດຳເນີນ ການກໍ່ສ້າງ ຢ່າງເປັນທາງການ ແຕ່ໂຄງສ້າງພື້ນຖານອື່ນໆ ທີ່ສນັບສນູນ ການກໍ່ສ້າງ ເຂື່ອນດັ່ງກ່າວ ກໍໄດ້ເຣີ່ມ ດຳເນີນການ ໄປແລ້ວ ຮວມເຖິງ ໂຄງການພັທນາອື່ນໆ ເປັນຕົ້ນ ຣົດໄຟ ລາວ-ຈີນ ທີ່ຢູ່ ໃນລະຫວ່າງ ການດຳເນີນ ການກໍ່ສ້າງ ເຊິ່ງຄະນະ ກັມການ ມໍຣະດົກໂລກ ກໍໄດ້ຂໍໃຫ້ ທາງການລາວ ດຳເນີນ ການເຮັດບົດຣາຍງານ ກ່ຽວກັບ ຜົລກະທົບ ດ້ານສິ່ງແວດລ້ອມ ກ່ຽວກັບ ປະເດັນ ດັ່ງກ່າວຕື່ມ.
ທາງດ້ານຍານາງ ຣະວີວັນ ພູຣິເດດ ໃນຖານະ ເລຂານຸການ ຄະນະກັມການ ແຫ່ງຊາດວ່າ ດ້ວຍອະນຸສັນຍາ ຄຸ້ມຄອງ ມໍຣະດົກໂລກ ແລະ ຮອງຫົວໜ້າ ຄະນະ ຜູ້ແທນໄທຍ ໃນກອງປະຊຸມ ຄະນະກັມການ ມໍຣະດົກ ໂລກສມັຍ ສາມັນຄັ້ງທີ 44 ກ່າວວ່າ ທາງການລາວ ໄດ້ຮັບ ເງິນສນັບສນູນ ຈາກກອງທຶນ ມໍຣະດົກໂລກ ແລະ ຣັຖບານຈີນ ເປັນຈຳນວນ ປະມານ 70,000 ໂດລາຣ໌ ສະຫະຣັຖ ເພື່ອໃຊ້ໃນການສຶກສາ ແລະ ເຮັດບົດຣາຍງານ ຜົລກະທົບ ຕໍ່ພື້ນທີ່ ມໍຣະດົກໂລກ ໂດຍໃນຂະນະນີ້ ທາງການລາວ ຢູ່ໃນລະຫວ່າງ ການຮວບຮວມຂໍ້ມູນ.
“ກໍຈະຕ້ອງ ມາເບິ່ງວ່າ ມີຜົລກະທົບ ຫຍັງແດ່ ກໍຕ້ອງສຶກສາ ປັດຈັຍສ່ຽງ ທັງໝົດ ເພື່ອມາໃຊ້ ໃນການອອກແບບ ຕໍ່ໄປ. ເຊິ່ງຣາຍງານ ສະບັບນີ້ ກໍຕ້ອງສົ່ງ ກັບມາ ທີ່ໂຕສູນ ມໍຣະດົກໂລກ ເພື່ອໃຫ້ ຄະນະ ກັມການ ມໍຣະດົກໂລກ ຊ່ອຍພິຈາຣະນານຳ ທາງການລາວ ກໍຢູ່ໃນ ຂັ້ນຕອນ ການສຶກສາ ສຣຸບ.”
ເຈົ້າໜ້າທີ່ ກະຊວງ ຖແລງຂ່າວ ວັທນະທັມ ແລະ ທ່ອງທ່ຽວ ກ່າວວ່າ ທາງການລາວ ແລະ ພາກສ່ວນ ທີ່ກ່ຽວຂ້ອງ ຢູ່ລະຫວ່າງ ການລົງພື້ນທີ່ ສຶກສາ ແລະ ຮວບຮວມ ຂໍ້ມູນສຳລັບ ການເຮັດ ບົດຣາຍງານ ຜົລກະທົບ ທີ່ອາດຈະເກີດຂຶ້ນ ຈາກການສ້າງ ເຂື່ອນຫຼວງພຣະບາງ ເພື່ອສນອງ ຂໍ້ມູນ ຕໍ່ຄະນະ ກັມການ ມໍຣະດົກໂລກ ໂດຍຄາດຄະເນວ່າ ຈະມີຄວາມຄືບໜ້າ ເບື້ອງຕົ້ນ ພາຍໃນ ສັປດາ ໜ້ານີ້.
