ໄທຍ ຕຣຽມເຊັນສັນຍາ ຊື້ໄຟຟ້າຈາກ 2 ເຂື່ອນ ໃນລາວ

ໄທຍຕຣຽມລົງນາມ ຊື້ໄຟຟ້າຈາກລາວ ຊຶ່ງແມ່ນເຂື່ອນໄຟຟ້າ ຫຼວງພຣະບາງ ແລະປາກແບງ ພ້ອມດຽວກັນນີ້ ທາງການລາວ ແລະ ບໍຣິສັດ ຜູ້ພັທນາໂຄງການ ໄດ້ຕຣຽມຄວາມພ້ອມ ເມື່ອມີການເຊັນສັນຍາ ຊື້ຂາຍໄຟຟ້າ ຢ່າງເປັນທາງການ ກໍສາມາດດຳເນີນການ ໄດ້ທັນທີ ໃນປີ 2022.

ການກໍ່ສ້າງຂົວ ຂ້າມແມ່ນ້ຳຂອງ ມີຄວາມຄືບໜ້າໄປຫຼາຍແລ້ວ ເພື່ອກະຕຣຽມກໍ່ສ້າງ ເຂື່ອນຫຼວງພຣະບາງ ທີ່ເຂດບ້ານຫ້ວຍຢໍ້, ເມືອງຈອມເພັດ ແຂວງຫຼວງພຣະບາງ (TS), ເດືອນທັນວາ ປີ 2021. RFA

ທາງ​ການ​ໄທ​ຍ ຕ​ຣຽມລົງ​ນາມຊື້-ຂາຍ​ໄຟ​ຟ້າ ​ຈາກ​ເຂື່ອນໄຟຟ້າ ​ຫລວງ​ພ​ຣະ​ບາງ ແລະ ເຂື່ອນ​ໄຟຟ້າ ປາກ​ແບງ, ແຕ່ ພາກ​ປະ​ຊາ​ສັງ​ຄົມ ໄທ​ຍ ແລະ ລາວ ເຫັນ​ວ່າ ບໍ່​ຄວນ​ລົງ​ນາມ​ຊື້. 

ທາງ​ການ​ໄທ​ຍ ຕ​ຣຽມ​ລົງ​ນາມ​ຊື້​ຂາຍ​ໄຟ​ຟ້າ ຫຼື Tariff MOU ຈາກ​ໂຄງ​ການ​ເຂື່ອນ​ໄຟ​ຟ້າ ​ຫລວງ​ພ​ຣະ​ບາງ, ເຂື່ອນ​ປາ​ກ​ແບງ ໃນ​ເດືອນ  ​ພຶສ​ພາ 2022 ເຊິ່ງ​ເຂື່ອນ​ດັ່ງ​ກ່າວ ເປັນ​ເຂື່ອນ​ສ້າງ​ໃສ່​ແມ່​ນ້ຳ​ຂອງ, ອີງ​ຕາມ​ຂໍ້​ມູ​ນ​ຂອງ​ກະ​ຊວງ​ພ​ລັງ​ງານ​ຂອງ​ໄທ​ຍ ທີ່​ເຜີຍ​ແຜ່​ໃນ​ວັນ​ທີ 9 ມີ​ນາ ທີ່​ຜ່ານ​ມາ.

ໃນ​ຂະ​ນະ​ທີ່ ຝ່າຍ​ລາວ ແລະ ບໍ​ຣິ​ສັດ ຜູ້​ພັ​ທ​ນາ​ໂຄງ​ການ ກໍ​ໄດ້​ຕ​ຣຽມຄວາມ​ພ້ອມ ​ໃນ​ການກໍ່​ສ້າງ​ເຂື່ອນ​ໄຟ​ຟ້າ​ ທັງ 2 ໂຄງ​ການ​ໄວ້​ແລ້ວ ເມື່ອ​ມີ​ການ​ເຊັນ​ລົງ​ນ​າມ​ຊື້​ຂາຍ​ໄຟ​ຟ້າ ຢ່າງ​ເປັນ​ທາງ​ການ ກໍ​ສາ​ມາດ​ດຳ​ເນີນ​ການກໍ່​ສ້າງ​ໄດ້​ທັນ​ທີ​ ໃນ​ປີ 2022.

