ໂຕແທນອົງການຈັດຕັ້ງ ພປລ ເຂົ້າຮ່ວມ COP26
ກອງປະຊຸມສຸດຍອດ ຂອງສະຫະປະຊາຊາດ ກ່ຽວກັບການປ່ຽນແປງ ຂອງດິນຟ້າອາກາດຄັ້ງທີ 26 ໄດ້ພິຈາຣະນາ ແລະຕົກລົງ ຫຼາຍບັນຫາ ທີ່ພົວພັນກັບຄວາມຢູ່ລອດ ຂອງຊາວໂລກ ໂດຍລາວສົ່ງໂຕແທນເຂົ້າຮ່ວມ ແລະຮັບຮູ້ເຖິງພັຍຄຸກຄາມ ດ້ານສິ່ງແວດລ້ອມ.
-
ຈຳປາທອງ
2021-11-16 -
-
-
Your browser doesn’t support HTML5 audio
ກອງປະຊຸມສຸດຍອດ ຂອງສະຫະປະຊາຊາດ ກ່ຽວກັບການປ່ຽນແປງ ຂອງດິນຟ້າອາກາດ ຄັ້ງທີ 26 ຫຼື ກອງປະຊຸມ COP26 ໄດ້ຖືກຈັດຂຶ້ນຢູ່ນະຄອນກລາສໂກວ໌ (Glasgow, Scotland) ປະເທດສະຫະຣາຊອານາຈັກ ແຕ່ມື້ວັນທີ 31 ຕຸລາ ຫາວັນທີ 12 ພຶສຈິກາ 2021 ນີ້. ມີຄະນະຜູ້ແທນ 197 ປະເທດ ຊຶ່ງໃນນັ້ນມີຜູ້ນໍາຫຼາຍກວ່າ 120 ປະເທດເຂົ້າຮ່ວມ.
ສໍາລັບ ສປປ ລາວ ກໍມີຄະນະຜູ້ແທນເຂົ້າຮ່ວມ ຊຶ່ງນໍາໂດຍ ຍານາງ ບຸນຄໍາ ວໍລະຈິດ ຣັຖມົນຕຣີກະຊວງຊັພຍາກອນທໍາຊາດ ແລະສິ່ງແວດລ້ອມ. ໃນວາຣະກອງປະຊຸມຣະດັບຣັຖມົນຕຣີ ຍານາງ ໄດ້ມີຄໍາເຫັນວ່າ ຣັຖບານ ສປປ ລາວ ໄດ້ໃຫ້ຄວາມສໍາຄັນ ແລະແກ້ໄຂບັນຫາ ການປ່ຽນແປງຂອງດິນຟ້າອາກາດ ຊຶ່ງເປັນພັຍຂົ່ມຂູ່ຕໍ່ການພັທນາເສຖກິດ-ສັງຄົມຂອງຊາດ ແລະໄດ້ເອົາວຽກງານດັ່ງ ກ່າວ ເຂົ້າໃນແຜນພັທນາເສຖກິດ-ສັງຄົມ 5 ປີ, ຍຸທສາດການເຕີບໂຕ ສີຂຽວແຫ່ງຊາດ ຮວມທັງການຍົກຣະດັບ ຄາດໝາຍສູ້ຊົນ ຂອງແຜນງານແຫ່ງຊາດ ເພື່ອປະກອບສ່ວນເຂົ້າໃນການແກ້ໄຂ ບັນຫາການປ່ຽນແປງຂອງດິນຟ້າອາກາດ Nationally Determined Contributions (NDCs) ອັນເປັນການປະຕິບັດສັນຍາປາຣີສ໌ ເພື່ອຫລຸດ ຜ່ອນການປ່ອຍ ແລະເພີ່ມການດູດຊັບອາຍພິດເຮືອນແກ້ວ ໃຫ້ເປັນ 0 ໃນປີ 2050 ແລະເປົ້າໝາຍຫລຸດຜ່ອນອາຍພິດ ເຮືອນແກ້ວໃຫ້ໄດ້ 60% ພາຍໃນ ປີ 2030 ດັ່ງທີ່ທ່ານ ພັນຄຳ ວິພາວັນ ນາຍົກຣັຖມົນຕຣີ ໄດ້ກ່າວຕໍ່ກອງປະຊຸມສະມັດຊາໃຫຍ່ສະຫະປະຊາຊາດ ສະໄໝທີ 76 ໃນມື້ວັນທີ 25 ກັນຍາ 2021.
