ຢູເນສໂກ ກັງວົນ ເຂື່ອນ ອາຈກະທົບ ມໍຣະດົກ ໂລກ ເມືອງຫຼວງພຣະບາງ
2021.03.02

ອົງການຢູເນສໂກ ຂໍຮ້ອງໃຫ້ຜູ້ສ້າງເຂື່ອນ ຫລວງພະບາງ ສຶກສາສຳຣວດ ຜົນກະທົບ ທີ່ຈະເກີດຈາກເຂື່ອນຫຼວງພະບາງ ຕໍ່ເມືອງ ມໍຣະດົກໂລກ ນະຄອນຫຼວງພະບາງ.
ດຣ. Mechtild Rossler, ຜູ້ອຳນວຍການ ສູນມໍຣະດົກໂລກ ຂອງອົງການຢູເນສໂກ ຊີ້ແຈງຕໍ່ນັກຂ່າວ ວິທຍຸເອເຊັຽເສຣີ ໃນວັນທີ 27 ກຸມພາ 2021 ວ່າ:
“ເພື່ອຫຼີກລ້ຽງຜົນກະທົບ ອັນຮ້າຍແຮງ, ພວກເຮົາສູນມໍຣະດົກໂລກ ໄດ້ຂຽນຈົດໝາຍ ທັນທີທັນໃດ ເຖິງເຈົ້າໜ້າທີ່ ສປປລາວ ແລະ ຂໍຮ້ອງໃຫ້ມີການ ສຶກສາສຳຣວດຄວາມສ່ຽງ ແລະ ຜົນກະທົບ ທີ່ຈະເກີດຈາກ ເຂື່ອນຫຼວງພະບາງ ແລະ ທີ່ຈະມີຕໍ່ເມືອງມໍຣະດົກໂລກ ຫຼວງພະບາງ.”
ປັດຈຸບັນ ຣັຖບານລາວ ກຳລັງວາງແຜນ ຈະສ້າງເຂື່ອນຫຼວງພະບາງ ຊຶ່ງເປັນເຂື່ອນແມ່ນ້ຳຂອງ ຢູ່ໄກໄປທາງພາກເໜືອຈາກ ນະຄອນຫຼວງພຣະບາງ ພຽງ 25 ກິໂລແມັດ. ດຣ. Rossler ກ່າວຕື່ມວ່າ:
“ຈົນເຖິງປັດຈຸບັນ ພວກເຮົາຍັງບໍ່ທັນໄດ້ ຮັບຜົນຂອງການສຳຣວດ ຜົນກະທົບຕໍ່ ເມືອງມໍຣະດົກນັ້ນເທື່ອ ຊຶ່ງເປັນເມືອງທີ່ມີຄຸນຄ່າ ອັນສູງສົ່ງຂອງໂລກ. ຜູ້ສ້າງເຂື່ອນ ອາດໄດ້ເຮັດ ການສຶກສາສຳຣວດ ຜົນກະທົບ ທາງດ້ານສິ່ງແວດລ້ອມ ແລະດ້ານອື່ນໆ ແຕ່ການສຶກສາຜົນກະທົບ ຕໍ່ເມືອງມໍຣະດົກໂລກ ຍັງບໍ່ທັນໄດ້ເຮັດ. ພວກເຮົາຕ້ອງການ ການສຶກສາສຳຣວດ ຜົນກະທົບ ຈາກ ເຂື່ອນຫລວງພຣະບາງ ທີ່ຈະມີຕໍ່ສະເພາະເມືອງມໍຣະດົກໂລກ; ພວກເຮົາຢາກຮູ້ວ່າ ເຂື່ອນຈະສົ່ງຜົນກະທົບ ຕໍ່ເມືອງມໍຣະດົກໂລກ ນັ້ນແນວໃດ.”
