ເຄືອຂ່າຍຊຸມຊົນໄທຍ ລຸ່ມນໍ້າຂອງ ຮ້ອງທຸກ ບັນຫາເຂື່ອນ ແມ່ນໍ້າຂອງ
2021.03.11

ເຄືອຂ່າຍຊຸມຊົນ ລຸ່ມນໍ້າຂອງ 7 ແຂວງຂອງໄທຍ ປະມານ 50 ຄົນ ໄດ້ຍື່ນໜັງສື ໃນມື້ວັນທີ 11 ມີນາ 2021 ຕໍ່ກະຊວງກະເສດ ແລະ ສະຫະກອນຂອງໄທຍ ເພື່ອຮ້ອງຂໍໃຫ້ຊ່ອຍ ແກ້ໄຂບັນຫາເດືອດຮ້ອນ ທີ່ເກີດຈາກການປ່ຽນແປງ ຂອງຣະບົບນິເວດ ໃນແມ່ ນໍ້າຂອງ ຍ້ອນຜົລກະທົບຈາກ ເຂື່ອນຢູ່ຈີນ ແລະ ໃນລາວ, ເຮັດໃຫ້ຊາວບ້ານ ທີ່ຢູ່ແຄມແມ່ນໍ້າຂອງ ຝັ່ງໄທຍ ຫາຢູ່ຫາກິນລໍາບາກ ຫຼາຍຂຶ້ນເລື້ອຍໆ.
ພາຍຫລັງໄດ້ຮັບຄໍາຮ້ອງດັ່ງກ່າວແລ້ວ ກະຊວງກະເສດ ແລະສະຫະກອນຂອງໄທຍ ກໍຮັບປາກວ່າ ຈະຫາລືກັບຫຼາຍພາກສ່ວນທີ່ ກ່ຽວຂ້ອງ ເພື່ອຫາແນວທາງ ແກ້ໄຂບັນຫາດັ່ງກ່າວ ໃຫ້ຊາວບ້ານ, ດັ່ງທີ່ ທ່ານ ອະລົງກອນ ພລະບຸດ ທີ່ປຶກສາຣັຖມົນຕຣີ ກະຊວງກະເສດ ແລະ ສະຫະກອນຂອງໄທຍ ໃຫ້ສໍາພາດ ສື່ມວນຊົນວ່າ:
“ຂ້າພະເຈົ້າ ຈະໄດ້ສລຸບຂໍ້ຮຽກຮ້ອງນີ້ ເພື່ອສເນີໄປຍັງຣັຖມົນຕຣີ ກະຊວງກະເສດ ແລະ ສະຫະກອນ ເພື່ອພິຈາຣະນາ ໂດຍໄວ ທີ່ສຸດ ໃຫ້ທັນຕໍ່ບັນຫາຄວາມເດືອດຮ້ອນ ບັນຫາ ແມ່ນໍ້າຂອງ ເປັນບັນຫາທີ່ທຸກຄົນຕ້ອງ ມີສ່ວນຮ່ວມ. ທຸກໜ່ວຍງານ ທຸກກະຊວງ ຈະຕ້ອງຊ່ອຍກັນ ບໍແມ່ນບັນຫາ ທີ່ເປັນພາຣະຂອງອົງກອນ ພັທນາຊຸມຊົນ ຂຶ້ນກັບພາກປະຊາຊົນ ເທົ່ານັ້ນ ຖືວ່າເປັນພາຣະກິດ ຂອງພາກຣັຖບານ.”
ແລະວ່າ ກ່ຽວກັບໂຄງການສ້າງເຂື່ອນ ໃສ່ແມ່ນໍ້າຂອງ ທີ່ມີແຜນຈະສ້າງຂຶ້ນໃໝ່ນັ້ນ ທາງຣັຖບານໄທຍເອງ ກໍມີຄວາມກັງວົນໃນ ເຣື່ອງນີ້ ຊຶ່ງທ່ານເຊື່ອວ່າ ທາງອົງການພັທນາຊຸມຊົນ 7 ແຂວງແມ່ນໍ້າຂອງ ຈະມີໂອກາດນໍາເອົາ ຂໍ້ກັງວົນຕ່າງໆສເນີຕໍ່ຣັຖບານ ໄທຍຍ້ອນການປ່ຽນແປງ ດ້ານຣະບົບນິເວດ ຂອງແມ່ນໍ້າຂອງ ໄດ້ເກີດຂຶ້ນຢ່າງໄວວາ ເໜືອກວ່າທີ່ພວກເຮົາຄາດໝາຍ.
