ກຸ່ມຮັກຊຽງຂອງ ຍື່ນໜັງສືຄັດຄ້ານ ແຜນຊື້ໄຟຟ້າ ຈາກເຂື່ອນປາກແບງ
ກຸ່ມຮັກຊຽງຂອງ ຈາກແຂວງຊຽງຮາຍຂອງໄທຍ ໄດ້ຍື່ນໜັງສືຄັດຄ້ານ ຂໍ້ຕົກລົງບັນທຶກຄວາມເຂົ້າໃຈກັນ ກ່ຽວກັບລາຄາໄຟຟ້າ ທີ່ໄທຍຈະຊື້ຈາກ ເຂື່ອນປາກແບງ ຕໍ່ 5 ໜ່ວຍງານຂອງທາງການໄທຍ ຍ້ອນກັງວົນນໍາຜົລກະທົບທີ່ຈະເກີດຂຶ້ນ ກັບລະບົບນິເວດ ແລະ ວິຖີຊີວິດຊາວບ້ານແຄມຂອງ.
-
ຈຳປາທອງ
2022-05-13 -
-
-
Your browser doesn’t support HTML5 audio
ກຸ່ມຮັກຊຽງຂອງ ຢູ່ເມືອງຊຽງຂອງ ແຂວງຊຽງຮາຍຂອງໄທຍ ໄດ້ຍື່ນໜັງສື ຄັດຄ້ານ ຂໍ້ຕົກລົງໃນບັນທຶກຄວາມເຂົ້າກັນກ່ຽວກັບ ລາຄາຊື້ໄຟຟ້າຈາກເຂື່ອນປາກແບງ ທີ່ພາກສ່ວນທີ່ກ່ຽວຂ້ອງ ຂອງທາງການໄທຍ ໄດ້ລົງນາມໃນມື້ວັນທີ 25 ເມສາ ທີ່ຜ່ານມາ ຕໍ່ 5 ໜ່ວຍງານຂອງຣັຖໄທຍ ຊຶ່ງເຂື່ອນນັ້ນມີແຜນວ່າຈະສ້າງຢູ່ເມືອງປາກແບງ ແຂວງອຸດົມໄຊຂອງລາວ ທີ່ຢູ່ຫ່າງຈາກແຂວງຊຽງຮາຍ 96 ກິໂລແມັດ. ກຸ່ມຮັກຊຽງຂອງກັງວົນວ່າ ເຂື່ອນດັ່ງກ່າວຈະສົ່ງຜົລກະທົບ ຕໍ່ລະບົບນິເວດໃນແມ່ນໍ້າຂອງ ແລະຕໍ່ການທໍາມາຫາກິນຂອງປະຊາຊົນ ທັງລາວແລະໄທຍ.
ດັ່ງຕົວແທນກຸ່ມຮັກຊຽງຂອງ ທ່ານນຶ່ງກ່າວຕໍ່ວິທຍຸເອເຊັຽເສຣີໃນມື້ວັນທີ 13 ພຶສພານີ້ວ່າ:
“ເວົ້າແທ້ແລ້ວ ພວກເຮົາຍື່ນໜັງສືໃຫ້ໜ່ວຍງານຕ່າງໆ ໄດ້ທົບທວນ ເຣື່ອງການສ້າງເຂື່ອນປາກແບງ ທີ່ເຮົາຟ້ອງສານປົກຄອງ ເຮົາກໍເຂົ້າໃຈດີວ່າ ສານປົກຄອງບໍ່ສາມາດຂັດ ເພາະມັນຢູ່ນອກເຂດປະເທດໄທຍ ກົດໝາຍໄທຍເລີຍໄປບໍ່ຮອດ ຊຶ່ງກໍໄດ້ສ້າງບັນຫາ ພວກເຮົາກໍເຫັນວ່າ ໜ້າຈະມີອີກຫລາຍໆບັນຫາຕາມມາ ແຕ່ກົດໝາຍຂອງໄທຍເອງ ກໍຄຸ້ມຄອງແຕ່ພາຍໃນປະເທດເທົ່ານັ້ນ.”
ທ່ານກ່າວຕື່ມວ່າ ໃນປັດຈຸບັນ ເຖິງແມ່ນວ່າ ຍັງບໍ່ທັນມີເຂື່ອນປາກແບງກໍຕາມ ແຕ່ຊາວຊຽງຂອງ ທີ່ທໍາມາຫາກິນຕາມລໍາແມ່ນໍ້າຂອງ ກໍໄດ້ຮັບຜົລກະທົບຢູ່ແລ້ວ ທັງຈາກເຂື່ອນໄຟຟ້າຢູ່ປະເທດຈີນ ແລະເຂື່ອນໄຊຍະບູຣີໃນປະເທດລາວ ທີ່ເຮັດໃຫ້ສະພາບແມ່ນໍ້າຂອງປ່ຽນແປງໄປ ແລະຊາວບ້ານທີ່ຫາປາ, ຫາໄຄໃນແມ່ນໍ້າຂອງຍາກຂຶ້ນ ດັ່ງນັ້ນຈຶ່ງຫວັງເປັນຢ່າງຍິ່ງວ່າ ທາງການໄທຍຈະຮັບພິຈາຣະນາ ຕາມໜັງສືຄັດຄ້ານໃນເທື່ອນີ້ໃຫ້.
