ຊາວລຸ່ມນໍ້າຂອງກັງວົນ ເຂື່ອນຈີນ ກັກນໍ້າ
2021.01.13
ປັດຈຸບັນ, ນ້ຳຂອງ ບໍຣິເວນຊາຍແດນ ແຂວງບໍ່ແກ້ວ ປະເທດລາວ ແລະ ແຂວງຊຽງຣາຍ ປະເທດໄທຍ ຫຼຸດລົງຫຼາຍ ພາຍຫຼັງທີ່ ເຂື່ອນ ຈິ່ງຫົງ ຂອງຈີນ ຫຼຸດປະຣິມານການປ່ອຍນ້ຳ ລົງຈາກ 1,904 ແມັຕກ້ອນຕໍ່ວິນາທີ ມາເຫຼືອພຽງປະມານ 1,000 ແມັຕກ້ອນ ຕໍ່ວິນາທີ ຕັ້ງແຕ່ວັນທີ 5 ມົກກະຣາ ທີ່ຜ່ານມາ. ເຮັດໃຫ້ ຊາວບ້ານ ທີ່ອາສັຍຢູ່ບໍຣິເວນນັ້ນ ຕ່າງກໍປະສົພ ບັນຫາ ການຫາປາ ແລະ ການປູກຝັງ ເຮັດໄດ້ຍາກຂຶ້ນ,ດັ່ງຊາວບ້ານ ທີ່ຍຶດອາຊີພຫາປາ ທີ່ບ້ານຊຽງແສນນ້ອຍ, ເມືອງຊຽງແສນ ແຂວງຊຽງຣາຍ ໄດ້ກ່າວຕໍ່ ຜູ້ສື່ຂ່າວ ວິທຍຸເອເຊັຽເສຣີ ໃນວັນທີ 10 ມົກກະຣາ ນີ້ວ່າ:
“ປິດເຂື່ອນ ລະກະນ້ຳມັນຈະຫຼຸດລົງ ປາບໍ່ຂຶ້ນນ່າ, ປາຈະບໍ່ຂຶ້ນມາເລີຍ. ອີກຢ່າງນຶ່ງ ກໍການປູກຝັງອີ່ຫຍັງພວກນີ້ ທີ່ເປັນປູກຜັກປູກໄມ້ ຫຍັງກໍດີແລ້ວ ຈະໃຊ້ນ້ຳໄປຫົດມັນກໍຍາກ. ເວລາເຮົາເຈາະບໍ່ບາດານລົງໄປນີ້ ເຮົາດູດນ້ຳຂຶ້ນມານີ້, ກໍຍ້ອນແນວນີ້ແຫຼະ ນ້ຳມັນຫຼຸດລົງ ໄປ ມັນແຫ້ງຂຶ້ນຕໍ່ໄປໝົດ ກໍເລີຍລຳບາກກັນ.”
ທ່ານກ່າວຕື່ມວ່າ ຕາມປົກກະຕິແລ້ວ, ໃນເດືອນມົກກະຣາ ຣະດັບນ້ຳຂອງ ຊາຍແດນແຂວງບໍ່ແກ້ວ ແລະ ແຂວງຊຽງຣາຍນັ້ນ, ຈະສູງປະມານ 2 ແມັຕປາຍ, ແຕ່ຫຼັງຈາກທີ່ຈີນ ຫຼຸດປະຣິມານ ການປ່ອຍນ້ຳລົງ ຕັ້ງແຕ່ວັນທີ 5 ມົກກະຣາ ຣະດັບນ້ຳ ກໍເຫຼືອພຽງ 1 ແມັຕເທົ່ານັ້ນ ແລະ ບັນຫາດັ່ງກ່າວນີ້ ກໍກຳລັງເຮັດໃຫ້ຊາວບ້ານ ທີ່ຫາປາ ທັງໄທຍ ແລະ ລາວ ແຮ່ງລຳບາກ.
