ພະຍຸໂນອຶນ ກໍ່ພັຍ ໃນ 4 ແຂວງ ຂອງລາວ

ມະນີຈັນ
2020.09.22
ຄວາມເສັຍຫາຍ ຂອງກໍາແພງວັດ ທີ່ແຂວງ ຈໍາປາສັກ ເນື່ອງມາຈາກ ພະຍຸໂນອຶນ ພັດເຂົ້າ ໃນວັນທີ 18 ກັນຍາ 2020.
ຮູບພາບໂດຍ: ນັກຂ່າວພົລເມືອງ

ຊາວບ້ານ 6 ບ້ານ ຢູ່ 4 ແຂວງ ຂອງລາວ ປະສົບພັຍນໍ້າຖ້ວມ ໄດ້ຮັບຜົລກະທົບໜັກ ຍ້ອນພະຍຸໂນອຶນ, ປະຊາຊົນ 1 ຄົນ ເສັຽຊີວິຕ. ສະເພາະບ້ານກາໂລ, ເມືອງກະລຶມ ແຂວງເຊກອງ ພະຍຸໂນອຶນ ເຄື່ອນຈາກວຽດນາມ ເຂົ້າມາຕັ້ງແຕ່ ຕອນເດິກ ຂອງວັນທີ 17 ກັນຍານີ້ ຈົນຮອດເຊົ້າວັນທີ 18 ກັນຍາ ໄດ້ສ້າງຄວາມເສັຽຫາຍ ບໍ່ໜ້ອຍ ໃຫ້ເສັ້ນທາງ ແຕ່ເມືອງກະລຶມ ຫາ ເມືອງດາກຈຶງ ທີ່ມີຄວາມຍາວ 100 ປາຍກິໂລແມັຕ, ເສັ້ນທາງຖືກຕັດຂາດ ຫຼາຍຈຸດ ຍ້ອນຖືກດິນພູ ເຈື່ອນທັບ ແລະ ຍັງເອົາຊີວິດແມ່ຍິງ ບ້ານກາໂລ ອາຍຸ 50 ປາຍປີ ໄປ 1 ຄົນ, ເຊິ່ງມາຮອດຕອນນີ້ ກໍຍັງຊອກຫາບໍ່ພົບ, ອີງຕາມຄວາມເວົ້າ ຂອງຊາວບ້ານ ບ້ານກາໂລ ຜູ້ຂໍສງວນຊື່ ຕໍ່ RFA ໃນມື້ວັນທີ 22 ກັນຍານີ້:

“ນຶ່ງ ແມ່ນເສັ້ນທາງ ແມ່ນເສັຽຫຼາຍ ດິນພູມັນເຈື່ອນ ລະມັນຂາດ ຕັດຂາດ ໄປບໍ່ໄດ້, ແຕ່ວ່າ ມັນຂ້າມບັກເດ໋. ບາດນີ້, ບັກມັນກໍບໍ່ກ້າຂ້າມ ນໍ້າມັນຫຼາຍເດ໋ ແລ້ວອີກ 2-3 ວັນ ຝົນບໍ່ຕົກ ລະແມ່ນໄປໄດ້ແລ້ວ ສ່ວນຫຼາຍປະເພດນີ້. ແລ້ວມີຜູ້ນຶ່ງເສັຽຊີວິຕ ຢູ່ບ້ານກາໂລ ຍັງບໍ່ພົບ ຍັງກໍາລັງຊອກຫາຊາກສົບ ລາວຕົກນໍ້າຫັ້ນນ່າ. ແລ້ວນໍ້າມັນໃຫຍ່ ແລ້ວເວລາຊິຂ້າມນໍ້າ ແລ້ວຂ້າມບໍ່ຫວິດ, ຫັ້ນນ່າ.”

ຊາວບ້ານຜູ້ນີ້ ເວົ້າຕື່ມວ່າ ນອກຈາກບ້ານກາໂລ ເມືອງກະລຶມ ໄດ້ຮັບຜົລກະທົບແລ້ວ ຊາວບ້ານ ເມືອງດາກຈຶງ ຈໍານວນນຶ່ງ ທີ່ມີນາຕິດກັບ ຊາຍແດນວຽດນາມ ກໍໄດ້ຮັບຜົລກະທົບ ຄືກັນ, ແຕ່ຍັງບໍ່ສາມາດ ຮູ້ຄວາມເສັຽຫາຍນັ້ນ ໄດ້ເທື່ອ.