ທ່ານ ນິວັດ ຣ້ອຍແກ້ວ ປະທານກຸ່ມຮັກຊຽງຂອງ ໄດ້ກ່າວໃນໜັງສືຄັດຄ້ານນັ້ນຕອນນຶ່ງວ່າ “ໂຄງການເຂື່ອນປາກແບງ ຍັງມີແຜນຈະກັບມາດໍາເນິນໂຄງການອີກຄັ້ງ ເຖິງແມ່ນວ່າຜົລກະທົບຈາກການກໍ່ສ້າງເຂື່ອນ ໃນແມ່ນໍ້າຂອງເກີດຂຶ້ນຢ່າງຕໍ່ເນື່ອງ ຫລາຍກວ່າ 20 ປີມາແລ້ວກໍຕາມ. ດັ່ງນັ້ນການທີ່ພາກສ່ວນທີ່ກ່ຽວຂ້ອງ ໄດ້ສເນີສ້າງເຂື່ອນປາກແບງ ແລະຈະຮັບຊື້ໄຟຟ້າເພິ່ມຕື່ມ ຖືເປັນການເພີກເສີຍຕໍ່ສຽງຂອງຊາວບ້ານ ທີ່ໄດ້ຮັບຄວາມເດືອດຮ້ອນ ຍ້ອນທີ່ຜ່ານມາ ຫລາຍຄົນກໍຢືນຢັນວ່າ ບໍ່ເຫັນດ້ວຍກັບການສ້າງເຂື່ອນດັ່ງກ່າວ. ດັ່ງນັ້ນ ຣັຖບານໄທຍຈະຕ້ອງທົບທວນ ກ່ຽວກັບແຜນຮັບຊື້ໄຟຟ້າຈາກ ເຂື່ອນປາກແບງນັ້ນຢ່າງທັນທີ.”
ກ່ຽວກັບເຣື່ອງທີ່ວ່ານີ້ ວິທຍຸເອເຊັຽເສຣີ ໄດ້ຕິດຕໍ່ໄປຫາກະຊວງຊັພຍາກອນ ແລະສິ່ງແວດລ້ອມຂອງໄທຍ ແລະຄະນະກັມມະການ ນະໂຍບາຍແຫ່ງຊາດຂອງໄທຍ ຊຶ່ງຢູ່ໃນຈໍານວນ 5 ໜ່ວຍງານທີ່ກ່ຽວຍຂ້ອງ ຂອງທາງການໄທຍ ທີ່ກຸ່ມຮັກຊຽງຂອງ ໄດ້ຍື່ນໜັງສືຄັດຄ້ານໃຫ້, ແຕ່ຍັງບໍ່ມີໜ່ວຍງານໃດໃຫ້ຄວາມເຫັນໄດ້.
ນັກວິຊາການດ້ານແມ່ນໍ້າຂອງ ແລະການທ່ອງທ່ຽວຢູ່ເມືອງຊຽງຂອງນາງນຶ່ງ ເວົ້າວ່າ ຖ້າເຂື່ອນປາກແບງໄດ້ຖືກກໍ່ສ້າງຂຶ້ນແທ້ ກໍຈະສົ່ງຜົລກະທົບຕໍ່ຊາວບ້ານ ຢູ່ປະເທດລາວ ທີ່ອາສັຍຢູ່ໃກ້ກັບເຂດນັ້ນ ແລະການແລ່ນເຮືອນໍາທ່ຽວ ກໍຈະໄດ້ຮັບຜົລກະທົບນໍາດ້ວຍ ເນື່ອງຈາກວ່າ ມັນຈະເຮັດໃຫ້ທັມມະຊາດປ່ຽນແປງ.