ເຈົ້າ​ໜ້າ​ທີ່ ກະ​ຊວງ​ພ​ລັງ​ງານ ແລະ ບໍ່​ແຮ່ ທ່ານ​ນຶ່ງ ໄດ້​ກ່າວ​ຕໍ່ ​ເອ​ເຊັຽ​ເສ​ຣີ ໃນ​ວັນ​ທີ 17 ມີ​ນາ ວ່າ:

ຣາຍລະອຽດຂອງແຕ່ລະໂຄງການຫັ້ນເນາະ ມັນກະມີຄວາມຄືບໜ້າຊິນ່າ ຄັນໂຕໃດ ທີ່ຍັງຄ້າງ ຂະເຈົ້າກະຕ້ອງໄດ້ດຳເນີນການຕໍ່ ແຕ່ວ່າ ໄປດຳເນີນ ການທາງດ້ານເອກສານໃຫ້ມັນເປັນໄປຕາມລະບຽບການຫັ້ນ ແລ້ວ ກະເບື້ອງໄທ ກໍຈະກຳນົດເນາະວ່າ ໂຄງການແຕ່ລະໂຄງການຈະເຂົ້າໄປໄດ້ຈັ່ງໃດຫັ້ນນ່າ.”

ເຈົ້າ​ໜ້າ​ທີ່ ທ່ານນີ້ ກ່າວ​ຕື່ມ​ອີກວ່າ ການ​ລົງ​ນາມ​ຊື້​ຂາຍ​ໄຟ​ຟ້າ ຫຼື Tariff MOU ຊັກ​ຊ້າ ກໍ​ຍ້ອນ​ວ່າ ເຂື່ອນປາກ​ແບງ ມີ​ການ​ປັບ​ແກ້​ເຣື່ອງ​ໂຄງ​ສ້າງ​ ຂອງ​ເຂື່ອນ​ຄືນ​ໃໝ່, ສ່ວນ​ເຂື່ອນ​ຫລວງພ​ຣະ​ບາງ ກຳ​ລັງ​ຢູ່​ລະ​ຫວ່າງ ການ​ສຶກ​ສາ​ຜົ​ລ​ກະ​ທົບ ຕໍ່​ເມືອ​ງ​ມໍ​ຣະ​ດົກ​ໂລກ ຕາມ​ຂໍ້​ກຳ​ນົດ​ຂອງ UNESCO ເຊິ່ງ​ຍັງ​ບໍ່​ທັນ​ສຳ​ເຣັດ​ນັ້ນ ຝ່າຍ​ລາວ ບອກວ່າ ກໍ​ຈະ​ດຳ​ເນີນ​ການ ​ໃຫ້​ສຳ​ເຣັດ​ໄປ​ຕາມ​ລະ​ບຽບ​ການ.

ສຳ​ລັບ ອັດ​ຕ​ຣາ​ຄ່າ​ໄຟ​ຟ້າ ທີ່​ຈະ​ມີ​ການ​ລົງ​ນາມ ຊື້​ຂາຍ​ໃນ​ອີກບໍ່​ດົນ​ນີ້ ກະ​ຊວງ​ພ​ລັງ​ງານຂອງ​ໄທ​ຍ ພິ​ຈາ​ຣະ​ນາ ເຫັນ​ດີ ຊື້​ຂາຍ​ໄຟ​ຟ້າ​ ຈາກ​ໂຄງ​ການ​ເຂື່ອນ​ໄຟ​ຟ້າ​ຫລວງ​ ພ​ຣະ​ບາງ ລາ​ຄາປະ​ມານ 2.8 ບາດ​ຕໍ່​​ໜ່ວຍ ກຳ​ນົດ​ຈ່າຍເຂົ້າ​ລະ​ບົບ ເດືອນ​ມົກ​ກະ​ຣາ 2030 ແລະ ໂຄງ​ການ​ເຂື່ອນ​ປາກ​ແບງ ລາ​ຄາ​ປະ​ມານ 2.9 ບາດ​ຕໍ່​ໜ່ວຍ ກຳ​ນົດ​ຈ່າຍ​ເຂົ້າ​ລະ​ບົບ ເດືອນ​ມົກ​ກະ​ຣາ 2033 ໃນ​ອັດ​ຕ​ຣາ​ຄ່າ​ໄຟ​ຟ້າ​ຄົງ​ທີ່​ຕ​ລອດ​ອາ​ຍຸ​ສັນ​ຍາ. 

