ພະຍຸວ່າມກໍ້ເຂົ້າລາວ ພາກໃຕ້

ສິດນີ
2015.09.16
F-Attapeu ແຂວງອັດຕະປື
RFA

ເຈົ້າໜ້າທີ່ ຫ້ອງການ ອຸຕຸນິຍົມ ວິທຍາ ແລະ ອຸທົກກະສາດ ແຈ້ງວ່າ, ລົມ ພະຍຸ ວ່າມກໍ້ ໄດ້ ພັດຜ່ານ ວຽດນາມ ເຂົ້າເຖິງ ເຂດ ພາກໃຕ້ ຂອງລາວ ແລ້ວ, ໃນ ຕອນ ເຊົ້າ ຂອງ ວັນທີ 15 ກັນຍາ ເຮັດໃຫ້ມີ ຝົນ ຕົກຫນັກ, ແຕ່ ຍັງບໍ່ມີ ຣາຍງານ ເຣື້ອງ ນ້ຳຖ້ວມ ເທື່ອ. ດັ່ງ ທ່ານ ກ່າວວ່າ:

"ເຂດທີ່ ຜະເຊີນ ຫນ້າ ເນາະ ໂດຍສະເພາະ ເຂດ ເບື້ອງຊາຍ ແດນ ລາວ-ວຽດນາມ ບາງບ່ອນ ກະແຮງ ເນາະ ບາງບ່ອນ ກະ ຄ່ອຍ, ບາງບ່ອນ ກະ ຢູ່ໃນ ປະມານ 100 ມີລລີແມັດ ຕໍ່ຕະຣາງ ກິໂລແມັດ ແນວນັ້ນ, ບໍ່ມີ ບັນຫາ ຫຍັງ ເພາະ ຣະດັບນ້ຳ ຍັງຢູ່ຕ່ຳ ຢູ່ເນາະ, ກົມ ອຸຕຸນິຍົມ ແລະ ອຸທົກກະສາດ ໄດ້ແຈ້ງ ເຕືອນ ແຕ່ມື້ກ່ອນ ພຸ້ນ ຫລະ".

ທ່ານກ່າວ ຕື່ມວ່າ ປັດຈຸບັນ ກົມ ອຸຕຸນິຍົມ ວິທຍາ ກຳລັງ ຕິດຕາມ ການ ເຄື່ອນໄຫວ ຂອງ ລົມພະຍຸ ລູກ ນີ້ຢູ່, ເພາະ ຢ້ານ ຄວາມແຮງ ຂອງລົມ ຈະສູງ ຂຶ້ນ ແລະ ເຮັດໃຫ້ ຝົນ ຕົກຫນັກ ໃນ ຫຼາຍ ພື້ນທີ່ ຈະພາໃຫ້ ເກີດ ນ້ຳຖ້ວມ ແລະ ດິນ ເຈື່ອນໄດ້.

ເຖິງຢ່າງໃດ ກໍຕາມ ຖ້າຝົນ ຍັງບໍ່ເຊົາ ຕົກ ອີກ ສອງສາມ ວັນ, ທາງການ ກໍຈະໄດ້ ປ່າວ ເຕືອນ ປະຊາຊົນ ໃຫ້ ຣະວັງ ນ້ຳຖ້ວມ ບໍ່ຢາກໃຫ້ ຊໍ້າຮອຍ ແບບ ພະຍຸ ເກສນາ ແລະ ໄກ່ຕັກ ໃນ ຫຼາຍປີ ທີ່ ຜ່ານມາ.

ທ່ານວ່າ ແຂວງ ທີ່ໄດ້ຮັບ ຜົລກະທົບ ຈາກ ລົມພະຍຸ ວ່າມກໍ້ ເທື່ອນີ້ ກໍມີ, ແຂວງ ສວັນນະເຂດ ສາຣະວັນ ຈຳປາສັກ ອັດຕະປື ແລະ ເຊກອງ, ຮວມເຖິງ ບາງ ພື້ນທີ່ ໃນແຂວງ ພາກກາງ, ຈືຶ່ງ ຢາກ ເຕືອນໃຫ້ ປະຊາຊົນ ແລະ ອຳນາດ ການປົກຄອງ ທ້ອງຖິ່ນ ຣະມັດ ຣະວັງ.

ພະຍຸ ລູກນີ້ ໄດ້ພັດເຂົ້າ ວຽດນາມ ໃນ ວັນທີ 14 ກັນຍາ ຜ່ານລາວ ກຳພູຊາ ແລະ ໄປສຸດ ທີ່ ອ່າວໄທ, ທີ່ ວຽດນາມ ແຂວງ ດານັງ ໄດ້ຮັບຜົລ ເສັຽຫາຍ ຢ່າງຫນັກ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.