ປາຕາຍເປັນຝຸງຢູ່ເຂື່ອນ ນ້ຳຄານ 2
2021.01.15

ເກີດເຫດປາຕາຍ ປະມານ 1 ຕັນ ຢູ່ໜ້າເຂື່ອນນ້ຳຄານ 2 ເຂດບ້ານ ພູສ້າງ ເມືອງຊຽງເງິນ ແຂວງຫລວງພະບາງ ໃນວັນທີ 12 ມົກກະຣາ ຜ່ານມາ, ຍ້ອນວ່າອາກາດໜາວ ແລະ ນ້ຳເນົ່າຕາມທັມມະຊາດ, ຜ່ານມາເຂື່ອນໄດ້ກັກນ້ຳໄວ້ ຍາມລະດູແລ້ງ, ຈຶ່ງເຮັດ ໃຫ້ປາຈຳນວນ ດັ່ງກ່າວຕາຍ ຟູຂຶ້ນມາ.
ເຈົ້າໜ້າໄດ້ກວດກາແລ້ວວ່າ ບໍ່ມີສານເຄມີ, ຊາວບ້ານສາມາດນຳປາໄປກິນ ແລະ ໄປຂາຍໄດ້ ສ່ວນໃຫຍ່ແມ່ນປານິນ ຊຶ່ງເປັນປາ ທີ່ຊື້ມາປ່ອຍລົງບໍຣິເວນ ໜ້າເຂື່ອນ ໃຫ້ກິນເຍື່ອເອງ ຕາມທັມມະຊາດ.
ເຈົ້າໜ້າທີ່ກະສິກັມ ແລະປ່າໄມ້ ເມືອງຊຽງເງິນ ທ່ານນຶ່ງຜູ້ຂໍສງວນຊື່ ແລະ ຕຳແໜ່ງ ກ່າວຕໍ່ເອເຊັຽເສຣີ ໃນວັນທີ 15 ກົກກະຣາ ວ່າ:
"ເປັນບັນຫາທີ່ວ່າ, ຕາຍແທ້ໂຕນປາຍ, ລັກສນະມັນຟູຂຶ້ນແລ້ວເຂົາໄປຕັກເອົາ, ເພາະມັນໜາວນີ້ແຫຼະ, ຕາມທີ່ເຮົາໄປເບິ່ງບໍ່ມີ ສານເຄມີອື່ນໆດອກ, ບັນຫາທີສອງ ນ້ຳເນົ່າ ນ້ຳມັນຂັງ ໄວ້, ເຂົາກໍບໍ່ປ່ອຍເດ້, ປ່ອຍຫຼາຍບໍ່ມີນ້ຳໃຊ້ໃນເຂື່ອນ, ມາຖືກຜົນກະທົບ ຍ້ອນປາມັນຕາຍ."
ທ່ານກ່າວຕື່ມວ່າ, ເຈົ້າໜ້າທີ່ກ່ຽວຂ້ອງ ກໍໄດ້ລົງກວດກາແລ້ວ, ແລະແກ້ໄຂໂດຍໃຫ້ທາງເຂື່ອນນ້ຳຄານ2 ປ່ອຍນ້ຳເຂື່ອນ, ໃຫ້ນ້ຳເນົ່າ ຕາມທັມມະຊາດ ທີ່ອັ່ງຢູ່ນັ້ນໄຫຼອອກໄປ, ເຊິ່ງກໍບໍ່ໄດ້ມີຜົນກະທົບ ຕໍ່ທັມມະຊາດ:
"ໄທເຮົາລົງໄປແກ້ໄຂ ຕິດຕາມເບິ່ງຫັ້ນ, ດຽວນີ້ມັນກະບໍ່ຕາຍແລ້ວ, ກະຢູ່ກັນເປັນປົກກະຕິແລ້ວ, ບໍ່ເປັນຫຍັງແລ້ວ ທາງໄຟຟ້າໄດ້ ປ່ອຍນ້ຳອອກໜ້ອຍນຶ່ງ, ເພື່ອໃຫ້ນ້ຳເນົ່າອອກ, ເອົານ້ຳຫັ້ນເຂົ້າໃໝ່, ປາກໍບໍ່ເປັນຫຍັງແລ້ວ, ບໍ່ແມ່ນນ້ຳທີ່ລັກສນະ ສານເຄມີຫັ້ນນ່າ, ປ່ອຍອອກແລ້ວນ້ຳກະລະລາຍໄປທັມມະດາຊື່ໆ."