ກ່ອນໜ້ານັ້ນ ຄືໃນມື້ວັນທີ 6 ຕຸລາ 2021 ກະຊວງສາທາຣະນະສຸຂ ກໍໄດ້ອອກຖແລງຂ່າວ ວ່າ ໄດ້ດໍາເນີນບາດກ້າວທີ່ຈະເປັນສ່ວນນຶ່ງ ຂອງຂໍ້ລິເລີ່ມໂຄງການ ສາທາຣະນະສຸຂຂອງ COP26 ນັ້ນ. ດຣ. ສະໜອງ ທອງຊະນະ ຮອງຣັຖມົນຕຣີກະຊວງດັ່ງກ່າວເວົ້າວ່າ “ສປປ ລາວ ມີຄວາມສ່ຽງສູງຕໍ່ການປ່ຽນແປງ ຂອງດິນຟ້າອາກາດ ແລະຄວາມສ່ຽງດ້ານສຸຂພາບທີ່ກ່ຽວຂ້ອງ ຮວມທັງ ໂຣກທີ່ເກີດຈາກນໍ້າ ແລະພາຫະນະນໍາໂຣກທີ່ເພິ່ມຂຶ້ນ ແລະຜົລກະທົບດ້ານສຸຂພາບຈາກສະພາບອາກາດ.
ແຕ່ເຖິງຢ່າງໃດກໍຕາມ ອີງຕາມຄໍາເວົ້າຂອງ ດຣ. ບຸນທອນ ຈັນທະລາວົງ ວີເຊີ ປະທານອົງການພັນທະມິດເພື່ອປະຊາທິປະໄຕໃນລາວ ທີ່ມີສູນກາງຢູ່ປະເທດເຢັຍຣະມັນ ແລ້ວແມ່ນວ່າ ໃນກອງປະຊຸມຄັ້ງນີ້ ຣັຖບານລາວບໍ່ໄດ້ຈັດບ່ອນວາງສະແດງ ຄືກັນກັບປະເທດອື່ນໆ:
“ໃນກອງປະຊຸມ COP ຄັ້ງທີ 26 ຢູ່ກລາສໂກວນີ້ ບໍ່ເຫັນການຕັ້ງເພິ່ນຮ້ອງວ່າ ບ່ອນຫ້ອງໂຊ ແຕ່ລະປະເທດຂະເຈົ້າຈະຈັດ ແລະກະອະທິບາຍ ລາຍການ ໂຄງການຕ່າງໆ.”
ໃນຂະນະທີ່ ກອງປະຊຸມພາກຣັຖ ດໍາເນີນຢູ່ນັ້ນ ກໍມີກອງປະຊຸມພາກປະຊາຊົນ, ມີການເດີນຂະບວນປະທ້ວງຂອງຕົວແທນນັກເຄື່ອນໄຫວ ເພື່ອປົກປ້ອງທັມມະຊາດ ແລະສິ່ງແວດລ້ອມ, ນັກເຄື່ອນໄຫວ ເພື່ອປະຊາທິປະໄຕ ຈາກທຸກມູມໂລກ ຊຶ່ງໃນນັ້ນກໍມີຄະນະຜູ້ແທນ ອົງການພັນທະມິດ ເພື່ອປະຊາທິປະໄຕໃນລາວ (ພປລ) ອັນມີ ດຣ. ບຸນທອນ ຈັນທະລາວົງ-ວີເຊີ, ດຣ. ໂຈຊົວ ກຸບເປີ ຜູ້ອໍານວຍການ ສະຖາບັນສິດທິມະນຸດ ຮ່າວາຍ, ທີ່ປຶກສາ ພປລ ແລະທ່ານ ມາໂກສ ວີເຊີ ຜູ້ບໍຣິຫານຫ້ອງການສູນກາງ ພປລ ເຂົ້າຮ່ວມ. ດຣ. ບຸນທອນ ກ່າວຕໍ່ວິທຍຸເອເຊັຍໃນມື້ວັນທີ 13 ພຶສຈິກາ ນີ້ເຖິງການເຂົ້າຮ່ວມ ກອງປະຊຸນັ້ນວ່າ ມີ 2 ພາກ:
“ພາກນຶ່ງແມ່ນະາກຣັຖບານ ແລະພາກສ່ວນນຶ່ງແມ່ນພາກ ຂອງປະຊາຊົນ. ສໍາລັບພວກເດຮົາ ໄດ້ເຂົ້າຮ່ວມໃນນາມ ພາກປະຊາຊົນຫຼືວ່າອົງການ ບໍ່ຂຶ້ນກັບຣັຖບານ ໃນນັ້ນພວກເຮົາກະໄດ້ເຂົ້າຮ່ວມ ອີແວັ້ນຫຼືວ່າກອງປະຊຸມຕ່າງໆ ຊຶ່ງມີການຄົ້ນຄວ້າ ບັນຫາຂອງໂລກຮ້ອນ ມັນມີພັຍພິບັດຫຍັງແດ່ ໂຄງການທີ່ຈະແກ້ໄຂບັນຫາ ບັນຫາໂລກຮ້ອນມີຫຍັງແດ່ ນອກຈາກນັ້ນກໍແມ່ນກອງປະຊຸມ ທີ່ຄົ້ນຄວ້າເຣື່ອງເພື່ອສ້າງກົດໝາຍໃໝ່ ຂອງໂລກໃນການປົກປ້ອງທັມຊາດ ສະກັດກັ້ນບໍ່ໃຫ້ໂລກຮ້ອນ. ພ້ອມກັນນັ້ນ ພວກເຮົາຍັງໄດ້ຈັດຊາຍອິແວັນ ຫຼືວ່າກອງປະຊຸມຂ້າງຄຽງຂຶ້ນ 2 ຄັ້ງເພື່ອຣາຍງານເຈາະຈົງກະແມ່ນ ເລັ່ງໃສ່ບັນຫາການຕັດໄມ້ທໍາຣາຍຍປ່າຢູ່ໃນລາວ ແລະກະບັນຫາການສ້າງເຂື່ອນບໍ່ມີຂອບເຂດ ຊຶ່ງມີການສ້າງຕິດໆ ປັດຈຸບັນນີ້ສ້າງມາໄດ້ 86 ເຂື່ອນແລະກໍາລັງສິສ້າງໃນຊຸມປ່ີຕໍ່ມາໃຫ້ໄດ້ 100 ເຂື່ອນ ບັນຫາໃຫຍ່ທີ່ສຸດກໍແມ່ນອິດທິພົນ ເສຖກິດຂອງຈີນ ທີ່ວ່າສ້າງເຂື່ອນທາງພາກເໜືອຂອງແມ່ນໍ້າຂອງ ຢູ່ໃນເຂດປະເທດຈີນ ຍັງບໍ່ພໍ ຍັງມາສ້າງ ຢູ່ໃນປະເທດລາວ ຮ່ວມກັບຣັຖບານ ທີ່ຜະເດັດການ ຣັຖບານ ເປັນຣັຖບານທີ່ວ່າສໍ້ກົງນັ້ນ. ສະນັ້ນກໍໄດ້ສເນີຢູ່ໃນ ກອງປະຊຸມວ່າເຫັນວ່າ ເຫັນພ້ອມແລະມີຄວາມຈໍຊາເປັນທີ່ຈະຕ້ອງ ສ້າງກົດໝາຍໃໝ່ຂອງໂລກ ໃນການປົກປ້ອງທັມຊາດ ຄືສະກັດກັ້ນບໍ່ໃຫ້ປະເທດໃດນຶ່ງ ເຂົ້າໄປທໍາລາຍປະເທດອື່ນແບບຕາມໃຈມັກ:”
ເວົ້າເຖິງການປະທ້ວງ ດຣ. ບຸນທອນ ກໍກ່າວວ່າ ໄດ້ເຂົ້າຮ່ວມ:
“ພວກເຮົາໄດ້ເຂົ້າຮ່ວມ ການເດີນຂະບວນປະທ້ວງ ຢູ່ທີ່ກລາສໂກ 2 ຄັ້ງເປັນການປະທ້ວງທີ່ຍິ່ງໃຫຍ່ ປາກົດວ່າປະຊາຊົນຊາວໂລກນີ້ ເອົາໃຈໃສ່ທີ່ສຸດໃນການ ທີ່ຕ້ອງການມໃຫ້ແກ້ໄຂ ບັນຫາໂລກຮ້ອນ ມີຜູ້ເຂົ້າຮ່ວມມາຈາກທົ່ວໂລກ ມາປົກປ້ອງຕໍ່ສູ້ໂລກຮ້ອນ ມາຕໍ່ວ່າຕໍ່ຂານເຣື່ອງມີການ ຣະເມີດສິດທິມະນຸດ ຢຽບຍໍ່າສິດທິປະຊາຊົນ ປະຊາຊົນບໍ່ມີໂອກາດ ລຸກຂຶ້ນມາຕໍ່ສູ້ ປົກປ້ອງສິດທິຂະເຈົ້າໄດ້ ປົກປ້ອງທັມຊາດໄດ້ ໂດຍສະເພາະຢູ່ໃນລາວ ປະຊາຊົນບໍ່ມີສິດທິ ໃນການປາກເວົ້າ ໃນການສະແດງຄວາມຄິດເຫັນ. ຜູ້ກໍາອໍານາດ ເພິ່ນກະສນຸກແຕ່ສິທໍາລາຍທັມຊາດ ຕັດໄມ້ທໍາລາຍປ່າ ສ້າງ້ຂື່ອນຕາມໃຈມັກ.”