ຕໍ່ຄຳຖາມທີ່່ວ່າ ເຂື່ອນຫລວງພຣະບາງ ຢູ່ໃກ້ນະຄອນຫຼວງພະບາງ ເກີນໄປບໍ່ ຢູເນສໂກ ຢາກໃຫ້ຍ້າຍເຂື່ອນ ອອກໄກກວ່າ ນັ້ນຕື່ມບໍ່? ດຣ. Rossler ຕອບວ່າ:
“ເຣື່ອງຣະຍະໄກໃກ້ ບໍ່ສຳຄັນ; ສິ່ງທີ່ສຳຄັນ ຄື; ຄວາມສ່ຽງ ແລະຜົນກະທົບທີ່ອາດຈະເກີດຂຶ້ນ ຕໍ່ເມືອງມໍຣະດົກໂລກ, ເປັນຕົ້ນ ໃນເວລາເຂື່ອນແຕກ ຜູ້ສ້າງເຂື່ອນ ຕ້ອງສຶກສາສຳຣວດ ໃຫ້ຮູ້ເຖິງຄວາມສ່ຽງ ແລະຕອບຄຳຖາມທີ່ວ່າ ເຂື່ອນຈະສົ່ງຜົນກະທົບ ແນວໃດ ຕົວຢ່າງຈະພາໃຫ້ຕາຝັ່ງ ຂອງເຈື່ອນເພພັງບໍ່? ຫລາຍຄົນອາດຈະໄດ້ເຫັນໄດ້ຍິນຂ່າວ ເມື່ອບໍ່ດົນຜ່ານມາວ່າເຂື່ອນແຕກ ຢູ່ເຂດພູເຂົາມາລາຢາ ໃກ້ໆກັບສວນສາທາຣະນະ ນັນດາເດ່ວີ ຊຶ່ງເປັນສະຖານທີ່ມໍຣະດົກໂລກ ໃນອິນເດັຍ ປັດຈຸບັນ ປະຊາຊົນ ເຖິງສອງຮ້ອຍຄົນ ຍັງຫາຍສາບສູນຢູ່.”
ເມື່ອທ້າຍເດືອນທີ່ແລ້ວ ເຈົ້າໜ້າທີ່ທາງການລາວຫຼາຍທ່ານ ກໍກ່າວກັບວິທຍຸເອເຊັຽເສຣີວ່າ ຢູເນສໂກ ໄດ້ສເນີໃຫ້ຜູ້ສ້າງເຂື່ອນ ຫຼວງພຣະບາງ ດຳເນີນການສຶກສາສຳຣວດ ຜົນກະທົບ ຕໍ່ເມືອງມໍຣະດົກໂລກ ນັ້ນ ເຊັ່ນດຽວກັນ; ຕົວຢ່າງ ເຈົ້າໜ້າທີ່ຫ້ອງການ ມໍຣະດົກໂລກ ຫຼວງພະບາງ ໄດ້ກ່າວເມື່ອວັນທີ່ 22 ກຸມພາ 2021 ນີ້ວ່າ:
“ກາຊິແມ່ນຍັງຄາ ຫຼາຍໆບັນຫາແຫຼະ ເພາະທາງຣັຖບານລາວ ຕ້ອງໄດ້ແກ້ໄຂ ເຣື່ອງບັນຫາ ທີ່ສາກົລເພິ່ນທັກທ້ວງ ກະອາຈ ຊິແກ້ໄຂ, ຫັ້ນນ່າ. ປັບປຸງໄປ ເພື່ອສຶກສາເພີ່ມຕື່ມ ແມ່ນຫຍັງ.”
ເຈົ້າໜ້າທີ່ທ່ານນີ້ ອະທິບາຍວ່າ ບັນດາຜູ້ຕາງໜ້າຣັຖບານລາວ, ຫ້ອງການມໍຣະດົກໂລກ ແລະ ບໍຣິສັດຕ່າງໆ ໄດ້ປະຊຸມຫາລືກັນ ເມື່ອວັນທີ່ 18 ກຸມພາ ທີ່ຜ່ານມາ ທີ່ນະຄອນຫຼວງ ວຽງຈັນ ແລະໄດ້ຕົກລົງ ຈະພາກັນປະຕິບັດ ຕາມຄຳສເນີຂອງຢູເນສໂກ ທີ່ໄດ້ສະແດງຄວາມເປັນຫ່ວງ ຕໍ່ຜົນກະທົບທີ່ຈະເກີດຂຶ້ນ ກັບເມືອງມໍຣະດົກໂລກ ຫຼວງພະບາງ ເປັນຕົ້ນ ເຣື່ອງຕາຝັ່ງເຈື່ອນ, ດິນເຈື່ອນ, ນ້ຳແຫ້ງ, ຣະດັບນ້ຳຂຶ້ນໆລົງໆ ແລະບັນຫາຈຳນວນປາ ຫລຸດໜ້ອຍຖອຍລົງ ຊຶ່ງເຣື່ອງທັງໝົດນີ້ ຈະສົ່ງຜົນກະທົບ ໂດຍກົງຕໍ່ເມືອງ ແລະ ປະຊາຊົນ ນະຄອນຫຼວງພຣະບາງ.