ສ່ວນ​ການ​ຖື​ຮຸ້ນ ຝ່າຍ​ລາວ ໄດ້​ມອບ​ໃຫ້​ຣັ​ຖວິ​ສາ​ຫະ​ກິ​ຈ​ໄຟ​ຟ້າ​ລາວ ຫຼື EDL ເປັນ​ຜູ້​ດຳ​ເນີນ​ການ​ ແຕ່​ຈະ​ຢູ່​ໃນ​ສັດ​ສ່ວນ​ທໍ່​ໃດ​ນັ້ນ ຍັງ​ຕ້ອ​ງ​ລໍ​ຖ້າ ການ​ລົງ​ນາມ​ຊື້​ຂາຍ​ໄຟ້ຟ​າ ຫຼື Tariff MOU ຢ່າງ​ເປັນ​ທາງ​ການ​ກ່ອນ.

ກ່ຽວ​ກັບ​ເຣື່ອງນີ້ ພາກ​ປະ​ຊາສັງ​ຄົມ​ໃນ​ໄທ​ຍ ແລະ ລາວ ກໍ​ເຫັນ​ກົງ​ກັນ​ວ່າ ຍັງ​ບໍ່​ຢາກ​ໃຫ້ຮີບ​ດ່ວນ ລົງ​ນາມ​ຊື້​ຂາຍ​ໄຟ​ຟ້າ ຍ້ອນ​ກັງ​ວົນ​ເຣື່ອງ​ຜົ​ລ​ກະ​ທົບ​ຕໍ່​ສິ່ງ​ແວ​ດ​ລ້ອມ ແລະ ສັງ​ຄົມຮວມ​ເຖິງ​ຜົ​ລກ​ະ​ທົບ​ຂ້າມ​ພົມ​ແດນ ທີ່​ນັບ​ມື້​ຈະ​ທະ​ວີ​ຄວາມ​ຮຸນ​ແຮງ​ຂຶ້ນ ໂດຍ ຢາກ​ໃຫ້​ທາງ​ການ​ໄທ​ຍ ພິ​ຈາ​ຣະ​ນາ​ການ​ລົງ​ນາມ​ ຊື່ ຂາຍ​ໄຟ​ຟ້າ​ຄືນ​ໃໝ່.

ທ່ານ ຫານ​ນະ​ຣົງ ເຍົາ​ວະ​ເລີດ ປະ​ທານ​ມູ​ລ​ນິ​ທິ ເພື່ອ​ການ​ບໍ​ຣິ​ຫານ​ຈັດການນໍ້າ​ ແບບ​ບູ​ຣະ​ນາ​ການ​ປະ​ເທດ​ໄທ​ຍ ໄດ້ກ່າວ​ຕໍ່​ເອ​ເຊັຽ​ເສ​ຣີ ໃນ​ວັນ​ທີ 17 ມີ​ນາ ວ່າ:

ທີ່ຈິງຄືເຮົາບໍ່ເຫັນດີກັບການສ້າງເຂື່ອນ ທີ່ສຳຄັນກໍຄື ລໍຖ້າໃຫ້ຣາຍງານສຳເຣັດກ່ອນ ໄດ້ແລ້ວ ຄ່ອຍເຊັນສັນຍາ ເພາະວ່າ ທັງເຂື່ອນ ປາແປງມັນມີມາການຂອງການປັບປຸງ ທັງເຣືອງຂອງເທັກນິກ ແລ້ວສ່ວນ ກໍຣະນີ ຂອງເຂື່ອນຫລວງຣະບາງ ທີ່ເຂົາກັງວົນຫຼາຍ ກະຄື ຜົກະທົບຕໍ່ມໍຣະດົກໂລກ ບໍ່ຈຳເປັນຕ້ອງຮີບຮ້ອນເຊັນສັນຍາຮັບຊື້ໄຟຟ້າ.”

