ຊາວໄທລຸ່ມນໍ້າຂອງຄ້ານການ ຫາລື
ປະຊາຊົນ ໄທ 8 ແຂວງ ລຸ່ມ ແມ່ນໍ້າຂອງ ແລະ ອົງການ ແມ່ນໍ້າ ສາກົນ ອອກ ຖແລງການ ຄັດຄ້ານ ວິທີ ການປຶກສາ ຫາລື ລ່ວງໜ້າ ກ່ຽວກັບ ເຂື່ອນ ດອນສະໂຮງ.
-
ຈໍາປາທອງ
2014-11-13 -
-
-
Your browser doesn’t support HTML5 audio
ເຄືອຂ່າຍ ຊາວໄທ 8 ແຂວງ ລຸ່ມ ແມ່ນໍ້າຂອງ ແລະ ອົງການ ແມ່ນໍ້າ ສາກົນ ປະຊຸມ ຮ່ວມກັນ ແລະ ອອກ ຖແລງການ ຄັດຄ້ານ ວິທີ ການປຶກສາ ຫາລື ລ່ວງໜ້າ ກ່ຽວກັບ ໂຄງການ ເຂື່ອນ ດອນສະໂຮງ ຂອງລາວ ທີ່ ກົມ ຊັພຍາກອນ ນໍ້າ ຂອງ ໄທ ໄດ້ຈັດຂຶ້ນ ຢູ່ ແຂວງ ອຸບົນ ໃນວັນທີ 10 ພຶສຈິກາ ຍ້ອນເຫັນ ວ່າເປັນ ວິທີການ ທີ່ຂັດຕໍ່ ຂໍ້ຕົກລົງ ແມ່ນໍ້າຂອງ ປີ 1995. ດັ່ງ ຍານາງ ອ້ອມບຸນ ທິບສະວັນ ຕົວແທນ ເຄືອຂ່າຍ ເວົ້າວ່າ:
"ເວລານີ້ ກໍາລັງ ເຮັດເຣຶ່ອງ ຄັດຄ້ານ ບໍ່ແມ່ນວ່າ ຈະເອົາຄົນ ແຂວງອື່ນ ທີ່ ບໍ່ກ່ຽວຂ້ອງ ເຂົ້າມາ ນັ່ງຢູ່ ໃນ ກອງປະຊຸມ ແລ້ວ ກໍເວົ້າໄປ ເວົ້າໄປ ແບບທີ່ ຜູ້ ກ່ຽວຂ້ອງ ບໍ່ຮູ້ ເຣຶ່ອງ ນໍາ ຈະຖາມ ຈະຕອບກັນ ແນວໃດ ມັນບໍ່ແມ່ນ ວິທີການ ປຶກສາ ຫາລື ລ່ວງໜ້າ ທີ່ ຖືກຕ້ອງ".
ຍານາງ ເວົ້າວ່າ ຂະບວນ ການ ສອບຖາມ ຄວາມ ຄິດເຫັນ ທີ່ວ່ານັ້ນ ແມ່ນ ເປັນພຽງ ການ ໃຫ້ຂໍ້ມູນ ບໍ່ມີການ ສອບຖາມ ຄວາມ ຄິດເຫັນ ຂອງ ປະຊາຊົນ. ດັ່ງນັ້ນ ປະຊາຊົນ ໄທ 8 ແຂວງ ລຸ່ມ ແມ່ນໍ້າຂອງ ແລະ ອົງການ ແມ່ນໍ້າ ສາກົນ ຈຶ່ງ ມີຄວາມ ກັງວົນ ຢ່າງຍິ່ງ ກ່ຽວກັບ ວິທີການ ປຶກສາ ຫາລື ລ່ວງໜ້າ ທີ່ວ່ານັ້ນ ແລະ ເຫັນວ່າ ການກະທໍາ ແບບນັ້ນ ຈະລົ້ມແຫລວ ແບບດຽວກັນ ກັບ ກໍຣະນີ ເຂື່ອນ ໄຊຍະບູຣີ ເມື່ອປີ 2011 ຕື່ມອີກ.
ໃນວັນທີ 12 ພຶສຈິກາ 2014 ນີ້ ເຄືອຂ່າຍ ປະຊາຊົນ ໄທ 8 ແຂວງ ລຸ່ມ ແມ່ນໍ້າຂອງ ແລະ ອົງການ ແມ່ນໍ້າ ສາກົນ ຄັດຄ້ານ ຂະບວກການ ດັ່ງກ່າວ ຍ້ອນ ເຫັນວ່າ ເປັນ ການ ສິ້ນຫວັງ ຕໍ່ ກົມ ຊັພຍາກອນ ນໍ້າ ໃນຖານະ ເປັນ ໜ່ວຍງານ ຂອງ ຣັຖບາລ ໄທ ທີ່ບໍ່ໄດ້ ເຮັດໜ້າທີ່ ປົກປ້ອງ ສິດທິ ຂອງ ຄົນໄທ ທີ່ ຈະໄດ້ຮັບ ຜົລ ກະທົບ ຈາກ ເຂື່ອນ ດອນສະໂຮງ ນັ້ນ ແລະ ຖືວ່າເປັນ ການ ຣະເມີດ ສິດທິ ມະນຸດ ແລະ ກົດໝາຍ ສາກົນ.
ພ້ອມກັນ ນັ້ນ ກໍຮຽກຮ້ອງ ໃຫ້ ກົມ ຊັພຍາກອນ ນໍ້າ ຂອງໄທ ຍຸຕິ ການກະທໍາ ດັ່ງກ່າວ ທັງໝົດ ແລະ ຂໍໃຫ້ ວາງແຜນ ການເຮັດ ຂະບວນການ ນີ້ ໃໝ່ ໂດຍ ໃຫ້ ປຶກສາ ຫາລື ນໍາ ປະຊາຊົນ ທີ່ ອາສັຍ ຢູ່ແຄມ ແມ່ນໍ້າຂອງ ເພື່ອເຮັດໃຫ້ ຂະບວນການ ນັ້ນ ເປັນໜ້າ ເຊື່ອຖື.