ດັ່ງທີ່ນາງເວົ້າວ່າ:
“ຕ້ອງມີຜົນກະທົບແນ່ນອນ ຕ້ອງມີບ້ານຢູ່ໃກ້ແມ່ນໍ້າຂອງ ຍ້ອນລະດັບນໍ້າຂອງໃກ້ໆ ປາກແບງມັນຈະຂຶ້ນສູງ ຄົນລາວທີ່ຢູ່ 2 ຝັ່ງແມ່ນໍ້າຂອງ ຢູ່ບໍຣິເວນໃກ້ກັບການກໍ່ສ້າງເຂື່ອນປາກແບງ ກໍອາຈຕ້ອງໂຍກຍ້າຍບ້ານ. ສະພາບພູມີສາດຂອງປາກແບງ ເປັນ ທໍາມະຊາດລ້ວນໆ ຈັ່ງໃດມັນກໍຕ້ອງປ່ຽນແປງໄປ ຫາກມີການສ້າງເຂື່ອນປາກແບງ.”
ນາງເວົ້າຕື່ມວ່າ ແນ່ນອນວ່າ ຫາກເຂື່ອນປາກແບງນີ້ເກີດຂຶ້ນ ກໍຈະສົ່ງຜົລກະ ທົບມາຮອດຊາວໄທຍ ທີ່ອາສັຍຢູ່ຕາມແຄມຂອງ, ດິນຈະເຈື່ອນ, ມີຜົລກະທົບຕໍ່ການຫາປາ ແລະການທໍາມາຫາກິນອື່ນໆກໍຈະຫຍຸ້ງຍາກຂຶ້ນ. ເຖິງແມ່ນວ່າ ຄໍາຮຽກຮ້ອງຂອງຊາວໄທຍບໍ່ໃຫ້ສ້າງເຂື່ອນນັ້ນ ຈະບໍ່ໄດ້ຮັບຜົລ ແຕ່ກໍຢາກໃຫ້ພາກສ່ວນທີ່ກ່ຽວຂ້ອງ ໃນປະເທດລາວ ພະຍາຍາມເຮັດໃຫ້ເຂື່ອນນັ້ນ ມີຜົລກະທົບຂ້າມຊາຍແດນໜ້ອຍທີ່ສຸດ ເພື່ອບໍ່ໃຫ້ກະທົບຕໍ່ຄວາມສໍາພັນ ລະຫວ່າງລາວແລະໄທຍ.
ໃນຂະນະດຽວກັນ ຊາວໄທຍຫລາຍຄົນທີ່ຢູ່ແຄມຂອງ ຊຶ່ງໄດ້ຮັບຜົລກະທົບຈາກເຂື່ອນໄຊຍະບູຣີ ກໍຢ້ານວ່າ ຖ້າເຂື່ອນປາກແບງຖືກສ້າງຂຶ້ນມາຕື່ມອີກ ກໍຍິ່ງຈະເຮັດໃຫ້ພວກເຂົາເຈົ້າເດືອດຮ້ອນຫລາຍຂຶ້ນ ໂດຍທີ່ຈະບໍ່ສາມາດຂໍຄວາມເປັນທັມ ຈາກພາກສ່ວນທີ່ກ່ຽວຂ້ອງໃດໄດ້.
ດັ່ງທີ່ຊາວໄທຍຢູ່ແຄມຂອງຜູ້ນຶ່ງ ເວົ້າໃນມື້ດຽວກັນນີ້ວ່າ:
“ຄວາມທຸກຂອງຊາວບ້ານ ບໍ່ມີໝ້ອງລະ ບາຍ ຄັນແຄ້ນໃຈຊາວລຸ່ມນໍ້າຂອງທຸກຄົນ ເສັຽນໍ້າຫູເສັ້ຽນໍ້າຕາເສັຽກໍາລັງໃຈວ່າ ຜູ້ຫລັກຜູ້ໃຫຍ່ສິເບິ່ງແຍງຊາວບ້ານ ສຸດທ້າຍແລ້ວເພິ່ງບໍ່ໄດ້ຈັກໝ້ອງ.”
ປະຊາຊົນຢູ່ເມືອງປາກແບງຜູ້ນຶ່ງ ທີ່ຢູ່ບໍ່ໄກຈາກເຂດທີ່ຈະມີການກໍ່ສ້າງ ເຂື່ອນປາກແບງເວົ້າຕໍ່ວິທຍຸເອເຊັຽເສຣີໃນມື້ວັນທີ 13 ພຶສພານີ້ວ່າ ເຂດບ້ານຂອງຕົນ ປະຊາຊົນຈະບໍ່ໄດ້ຖືກໃຫ້ໂຍກຍ້າຍ ອອກໄປຢູ່ບ່ອນອື່ນ ຍ້ອນເປັນບ້ານທີ່ຢູ່ໃນເຂດສູງ.
“ຢູ່ແຕ່ນໍ້າຂອງຫັ້ນແຫລະ ບໍ່ຮອດດອກ ບໍ່ຖືກເຂື່ອນປາກແບງນີ້ ຜູ້ຢູ່ຕໍ່າກະໄດ້ຍ້າຍ ໂອ໋ ເຮົາຢູ່ສູງ.”
