ພະຍຸພັດເຂົ້າ ມ.ອຸທຸມພອນ ບ້ານເຮືອນ ເປ່ເພ

ອຸ່ນແກ້ວ ສຸກສະຫວັນ
2021.05.14
ພະຍຸພັດເຂົ້າ ມ.ອຸທຸມພອນ ບ້ານເຮືອນ ເປ່ເພ ສະພາບຄວາມເສັຽຫາຍ ທີ່ເກີດຈາກລົມພະຍຸ ຣະດູຮ້ອນ ພັດເຂົ້າບ້ານແມດ ເມືອງອຸທຸມພອນ ແຂວງສວັນນະເຂດ
ນັກຂ່າວພົລເມືອງ

ໃນວັນທີ 10 ພຶສພາ 2021, ມີພະຍຸພັດເຂົ້າບ້ານແມດ ເມືອງອຸທຸມພອນ ແຂວງສວັນນະເຂດ ເຮັດໃຫ້ເຮືອນຊາວບ້ານ 54 ຫລັງ ໄດ້ຮັບຄວາມເສັຽຫາຍ, ມູນຄ່າຄວາມເສັຽຫາຍ 100 ປາຍລ້ານກີບ. ຢູ່ບ້ານແມດ ມີເຮືອນທັງໝົດ 200 ຫລັງ, ແຕ່ບໍ່ມີຣາຍງານ ຜູ້ເສັຽຊີວິດ ແລະ ບາດເຈັບຈາກເຫດພະຍຸຄັ້ງນີ້. ເບື້ອງຕົ້ນ ເຈົ້າໜ້າທີ່ ຍັງບໍ່ໄດ້ເຂົ້າໄປຊ່ວຍເຫລືອ, ແຕ່ ເຈົ້າໜ້າທີ່ພຽງລົງໄປ ເກັບກຳຂໍ້ມູນເທົ່ານັ້ນ. ເຈົ້າໜ້າທີ່ທອງຖິ່ນ ຜູ້ທີ່ບໍ່ປະສົງອອກຊື່ ແລະ ຕຳແໜ່ງ ຢູ່ເມືອງອຸທຸມພອນ ແຂວງສວັນນະເຂດ ໄດ້ກ່າວຕໍ່ ເອເຊັຽເສຣີ ໃນວັນທີ 14 ພຶສພາ ວ່າ:

"ມີແຕ່ລົມຝົນ ກໍເລັກນ້ອຍ ໝາກເຫັບບໍ່ມີ ປະເມີນເສັຽຫາຍເຮືອນເພຫຼາຍນີ້ ມັນກໍມີຢູ່ 52 ເນາະ ທັງໂຮງຮຽນ ຫ້ອງການບ້ານເປັນ 54 ເຮືອນໂຕທີ່ມັນເສັຽຫາຍໜັກໆ 8-9 ຫລັງ ຫັ້ນແຫຼະ ຄິດໄລ່ໄປແລ້ວເບື້ອງຕົ້ນ 100 ກວ່າລ້ານ ເຈົ້າເມືອງເພິ່ນກໍລົງມາກວດກາ ນຳ ເຂົາເຈົ້າເຮັດບົດລາຍງານ ໃຫ້ທາງເມືອງແລ້ວ."

ຂນະທີ່ ເຈົ້າໜ້າທີ່ກະສິກັມ ແລະ ປ່າໄມ້ ເມືອງປະທຸມພອນ ທ່ານນຶ່ງກ່າວວ່າ ປັດຈຸບັນຍັງບໍ່ໄດ້ມີການຊ່ວຍເຫຼືອຊາວບ້ານ ມີພຽງ ເຈົ້າໜ້າທີ່ ທີ່ກ່ຽວຂ້ອງ ກຳລັງຮວບຮວມຂໍ້ມູນ ເພື່ອລາຍງານຫາຂັ້ນເມືອງ.

"ເຂົາຍັງບໍ່ຊ່ວຍເຫຼືອຫຍັງເດ້ ເພາະວ່າ ເລື່ອງການຊົດເຊີຍຜົນກະທົບນີ້ ກະທາງຜແນກແຮງງານ ເມືອງກຳລັງສັງລວມຂໍ້ມູນໃຫ້ທາງ ແຂວງຢູ່ ສັງລວມໃຫ້ມັນລະອຽດ ກ່ອນມື້ລົງໄປ ໂຕຈິງກໍມີແຕ່ວ່າ ລົມພັດທັງໝົດກໍມີແຕ່ວ່າ 50 ປາຍກວ່າຫລັງນີ້ລະ ມູນຄ່າສະເລັ່ຽ ໃນເບື້ອງຕົ້ນຂອງຂັ້ນບ້ານ ປະມານ 100 ລ້ານ ສ່ວນຫຼາຍນີ້ຍົກຫລັງອອກ."