ທ່ານ ຍັງ​ກ່າວ​ຕື່ມ:

ການລົງນາມ​​ຊື້ຂາຍໄຟຟ້າ ຈາກເຂື່ອນປາກແບງ ແລະ ເຂື່ອນ​​ຫລວງຣະບາງ ໂດຍທີ່ຣາຍງານເຣື່ອງເຕັກຂອງເຂື່ອນປາກແບງ ແລະ ການສຶກສາຜົທົບຕໍ່ເມືອງມໍດົກໂລກ ຫລື ການປະເມີນຜົກະທົບຕໍ່ມໍຣະດົກໂລກ ຕາມຂໍ້ກຳນົດຂອງ UNESCO ເຊິ່ງຍັງບໍ່ທັນສຳເຣັດນັ້ນ ຖືເປັນເຣື່ອງທີ່ບໍ່ມີວາມຮັບຜິດຊອບ ແລະ ເອື້ອຜົໂຍດ ໃຫ້ກັບບໍຣິສັດຜູ້ພັນາໂຄງການຈົນເກີນໄປ.”

ສິ່ງ​ທີ່​ຊາວ​ບ້ານ ທັງ​ໃນ​ລາວ ແລະ ໄທ​ຍ ກັງ​ວົນ​ກ່ຽວ​ກັບ​ການກໍ່​ສ້າງ ເຂື່ອນ​ໃນ​ແມ່​ນ້ຳ​ຂອງ​ທີ່​ສຸດ ແລະ ພະ​ຍາ​ຍາມ ຮຽກ​ຮ້ອງ​ໃຫ້​ຢຸດ​ເຊົາ​ມາ​ໂດຍ​ຕ​ລອດ ກໍ​ຄື ຕ້ອງ​ຄຳ​ນຶງ ​ເຖິງ ຜົ​ລ​ກະ​ທົບ​ຕໍ່​ສິ່ງ​ແວດ​ລ້ອມ ແລະ ສັງ​ຄົມ ເນື່ອງ ຈາກ​ຈະ​ເຮັດ​ໃຫ້​ວິ​ຖີ​ຊີ​ວິດ, ວັ​ທ​ນະ​ທັມ, ອາ​ຊີບ ແລະ ແຫຼ່ງ​ສະ​ບຽບ​ອາ​ຫານຂອງ​ຊາວ​ບ້ານ ເກີດ​ການ​ປ່ຽນ​ແປງ​ໄປ​ໃນ​ທິດ​ທາງ​ລົບ.

ຕາງ​ໜ້າ​ກຸ່ມ​ຮັກ​ຊຽງ​ຂອງ ແຂວງ​ຊຽງ​ຮາຍ ປະ​ເທດ​ໄທ​ຍ ກ່າວ​ຕໍ່​ເອ​ເຊັຽ​ເສ​ຣີ ໃນ​ວັນ​ທີ 17 ມີ​ນາ ວ່າ:

ເຂົາກະບໍ່ຟັງ ຢູ່ແລ້ວເນາະ ເຣື່ອງລາວປວັດສາດ ໃນເມືອງມໍຣະດົກໂລກ ນິເວດ ວັນະທັມຕ່າງໆ ເຂົາບໍ່ສົນໃຈແລ້ວ ແມ່ນ້ຳຂອງນີ້ ມັນເປັນແມ່ນ້ຳສາທາຣະນະ ຜູ້ຄົນຕ້ອງໄດ້​ໃຊ້ໂຍດ ຂະບວນການຮັບຟັງຄວາມຄິດເຫັນລ່ວງໜ້າ ຫຼື PNPCA ມັນກະເປັນແຕ່ພິທີກັມ.”