ທາງດ້ານເຈົ້າໜ້າທີ່ ຜແນກຊັພຍາກອນ ທັມມະຊາດ ແລະ ສິ່ງແວດລ້ອມ ແຂວງຫຼວງພຣະບາງ ກ່າວຕໍ່ວິທຍຸເອເຊັຽເສຣີ ເມື່ອເດືອນທັນວາ ປີກາຍວ່າ:
“ໂຄງການກໍ່ສ້າງ ເຂື່ອນໄຟຟ້ານໍ້າຂອງ ເນາະ, ກະມີບັນຫາກັນ ຍັງບໍ່ລົງລອຍກັນໂຕນີ້. ຍັງບໍ່ສາມາດລົງມືຈັດຕັ້ງ ປະຕິບັດໄດ້ ເພາະວ່າຄວາມສ່ຽງພັຍ ຕໍ່ມໍຣະດົກໂລກຫັ້ນ ເພາະວ່າ ທາງ UNESCO ເຂົາກະພຍາຍາມ ຂັດສຸດຂີດ.”
ອີງຕາມຄຳເວົ້າຂອງເຈົ້າໜ້າທີີ່ ທ່ານນີ້, ການສ້າງສາພັທນາ ຫຍັງກໍຕາມ ບໍ່ຄວນສົ່ງສຽງດັງ ກິ່ນເໝັນ ມົລພິດ ແລະສິ່ງລົບກວນ ອື່ນໆໄປເຖິງເມືອງມໍຣະດົກໂລກ. ຖ້າກົດຣະບຽບ ຫລັກການເຫລົ້ານີ້ ບໍໄດ້ຮັບການປະຕິບັດ, ຢູເນສໂກ ອາດຈະຍົກເລີກຖານະ ການເປັນເມືອງມໍຣະດົກ ຂອງ ນະຄອນຫຼວງພຣະບາງ ໄດ້.
ຕໍ່ບັນຫາທີ່ວ່າ ຜູ້ສ້າງເຂື່ອນຫລວງພຣະບາງ ຈະສຶກສາສຳຣວດ ຜົນກະທົບ ທາງສັງຄົມຫລື SIA ໃໝ່ບໍ່? ເຈົ້າໜ້າທີ່ ກະຊວງພະລັງງານ ແລະ ບໍ່ແຮ່ຂອງລາວ ຕອບຄຳຖາມນັ້ນວ່າ:
“ພວກເຮົາກະບີບບັງຄັບ ແນວໃດກະຢ່າ ຕ້ອງໃຫ້ບໍຣິສັດເຂົາເຮັດ (SIA) ເພື່ອຣາຍງານລະອຽດສາກ່ອນເນາະ ເພາະເຂົາວ່າ ດຽວນີ້ບັນຫາຫຼັກ ກະແມ່ນວ່າ ທາງບໍຣິສັດເຂົາ ບໍ່ຢາກເຮັດ, ເຂົາວ່າເຂົາເຮັດການປະເມີນຜົລ ມາແລ້ວ, ຫັ້ນນ່າ. ມີແຕ່ວ່າ ທາງຢູ່ເນສໂກ້ ຫັ້ນ ເຂົາບໍ່ຢາກຍອມຮັບ.”
ສຳລັບປະຊາຊົນ ນະຄອນຫຼວງພຣະບາງ ຫລາຍຄົນ ທີ່ໃຫ້ຄຳຄິດຄຳເຫັນ ກັບວິທຍຸເອເຊັຽເສຣີ ບໍ່ເຫັນດີໃຫ້ມີການສ້າງເຂື່ອນ ດັ່ງກ່າວ ຍ້ອນຢ້ານບໍ່ມີຄວາມປອດພັຍ; ຕົວຢ່າງ ຊາວນະຄອນຫຼວງວຽງຈັນ ທ່ານນຶ່ງ ກໍຢ້ານເຂື່ອນ ບໍ່ມີຄວາມປອດພັຍ:
“ທີ່ຈິງ ເຣື່ອງສ້າງເຂື່ອນ ສ່ວນຫຼາຍ ປະຊາຊົນ ຂະເຈົ້າກະບໍ່ເຫັນດີ, ຫັ້ນແຫຼະ ເພາະວ່າມັນກະຫ່ວງ ເຣື່ອງຄວາມປອດພັຍ. ສ່ວນຫຼາຍນີ້, ຫຼວງພຣະບາງ ມັນກະຢູ່ບ່ອນຕໍ່າເນາະ ມັນກະຢູ່ມໍ່ໂຕເມືອງ.”
