ຢູ່ເນສໂກ້ ຍັງບໍ່ຍອມຮັບ ເຂື່ອນ ຫຼວງພຣະບາງ

ພູວົງສ໌
2021.02.22
ຢູ່ເນສໂກ້ ຍັງບໍ່ຍອມຮັບ ເຂື່ອນ ຫຼວງພຣະບາງ ຄົນງານ ແລະ ເຄື່ອງກົລຈັກໜັກ ຂອງຜູ້ພັທນາ ໂຄງການກໍ່ສ້າງ ເຂື່ອນຫຼວງພຣະບາງ ພວມບຸກເບີກໜ້າດິນ ແຄມ 2 ຝັ່ງນ້ຳຂອງ ເພື່ອກໍ່ສ້າງຂົວ ໃນເຂດບ້ານຫ້ວຍຢໍ້, ເມືອງຈອມເພັດ ແຂວງຫຼວງພຣະບາງ ອັນເປັນຈຸດທີ່ຈະກໍ່ສ້າງເຂື່ອນຫຼວງພຣະບາງ ໃນອະນາຄົດ ອັນມໍ່ໆນີ້.ຖ່າຍຮູບໂດຍ: TS
File photo 2020: RFA

ອົງການຢູ່ເນສໂກ້ ຍັງບໍ່ຍອມຮັບການປະເມີນຜົລກະທົບທາງສັງຄົມ ຫຼື SOCIAL IMPACT ASSESSMENT (SIA) ຈາກໂຄງການກໍ່ສ້າງ ເຂື່ອນຫຼວງພຣະບາງ ຍ້ອນເຫັນວ່າ ການປະເມີນຜົລກະທົບທາງສັງຄົມ ຍັງບໍ່ລະອຽດຈະແຈ້ງ ແລະ ມີຄວາມສ່ຽງສູງ ທີ່ໂຄງການເຂື່ອນຫຼວງພະຣບາງ ຈະສົ່ງຜົລກະທົບຕໍ່ສິ່ງແວດລ້ອມ-ສັງຄົມ ເມືອງມໍຣະດົກໂລກ ຫຼວງພຣະບາງ. ດັ່ງເຈົ້າໜ້າທີ່ ທີ່ກ່ຽວຂ້ອງ ກັບວຽກງານມໍຣະດົກໂລກ ທ່ານນຶ່ງ ກ່່າວຕໍ່ຜູ້ສື່ຂ່າວ ວິທຍຸເອເຊັຽເສຣີ ໃນມື້ວັນທີ 22 ກຸມພາ ນີ້ວ່າ:

“ພວກເຮົາກະບີບບັງຄັບ ແນວໃດກະຢ່າ ຕ້ອງໃຫ້ບໍຣິສັດເຂົາເຮັດ (SIA) ເພື່ອຣາຍງານລະອຽດສາກ່ອນເນາະ ເພາະເຂົາວ່າ ດຽວນີ້ບັນຫາຫຼັກ ກະແມ່ນວ່າ ທາງບໍຣິສັດເຂົາບໍ່ຢາກເຮັດ, ເຂົາວ່າເຂົາເຮັດການປະເມີນຜົລມາແລ້ວ, ຫັ້ນນ່າ. ມີແຕ່ວ່າ ທາງຢູ່ເນສໂກ້ ຫັ້ນ ເຂົາບໍ່ຢາກຍອມຮັບ. ບໍ່ຍອມຮັບຕໍ່ບັນຫານັ້ນນ່າ.”

ທ່ານກ່າວຕື່ມວ່າ ການປະຊຸມຫາລືກັນ ຣະຫວ່າງ ອົງການຢູ່ເນສໂກ້, ກົມມໍຣະດົກໂລກລາວ, ບໍຣິສັດເຈົ້າຂອງໂຄງການ ແລະ ພາກສ່ວນທີ່ກ່ຽວຂ້ອງ ໃນມື້ວັນທີ 18 ກຸມພາ 2021 ຜ່ານມາ, ໂດຍບໍຣິສັດ ເຈົ້າຂອງໂຄງການເຂື່ອນຫຼວງພຣະບາງ ກໍຢັ້ງຢືນວ່າ ໂຄງການດັ່ງກ່າວ ຈະບໍ່ເກີດຜົລກະທົບໃດໆ ຕໍ່ເມືອງມໍຣະດົກໂລກຫຼວງພຣະບາງ.