ຊາວບ້ານທີ່ຫາປາ ອີກທ່ານນຶ່ງ ກໍເວົ້າວ່າ ຮູ້ສຶກເປັນຫ່ວງຕໍ່ພວກໝູ່ປາ ທີ່ລ່ອງລອຍຕາມແມ່ນ້ຳຂອງ ຈະບໍ່ມີບ່ອນວາງໄຂ່ ເນື່ອງຈາກ ນ້ຳແຫ້ງ ອາຈກະທົບຕໍ່ບ່ອນຢູ່ອາສັຍ ແລະ ບ່ອນວາງໄຂ່ ຂອງປາ:
“ປາທີ່ມັນເຄີຍວາງໄຂ່ເນາະ ມັນກໍບໍ່ສາມາດເຂົ້າໄປ ບ່ອນທີ່ມັນວາງໄຂ່ໄດ້. ເມື່ອມັນບໍ່ສາມາດ ເຂົ້າໄປວາງໄຂ່ໄດ້ ຖາມວ່າມັນຊິ ແຜ່ພັນບໍ່? ມັນກໍບໍ່ແຜ່ພັນດອກ, ຜົລກະທົບ ມັນຊິເປັນຈັ່ງຊີ້ແຫຼະ. ຖາມວ່າການຫາປາ ລຳບາກບໍ່? ກໍລຳບາກ, ນ້ຳຂຶ້ນໆແຫ້ງໆ.”
ທ່ານ ນິວັດ ຣ້ອຍແກ້ວ, ປະທານກຸ່ມຮັກຊຽງຂອງ ແຂວງຊຽງຣາຍ, ປະເທດໄທຍ ໄດ້ກ່າວຕໍ່ຜູ້ສື່ຂ່າວ ວິທຍຸເອເຊັຽເສຣີ ໃນມື້ ດຽວກັນນີ້ວ່າ ການຫຼຸດປະຣິມານ ການປ່ອຍນ້ຳ ຂອງເຂື່ອນໃນຈີນ ມັກເຮັດແບບຕາມໃຈ ຈົນສ້າງຜົລກະທົບຕໍ່ຣະບົບນິເວດ ແລະ ຊາວບ້ານທີ່ອາສັຍຕາມລຸ່ມນ້ຳຂອງ:
ທ່ານວ່າ: “ບັນຫາ ເຣື່ອງການເກັບ-ກັກນ້ຳ ຫຼືການປ່ອຍນ້ຳ ຂອງເຂື່ອນຈີນ, ຂ້ອຍຄິດວ່າ ມັນເປັນເຣື່ອງຮ້າຍແຮງ ສຳລັບຄົນໃນລຸ່ມ ແມ່ນ້ຳຂອງ ສຳລັບແມ່ນ້ຳຂອງ ເພາະວ່າການປິດນ້ຳນີ້ ເຮັດໃຫ້ມີການຫຼຸດຣະດັບຂອງນ້ຳ ຢ່າງໄວວາ ມັນມີຜົລກະທົບ ຕໍ່ຣະບົບນິເວດ ກັບບ່ອນຢູ່ອາສັຍ ຂອງຊາວບ້ານ ກັບພື້ນທີ່ການກະເສຕ ແລະດິນມັນກໍເຈື່ອນ, ການຫາປາ ກໍມີບັນຫາ.”
ທ່ານກ່າວຕື່ມວ່າ ຈີນ ມັກຈະເວົ້າວ່າ ເຂົາກັກນ້ຳ ໃນຣະດູນ້ຳຫຼາຍ ກໍເພື່ອຈະຜລິຕໄຟຟ້າ ແລະ ການປ່ອຍນ້ຳໃນຣະດູແລ້ງ ກໍເພື່ອ ການເດີນເຮືອ. ດັ່ງນັ້ນ, ຈຶ່ງສາມາດເວົ້າໄດ້ວ່າ ການປິດ-ເປີດນ້ຳ ຂອງເຂື່ອນຈີນ ທີ່ຜ່ານມາ ບໍ່ໄດ້ຄຳນຶງເຖິງ ຫຼັກວິຊາການ ຫຍັງເລີຍ, ມີແຕ່ເຣື່ອງຜົລປໂຍດ ຂອງເຂົາເອງ.