ສ່ວນຊາວນະຄອນຫຼວງພະບາງ ອີກຜູ້ນຶ່ງ ວິຕົກກັງວົນ ຢ້ານເຂື່ອນຈະທຳຣາຍ ທັມມະຊາດ ແລະ ສິ່ງແວດລ້ອມ:
“ຄັນຖ້າວ່າ ສ້າງເຂື່ອນແລ້ວ, ເຣື່ອງທິວທັສ ທັມຊາດນີ້ ສູນຫາຍໄປໝົດແຫຼະ ມັນຊິບໍ່ເຫຼືອຫຍັງໄດ໋. ໂຕນີິ້ແຫຼະ ກະຢາກໃຫ້ ທາງຜູ້ໃຫຍ່ ເພິ່ນພິຈາຣະນາ ຄົ້ນຄວ້າເບິ່ງ ເພາະວ່າ ເຣື່ອງເຂື່ອນ ມັນກະບໍ່ແມ່ນໜ້ອຍແລ້ວ.”
ປະຊາຊົນຜູ້ນຶ່ງ ທີ່ຈະໄດ້ຮັບຜົນກະທົບ ກໍບໍ່ຢາກຍົກຍ້າຍ:
“ຢາກບໍ່ຢາກ ຄັນວ່າໂຄງການເກີດ ກະຊິໄດ້ຍ້າຍຫັ້ນແຫຼະ ຍ້າຍດ້ວຍຄວາມຝືດເຄືອງຫັ້ນແຫຼະ. ການໂຍກຍ້າຍ ເຂົາເຈົ້າກໍ ແນວຄິດສ່ວນໃຫຍ່ ເຂົາກະບໍ່ຢາກໄປເຕົ້າໂຮມບ່ອນອື່ນ ເພາະວ່າມັນຫາເງິນ ຈາກພື້ນທີ່ໂດຍສະເພາະ ແລ້ວອະນາຄົດ ອາຈໄດ້ພາດໂອກາດອີກ. ອອກຈາກໜ້າເຂື່ອນໄປແລ້ວ ມັນອາຈຫຍຸ້ງຍາກ ຈະມີຊ່ອງເດີນເຮືອບໍ່? ມີຫຍັງຕາມແບບ ຂອງ ເຂົາເຈົ້ານີ້ເຮົາບໍ່ແນ່ເທື່ອ.”
ເມື່ອເດືອນກໍຣະກະດາປີກາຍ ວິທຍຸເອເຊັຍເສຣີ ຣາຍງານວ່າ ບໍຣິສັດຊໍການຊ່າງຂອງໄທ ໄດ້ສ້າງຖນົນແລະອາຄານຄົນງານທີ່ ຈະມາສ້າງເຂື່ອນຫລວງພຣະບາງ ນີ້ແລ້ວ; ແຕ່ການກໍ່ສ້າງທີ່ແທ້ຈິງນັ້ນ ຕ້ອງລໍຖ້າໃຫ້ໄທຍເຊັນສັນຍາຮັບຊື້ໄຟຟ້າຈາກເຂື່ອນດັ່ງກ່າວ ແລະລໍຖ້າການສຶກສາສຳຣວດໃໝ່ ຕາມຄຳສເນີຂອງຢູເນສໂກ.
ບໍຣິສັດພະລັງງານຫຼວງພຣະບາງ ຊຶ່ງເປັນບໍຣິສັດຮ່ວມ ຣະຫວ່າງ ບໍຣິສັດເປໂຕຣວຽດນາມ, ຊໍການຊ່າງຂອງໄທ ແລະ ຣັຖບານລາວ ຈະລົງທຶນເຖິງ 3 ຕື້ດອນລ່າ ສະຫະຣັດ ເພື່ອສ້າງເຂື່ອນຫລວງພະບາງ ໃສ່ແມ່ນ້ຳຂອງ ທີ່ຈະເຮັດໃຫ້ ປະຊາຊົນ ເຖິງ 2,285 ຄົນ ຈຳເປັນຕ້ອງໂຍກຍ້າຍທີ່ຢູ່ອາໃສ.