ຂະນະທີ່ທາງອົງການຢູ່ເນສໂກ້ ກໍຍັງຄັດຄ້ານເຖິງທີ່ສຸດ ແລະ ຈະບໍ່ຍອມໃຫ້ ການສ້າງເຂື່ອນຫຼວງພຣະບາງເກີດຂຶ້ນ ຫາກບໍຣິສັດເຈົ້າຂອງໂຄງການ ບໍ່ສຶກສາ ແລະ ປະເມີນຜົລກະທົບທາງສັງຄົມ ຂຶ້ນມາໃໝ່ ໃຫ້ລະອຽດຈະແຈ້ງ ເພື່ອສ້າງຄວາມເຊື່ອໝັ້ນ ຕໍ່ອົງການຢູ່ເນສໂກ້ ວ່າ ໂຄງການເຂື່ອນຫຼວງພຣະບາງ ຈະບໍ່ສົ່ງຜົລກະທົບໃດໆ ຕໍ່ເມືອງມໍຣະດົກໂລກ.

ບັນຫາທີ່ອົງການຢູ່ເນສໂກ້ ກັງວົນທີ່ສຸດ ຄືຜົລກະທົບດ້ານສິ່ງແວດລ້ອມ ເຊັ່ນ: ການຂຶ້ນ-ລົງ ຂອງຣະດັບນ້ຳຂອງ ທີ່ຈະເກີດຄວາມສ່ຽງ ເຮັດໃຫ້ດິນເຈື່ອນ, ແມ່ນ້ຳຂອງບົກແຫ້ງ ກະທົບຕໍ່ການເດີນເຮືອຂົນສົ່ງ, ການທ່ອງທ່ຽວ, ຮ້ານອາຫານເຮືອນແພ ແລະ ວິຖີຊີວິຕ ຂອງຄົນເມືອງຫຼວງພຣະບາງ ໃນການເຮັດອາຊີພຫາປາ ແລະ ລ່ອງເຮືອຂນາດນ້ອຍ.

ເມືອງມໍຣະດົກໂລກ ຫຼວງພຣະບາງ ມີເຂດປ້ອງກັນ ຫຼື Buffer zone ທີ່ກວມເອົາເນື້ອທີ່ທັງໝົດ 12 ພັນປາຍເຮັກຕ້າຣ, ໂດຍອົງການຢູ່ເນສໂກ້ ກຳນົດໄວ້ຢ່າງຈະແຈ້ງວ່າ ຫ້າມພັທນາ ກ່ຽວກັບປະເພດໂຄງການຂນາດໃຫຍ່ ແລະ ຄວາມສູງ ທີ່ຈະກະທົບຕໍ່ທີ່ດິນ, ມົລພິດດ້ານກິ່ນ, ສຽງ, ທິວທັສ ແລະ ວິຖີຊີວິຕ ຂອງຄົນໃນພື້ນທີ່ ໃນເຂດມໍຣະດົກໂລກ.

ສ່ວນປະຊາຊົນ ໃນເມືອງມໍຣະດົກໂລກ ຫຼວງພຣະບາງ ແຂວງຫຼວງພຣະບາງ ກ່າວຕໍ່ຜູ້ສື່ຂ່າວ ວິທຍຸເອເຊັຽເສຣີ ໃນມື້ດຽວກັນນີ້ວ່າ ປະຊາຊົນໃນເມືອງຫຼວງພຣະບາງ ສ່ວນໃຫຍ່ບໍ່ມີໃຜເຫັນດີ ໃຫ້ສ້າງເຂື່ອນຫຼວງພຣະບາງ ເພາະກັງວົນເຣື່ອງຄວາມປອດພັຍ ເນື່ອງຈາກເປັນເຂື່ອນຂນາດໃຫຍ່ ແລະ ສ້າງໃກ້ກັບເມືອງມໍຣະດົກໂລກ ພຽງ 20 ປາຍຫຼັກເທົ່ານັ້ນ, ແຕ່ຣັຖບານລາວ ກໍບໍ່ເຄີຍຮັບຟັງຄວາມຄຶດຄວາມເຫັນ ຂອງປະຊາຊົນໃນພື້ນທີ່.