“ແມ່ນ ເພາະວ່າ ດຽວນີ້ ຕາມທີ່ເຮົາ ໄດ້ປະສານ ຫາກົມ ມໍຣະດົກໂລກເນາະ ເພິ່ນກຳລັງເຮັດ ບົດຣາຍງານຢູ່ ເພື່ອຣາຍງານ ຣັຖບານເຮົາ ຫັ້ນນ່າ ເພາະຣັຖບານເຮົາ ເພິ່ນໃຫ້ມີ ບົດຣາຍງານ ຂຶ້ນຫາ ເພິ່ນເນາະ ກ່ຽວກັບ ການປະເມີນ HIA (Heritage Impact Assessments) ຫັ້ນນ່າ ພວກເຮົາ ຊິປະສານຫາ ຂະເຈົ້າ ຕື່ມວ່າ ເພິ່ນເຮັດແລ້ວ ຫຼື ຍັງຫັ້ນນ່າ ພວກເຮົາ ກໍປະສານຫາ ກົມທີ່ກ່ຽວຂ້ອງ ຢູ່ຫັ້ນນ່າ ກໍຄິດວ່າ ອາທິດນີ້ ອາດຈະເຮັດແລ້ວ ຫັ້ນນ່າ.”
ເຈົ້າໜ້າທີ່ ກະຊວງຖແລງຂ່າວ ແລະ ວັທນະທັມ ກ່າວຕື່ມວ່າ ພາຍຫຼັງຈາກ ພາກສ່ວນທີ່ກ່ຽວຂ້ອງ ບໍ່ວ່າຈະເປັນ ທາງພາກຣັຖ, ພາກເອກຊົນ ແລະ ນັກວິຊາການ ໄດ້ຮ່ວມກັນ ເຮັດບົດຣາຍງານ ໃນເບື້ອງຕົ້ນ ສຳເຣັດແລ້ວ. ທາງດ້ານ ກະຊວງ ຖແລງຂ່າວ ແລະ ວັທນະທັມ ໂດຍກົມແຜນການ ແລະ ຄວາມຮ່ວມມື ສາກົລ ຈະນຳສເນີ ບົດຣາຍງານ ດັ່ງກ່າວ ໃຫ້ຣັຖບານ ພິຈາຣະນາ ຕໍ່ໄປ.
ກ່ຽວກັບເຣື່ອງນີ້ ຊາວບ້ານ ຢູ່ແຂວງຫຼວງພຣະບາງ ກ່າວວ່າ ລາວ ມີຄວາມກັງວົນ ກ່ຽວກັບ ໂຄງ ການກໍ່ສ້າງເຂື່ອນ ຍ້ອນເຂື່ອນໄຊຍະບຣີ ເຊິ່ງຕັ້ງຢູ່ ທາງຕອນໃຕ້ ຂອງແຂວງຫຼວງພຣະບາງ ຖືກໃຊ້ ເປັນຕົ້ນແບບ ໃນການສ້າງ ເຂື່ອນຫຼວງພຣະບາງນັ້ນ ໄດ້ສ້າງ ຜົລກະທົບຫຼາຍຢ່າງ ຕໍ່ວິຖີຊີວິດ ຂອງຄົນທີ່ຢູ່ ເບື້ອງລຸ່ມ.
“ອາໂຕນີ້ ກໍເປັນບາງໄລຍະ ເນາະບາງທີ່ ກໍຝົນຕົກແຮງ ກໍຈະມີ ຜົລກະທົບ ອ່າ ເພິ່ນປ່ອຍເຂື່ອນ ມີອີ່ຫຍັງຊິນ່າ ມາແລ້ວ ກໍນໍ້າຖ້ວມເນາະ ນໍ້າຖ້ວມ ສວນປະຊາຊົນ ແລະ ກໍບາງສ່ວນ ບາງບ່ອນ ບາງເຂດ ມັນຈະພົບ ບໍ່ສເມີກັນ ຄັນຜູ້ ມັນຢູ່ສູງ ກໍຫາ ສະບາຍນ້ອຍ ແຕ່ ຖ້າຜູ້ ມັນຢູ່ຕໍ່າເນາະ ມັນກໍພົບ ຄວາມຫຍຸ້ງຍາກນ່າ.”