ກອງປະຊຸມຄັ້ງນີ້ ພະຍາຍາມຫາວິທີ ປະຕິບັດທຸກຢ່າງ ເພື່ອບໍ່ໃຫ້ໂລກຮ້ອນສູງຂຶ້ນເປັນ 1.5 ອົງສາເຊນຊຽສ ຊຶ່ງໃນນັ້ນຕ້ອງໄດ້ຫລຸດຜ່ອນ ການປ່ອຍອາຍພິດເຮືອນແກ້ວ ຫຼືແກສກາບອນໄດອ໊ອກໄຊ ແລະແກສມີແທນ ແລະເຊົາການຕັດໄມ້ທຳລາຍປ່າ. ມີ 100 ປາຍປະເທດ ຮວມທັງ ບຣາຊິນ ຊຶ່ງເປັນປະເທດ ທີ່ມີການຕັດໄມ້ຫຼາຍາຍ ໃຫ້ຄໍາໝັ້ນວ່າ ຈະຍົກເລີກການຕັດໄມ້ ທໍາລາຍປ່າພາຍໃນປີ 2030. ແຕ່ສໍາລັບ ສປປລາວ ຫຼາຍາຍຄົນເວົ້າວ່າ ຍັງຈະຕັດໄມ້ທໍາລາຍປ່າຢູ່ຕໍ່ໄປ, ມີການສໍ້ຣາດບັງຫຼາຍວງ, ບໍ່ສົນນໍາວ່າສິ່ງແວດລ້ອມໃນລາວ ຈະຖືກທໍາລາຍຫຼາຍາຍ ຫຼືໜ້ອຍ ເຖິງແມ່ນວ່າຈະມີຄໍາສັ່ງ ເລກທີ 15/ນຍ ວ່າດ້ວຍການ ເພີ່ມທະວີຄວາມເຂັ້ມງວດໃນການຄຸ້ມຄອງ ແລະກວດກາການຂຸດຄົ້ນໄມ້, ການເຄື່ອນຍ້າຍໄມ້ ແລະທຸຣະກິດໄມ້ກໍຕາມ:
“ສປປ ລາວ ມັນແມ່ນບັນຫາໃຫຍ່ ໃນການຕັດໄມ້ທໍາລາບປ່າ ໃນການສ້າງເຂື່ອນ ທາງການສປປລາວຫັ້ນພະຍາຍາມຕົວະປະຊາຊົນລາວ ກົດໝາຍທີ່້ພິ່ນຂຽນຢູ່ໃນສປປລາວນີ້ ຂຽນຂຶ້ນມາກະມີແຕ່ຢູ່ໃນເຈັ້ຽໃນສໍ ເພິ່ນບໍ່ມີການປະຕິຍັດ ບົດສລຸບຂອງສະຫະປະຊາຊາດ ທີ່ສລຸບສະພາບຢູ່ໃນລາວກ່ຽວກັບ ທີ່ເອີ້ນວ່າ LNC ເພິ່ນກະໄດ້ສລຸບວ່າ ຢູ່ໃນສປປລາວຫັ້ນ ທາງການລາວກັ້ນບໍ່ໄດ້ມີການລົງພາກປະຕິບັດຕົວຈິງ ໃນການສະກັດກັ້ນການຕັດໄມ້ທໍາລາຍປ່າ ບໍ່ມີການຄວບຄຸມ ການບໍຣິຫານການປະຕິບັດຕົວຈິງ ບໍ່ມີການເອົາໃຈໃສາຈິງຈັງໃນການແກ້ໄຂ.”