ຢ່າງ​ໃດ​ກໍ​ຕາມ ເຄື່ອ​ຂ່າຍ​ພາກ​ປະ​ຊາ​ສັງ​ຄົມໄທ​ຍ ຍັງ​ຈະ​ສືບ​ຕໍ່ ເພື່ອ​ຄັດ​ຄ້ານ​ການ​ລົງ​ນາມ ຊື້​ຂາຍ​ໄຟ​ຟ້າ​ຕໍ່​ໄປ ໂດຍ​ຈະ​ມີ​ການ​ຫາ​ລື​ກັບ​ເຄື່ອ​ຂ່າຍ​ຕ່າງໆ ເພື່ອ​ອອກ​ຖ​ແລງ​ການ​ກ່ຽວ​ກັບ​ເຣື່ອງນີ້​ໃນ​​ອີກບໍ່​ດົນນີ້.

ສ່ວນ​ວ່າ​ ຊາວ​ບ້ານ​ຢູ່​ເມືອງ​ປາກ​ແບງ ແຂວງ​ອຸ​ດົມ​ໄຊ ກໍ​ບໍ່​ຢາກ​ໃຫ້​ສ້າ​ງ​ເຂື່ອນ​ໄຟ​ຟ້າ​ໃສ່​ແມ່​ນ້ຳ​ຂອງ ເພາະ​ເປັນ​ເຂື່ອນ​ຂ​ນາດ​ໃຫຍ່ ທີ່​ຈະ​ສົ່ງ​ຜົ​ລ​ກະ​ທົບຕໍ່ວິ​ຖີ​ຊີ​ວິດ​ຂອງ​ຊາວ​ບ້ານ ໂດຍ ສະ​ເພາະ​ເຣື່ອງ​ການ​ເດີນ​ເຮືອ, ການ​ກະ​ເສດ ແລະ ການ​ຫາ​ປາ​ຢູ່​ແມ່​ນ້ຳ​ຂອງ.

ຊາວ​ບ້ານ ​ເມືອງ​ປາກ​ແບງ ແຂວງ​ອຸ​ດົມ​ໄຊ ໄດ້ກ່າວ​ຕໍ່​ເອ​ເຊັຽ​ເສ​ຣີ ໃນ​ວັນ​ທີ 17 ມີ​ນາ ວ່າ:

ຄັດຄ້ານກະມີແຕ່ປະຊາຊົນແລ້ວ ຂະເຈົ້າຄັດຄ້ານຫັ້ນແຫຼະ ກະບໍ່ຢາກໃຫ້ເຮັດຫັ້ນແລ້ວ ຜູ້ທີ່ມັນກະທົບຫັ້ນນ່າ ແຕ່ປະຊາຊົນມັນກະໄດ້ເວົ້າກັນຊື່ໆ ນີ້ແຫຼະ ບ້ານເຮົານ່າ.”

ການ​ສ້າງ​ເຂື່ອນ​ໃສ່​ແມ່​ນ້ຳ​ຂອງ​ເຮັດ​ໃຫ້​ພັນ​ປາຫຼຸດ​ລົງ ແລະ ສົ່ງ​ຜົ​ລ​ກະ​ທົບ​ຕໍ່​ແຫຼ່ງ​ສະ​ບຽງ​ອາ​ຫານ. 

ຊາວ​ເມືອງ​ຈອມ​ເພັດ ແຂວງ​ຫລວງ​ພ​ຣະ​ບາງ ໄດ້​ກ່າວ​ຕໍ່​ເອ​ເຊັຽ​ເສ​ຣີ ໃນ​ວັນ​ທີ 17 ມີ​ນາ ວ່າ:

ຜົກະທົບຫຼາຍໃດ ຂະເຈົ້າກະບໍ່ຢາກໃຫ້ເຮັດປານໃດ ປະຊາຊົນນີ້ກະ ອາໃສການຫາປານີແລ້ວ ເປັນສ່ວນໃດສ່ວນນຶ່ງ ເພື່ອລ້ຽງຄອບຄົວຄົວເນາະຖືກວ່າ ຫາປາກະໄດ້ດີຢູ່ ຄັນສ້າງເຂື່ອນແລ້ວ ກະຊິບໍ່ໄດ້ຫາຫັ້ນແລ້ວ ຜົກະທົບບໍ່ແມ່ນໜ້ອຍໆແລ້ວ ຄັນໄດ້ສ້າງຂຶ້ນກະດາຍ.”