ເຊັ່ນດຽວກັນ ກັບປະຊາຊົນ ຊາວຫຼວງພຣະບາງ ອີກທ່ານນຶ່ງ ກ່າວວ່າ ການປ່ອຍນໍ້າ ຈາກເຂື່ອນ ເຮັດໃຫ້ ປະຊາຊົນ ທີ່ປະກອບ ອາຊີບ ດ້ານການກະເສດ ຢູ່ແຄມຂອງ ເປັນຕົ້ນ ປູກພືດ ແລະ ຫາປາ ບໍ່ສາມາດ ເຮັດໄດ້ ຕາມປົກກະຕິ ຍ້ອນປະຣິມານ ນໍ້າຂອງ ຂຶ້ນ-ລົງ ບໍ່ຄົງທີ່.
“ໂຕນີ້ ກໍຕາມເຫັນ ມັນຫາກມີ ເນາະຜົລກະທົບ ເຊັ່ນ ຍົກໂຕຢ່າງ ກໍຄື ດິນໄຮ່ ດິນສວນ ຢູ່ຕາມແຄມນໍ້າ ຫັ້ນເນາະ ແຕ່ກ່ອນ ອາດຈະໄດ້ເຮັດ ແຕ່ດຽວນີ້ ບາງເທື່ອ ອາດຈະ ບໍ່ໄດ້ເຮັດ ຫັ້ນນ່າ.”
ໂຄງການກໍ່ສ້າງ ເຂື່ອນຫຼວງພຣະບາງ ຂນາດ 1,460 ເມກາວັດ ໄດ້ຮັບ ການພັທນາ ໂດຍບໍຣິສັດ ຫຼວງພຣະບາງ ພາວເວີ ຈຳກັດ ຂອງຣັຖບານລາວ ແລະ ບໍຣິສັດ ປີໂຕຣວຽດນາມ ພາວເວີ ຄໍເປີເຣຊັນ ຈຳກັດ ຂອງວຽດນາມ ແລະ ບໍຣິສັດ ຊ. ການຊ່າງ ຂອງໄທຍ ຄາດວ່າ ຈະສາມາດ ຜລິດ ກະແສໄຟຟ້າ ເພື່ອຈຳໜ່າຍ ໃຫ້ກັບ ປະເທດໄທຍ ແລະ ວຽດນາມໄດ້ ພາຍໃນປີ 2027 ນີ້.
ເຖິງຢ່າງໃດ ກໍຕາມ, ຖ້າຣັຖບານລາວ ຍັງດຳເນີນ ການກໍ່ສ້າງເຂື່ອນ ແລະ ບໍ່ເຮັດ ບົດຣາຍງານ ກ່ຽວກັບ ຜົລກະທົບ ຕໍ່ນະຄອນຫຼວງພຣະບາງ ໃນຖານະ ພື້ນທີ່ ມໍຣະດົກໂລກ ອາດຈະເຮັດໃຫ້ ນະຄອນ ຫຼວງພຣະບາງ ຖືກຖອນ ອອກຈາກ ການເປັນ ເມືອງມໍຣະດົກໂລກ ໃນອະນາຄົດ.
ຫຼ້າສຸດນີ້ ເມື່ອທ້າຍ ເດືອນກໍຣະກະດາ 2021 ທີ່ຜ່ານມາ, ຄະນະ ກັມການ ມໍຣະດົກໂລກ ໄດ້ຖອນ ເມືອງລີເວີພູລ ໃນປະເທດອັງກິດ ອອກຈາກ ສະຖານະພາບ ເປັນເມືອງມໍຣະດົກ ແຫ່ງທີ 3 ດ້ວຍເຫດຜົລ ທີ່ວ່າ ທາງການ ອັງກິດ ມີແຜນ ຈະກໍ່ສ້າງໂຄງການ ພັທນາຫຼາຍແຫ່ງ ໃນເມືອງລີເວີພູລ ເປັນຕົ້ນ ການກໍ່ສ້າງ ສນາມບານເຕະ ແຫ່ງໃໝ່ ຂອງສະໂມສອນ ເຕະບານເອເວີຕັນ ເຊິ່ງສົງຜົລກະທົບ ຢ່າງຫຼວງຫຼາຍ ຕໍ່ຄຸນຄ່າ ຂອງຄວາມເປັນ ມໍຣະດົກໂລກ (Outstanding Universal Value) ບໍ່ວ່າ ຈະເປັນສະພາບແວດລ້ອມ ໂດຍຮອບ ຂອງເມືອງ,