ໃນຂໍ້ຕົກລົງໃໝ່ ທີ່ເອີ້ນວ່າ ສົນທິສັນຍາກລາສໂກວວ່າດ້ວຍດິນຟ້າອາກາດ ຫຼືເວົ້າອີກຢ່າງນຶ່ງວ່າ ອະນຸສັນຍາທີ່ມີເປົ້າໝາຍປ້ອງກັນ ການປ່ຽນແປງ ຂອງສະພາບດິນຟ້າອາກາດ ທີ່ເປັນອັນຕລາຍ ຊຶ່ງມີຜູ້ນໍາ 128 ປະເທດ ໄດ້ລົງນາມ. ສ່ວນໃຫຍ່ເປັນປະເທດພັທນາ ທີ່ປ່ອຍມົນລະພິດຫຼາຍ. ໃນຂໍ້ຕົກລົງສຸດທ້າຍນີ້ລະບຸຢ່າງຈະແຈ້ງວ່າ ຖ່ານຫີນ, ນໍ້າມັນເຊື້ອເພີງ ຫຼື ແກສ ຫຼືແມ່ນແຕ່ເຊື້ອເພີງຟອສຊິສ (fossil fuels) ຊຶ່ງເປັນສ່ວນໃຫຍ່ທີ່ສຸດທີ່ເຮັດໃຫ້ສະພາບ ດິນຟ້າອາກາດທີ່ເປັນອັນຕລາຍ ຫຼາຍຂຶ້ນ ຊຶ່ງກ່ອນໜ້ານັ້ນຂໍ້ຕົກລົງ COP ບໍ່ໄດ້ເວົ້າເຖິງ. ຂໍ້ຕົກລົງກລາສໂກວ໌ນີ້ ເປັນຂໍ້ຕົກລົງ ດ້ານສະພາບອາກາດຄັ້ງທໍາອິດ ທີ່ມີແຜນຈະຫລຸດການໃຊ້ ຖ່ານຫິນເປັນພະລັງງານຢ່າງຈະແຈ້ງ. ມີຫຼາຍກວ່າ 40 ປະເທດໃຫ້ຄໍາໝັ້ນ ທີ່ຈະບໍ່ໃຊ້ຖ່ານຫິນ ແຕ່ສໍາລັບ ສປປລາວ ດຣ. ບຸນທອນ ເຫັນວ່າ ຍັງໃຫ້ຈີນຂຸດຄົ້ນ ແລະໃຊ້ຖ່ານຫິນຢູ່:
“ໃນກອງປະຊຸມດັ່ງກ່າວ ຣັຖບານປະເທດຕ່າງໆ ກໍຕົກລົງກັນໄດ້ສ່ວນໃມດສ່ວນນຶ່ງ ຄືມື້ວານນີ້ ຫລຸດຜ່ອນຫຼືວ່າສະກັດກັເນ ການໃຊ້ພະລັງງານຖ່ານກຫິນ ແຕ່ວ່າກົງກັນຂ້າມ ສປປລາວເພິານປ່ອຍໃຫ້ຈີນມາສ້າງຕັ້ງ ບໍຣິສັດຂຸດຄົ້ນຖ່ານຫີນນັບມື້ໜັກຂຶ້ນ.”