​ເຂື່ອນ​ປາກ​ແບງ ມີ​ກຳ​ລັງ​ການຜ​ລິດ 912 ເມ​ກາ​ວັດ ຕັ້ງ​ຢູ່​ບ້ານ​ປາກ​ເງີຍ ເມືອງ​ປາກ​ແບງ ແຂວງ​ອຸ​ດົມ​ໄຊ ມີ​ແຜນ​ຂາຍ​ໄຟ​ຟ້າ​ໃຫ້​ໄທ​ຍ ປ​ະ​ມານ 90 ເປີ​ເຊັນ ແລະ 10 ເປີ​ເຊັນ ນຳ​ໃຊ້​ພາຍ​ໃນ​ປະ​ເທດ​ລາວ ໂດຍ ມີ​ບໍ​ຣິ​ສັດ China Datang Oversea Investment ປະ​ເທດ​ຈີນ ເປັນ​ຜູ້​ພັ​ທ​ນາ​ໂຄງ​ການ ທີ່​ມີ​ມູນ​ຄ່າ​ລົງ​ທຶນ​ປະ​ມານ 2 ຕື້ ປາຍ​ໂດ​ລາຣ໌. 

ການ​ປະ​ເມີນຜົ​ລ​ກະ​ທົບ​ ທາງ​ສັງ​ຄົມຂອງ​ໂຄງ​ການ​ເຂື່ອນ​ປາກ​ແບງ ໄດ້​ລະ​ບຸ​ວ່າ ຈະ​ມີ​ຊາວ​ບ້ານ​ 900 ປາຍ ຄອ​ບ​ຄົວ ເທົ່າ​ກັບ 4,700 ຄົນ ຢູ່ 26 ບ້ານ ໃນ​ແຂວງ​ອຸ​ດົມ​ໄຊ, ໄຊ​ຍະ​ບູ​ຣີ ແລະ ບໍ່​ແກ້ວ ໄດ້​ຮັບ​ຜົ​ລ​ກະ​ທົບ.

ໂຄງ​ການ​ເຂື່ອນ​ຫລວງ​ພ​ຣະ​ບາງ ມີ​ກຳ​ລັງ​ການ​ຜ​ລິດ 1,460 ເມ​ກາ​ວັດ ຕັ້ງ​ຢູ່​ບ້ານ​ຫ້ວຍ​ຫຍໍ້ ເມືອງ​ຈອມ​ເພັດ ແຂວງ​ຫລວງ​ພ​ຣະ​ບາງ ຫ່າງ​ຈາກ​ເມືອງ​ມໍ​ຣະ​ດົກ​ໂລກ ຫລວງ​ພ​ຣະ​ບາງ​ປະ​ມານ 25 ກິ​ໂລ​ແມັດ ໂດຍ​ແມ່ນ ບໍ​ຣິ​ສັດ ໄຊ​ຍະ​ບູ​ຣີ ພາວ​ເວີ ແລະ ບໍ​ຣິ​ສັດ PretoVietnam Power ຈາກ​ປະ​ເທດ​ວຽດ​ນາມ ເປັນ​ເຈົ້າ​ຂອງ​ໂຄງ​ການ. 