ຫລັງຈາກຍື່ນໜັງສືຮ້ອງຂໍນັ້ນແລ້ວ ທາງເຄືອຂ່າຍ ສະພາອົງການຊຸມຊົນ ລຸ່ມນໍ້າຂອງ 7 ແຂວງ ຂອງໄທຍ ກໍໄດ້ພາກັນຍ່າງໄປ ຫາສູນຮັບຄໍາຮ້ອງທຸກ ທີ່ຂຶ້ນກັບ ສໍານັກງານນາຍົກ ຣັຖມົນຕຣີໄທຍ ເພື່ອຍື່ນໜັງສືຮ້ອງຮຽນ ເພິ່ມຕື່ມ ກ່ຽວກັບການແກ້ໄຂບັນຫາ ການປ່ຽນແປງຂອງແມ່ນໍ້າຂອງ ແລະໄດ້ໃຊ້ເວລາຫາລືກັນປະມານ 2 ຊົ່ວໂມງ ໂດຍບໍ່ອະນຸຍາດໃຫ້ ສື່ມວນຊົນ ເຂົ້າຮ່ວມຮັບຟັງ.
ຫລັງຈາກນັ້ນ ຍານາງ ອ້ອມບຸນ ທິບສຸນາ ຜູ້ປະສານງານເຄືອຂ່າຍ ສະພາອົງການຊຸມຊົນ ລຸ່ມນໍ້າຂອງ 7 ແຂວງຂອງໄທຍ ກໍໃຫ້ ສໍາພາດສື່ມວນຊົນວ່າ ການຫາລືກັບ ຫລາຍພາກສ່ວນ ຂອງຣັຖບານ ໃນມື້ນີ້ ເປັນທີ່ໜ້າພໍໃຈ ຊຶ່ງຫລາຍພາກສ່ວນ ກໍເຫັນດີຮັບເອົາ ບັນຫາດັ່ງກ່າວໄປພິິຈາຣະນາແກ້ໄຂ ໂດຍຈະມອຍໝາຍໃຫ້ ກະຊວງການຕ່າງປະເທດຂອງໄທຍ ເປັນອົງການຫຼັກ ໃນການເຈຣະຈາ ເຣື່ອງນີ້ກັບປະເທດລາວ ແລະຫຼາຍປະເທດ ດັ່ງທີ່ຍານາງກ່າວວ່າ:
“ໃນກອງປະຊຸມ ເຫັນໄປໃນທິດທາງດຽວກັນໝົດ ວ່າມັນເປັນບັນຫາແທ້ໆ ແລະເປັນສະຖານະການບັນຫາ ທີ່ສັບຊ້ອນ ກ່ຽວຂ້ອງ ກັບ; ຫຼາຍໜ່ວຍງານ ແລະຫຼາຍປະເທດ ກໍເລີຍມີ ມະຕິວ່າ ໃຫ້ກະຊວງການຕ່າງປະເທດ ເປັນໜ່ວຍງານຫລັກ ໃນການເຈຣະຈາ ໂດຍໃຊ້ກົນໄກ ຫາລື ທັງກັບປະເທດລາວ ແລະປະເທດອື່ນ ນໍາດ້ວຍ”
ຍານາງ ກ່າວຕື່ມວ່າ ໜ່ວຍງານທີ່ກ່ຽວຂ້ອງ ຊຶ່ງໄດ້ຫາລືກັນມື້ນີ້ ຮັບປາກ ວ່າຈະສລຸບຂໍ້ຮ້ອງຮຽນນີ້ ເພື່ອສເນີໄປຍັງ ທ່ານ ປຣະຢຸດ ຈັນໂອຊາ ນາຍົກຣັຖມົນຕຣີໄທຍ ເພື່ອໃຫ້ທ່ານມີຄໍາສັ່ງ ໃຫ້ມິກົນໄກກາງ ໃນການແກ້ໄຂບັນຫາແມ່ນໍ້າຂອງ ຮ່ວມກັບຫຼາຍໜ່ວຍງານ ແລະຫຼາຍປະເທດ ຊຶ່ງເປັນສິ່ງທີ່ທາງເຄືອຂ່າຍ ສະພາອົງການຊຸມຊົນ ລຸ່ມນໍ້າຂອງ 7 ແຂວງ ມີຄວາມຄາດຫວັງຫຼາຍທີ່ສຸດ.