ເຈົ້າໜ້າທີ່ ຫ້ອງວ່າການ ປົກຄອງແຂວງເຊກອງ ຜູ້ຂໍສງວນຊື່ ເວົ້າຕໍ່ RFA ໃນມື້ດຽວກັນ ນີ້ວ່າ ເບື້ອງຕົ້ນ ຍັງບໍ່ທັນໄດ້ຮັບຣາຍງານ ກ່ຽວກັບ ມູລຄ່າຄວາມເສັຽຫາຍ ທັງໝົດເທື່ອ ແລະ ການຊ່ອຍເຫຼືອ ຊາວບ້ານ ທີ່ໄດ້ຮັບຜົລກະທົບ ກໍຍັງບໍ່ໄປເຖິງ ຍ້ອນບໍຣິສັດ ທີ່ຮັບເໝົາກໍ່ສ້າງ ກໍາລັງ ສ້ອມແປງເສັ້ນທາງ ທີ່ຕັດຂາດ ຍ້ອນຖືກດິນພູ ເຈື່ອນທັບ ແຕ່ເມືອງກະລຶມ ຫາ ເມືອງດາກຈຶງ ນັ້ນຢູ່.

ທ່ານກ່າວວ່າ ຫາກເສັ້ນທາງ ແຕ່ເມືອງ ຫາ ບ້ານກາໂລ ສາມາດກັບມາໃຊ້ໄດ້ ຕາມປົກກະຕິ, ພາກສ່ວນທີ່ກ່ຽວຂ້ອງ ກໍຈະນໍາເຂົ້າສານ ອາຫານແຫ້ງ ຈໍານວນນຶ່ງ ໄປຊ່ອຍເຫຼືອຊາວບ້ານ ທີ່ໄດ້ຮັບຜົລກະທົບນັ້ນ:

“ພວກເຮົາກໍມີຢູ່ ແນວຊ່ວຍເຫຼືອເຂົາເຈົ້າ ແບບມີເຂົ້າ ແລ້ວກໍມີບໍຣິສັດເຂົາເຈົ້າ ເຂົ້າໄປສ້ອມແປງຖ້າ ແບບຄືອອກ ພໍໄດ້ໄປໄດ້ມາ ຫັ້ນນ່າ, ແຕ່ວ່າ ສ່ວນຫຼາຍ ຄັນນໍ້າມັນໄປບໍ່ໄດ້ ແປງບໍ່ໄດ້ເລີຍ ນໍ້ານີ້. ສອງມາ ທໍ່ມັນຂາດ ບາງຈຸດໄປບໍ່ໄດ້ ອັນຣົດໄປບໍ່ໄດ້ ຣົດນີ້ ມັນອາສັຍ ເປັນຣົດຈັກບໍ່ ຫຼືວ່າຄົນຍ່າງເອົານີ້ ໄດ້ຢູ່.”

ສໍາລັບຢູ່ແຂວງຊຽງຂວາງ ຊາວບ້ານ ຢູ່ບ້ານນາເມືອງ ເມືອງໜອງແຮດ ຈໍານວນ 6 ຄອບຄົວ ກໍປະສົບບັນຫາ ພັຍນໍ້າຖ້ວມ ຍ້ອນພະຍຸໂນອຶນ ເປັນເທື່ອທໍາອິດ ໃນວັນ ແລະ ເວລາໃກ້ຄຽງກັນກັບ ຢູ່ແຂວງເຊກອງ. ໃນນັ້ນ, ເຮືອນເພເສັຽຫາຍ ທັງໝົດນຶ່ງຫຼັງ, ເລົ້າເຂົ້າ 2 ຫຼັງ ແລະ ເປັດ, ໄກ່, ແບ້ ຖືກນໍ້າພັດໄປ ຈໍານວນນຶ່ງ ດັ່ງຊາວບ້ານ ບ້ານນາເມືອງ ທີ່ຂໍສງວນຊື່ ເວົ້າຕໍ່ RFA ໃນມື້ວັນທີ 22 ກັນຍາ ນີ້ວ່າ:

“ບໍ່ນຶກບໍ່ຝັນວ່າ ຊິເກີດແນວນັ້ນ ເພາະວ່າ ຝົນນ່າ ມາໄດ້ອາທິດນຶ່ງແລ້ວ, ແຕ່ມັນບໍ່ແຮງເນາະ ແລ້ວມາຮອດວັນທີ 17 ແລ້ວຝົນ ຈຶ່ງແຮງຂຶ້ນ ຫັ້ນນ່າ. ມັນເຮືອນຫັ້ນ ຄືຢູ່ຢູ່ຫັ້ນ ແຕ່ດິນມາຖົມເຮືອນເຕັມເລີຍ. ແລ້ວຈໍານວນນຶ່ງ ກໍໄປໝົດ ຈໍານວນນຶ່ງ ກໍໄປນໍານໍ້າ ຍັງເຫຼືອເປັດ ໄກ່ ຍັງເຫຼືອໜ້ອຍດຽວນ່າ. ຈໍານວນນຶ່ງ ກໍບໍ່ມີ ໄປໝົດນະ 6 ຄອບຄົວເສັຽຫາຍຫັ້ນນ່າ. ເອີ ໄປໝົດແຫຼະ ກໍນອນໝົດແລ້ວເດ໋ ເດິກແລ້ວເດ໋.”

ແລະ ເຈົ້າໜ້າທີ່ ຫ້ອງວ່າການ ປົກຄອງແຂວງຊຽງຂວາງ ຜູ້ຂໍສງວນຊື່ ກໍເວົ້າຕໍ່ RFA ວ່າ ຄວາມເສັຽຫາຍ ທີ່ຄາດຄະເນເບື້ອງຕົ້ນ ແມ່ນຢູ່ທີ່ 40 ປາຍລ້ານກີບ. ແລະ ວ່າ ເຈົ້າໜ້າທີ່ ທີ່ກ່ຽວຂ້ອງ ໄດ້ຊື້ເຄື່ອງແຕ່ງກິນ ອາຫານແຫ້ງ ເຄື່ອງນອນ ຈໍານວນນຶ່ງ ໄປແກ້ໄຂ ຊ່ອຍຜູ້ໄດ້ຮັບ ຜົລກະທົບ ເປັນການຊົ່ວຄາວ. ພ້ອມດຽວກັນ ກໍໄດ້ຂຶ້ນແຜນ ຂໍງົບປະມານ ຊື້ສັງກະສີ ປຸກຕູບ ໃຫ້ຊາວບ້ານ ທີ່ເຮືອນເສັຽຫາຍໄປ. ຫາກ ຂັ້ນເທິງ ບໍ່ອະນຸມັດ ງົບປະມານໃຫ້ ກໍຈະຣະດົມເງິນ ນໍາເຈົ້າໜ້າທີ່ເມືອງ ໄປຊ່ອຍເຫຼືອຊາວບ້ານ 6 ຄອບຄົວນັ້ນ:

“ທາງເມືອງ ກໍບໍ່ມີແລ້ວເດ໋ ມີແຕ່ເອົາເຂົ້າ ໄປໃຫ້ເພິ່ນ ຊື້ເຄື່ອງແຕ່ງກິນ ຢູ່ຄົວເຮືອນນັ້ນ ໄປໃຫ້ເພິ່ນ ຊື້ບ່ອນຢູ່ບ່ອນນອນ ຊື້ອາຫານແຫ້ງ ຈໍານວນນຶ່ງ ແກ້ໄຊຊົ່ວຄາວ ເທົ່ານັ້ນແຫຼະ. ເຮົາຈະຂໍນໍາບັນດາ ຂແນງການ ດ້ານວິຊາການ ທີ່ນີ້ນີ໋ ມີຫ່ວງໃດ ມີພາກສ່ວນໃດ ອຸປຖັມ ຣະດົມຈຸນີ້ ໄປໃຫ້ເຂົາຕື່ມ.”

ທີ່ແຂວງສວັນນະເຂດ, ບ້ານອາສິງ ແລະ ບ້ານແກ່ງລິ່ນ, ເມືອງນອງ ຊາວບ້ານ ທີ່ປູກກ້ວຍ ຢູ່ບໍຣິເວນປ່າແຄມນໍ້າ, ຕົ້ນກ້ວຍຂອງພວກເຂົາເຈົ້າ ຈໍານວນນຶ່ງ ກໍຖືກພະຍຸໂນອຶນ ພັດຫັກ ເສັຽຫາຍ ແລະເຮືອນເສັຽຫາຍ ນຶ່ງຫຼັງ. ດັ່ງເຈົ້າໜ້າທີ່ ຫ້ອງວ່າການປົກຄອງ ແຂວງສວັນນະເຂດ ຜູ້ຂໍສງວນຊື່ ກ່າວຕໍ່ RFA ໃນມື້ດຽວກັນນີ້ວ່າ:

“ຄອບຄົວນຶ່ງ ທີ່ຖືກເຮືອນ ລົ້ມເປ່ເພ ແລະ ຕໍ່ມາ ແລະ ກໍພື້ນທີ່ ທໍາການຜລິຕເນາະ ເນື້ອທີ່ສວນກວ້າຍ ເປັນຂອງກຸ່ມປ່າເລາະ ເພິ່ນຖືກເສັຽຫາຍ ຄືກັນ, ແຕ່ວ່າ ເພິ່ນຍັງເອົາຂໍ້ມູນ ມາໃຫ້ເເຮົາ ຍັງບໍ່ທັນໄດ້ຄົບ ຍັງຂໍ້ມູນ ບໍ່ລະອຽດ ຍັງເອົາຢູ່ດຽວນີ້ນະ.”

ທ່ານກ່າວຕື່ມວ່າ ການຊ່ອຍເຫຼືອຊົ່ວຄາວ ທີ່ໃຊ້ງົບປະມານສຸກເສີນ ສໍາລັບຊາວບ້ານ ທີ່ໄດ້ຮັບຜົລກະທົບ ຈາກພັຍພິບັດ ທາງທັມຊາດ ໃນຄັ້ງນີ້ ແມ່ນຈະຕ້ອງ ໄດ້ລໍຖ້າ ຄນະກັມມະການ ເກັບຂໍ້ມູນ ກ່ຽວກັບຜົລເສັຽຫາຍ ຣະອຽດກ່ອນ ແລ້ວຈຶ່ງຈະມີການ ປະຊຸມສລຸບຜົລ ແລະ ໃຫ້ການຊ່ອຍ ເຫຼືອ, ບໍ່ສາມາດຊ່ອຍເຫຼືອຊາວບ້ານ ໄດ້ທັນທີທັນໃດ.

ສ່ວນຊາວບ້ານ ຢູ່ບ້ານໂສໂລໃຫຍ່ ແລະ ບ້ານຄີລີ-ຄໍາຍາດ ເມືອງຊະນະສົມບູນ ແຂວງຈໍາປາສັກ ກໍປະສົບພັຍນໍ້າຖ້ວມ ຍ້ອນພະຍຸໂນອຶນ. ເຖິງແມ່ນວ່າ ນໍ້າໄດ້ບົກລົງແລ້ວ, ແຕ່ເນື້ອທີ່ປູກເຂົ້າ ທີ່ໄດ້ຮັບຄວາມເສັຽຫາຍ ຍັງບໍ່ມີ ເຈົ້າໜ້າທີ່ທາງການ  ລົງມາສໍາຣວດເທື່ອ.

ອີງຕາມການແຈ້ງ ເຕືອນພັຍ ພາຍຸເຂດຮ້ອນ ແຕ່ວັນທີ 18 ຫາ 20 ກັນຍາ 2020 ຂອງກົມອຸຕຸນິຍົມ ແລະ ອຸທົກກະສາດ ທີ່ນະຄອນຫຼວງວຽງຈັນ ເລຂທີ 1230/ກອຕທ ລົງວັນທີ 16 ກັນຍາ ນີ້, ພະຍຸໝູນເຂດຮ້ອນ ໂນອຶນ ຫົວທີ 11 ຈະຂຶ້ນຝັ່ງເຂດ ເມືອງດານັງ ສສ ວຽດນາມ ແລະຈະສືບຕໍ່ ເຄື່ອນໂຕ ຜ່ານແຂວງສາຣະວັນ, ສວັນນະເຂດ ແລະ ຄໍາມ່ວນ ໃນຄືນວັນທີ 18 ຫາວັນທີ 20 ກັນຍາ ນີ້ ເຮັດໃຫ້ມີຝົນຕົກໜັກ ແລະ ລົມແຮງ ຢູ່ແຂວງພາກເໜືອ ລົງຫາພາກກາງ ແລະ ພາກໃຕ້ຂອງລາວ ແລະ ອາຈເຮັດໃຫ້ ມີຕົ້ນໄມ້ຫັກ ແລະ ເສົາໄຟຟ້າລົ້ມ ເຮືອນເປ່ເພ ດິນເຈື່ອນ ແລະ ນໍ້າຖ້ວມອັ່ງ ແລະ ໃຫ້ປະຊາຊົນ ຕິດຕາມແຈ້ງການ ເຕືອນພັຍ ຢ່າງຕໍ່ເນື່ອງ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.