ຂນະດຽວກັນ, ທ່ານ ສົມກຽດ ເຂື່ອນຊຽງສາ, ນາຍົກສະມາຄົມ ແມ່ນ້ຳເພື່ອຊີວິຕ, ຜູ້ທີ່ລົງຮິບໂຮມຂໍ້ມູນ ເພື່ອເຮັດບົດວິຈັຍ ກ່ຽວກັບ ຣະບົບນິເວດ ແມ່ນ້ຳຂອງ ມາດົນເຖິງ 30 ປາຍປີ ໄດ້ກ່າວຕໍ່ຜູ້ສື່ຂ່າວ ວິທຍຸເອເຊັຽເສຣີ ໃນມື້ດຽວກັນນີ້ວ່າ ການຫຼຸດປະຣິມານ ການປ່ອຍນ້ຳ ຈາກເຂື່ອນໃນຈີນ ຈະສົ່ງຜົລກະທົບ ຕໍ່ຣະບົບນິເວດ ຕາມລຳນ້ຳສາຂາ ຂອງແມ່ນ້ຳຂອງ ນຳດ້ວຍ:
ທ່ານວ່າ: “3 ມື້, ຣະດັບນ້ຳຫຼຸດລົງເຫຼືອ 1 ແມັຕປາຍນີ້ກໍຖືວ່າ ເປັນການປ່ຽນແປງທີ່ໄວວາຫຼາຍເກີນໄປ ກໍຄື ເມື່ອເກີດການປ່ຽນແປງ ແບບໄວວາມັນກໍກະທົບຕໍ່ຣະບົບນິເວດ ໃນໄລຍະຣະດູແລ້ງ ເປັນຕົ້ນໄຄຫິນທີ່ກຳລັງ ຈະເຣີນເຕີບໃຫຍ່. ແຕ່ພໍນ້ຳຫຼຸດລົງ, ໄຄຫິນ ໃນແມ່ນ້ຳຂອງ ກໍຈະໄດ້ຮັບຜົລກະທົບ ໄຄຫິນກໍຈະຕາຍ ແລະປາ ທີ່ກິນພືດເປັນອາຫານ ທີ່ຢູ່ ທີ່ກິນ ກໍຈະໜ້ອຍລົງ ແລະແຫຼ່ງນ້ຳ ຕາມລຸ່ມນ້ຳ ສາຂາ ແມ່ນ້ຳຂອງ ທີ່ເປັນປາກ ແມ່ນ້ຳຂອງ ແລະ ເປັນພື້ນທີ່ດິນ ແລະປ່າ ບໍຣິເວນນ້ຳນີ້ ກໍຈະໄດ້ຮັບຜົລກະທົບ ທີ່ ເປັນຄວາມແຫ້ງແລ້ງຢ່າງໄວວາ.”
ເຖິງຢ່າງໃດກໍຕາມ, ຊາວບ້ານ, ນັກວິຊາການ ແລະ ເຄືອຂ່າຍພາກປະຊາສັງຄົມໄທຍ ຕ່າງກໍເວົ້າເປັນສຽງດຽວກັນວ່າ ການກະທຳ ດັ່ງກ່າວ ຂອງທາງການຈີນນັ້ນ, ບໍ່ເຄີຍຄຳນຶງເຖິງ ພາກປະຊາຊົນ ປະເທດລຸ່ມແມ່ນ້ຳຂອງເລີຍ ແລະ ບໍ່ເຄີຍມາສອບຖາມປະເທດ ອື່ນໆວ່າຢາກໃຫ້ຫຼຸດການປ່ອຍນ້ຳ ຫຼືບໍ່?
ຕາມທີ່ທາງການຈີນ ໄດ້ປະກາດເຣື່ອງ ການຫຼຸດປະຣິມານ ການປ່ອຍນ້ຳນັ້ນ, ຈີນ ໄດ້ເຣີ່ມຫຼຸດການປ່ອຍນ້ຳ ຕັ້ງແຕ່ວັນທີ 5 ໄປຫາ ວັນທີ 25 ມົກກະຣາ 2021, ຈາກນັ້ນ ກໍຈະປ່ອຍນ້ຳ ຕາມປົກກະຕິ.