ໃນໂອກາດດຽວກັນນີ້ ທ່ານ ສະຫວຽນ ກົງສິມມາ ເຄືອຂ່າຍ ສະພາອົງການລຸ່ມນໍ້າຂອງ ປະຈໍາແຂວງເລີຍຂອງໄທຍ ກໍໄດ້ສະແດງ ຄວາມກັງວົນ ກ່ຽວກັບໂຄງການສ້າງ ເຂື່ອນ ຊະນະຄາມ ທີ່ຢູ່ຫ່າງຈາກ ແຂວງເລີຍພຽງ 2 ກິໂລແມັດ. ໂຄງການສ້າງເຂື່ອນ ດັ່ງກ່າວ ມີແນວໂນ້ມວ່າ ຈະສ້າງຂຶ້ນຢ່າງແນ່ນອນ ໂດຍທີ່ບໍ່ຮັບຟັງສຽງ ຂອງປະຊາຊົນ ລຸ່ມນໍ້າຂອງ ຝັ່ງໄທຍ ດັ່ງທີ່ທ່ານກ່າວວ່າ
“ໂຄງການເຂື່ອນຊະນະຄາມ ຫ່າງຈາກເມືອງຊຽງຄານ ແຂວງເລີຍພຽງ 2 ກິໂລແມັດ ແລ້ວຕອນນີ້ ທາງຜູ້ພັທນາໂຄງການ ແລະ ທາງການລາວ ກໍບໍ່ສົນໃຈສຽງຂອງຊາວບ້ານ ຝັ່ງໄທຍ ຍ້ອນເຂື່ອນດັ່ງກ່າວ ຂຶ້ນຢູ່ກັບອະທິປະໄຕ ຂອງປະເທດລາວ ຂະເຈົ້າຕ້ອງ ການສ້າງ ເພື່ອຂາຍໄຟຟ້າ ຖ້າເຂື່ອນດັ່ງກ່າວ ສ້າງສໍາເຣັດ ການທ່ອງທ່ຽວ ຂອງເມືອງຊຽງຄານ ກໍຈະໝົດໄປຢ່າງແນ່ນອນ.”
ສໍາລັບຂໍ້ຮຽກຮ້ອງ ຂອງເຄືອຂ່າຍສະພາ ອົງການຊຸມຊົນລຸ່ມນໍ້າຂອງ 7 ແຂວງຂອງໄທຍ ຕໍ່ຣັຖບານໄທຍຄັ້ງນີ້ ປະກອບດ້ວຍ 7 ຂໍ້ ຊຶ່ງໃນນັ້ນ ຂໍ້ຮຽກຮ້ອງຫລັກໆກໍແມ່ນ ໃຫ້ກະຊວງ ການຕ່າງປະເທດຂອງໄທຍ ດໍາເນີນການດ້ານການຈັດການບໍຣິຫານນໍ້າ ແລະ ແລກປ່ຽນ ຂໍ້ມູນກັບທາງການລາວ ໃຫ້ສໍາເຣັດໃນເດືອນມິນາ ປີນີ້ ແລະຂຍາຍຜົລໄປສູ່ການເຈຣະຈາ ກັບປະເທດຈີນ; ໃຫ້ຣັຖບານ ໄທຍ ໂຈະການຮັບຊື້ໄຟຟ້າຈາກ ເຂື່ອນໃນປະເທດລາວ ຈົນກວ່າວ່າຈະໄດ້ຂໍ້ສລຸບ ທີ່ຈະແຈ້ງ ກ່ຽວກັບຄວາມຕ້ອງການໄຟຟ້າຂອງ ໄທຍ ແລະ ກະຊວງຊັພຍາກອນທັມຊາດ ແລະ ສິ່ງແວດລ້ອມຂອງໄທຍ ຕ້ອງປັບປຸງກົດໝາຍ ສົ່ງເສີມ ຄຸນນະພາບ ສິ່ງແວດລ້ອມ ເພື່ອໃຫ້ປະເທດໄທຍ ມີອໍານາດ ໃນການວິເຄາະຜົລກະທົບ ດ້ານສິ່ງແວດລ້ອມ ຕໍ່ໂຄງການທີ່ ມີຜົລກະທົບຂ້າມຊາຍແດນ.