ມີ​ຜູ້​ຖື​ຮຸ້ນຢູ່​ໃນ​ໂຄງ​ການ ເຂື່ອນ​ຫລວງ​ພ​ຣະ​ບາງ ລວມ​ມີ ບໍ​ຣິ​ສັດ​ ຫລວງ​ພ​ຣະ​ບາງ ພາວ​ເວີ ຈຳ​ກັດ, ບໍ​ຣິ​ສັດ ພີ​ທີ ຈຳ​ກັດ ຖື​ຮຸ້ນ 38 ເປີ​ເຊັນ, ບໍ​ຣິ​ສັດ PretoVietnam 10 ເປີ​ເຊັນ, ບໍ​ຣິ​ສັດ​ໄຊ​ຍະ​ບູ​ຣີ ພາວ​ເວີ 42 ເປີ​ເຊັນ, ແລະ ການ​ບໍ​ຣິ​ສັດ ຊໍ​ການ​ຊ່າງ 10 ເປີ​ເຊັນ ໂດຍ ມີ​ມູນ​ຄ່າ​ລົງ​ທຶນ 3 ຕື້​ໂລ​ດາຣ໌ ເຊິ່ງ​ໂຄງ​ການ​ເຂື່ອນ​ດັ່ງ​ກ່າວ​ຈະ​ຂາຍ​ໄຟ​ຟ້າ​ໃຫ້​ປະ​ເທດ​ໄທ​ຍ ແລະ ວຽດ​ນາມ ຕາມ​ແຜນ​ການ.

ການ​ປະ​ເມີນ​ຜົ​ລ​ກະ​ທົບທາງ​ສັງ​ຄົມ ຂອງ​ໂຄງ​ການ​ເຂື່ອນ​ໄຟ​ຟ້າ​ຫລວງ​ພ​ຣະ​ບາງ ຈະ​ມີ​ຊາວ​ບ້ານ 23 ບ້ານ ໄດ້​ຮັບ​ຜົ​ລ​ກະ​ທົບ ປະ​ກອບ​ມີ ເມືອງ​ຈອມ​ເພັດ ແຂວງ​ຫລວງ​ພ​ຣະ​ບາງ, ເມືອງ​ຫົງ​ສາ ແຂວງ​ໄຊ​ຍະ​ບູ​ຣີ, ແລະ ເມືອງ​ງາ ແຂວງ​ອຸ​ດົມ​ໄຊ ໂດຍ​ມີ​ການ​ແຍກ​ອອກ​ເປັນ 4 ກຸ່ມ​ດັ່ງ​ນີ້:

  • ກຸ່ມ​ທີ 1 ໄດ້​ຮັບ​ຜົ​ລ​ກະ​ທົບ​ທັງ​ໝົດ 100 ເປີ​ເຊັນ ແລະ ຖືກ​ຍົກ​ຍ້າຍ ຈຳ​ນວນ 6 ບ້ານ, 580 ຄອບ​ຄົວ ປະ​ມານ 2,000 ປາຍ​ຄົນ.
  • ກຸ່ມ​ທີ 2 ໄດ້​ຮັບ​ຜົ​ລ​ກະ​ທົບ​ບາງ​ສ່ວນ ແລະ ມີ​ບາງ​ຄອບ​ຄົວ​ຖືກ​ຍົກ​ຍ້າຍ ຈຳ​ນວນ 9 ບ້ານ, ເກືອບ 700 ຄອບ​ຄົວ ຫຼື ປະ​ມານ 3,800 ຄົນ.
  • ກຸ່ມ​ທີ 3 ສູນ​ເສັຽ​ທີ່​ດິນ ຈຳ​ນວນ 8 ບ້ານ, 670 ຄອບ​ຄົວ ປະ​ມານ 2,300 ຄົນ.
  • ກຸ່ມ​ທີ 4 ບ້ານ​ທ້າຍ​ເຂື່ອນ ທີ່​ຈະ​ໄດ້​ຮັບ​ຜົ​ລ​ກະ​ທົບ​ຈາກ​ໂຄງ​ການ ແຕ່ບໍ່​ຖືກ​ຍົກ​ຍ້າຍ ຈຳ​ນວນ 3 ບ້ານ, ເກືອບ 190 ຄອບ​ຄົວ ປະ​ມານ 900 ຄົນ.