ມີ 140 ປະເທດທີ່ໃຫ້ຄໍາໝັ້ນວ່າ ຈະເຮັດໃຫ້ການປ່ອຍອາຍເສັຽ ໃນປະເທດຂອງຕົນເປັນສູນ, ອາຍເສັຍທີ່ວ່ານັ້ນ ກວມເອົາ 90% ຂອງອາຍເສັຍໃນທົ່ວໂລກ. ອະນຸສັນຍາ ວ່າດ້ວຍການຢຸດຕັດໄມ້ ທໍາລາຍປ່າ ທີ່ໄດ້ຖືກຮັບຮອງເອົາຢູ່ໃນກອງປະຊຸມ ປະກົດວ່າ ສປປລາວ ບໍ່ໄດ້ລົງນາມ:
“ທາງການສປປລາວນີ້ບໍາຍອມເຊັນ ຫຼືບໍ່ກ້າເຊັນກໍຍ້ອນວ່າ ເພິ່ນປະຕິບັດບໍ່ໄດ້ ເພາະການປົກຄອງຂອງເພິ່ນຫັ້ນ ບໍ່ສາມາດຄວບຄຸມ ການສໍ້ຣາດບັງຫຼາຍວງ ໄດ້ຢ່າງຈິງຈັງ ການປົກຄອງ ມີການຣະເມີດສິດທິມິນຸດ ຢ່າງຮ້າຍແຮງ ເພາະວ່າຫາກເພິ່ນເຊັນສັນຍາໂຕນີ້ ອົງການໂລກຈະເຂົ້າໄປກວດກາ ນໍາໄປຕິດຕາມໄປຜັກດັນເນາະຢູ່ໃນເວທີສາກົນນີ້ເພິ່ນຕົວະ ສາກົລບໍ່ໄດ້ເດ໋ເນາະ ເພາະວ່າເປັດຈຸບັນນີ້ໂລກ ກໍາລັງຈິງຈັງເຄັ່ງຄັດທີ່ສຸດ ແຕ່ລະປິເທດເນາະ ເພິ່ນຈະນໍາເບິ່ງບັນຫາຢູ່ໃນປະເທດນັ້ນ ຈະມີອົງການຈັດຕັ້ງບໍ່ຂຶ້ນກັບຣັຖບານ ແລະການຈັດຕັ້ງຂອງສາກົນນີ້ເຂົ້າໄປກວດກາຢູ່ໃນແຕ່ລະປະເທດອີກ ສໍາລັບພວກເຮົາ ອົງການພັນທະມິດເພື່ອປະຊາທິປະຕັຍໃນລາວ ພວກເຮົາໄດ້ຮ່ວມລົງນາມກັບຜູ້ຮັບຜິດຊອບ ຂອງກອງປະຊຸມ COP26 ນີ້ ວ່າຈະຕ້ອງປະຕິບັດສົນທິສັນຍາ ຂອງສາກົນກໍຄືຂອງສະຫະປະຊາຊາດ ໃນການແກ້ໄຂບັນຫາໂລກຮ້ອນ.”
ກອງປະຊຸມສຸດຍອດ ຂອງສະຫະປະຊາຊາດ ກ່ຽວກັບການປ່ຽນແປງ ຂອງດິນຟ້າອາກາດ ຫຼື COP ຄັ້ງທີ 1 ແມ່ນຖືກຈັດຂຶ້ນຢູ່ກຸງເບີລິນ ປະເທດເຢັຍຣະມັນ ໃນປີ 1995, ຄັ້ງທີ 21 ຖືກຈັກຂຶ້ນຢູ່ກຸງປາຣີສ໌ ປະເທດຝຣັ່ງເສດ ເພື່ອຄວບຄຸມອຸນຫະພູມ ຂອງໂລກ ບໍ່ໃຫ້ເພິ່ມຂຶ້ນເກີນ 1.5 ອົງສາ ຫຼືບໍ່ເກີນ 2 ອົງ ສາ ກ່ອນໂລກຈະຮ້ອນໄປເຖິງລະດັບເປັນພັຍພິບັດ ຕໍ່ພັນພືດທີ່ເປັນອາຫານ ແລະເຂດຮ້ອນເລິ່ມຈະຢູ່ອາ ສັຍບໍ່ໄດ້. ກອງປະຊຸມ COP ຄັ້ງທີ 26 ນີ້ກໍເປັນກອງປະຊຸມຄັ້ງສໍາຄັນ ໃນການແກ້ໄຂບັນຫາຕ່າງໆ ເພາະຄວາມຖີ່ ແລະຄວາມຮຸນແຮງຂອງບັນຫານໍ້າຖ້ວມ, ໄພແລ້ງ ແລະພະຍຸໃນຫຼາຍປະເທດ ຮຸນແຮງຫຼາຍຂຶ້ນ. ສະບາຍດີ.