ມ.ວຽງຄຳ ຂ.ຫຼວງພຣະບາງ ຖືກພະຍຸ ຣະດູຮ້ອນ
2018.02.23
ໃນວັນທີ 22 ເດືອນ ກຸມພາ 2018 ນີ້ ພະຍຸຣະດູຮ້ອນ ທີ່ພັດເຂົ້າເມືອງວຽງຄຳ ແຂວງຫຼວງພຣະບາງ ເຮັດໃຫ້ປະຊາຊົນ 17 ບ້ານ ໄດ້ຮັບ ຜົລກະທົບ ເຮືອນ ແລະ ຊັພສິນຕ່າງໆ ຂອງປະຊາຊົນ ເພພັງ ໂດຍສະເພາະໃນເຂດເທສບານ ເມືອງວຽງຄຳ ຊຶ່ງ ຄາດຄະເນວ່າ ຄວາມ ເສັຍຫາຍ ບໍ່ຕໍ່າກວ່າ 2 ຕື້ກີບ, ດັ່ງເຈົ້າໜ້າທີ່ ຫ້ອງການປົກຄອງ ເມືອງວຽງຄຳ ແຂວງຫຼວງພຣະບາງ ກ່າວໃນວັນທີ 23 ກຸມພາ ນີ້ວ່າ:
“ອັນດຽວນີ້ ພວກເຮົາກຳລັງປະເມີນລະອຽດເຮົາ ກຳລັງສົ່ງທີມງານລົງຕິດຕາມ ຊ່ອຍເຫຼືອ ເກັບກຳການຈັດຕັ້ງບ້ານ ນຳປະຊາຊົນແຕ່ລະ ຄອບຄົວ ຫັ້ນ ດຽວນີ້ພວກເຮົາສັງລວມຕົວເລກ ຄາດຄະເນຕາມການຣາຍງານຂອງບ້ານ ໂດຍບໍ່ມີການເກັບກຳລະອຽດ ຕາມຄາດຄະເນ ລະປະມານ 2 ຕື້ ກວ່ານີ້ແຫຼະ ໃນຈຳນວນ 17 ບ້ານ.”
ທ່ານກ່າວຕື່ມວ່າ ໃນຕອນເຊົ້າຂອງວັນທີ 23 ກຸມພາ ນີ້ທາງເຈົ້າໜ້າທີ່ເມືອງວຽງຄຳ ແລະພາກສ່ວນກ່ຽວຂ້ອງ ກໍໄດ້ລົງໄປກວດກາ ແລະ ໃຫ້ການຊ່ວຍເຫຼືອ ຄອບຄົວທີ່ໄດ້ຮັບ ຜົລກະທົບໜັກ ໃນເບື້ອງຕົ້ນແມ່ນ ເອົາເຂົ້າ, ເອົາອາຫານ ແລະນໍ້າດື່ມ ໄປໃຫ້ກ່ອນ ບ້ານທີ່ໄດ້ຮັບ ຄວາມເສັຽຫາຍໜັກ ກໍຈະຢູ່ເທສບານເມືອງວຽງຄຳ ມີບ້ານຍາວ, ບ້ານວັງໃບ ແລະ ບ້ານດອກຄູນ. ສຳລັບການເກັບກຳຂໍ້ມູນ ຄອບຄົວທີ່ຖືກ ຜົລກະທົບນັ້ນ ຕອນນີ້ ຍັງຢູ່ຣະຫວ່າງ ການລົງກວດກາ.
ນອກຈາກພະຍຸຣະດູຮ້ອນ ຈະພັດເຂົ້າ ເມືອງວຽງຄຳ ແຂວງຫຼວງພຣະບາງແລ້ວ ຫຼາຍແຂວງໃນປະເທດລາວ ກໍໄດ້ຮັບຜົລກະທົບ ເຊັ່ນ: ຢູ່ແຂວງໄຊຍະບູລີ ຟ້າຜ່າ ງົວ ຂອງປະຊາຊົນ ບ້ານນາຫີນ, ເມືອງແກ່ນທ້າວ ຕາຍໝົົດຄອກ ທັງ 27 ໂຕ, ແຂວງວຽງຈັນ ບ້ານປາກຍັນ ເມືອງແມດ ປະຊາຊົນໄດ້ຮັບຜົລກະທົບ 24 ຄອບຄົວ ແລະ ນະຄອນຫຼວງວຽງຈັນ ເຮືອນ ຂອງປະຊາຊົນ ຢູ່ບ້ານ ດອນສ້າງໄຜ່, ບ້ານໜອງແຄນ ເມືອງປາກງື່ມ ເສັຍຫາຍຫາຍຫຼາຍກວ່າ 74 ຫຼັງຄາ ນອກຈາກນັ້ນ ຢູ່ເມືອງ ສີໂຄດຕະບອງ ແຕ່ ບ້ານດົງນາໂຊກ ຫາ ບ້ານໜອງບຶກ ເສົາໄຟຟ້າແຮງກາງ 22 ກິໂລໂວ່ນ ຫັກ 18 ຕົ້ນ ມູນຄ່າການເສັຍຫາຍ ປະມານ 200 ລ້ານກີບ.
ກົມອຸຕຸນິຍົມ ແລະອຸທົກກະສາດ ຣາຍງານວ່າ: ພາຍຸຣະດູຮ້ອນຄັ້ງນີ້ ສ່ວນໃຫຍ່ຈະເກີດຢູ່ເຂດ ພູດອຍ ທາງແຂວງພາກເໜືອ ເປັນຕົ້ນ ແຂວງໄຊຍະບູລີ, ຫຼວງພຣະບາງ, ອຸດົມໄຊ, ວຽງຈັນ ແລະ ນະຄອນຫຼວງວຽງຈັນ.