ເມື່ອ​ມົກ​ກະ​ຣາ 2022 ທີ່​ຜ່ານ​ມາ, ບໍຣິ​ສັດ ກັ​ຟ ເອັ​ນ​ເນີ​ຈີ ດີ​ເວ​ວ​ລົບ​ເມນ ຫຼື GULF ປະ​ເທດ​ໄທ​ຍ ແລະ ບໍຣິ​ສັດ Sinohydro Holding ເຊິ່ງ​ເປັນ​ບໍ​ຣິ​ສັດ ຂອງ​ບໍ​ຣິ​ສັດ​  ຣັ​ຖວິ​ສາ​ຫະ​ກິດ ໄຟ​ຟ້າ​ຈີນ ຫຼື Power Construction Corporation of China ໄດ້ ຮ່ວມ​ລົງ​ນາມ​ບັນ​ທຶກ​ຄວາມ​ເຂົ້າ​ໃຈ​ການ​ຮັບ​ຊື້​ໄຟ​ຟ້າ ຫຼື Tariff MOU ສຳ​ລັບ​ໂຄງ​ການ​ເຂື່ອນ​ປາກ​ລາຍ ກັບການ​ໄຟ​ຟ້າ​ຝ່າຍ​ຜ​ລິດ​ແຫ່ງ​ປະ​ເທດ​ໄທ​ຍ ຫຼື EGAT ໂດຍ ການ​ໄຟ​ຟ້າ​ຝ່າຍ​ຜ​ລິດ​ແຫ່ງ​ປະ​ເທດ​ໄທ​ຍ ຈະ​ເປັນ​ຜູ້​ຮັບ​ຊື້ໄຟ​ຟ້າ​ຈາກ​ໂຄງ​ເຂື່ອນ​ປາກ​ລາຍ ໃນ​ອັດ​ຕ​ຣາ​ລາ​ຄາເກືອບ 2.7 ບາດ ຕໍ່​ໜ່ວຍ.

ນອກ​ຈາກນີ້, ສຳ​ນັກ​ຂ່າວ Bangkok Post ຍັງ​ໄດ້​ຣາຍ​ງານ ໃນ​ວ​ວັນ​ທີ 15 ມີ​ນາ 2022 ໂດຍ ອ້າງ​ຄຳ​ເວົ້າ​ຂອງ ທ່ານ  Wattanapong Kurovat ຫົວ​ໜ້າ​ຫ້ອງ​ການວາງ​ແຜນ ແລະ ນະ​ໂຍ​ບາຍ​ພ​ລັງ​ງານ ຂອງ​ໄທ​ຍ ວ່າ ເຂື່ອນໄຟຟ້າຫຼວງພຣະບາງ, ເຂື່ອນໄຟຟ້າປາກແບງ ແລະເຂື່ອນໄຟຟ້າປາກລາຍ ເປັນ​ເຂື່ອນໃຊ້​  ພ​ລັງ​ງານນ້ຳ.

ສຳ​ນັກ​ຂ່າວ Bangkok Post ຍັງ​ຣາຍ​ງານ​ອີກວ່າ ການ​ເຊັນ​ສັນ​ຍາ​ຊື້​ໄຟ​ຟ້າ​ຈາກ​​ລາວ ເປັນ​ຄວາມ​ພະ​ຍາ​ຍາມ​ຂອງ​ຣັ​ຖ​ບານ​ໄທ​ຍ ຫຼຸດ​ຜ່ອນສານ Carbon ທີ່​ເປັນິດ​ຕໍ່​ອາ​ກາດ, ສ້າງ​ຄວາມ​ສົມ​ດູນ​ໃນ​ກາ​ນ​ປ່ອຍ​ມົ​ລ​ພິດ​ໃສ່​ອາ​ກາດ. ນອກ​ຈາກນີ້ ທາງ​ການ​ໄທ​ຍ​ຍັງ​ເຫັນ​ວ່າ ການ​ໃຊ້​ພ​ລັງ​ໄຟ​ຟ້າ ​ຈາກ​ເຂື່ອນ​ໄຟ​ຟ້າ​ນ້ຳ​ຕົກ ເປັນ​ພ​ລັງ​ງານ​ທີ່​ສະ​ອາດ. 

2025 M Street NW
Washington, DC 20036
+1 (202) 530-4900
lao@rfa.org