ເຈົ້າໜ້າທີ່ເຂື່ອນນ້ຳຄານ 2 ແຂວງຫລວງພະບາງ ທ່ານນຶ່ງກ່າວວ່າ, ເຈົ້າໜ້າທີ່ກ່ຽວຂ້ອງໄດ້ລົງໄປກວດແລ້ວ, ພົບວ່າປາຕາຍຍ້ອນ ນ້ຳເຢັນ:
"ປາຕາຍ ຢູ່ເຂື່ອນນ້ຳຄານ 2 ຫັ້ນ, ເມື່ອກ່ອນທາງເມືອງກັບສິ່ງແວດລ້ອມຂອງເມືອງ, ເພິ່ນກະໄດ້ໄປກວດກາເນາະ, ເອົານ້ຳໄປ ກວດກາຄຸນນະພາບຢູ່ວຽງ, ຜົນຂອງມັນກະບໍ່ໄດ້ມີ ຫຍັງໜ້າວິຕົກ, ມັນມີແຕ່ເລື່ອງ ປາທົນເຢັນບໍ່ໄດ້, ມັນນອກນ້ຳບໍ່ມີສານເຄມີ ຫຍັງ, ດຽວກະກຽມນ້ຳໄວ້ຊ້ວງແລ້ງ, ໃຫ້ມີນ້ຳຈົນຮອດເດືອນ 5 ເດືອນ 6 ພຸ້ນເດ້ນີ້ນະ."
ຊາວບ້ານ ເຂດບ້ານດັ່ງກ່າວ, ວ່າ ລັກສນະການຕາຍຂອງປາ ກໍຄ້າຍວ່າ, ຖືກໄຟຊ໊ອດ ແລະ ກໍຟູຂຶ້ນມາ, ຄາດວ່າແມ່ນອາກາດ ໜາວເຢັນເກີນໄປ ເພາະປີນີ້ໜາວແຮງແຕ່ເຫັນ ເຈົ້າໜ້າທີ່ ກວດກາກັນຢູ່.
"ລັກສນະມັນຟູຂຶ້ນ, ແບບປາ ເຮົາຂໍອົດຢູ່ໃນເຂື່ອນຫັ້ນນ່າ, ມັນປີນຂຶ້ນແລ້ວ, ເຂົາກະເອົາບ່ວງໄປຕັກຕັກ, ເປັນແນວນັ້ນນ່າ, ຕາຍຍ້ອນໜາວ ຫຼື ຕາຍຈັ່ງໃດກະບໍ່ຮູ້ນ່າ ມັນຢູ່ວັງໃຫຍ່ ຢູ່ໂຕເຂື່ອນຫັ້ນນ່າ, ເປັນປາຄົມຫັ້ນ ປາຮຽນຫັ້ນນາ ຊນິດແນວຫັ້ນ."
ຊາວບ້ານ ອີກທ່ານນຶ່ງ ກໍເວົ້າວ່າ, ຜ່ານມາກໍມີເຈົ້າໜ້າທີ່ມາກວດຢູ່, ເຫັນວ່າ ປາບາງໂຕກະຕາຍ ບາງໂຕກໍຍັງບໍ່ຕາຍ, ຊາວບ້ານ ກໍໄປຕັກເອົາມາກິນ ບາງຄົນກະເອົາມາຂາຍຕລາດ ເຊິ່ງກໍມີປາຫຼາຍຊນິດ:
"ພາກສ່ວນທີມງານເຂົາ, ກໍມາຕັກນ້ຳມາວິຈັຍ ລັກສນະ ປາກໍອອກເປັນບ່ອນນ່າ ພໍຟູອອກເຂົາເອົາມອງອັດ, ເອົາແຫປົກຫັ້ນນ່າ, ໄປຊື້ນຳເຂົາຊື່ໆ ປາສູດນີ້ກະໂລ 10 ພັນ ປາປາກ ໂລ 15 ພັນ ປາເຂັງ ໂລ 50 ພັນ."
ກ່ຽວກັບເລື່ອງດັ່ງກ່າວ ເຈົ້າໜ້າທີ່ກ່ຽວຂ້ອງ ກໍໄດ້ແກ່ໄຂແລ້ວ, ທຸກຢ່າງເປັນປົກກະຕິ, ຫາກອາກາດໜາວເຢັນອີກ, ກໍມີໂອກາດທີ່ ປາຈະຕາຍໄດ້, ແຕ່ປັດຈຸບັນອາກາດເລີ່ມອຸ່ນຂຶ້ນແລ້ວ.
ເຂື່ອນໄຟຟ້ານ້ຳຄານ2, ເລີ່ມກໍ່ສ້າງມາແຕ່ປີ 2011 ມູນຄ່າກໍ່ສ້າງປະມານ 300 ລ້ານໂດລາ, ແລະເປີດໃຊ້ລະຫວ່າງ 2016, ສ້າງ ໂດຍບໍຣິສັດ Sino-hydro ຂອງຈີນ ຜລິດໄຟຟ້າ ໄດ້ປະມານ 126 ເມກາວັດ ແຕ່ຜ່ານມາ, ກໍບໍ່ສາມາດຜລິດໄຟຟ້າໄດ້ເຕັມສ່ວນ ເນື່ອງຂາກນ້ຳແຫ້ງ ໂດຍສະເພາະ ໃນລະດູແລ້ງ ເຂື່ອນມີການກັກເກັບນ້ຳໄວ້.