“ທີ່ຈິງເຣື່ອງສ້າງເຂື່ອນ ສ່ວນຫຼາຍປະຊາຊົນ ເຂົາເຈົ້າກະບໍ່ເຫັນດີແຫຼະ. ກະຫ່ວງເຣື່ອງຄວາມປອດພັຍເນາະ ສ່ວນຫຼາຍ, ລະມັນກະຢູ່ມໍ່ໂຕເມືອງແດ່. ຄິດວ່າຊິບໍ່ມີຜູ້ເຫັນດີດອກ ຄັນວ່າຄົນຫຼວງພຣະບາງແທ້ໆໄດ໋.”

ເຈົ້າຂອງຮ້ານອາຫານເຮືອນແພ ໃນເມືອງມໍຣະດົກໂລກ ຫຼວງພະຣບາງ ກ່າວຕໍ່ຜູ້ສື່ຂ່າວ ວິທຍຸເອເຊັຽເສຣີ ໃນມື້ດຽວກັນນີ້ວ່າ ກັງວົນທີ່ສຸດ ແລະ ບໍ່ເຫັນດີເປັນຢ່າງຍິ່ງ ທີ່ຈະມີການສ້າງເຂື່ອນຂນາດໃຫຍ່ ໃກ້ເຂດມໍຣະດົກໂລກ ເພາະກັງວົນເຣື່ອງຄວາມປອດພັຍ ແລະ ການຂຶ້ນ-ລົງ ຂອງຣະດັບນ້ຳຂອງ ທີ່ຈະສົ່ງຜົລກະທົບ ຕໍ່ການເດີນເຮືອທ່ອງທ່ຽວ ແລະ ຮ້ານອາຫານເຮືອນແພ.

“ບໍ່, ຄັນເວົ້າແທ້ກະບໍ່ຢາກໄດ້ ບໍ່ຢາກໃຫ້ສ້າງຫັ້ນແຫຼະ. ກັງວົນຫຼາຍໂອ່ ຄຶດວ່າບໍ່ຮູ້ວ່າຊິໄດ້ເປີດ ຫຼືບໍ່? ບໍ່ຮູ້ວ່າ ຢ້ານຊິວ່ານ້ຳນ້ອຍ ນ້ຳໃຫຍ່ເດ່.”

ສ່ວນຊາວບ້ານ ທີ່ໄດ້ຮັບຜົລກະທົບ ແລະ ຈະຖືກໂຍກຍ້າຍໄປຢູ່ເຂດຈັດສັນໃໝ່ ໃນໂຄງການກໍ່ສ້າງເຂື່ອນຫຼວງພຣະບາງ ມີທັງໝົດ 6 ບ້ານ, 581 ຄອບຄົວ ລວມປະຊາກອນທັງໝົດ 2,285 ຄົນ.

ຕາງໜ້າຊາວບ້ານ ທີ່ໄດ້ຮັບຜົລກະທົບ ກ່າວຕໍ່ຜູ້ສື່ຂ່າວ ວິທຍຸເອເຊັຽເສຣີ ໃນມື້ດຽວກັນນີ້ວ່າ ຕ້ອງການໃຫ້ທາງການ ທົບທວນຄືນ ໃນແຜນການສ້າງເຂື່ອນຫຼວງພຣະບາງ ເພາະເຫັນວ່າ ຜົລກະທົບຕໍ່ສັງຄົມນັ້ນ ໜັກໜາ ແລະ ຮຸນແຮງເກີນໄປ. ຊາວບ້ານສ່ວນໃຫຍ່ ກໍບໍ່ຕ້ອງການໂຍກຍ້າຍໄປບ່ອນອື່ນ ເພາະຍັງຕ້ອງການທຳມາຫາກິນ ກັບແມ່ນ້ຳຂອງ ທັງອາຊີພເດີນເຮືອທ່ອງທ່ຽວ, ການຫາປາ ຖືເປັນອາຊີພ ທີ່ສ້າງລາຍໄດ້ ໃຫ້ທຸກຄອບຄົວ.

