ຊາວເມືອງຈໍາພອນກໍາລັງ ລໍາບາກ
2014.08.12
ເຈົ້າຫນ້າທີ່ ກ່ຽວຂ້ອງ ເວົ້າວ່າ ປັດຈຸບັນ ຊາວບ້ານ ກວ່າ 4 ພັນ ຄອບຄົວ ໃນ 58 ບ້ານ ຢູ່ເມືອງ ຈຳພອນ ແຂວ ງສວັນນະເຂດ ຜູ້ທີ່ໄດ້ ຮັບຜົລກະທົບ ຈາກນ້ຳຖ້ວມ ເມື່ອທ້າຍເດືອນ ຜ່ານມາ ຫາ ຕົ້ນເດືອນນີ້ ຍັງລໍຖ້າ ຄວາມຊ່ອຍເຫລືອ ຈາກທາງການ ຢູ່.ຍ້ອນ ນ້ຳຖ້ວມນາ ແລະ ບ້ານເຮືອນ ໄດ້ຮັບ ຄວາມເສັຽຫາຍ.
"ໃນ 58 ບ້ານ ມີຈຳນວນ ຄອບຄົວ ຖືກນ້ຳຖ້ວມ 4,077 ຄອບຄົວ ມີຈຳນວນຄົນຢູ່ 25,321 ຄົນ ນີ້ ແຕ່ການ ຖ້ວມບ້ານມັນ ມີຢູ່ 9 ບ້ານ ແຕ່ວ່າ ມັນກໍບໍ່ ໄດ້ຖ້ວມຫມົດ ຂື້ນເຮືອນ ດອກ ໂຕນີ້ ຢູ່ໃນກາງ ບ້ານນ້ຳ ກະປະມານ 50 ເຊັນ ຫລືວ່າ 60-70 ເຊັນ ນີ້ແຫລະ".
ນາງວ່າ ປັດຈຸບັນ ເຈົ້າຫນ້າທີ່ ກະສິກັມ ແລະ ພາກສ່ວນທີ່ ກ່ຽວຂ້ອງ ກຳລັງ ເກັບກຳ ຄວາມເສັຽຫາຍ ໃນທົ່ງໄຮ່ ທົ່ງນາ ແລະ ພືດພັນ ຜົລປູກ ຂອງ ປະຊາຊົນ ຄາດວ່າ ຈະໃຊ້ ເວລາ ຫລາຍ ພໍສົມຄວນ ຈື່ງຈະສລຸບ ຜົລ ເສັຽຫາຍໄດ້ ແລະ ຈະສເນີ ໄປຍັງແຂວງ ເພື່ອ ຂໍການ ຊ່ອຍເຫລືອ.
ນາງເວົ້າວ່າ ໃນ ຣະຍະນີ້ ຣະດັບນ້ຳ ເຊບັ້ງໄຟ ໄດ້ຫລຸດລົງ ແດ່ແລ້ວ ແທກໄດ້ ປະມານ 7 ແມັດ 97 ຊັງຕີແມັດ ແລະ ຄາດວ່າ ຈະ ຫລຸດລົງອີກ ແລະ ໃນເຂດ ບ້ານເຮືອນ ຂອງ ປະຊາຊົນ ກໍ ແຫ້ງແດ່ແລ້ວ ເຫລືອແຕ່ ນ້ຳຂັງ ຢູ່ບາງພື້ນທີ່.
ພັຍນ້ຳຖ້ວມ ເທື່ອນີ້ ເຮັດໃຫ້ນາເຂົ້າ ຂອງ ປະຊາຊົນ ເສັຽຫາຍ ເຖີງ 70-80 % ໃນເນື້ອທີ່ ກວ່າ 4 ພັນ ເຮັກຕາ ສ່ວນສັດລ້ຽງ ຂອງ ຊາວບ້ານ ກໍຖືກຕ້ອນ ໄປໃວ້ທີ່ສູງ ເພື່ອຄວາມ ປອດພັຍ.