ໃນຂະນະດຽວກັນ ເຈົ້າຂອງເຮືອນໍາທ່ຽວ ລະຫວ່າງແຂວງບໍ່ແກ້ວ ແລະແຂວງອຸດົມໄຊນາງນຶ່ງ ກໍເວົ້າໃນມື້ດຽວກັນນີ້ວ່າ ຖ້າມີການກໍ່ສ້າງເຂື່ອນປາກແບງ ກໍຍັງບໍ່ທັນຄາດເດົາໄດ້ເທື່ອວ່າ ຈະມີຜົລກະທົບຕໍ່ການແລ່ນເຮືອທ່ອງທ່ຽວຫລາຍປານໃດ ແລະຈະມີການໂຍກຍ້າຍປະຊາຊົນອອກຫລາຍເທົ່າໃດ ຍ້ອນຍັງບໍ່ທັນຮູ້ຂໍ້ມູນ.
“ສິກະທົບກັບການທ່ອງທ່ຽວບໍ່ ເຣື່ອງກະທົບບໍ່ກະທົບ ກາບໍ່ຮູ້ແຫລະເນາະ ແຕ່ວ່າສິສ້າງກາຍັງບໍ່ເກີດເທື່ອ. ນໍ້າກາຍັງຂຶ້ນຫລາຍຢູ່.”
ອີງຕາມການຣາຍງານ ຂອງໂຄງການເຂື່ອນປາກແບງ ກ່ຽວກັບການປະເມີນຜົລກະທົບຕໍ່ສິ່ງແວດລ້ອມ ແລະສັງຄົມ, ຈະມີປະຊາຊົນໄດ້ຮັບຜົລກະທົບໂດຍກົງ ແລະທາງອ້ອມ 26 ບ້ານ ຢູ່ 4 ເມຶືອງ ໃນ 3 ແຂວງ ຄື 4 ບ້ານ ຢູ່ເມືອງປາກແບງ ແຂວງອຸດົມໄຊ, ຢູ່ເມືອງປາກທາ ແຂວງບໍ່ແກ້ວ 17 ບ້ານ ແລະຢູ່ແຊວງໄຊຍະບູຣີ ທີ່ເມືອງຮ່ອນ 3 ບ້ານ ແລະເມືອງຄອບ 2 ບ້ານ.
ໃນຈໍານວນ 26 ບ້ານທີ່ວ່ານັ້ນ ມີ 7 ບ້ານ, 923 ຄອບຄົວ, 4,700 ຄົນ ຈະສູນເສັຍບ້ານເຮືອນ ແລະທີ່ດິນ ແລະຈະຖືກໃຫ້ໂຍກຍ້າຍອອກໄປຢູ່ບ່ອນໃໝ່.
ໂຄງການເຂື່ອນປາກແບງ ຂນາດ 912 ເມກາວັດ, ຕັ້ງຢູ່ບ້ານປາກເຊັຍ ເມືອງປາກແບງ, ບໍຣິສັດ China Datang Oversea Investment ຂອງຈີນ ເປັນເຈົ້າຂອງໂຄງການ, ມູນຄ່າການລົງທຶນປະມານ 1,880 ລ້ານໂດລ້າຣ໌ສະຫະຣັຖ, ຕາມແຜນຈະຂາຍໄຟຟໃຫ້ໄທຍ 90% ແລະໃຫ້ຣັຖວິສາຫະກິຈໄຟຟ້າລາວ 10%.
ບໍຣິສັດ GULF ຂອງໄທຍ ກັບບໍຣິສັດດັ່ງກ່າວຂອງຈີນ ແລະການໄຟຟ້າຝ່າຍ ຜລິດແຫ່ງປະເທດໄທຍ ຫລື EGAT ໄດ້ລົງນາມໃນມື້ວັນທີ 25 ເມສາທີ່ຜ່ານມາ ໃນບັນທຶກຄວາມເຂົ້າໃນກັນກ່ຽວກັບ ລາຄາຊື້ໄຟຟ້າ ຫລື Tariff MOU ໃນອັດຕຣາສເລັ່ຍ 2.7129 ບາດຕໍ່ກິໂລວັດ/ໂມງ. ຫລັງຈາກນັ້ນ ບໍຣິສັດຮ່ວມລົງ ທຶນ ຈະເຈຣະຈາຣາຍລະອຽດ ແລະລົງນາມໃນສັນຍາຊື້-ຂາຍໄຟຟ້າ ຫລື PPA ກັບການໄຟຟ້າຝ່າຍຜລິດແຫ່ງປະເທດໄທຍ ຊຶ່ງຄາດວ່າ ຈະມີຂຶ້ນບໍ່ກາຍປີ 2022 ນີ້.