ເສືອ ຢູ່ປ່າສງວນຍັງຖືກລ້າ
ເສືອ ຢູ່ໃນປ່າ ສງວນແຫ່ງຊາດ ນໍ້າແອດ ພູເລີຍ ແຂວງຫົວພັນ ຍັງຖືກລ້າ ສ່ຽງຕໍ່ການສູນພັນ.
-
ໄຊຍາ
2019-10-31 -
-
-
Your browser doesn’t support HTML5 audio
Jeremy Hance ນັກຂ່າວອິສຣະ ດ້ານສິ່ງແວດລ້ອມ ແລະ ອານຸຮັກສັດປ່າ ຣາຍງານເມື່ອວັນທີ 28 ຕຸລາ 2019 ວ່າເສືອຖືກນາຍພານ ລ້າ ໃນປ່າສງວນແຫ່ງຊາດ ນໍ້າແອດ-ພູເລີຍ ແຂວງຫົວພັນ ໂດຍເສືອໂຕຖືກລ້າຕາຍ ຢ່າງທໍຣະມານ ຍ້ອນເສັຽເລືອດ ຫຼາຍ. ຕໍ່ກໍຣະນີ ດັ່ງກ່າວ ເຈົ້າໜ້າທີ່ປ່າສງວນແຫ່ງຊາດ ນໍ້າແອດ-ພູເລີຍ ໄດ້ໃຫ້ສັມພາດ ຕໍ່ນັກຂ່າວເອເຊັຽເສຣີ ໃນວັນທີ 30 ຕຸລາ ວ່າ.
"ໂອ້ຍ! ເສືອມັນກໍໄດ້ຍິນຂ່າວມາແຕ່ດົນວ່າ ແຕ່ວ່າອ້າຍນ້ອງເຮົາໄປ ສຳຣວດວ່າມີຮອຍ ຈັກສົງໃສຢູ່ຮອຍເສືອ ຫຍັງເຂົາເຈົ້າເຫັນຫັ້ນນ່າ ຫວ່າງແລ້ວນີ້ວ່າເຫັນ ຮອຍຕີນເສືອນີ້ວ່າຊັ້ນ ມັນກໍບໍ່ແນ່ນອນ ແມ່ນຫຍັງບໍ່ເຫັນອ້າຍນ້ອງເຂົາຣາຍງານວ່າ ເຫັນເປັນ ໂຕສັດຫັ້ນນ່າ."
ທ່ານກ່າວຕື່ມວ່າ ໃນຣະຫວ່າງ ປີ 2012-2013 ຜ່ານມານັ້ນໄດ້ພົບຮອຍຕີນເສືອ ຫຼັງຈາກນັ້ນມາ ກໍບໍ່ເຫັນອີກເລີຍ ສ່ວນວ່າຈະຖືກລ້າ ກໍບໍ່ສາມາດເວົ້າໄດ້ ເພາະບໍ່ມີຫຼັກຖານຈະແຈ້ງ ແລະ ບໍ່ເຄີຍພົບເຫັນຊາກສົບເສືອມາກ່ອນ ມີແຕ່ສັດປ່າສງວນ ແລະ ສັດປ່າຫວງຫ້າມ ຊນິດອື່ນໆ ທີ່ຊາວບ້ານລ້າມາຂາຍຢູ່ຕລາດ.
ໃນຂນະທີ່ເຈົ້າໜ້າທີ່ປ່າສງວນ ນໍ້າແອດ-ພູເລີຍ ອີກທ່ານນຶ່ງໄດ້ໃຫ້ສັມພາດ ຕໍ່ນັກຂ່າວ ເອເຊັຽເສຣີວ່າ ກຸ່ມນາຍທຶນ ໃນປະເທດ ແລະ ຕ່າງປະເທດ ຕົວະຍົວະໃຫ້ຊາວບ້ານໃນເຂດ ນັ້ນໄປລັກລ້າສັດ ມາຂາຍໃຫ້, ປັຈຈຸບັນພວກເຮົາພຍາຍາມສະກັດກັ້ນ ແລະ ປາບປາມຢູ່:
"ມັນມີຜູ້ສນັບສນູນ ຄືພໍ່ຄ້າຊາວຂາຍແນ່ ຍົວະໃຫ້ຊາວບ້ານ ຍົວະໃຫ້ຜູ້ລ້າຫັ້ນນ່າ ມັນເປັນແນວນີ້ ມັນກ່ຽວພັນກັນແນວນນີ້ ຖ້າວ່າເຮົາສິ ກວດກາ ລາດຕາເວັນແມ່ນເຮົາ ໃຊ້ທະຫານເນາະ ຕຳຣວດກຸ່ມບ້ານ ຊ່ອຍມີຄວາມສ່ຽງເດ້ ທາງເຮົາມັນມີສັດຮ້າຍ ຫຼາຍເດ້ ມີໂຕຊ້າງ."
ທ່ານ Edwin Wiek ເຈົ້າໜ້າທີ່ ມູລນິທິ ປ້ອງກັນຊ່ອຍເຫຼືອ ແລະ ຟື້ນຟູສັດປ່າ ໃນເຂດເອເຊັຽ ປະຈຳໄທ ໃຫ້ສັມພາດ ຕໍ່ນັກຂ່າວເອເຊັຽ ເສຣີວ່າ, ຣັຖບານຄວນເກັບກຳຂໍ້ມູນເສືອ ໃນ ປະເທດລາວ ໃຫ້ຣະອຽດຖ້າພົບເຫັນຊາກເສືອ ຖືກຂາຍໃນຕລາດມືດ ຈະສາມາດຣະບຸໄດ້ ເຖິງທີ່ມາ.
"ສລຸບແລ້ວວ່າ ຖ້າເຂົາບໍ່ພ້ອມທີ່ຈະເປີດສູນເສືອ ທັງໝົດ ທີ່ຣັຖບານໄດ້ ຕົກລົງໄວ້ ຢ່າງນ້ອຍກໍມາກວດສອບເສືອໂຄ່ງ ທຸກໂຕເກັບ ດີເອັນເອ ທຸກໂຕ ແລ້ວກໍຖ່າຍ ຮູບທຸກໂຕ ຖ້າພົບເສືອໂຄ່ງ ໃນຕລາດມືດ ຈຶ່ງຈະສາມາດພິສູດໄດ້ ວ່າມາຈາກໃສ ແລ້ວກໍອ້າງວ່າ ບໍ່ມີງົປເຮັດບໍ່ໄດ້, ແທ້ຈິງແລ້ວມັນເຮັດໄດ້."
ທ່ານກ່າວຕື່ມວ່າປັຈຈຸບັນ ເສືອ ໃນລາວຫລຸດລົງຢ່າງໜ້າເປັນຫ່ວງ ແລະ ອາດຈະສູນພັນໃນບໍ່ຊ້າ ຖ້າຍັງມີການລ້າເສືອ ແລະ ບໍ່ບັງຄັບ ໃຊ້ກົດໝາຍຄຸ້ມຄອງ ຢ່າງຈິງຈັງ ປັຈຈຸບັນເສືອໃນປ່າ ຂອງລາວມີບໍ່ເຖີງ 5 ໂຕ ເຊິ່ງພົບເຫັນຢູ່ເຂດປ່າສງວນແຫ່ງຊາດ ພູແດນດິນແຂວງ ຜົ້ງສາລີ ເທົ່ານັ້ນ.