“ຢາກບໍ່ຢາກ ຄັນວ່າໂຄງການເກີດ ກະຊິໄດ້ຍ້າຍຫັ້ນແຫຼະ ຍ້າຍດ້ວຍຄວາມຝືດເຄືອງຫັ້ນແຫຼະ. ການໂຍກຍ້າຍ ເຂົາເຈົ້າກໍ ແນວຄິດສ່ວນໃຫຍ່ ເຂົາກະບໍ່ຢາກໄປເຕົ້າໂຮມບ່ອນອື່ນ ເພາະວ່າມັນຫາເງິນ ຈາກພື້ນທີ່ໂດຍສະເພາະ ແລ້ວອະນາຄົດອາຈໄດ້ພາດໂອກາດອີກ. ອອກຈາກໜ້າເຂື່ອນໄປແລ້ວ ມັນອາຈຫຍຸ້ງຍາກ ຈະມີຊ່ອງເດີນເຮືອບໍ່? ມີຫຍັງຕາມແບບ ຂອງເຂົາເຈົ້ານີ້ ເຮົາບໍ່ແນ່ເທື່ອ.”

ຊາວບ້ານຜູ້ນີ້ ກ່າວຕື່ມວ່າ ດຽວນີ້ຮັບຮູ້ແຕ່ວ່າ ຈະຖືກໂຍກຍ້າຍອອກໄປຢູ່ເຂດຈັດສັນໃໝ່ ສ່ວນເຣື່ອງທີ່ວ່າຈະຍ້າຍໄປຢູ່ບ່ອນໃດ ແລະ ຈະໄດ້ຮັບຄ່າຊົດເຊີຍທໍ່ໃດນັ້ນ, ຍັງບໍ່ທັນຮູ້ຣາຍລະອຽດເທື່ອ ເນື່ອງຈາກຍັງບໍ່ມີພາກສ່ວນໃດ ລົງມາແຈ້ງຂໍ້ມູນ.

ກ່ຽວກັບເຣື່ອງນີ້, ເຈົ້າໜ້າທີ່ກະຊວງພະລັງງານ ແລະ ບໍ່ແຮ່ ທ່ານນຶ່ງ ທີ່ບໍ່ປະສົງອອກຊື່ ແລະ ຕຳແໜ່ງ ກ່າວຕໍ່ຜູ້ສື່ຂ່າວ ວິທຍຸເອເຊັຽເສຣີ ໃນມື້ດຽວກັນນີ້ວ່າ ການສຶກສາ ແລະ ການປະເມີນຜົລກະທົບ ທາງສັງຄົມຄືນໃໝ່ ຕາມຂໍ້ສເນີ ຂອງອົງການຢູ່ເນສໂກ້ ນັ້ນ, ຄົງເປັນການຕັດສິນໃຈ ຂອງຣັຖບານລາວ, ແຕ່ຄົງເປັນໄປໄດ້ຍາກຫຼາຍ ເພາະການປະເມີນຄືນ ຕ້ອງໃຊ້ງົບປະມານສູງ ແລ້ວຍັງບໍ່ມີທ່າທີວ່າ ຈະມີການເຊັນສັນຍາ ຊື້ຂາຍໄຟຟ້າ ຣະຫວ່າງຣັຖບານລາວ ກັບຣັຖບານໄທຍ ໃນມໍ່ໆນີ້ ຍິ່ງເຮັດໃຫ້ຣັຖບານລາວ ແລະ ບໍຣິສັດຜູ້ລົງທຶນ ຕັດສິນໃຈຍາກ ທີ່ຈະສຶກສາ ແລະ ປະເມີນຜົລກະທົບ ທາງສັງຄົມຄືນໃໝ່.