ປັດຈຸບັນຊາວບ້ານຫຼາຍຄົນ ກໍພາກັນສ້ອມແປງເຮືອນ ດ້ວຍຕົວເອງບາງຄົນກໍໄປຢູ່ກັບຍາດພີ່ນ້ອງກ່ອນ ເພາະວ່າເຮືອນສ່ວນໃຫຍ່ ເສັຽຫາຍຫລັງຄາຖືກລົມພະຍຸພັດ ຝາເຮືອນ ໄປເຮືອນຍຸບຫັກ ກໍມີ ສ່ວນພືດຜັກການກະເສດ. ຊາວບ້ານແມດ ໄດ້ກ່າວວ່າ:

"ມັນເປັນກາງເວັນ ມັນບໍ່ມີໝາກເຫັບ ມັນມີແຕ່ລົມ ເຂົ້າມາປະທານ 7-8 ນາທີ ນຶ່ງເຮືອນຫັກ ເຮືອນເພ ມັນເອົາໄປໝົດເລີຍ ບາງເຮືອນບໍ່ທັນໄດ້ກໍ່ຝາ ກໍແພ ກະທັກໝົດເລີ່ຍ ກະຍຸບລົງເລີຍກະມີ ບໍ່ທັນມີຫ້ອງການເມືອງ ໃດມາຊ່ວຍເຫລືອດອກ ກະຢູ່ ເຮືອນຍາດພີ່ນ້ອງ ກະສ້ອມ."

ຊາວບ້ານແມດ ອີກທ່ານນຶ່ງ ກໍເວົ້າກວ່າສ່ວນໃຫຍ່ ເຮືອນຊາວບ້ານເສັຽຫາຍ ເບື້ອງຕົ້ນປະມານ 50-60 ຫລັງ ສ່ວນໃຫຍ່ຝາເຮືອນ ແລະຫລັງຄາຖືກລົມພັດ.

"ເອີມັນຖືກສາຍລົມແຮງ ໝາກເຫັບກໍບໍ່ມີຝົນກໍບໍ່ຫຼາຍດອກ ມີແຕ່ລົມຊື່ືດອກ 50-60 ປາຍຫຼັງຄາເຮືອນ ເຮືອນສອງຊັ້ນກະຫຼັງນຶ່ງ ກຳລັງເຮັດຊິແລ້ວລະ."

ເຖິງຢ່າງໃດກໍຕາມ, ຊາວບ້ານທີ່ເຮືອນເປ່ເພ ແລະໄດ້ຮັບຜົນກະທົບເສັຽຫາຍ ກໍຊ່ວຍກັນສ້ອມແປງເອງ ແລະອອກເງິນຊື້ສັງກະສີ ອຸປກອນຕ່າງໆ ເພື່ອສ້ອມແປງເຮືອນຕົນເອງ ແຕ່ຊາວບ້ານຍັງລໍຖ້າໃຫ້ ທາງການເຂົ້າມາຊ່ວຍເຫລືອ ບໍ່ວ່າຈະຊ່ວຍເຫລືອໄດ້ ເທົ່າໃດກໍຕາມ.

ນອກຈາກນີ້ ກົມອຸຕຸນິຍົມ ແລະອຸທຸກກະສາດ ກໍລາຍງານວ່າ ແຕ່ວັນທີ 13-16 ພືສພາ 2021 ຄວາມກົດອາກາດຮ້ອນຈະປົກຄຸມ ຢູ່ທົ່ວທຸກພາກຂອງປະເທດລາວ ສົມທົບກັບກະແສລົມ ຕາເວັນຕົກສ່ຽງໃຕ້ພັດປົກຄຸມ ຊຶ່ງຈະເຮັດໃຫ້ອາກາດຍັງຮ້ອນ ຫາຮ້ອນເອົ້າ ແລະຈະມີຝົນຕົກຟ້າຮ້ອງຟ້າຄື້ມ ໃນລະດັບຄ່ອຍພ້ອມທັງມີລົມພັດແຮງ ເປັນບາງໂອກາດຢູ່ບາງທ້ອງຖິ່ນ ໃນແຕ່ລະພາກຕື່ມອີກ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.