“ການສເນີ ຂອງຢູ່ເນສໂກ້ ເຫັນວ່າ ຕ້ອງໄດ້ສຶກສາຄືນ. ຢູ່ໃນການພິຈາຣະນາ ຂອງຣັຖບານເຮົາແຫຼະ ທາງຣັຖບານລາວ. ກະບໍ່ມີຄວາມແນ່ນອນ ເພິ່ນຄືຊິບໍ່ສຶກສາຄືນອີກຕື່ມ. ຄືເຮົາເວົ້າແຫຼະ ຄັນມັນມີແນວໂນ້ມວ່າ ຣັຖບານໄທຍຊິເຊັນ, ຫັ້ນນ່າ ກະອາຈຊິມີການສຶກສາຫັ້ນແຫຼະ. ແຕ່ໂຕນີ້ ເບິ່ງທ່າທີ ຈະໃຫ້ທາງບໍຣິສັດ ໄປສຶກສາແບບເຮົາລົງທຶນກ່ອນ ບໍ່ຮູ້ວ່າຈະໄດ້ມີການພັທນາຢູ່ໃນໄລຍະໃດ, ຫັ້ນນ່າເນາະ. ກະຍັງລັກສະນະເປັນການລໍຖ້າ ການເຈຣະຈາກັນຢູ່ເນາະ.”

ຢ່າງໃດກໍຕາມ, ຣັຖບານລາວ ແລະ ບໍຣິສັດຜູ້ລົງທຶນ ກໍ່ສ້າງເຂື່ອນຫຼວງພຣະບາງ ຈະຍັງອີງຕາມຣາຍງານ ສບັບເດີມທີ່ວ່າ ໂຄງການເຂື່ອນຫຼວງພຣະບາງ ຈະບໍ່ສົ່ງຜົລກະທົບໃດໆ ຕໍ່ເມືອງມໍຣະດົກໂລກ ຫຼວງພຣະບາງ.

ກ່ອນໜ້ານີ້, ປະເທດກັມພູຊາ, ວຽດນາມ ແລະ ໄທຍ ກໍສະແດງຄວາມເປັນກັງວົນ ຕໍ່ໂຄງການກໍ່ສ້າງ ເຂື່ອນຫຼວງພຣະບາງ ພາຍຫຼັງທີ່ສິ້ນສຸດ ຂະບວນການປຶກສາຫາລື ຜູ້ທີ່ມີສ່ວນໄດ້ສ່ວນເສັຽ ຫຼື PNPCA ໃນໄລຍະ 6 ເດືອນ ໃນມື້ວັນທີ 30 ມິຖຸນາ 2020 ຜ່ານມາ ແລະ ສເນີໃຫ້ຣັຖບານລາວ ທົບທວນຄືນ ກ່ຽວກັບຂັ້ນຕອນການອອກແບບເຂື່ອນ, ຂັ້ນຕອນການຫຼຸດຜ່ອນຜົລກະທົບ ດ້ານສິ່ງແວດລ້ອມ-ສັງຄົມ ແລະ ຜົລກະທົບຂ້າມຊາຍແດນ ໃຫ້ຈະແຈ້ງ ເປັນຮູບປະທັມ, ແຕ່ປັດຈຸບັນ ກໍຍັງບໍ່ມີຣາຍງານ ຄວາມຄືບໜ້າເທື່ອ.

ໂຄງການເຂື່ອນໄຟຟ້າຫຼວງພຣະບາງ ມີຂນາດ 1,460 ເມກະວັຕ ລັກສະນະ ຂອງເຂື່ອນ ເປັນແບບຝາຍນ້ຳລົ້ນ ຫຼື Run off river ຄືກັນກັບເຂື່ອນໄຊຍະບູຣີ, ແຕ່ໃຫຍ່ກວ່າເຂື່ອນໄຊຍະບູຣີ, ໂດຍເປັນການຮ່ວມລົງທຶນ ຣະຫວ່າງ ຣັຖບານລາວ, ບໍຣິສັດ Petro Vietnam Power ຂອງວຽດນາມ ແລະ ບໍຣິສັດ ຊ. ການຊ່າງ ປະເທດໄທຍ ທີ່ຈະເປັນຜູ້ຮັບເໝົາໃນການກໍ່ສ້າງ. ມູລຄ່າໂຄງການ 3,000 ລ້ານໂດລ້າຣສະຫະຣັຖ ແລະ ໄຟຟ້າທີ່ຜລິຕທັງໝົດ ຈະສົ່ງຂາຍໃຫ້ປະເທດໄທຍ ແລະ ວຽດນາມ ຕາມແຜນ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.

ຄວາມເຫັນ

ທ ຢູລາ
Feb 23, 2021 07:19 AM

ຢາກໃຫ້ຍົກເລີກໄປເພາະມີຜົນກະທົບຫຼາຍຢ່າງ