ຮຽກຮ້ອງ ໃຫ້ເລື່ອນການຊື້ໄຟຟ້າ ຈາກເຂື່ອໃນແມ່ນ້ຳຂອງ ຂອງລາວ
ສະມາຊິກສະພາ ຜູ້ແທນຣາສດອນຂອງໄທຍ ຂໍໃຫ້ທາງການໄທຍ ເລື່ອນການຊື້ໄຟຟ້າ ຈາກເຂື່ອນປາກແບງ ແລະເຂື່ອນຊະນະຄາມ ຂອງລາວ ເນື່ອງຈາກ ຕ້ອງໄດ້ສຶກສາ ຜົລກະທົບ ດ້ານສິ່ງແວດລ້ອມ ຕໍ່ເຂດແດນຂອງໄທຍ ໃຫ້ລະອຽດກ່ອນ.
-
ຈຳປາທອງ
2022-09-16 -
-
-
Your browser doesn’t support HTML5 audio
ການກໍ່ສ້າງເຂື່ອນໄຟຟ້າ ປາກແບງ ຢູ່ແຂວງອຸດົມໄຊ ແລະເຂື່ອນໄຟຟ້າ ຊະນະຄາມ ຢູ່ແຂວງວຽງຈັນຂອງລາວ ຊຶ່ງຈະມີຂຶ້ນ ໂດຍທີ່ບໍຣິສັດ ຂອງໄທຍຮ່ວມລົງທຶນນັ້ນ ຈະສົ່ງຜົລກະທົບ ຕໍ່ສິ່ງແວດລ້ອມ ແລະເຂດແດນຂອງໄທຍ, ອີງຕາມການເປີດເຜີຍ ຂອງທ່ານ ຣັງສິມັນຕ໌ ໂຣມ ສະມາຊິກສະພາ ຜູ້ແທນຣາສດອນ, ພັກກ້າວໄກ ໃນຖານະກັມມາທິການ ການຕ່າງປະເທດ ຂອງສະພາ ຜູ້ແທນຣາສດອນໄທຍ ໃນມື້ວັນທີ 12 ກັນຍານີ້ ເຖິງຜົລການປະຊຸມ ຂອງກັມມາທິການ ການຕ່າງປະເທດ ຂອງສະພາຜູ້ແທນຣາສດອນໄທຍ ເມື່ອວັນທີ 8 ກັນຍາ ພາຍຫລັງທີ່ ເຄືອຂ່າຍປະຊາຊົນໄທຍ 8 ແຂວງ ລຸ່ມແມ່ນໍ້າຂອງ ໄດ້ຍື່ນໜັງສື ຂໍໃຫ້ກວດສອບຂໍ້ເທັດຈິງ ກ່ຽວກັບໂຄງການສ້າງ 2 ເຂື່ອນ ທີ່ວ່ານັ້ນ.
ທ່ານກ່າວວ່າ ພ້ອມທີ່ຈະຍື່ນຂໍ້ສເນີ ໃຫ້ພາກສ່ວນທີ່ກ່ຽວຂ້ອງ ໂຈະການເຮັດສັນຍາຊື້-ຂາຍ ໄຟຟ້າຈາກ 2 ເຂື່ອນໃນແມ່ນໍ້າຂອງ ດັ່ງກ່າວຊົ່ວຄາວ ຍ້ອນຍັງບໍ່ມີຂໍ້ມູນ ກ່ຽວກັບຜົລກະທົບ ຂ້າມຊາຍແດນ. ໃນຖານະກັມມາທິການ ການຕ່າງປະເທດ ຂອງສະພາ ຜູ້ແທນຣາສດອນໄທຍ ທ່ານກ່າວຕໍ່ ວິທຍຸເອເຊັຽເສຣີ ໃນມື້ວັນທີ 16 ກັນຍານີ້ວ່າ:
“ເຮົາເອງກໍຕ້ອງຟັງ ໃນສິ່ງທີ່ພໍ່ແມ່ປະຊາຊົນ ຍື່ນເຣື່ອງຮ້ອງຮຽນມາ ຢ່າງຕັ້ງໃຈຫລາຍຂຶ້ນ ທີ່ພໍ່ແມ່ປະຊາຊົນ ເຂົາຮ້ອງຮຽນມານີ້ ມັນໜ້າຈະມີມູນ ເພາະໜ່ວຍງານຣັຖ ຕອບຄໍາຖາມອີ່ຫຍັງບໍ່ໄດ້ເລີຍ ກໍເລີຍຂ້ອນຂ້າງກັງວົນໃຈ ບ່ອນນີ້ ເບື້ອງຕົ້ນທາງ ກັມມາທິການນີ້ ເຮົາກໍໃຫ້ມີການໂຈະ ໃນສ່ວນຂອງໂຄງການນີ້ ຈົນກວ່າທີ່ເຮົາຈະມີການສຶກສາ ໄດ້ຢ່າງໝັ້ນໃຈວ່າ ຈະບໍ່ມີຜົລກະທົບ ໃນລັກສະນະນີ້ຕາມມາ.”
ແລະປະຊາຊົນໄທຍ ທີ່ອາສັຍຢູ່ຕາມແຄມແມ່ນໍ້າຂອງ ທັງຂ້າງເທິງ ແລະຂ້າງລຸ່ມ ຕ່າງກໍຢາກໃຫ້ພາກສ່ວນທີ່ກ່ຽວຂ້ອງ ໃຫ້ຄວາມສໍາຄັນ ກ່ຽວກັບການເຮັດບົດຣາຍງານ ກ່ຽວກັບຜົລກະທົບດ້ານສິ່ງແວດລ້ອມ ກ່ອນທີ່ຈະອະນຸມັດ ໃຫ້ບໍຣິສັດຜູ້ໄດ້ຮັບສັມປະທານ ໂຄງການກໍ່ສ້າງເຂື່ອນໄຟຟ້າ ທັງສອງແຫ່ງດັ່ງກ່າວກ່ອນ ເພື່ອປ້ອງກັນ ບໍ່ໃຫ້ເກີດຜົລເສັຍຫາຍ ຕາມມາ.
ດັ່ງທີ່ ທ່ານ ນິວັດ ຣ້ອຍແກ້ວ ປະທານກຸ່ມຮັກຊຽງຂອງ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນມື້ດຽວກັນນີ້ວ່າ:
“ຖ້າຫາກມີການ ສ້າງເຂື່ອນປາກແບງແລ້ວ ນໍ້າຈາກເຂື່ອນຊິກັກໄວ້ນີ້ ຄືມັນຈະຍົກລະດັບມາຖ້ວມ ຖ້າມີການສ້າງໄປກ່ອນແລ້ວ ມັນກໍແກ້ໄຂບໍ່ໄດ້ ເພາະມັນເປັນເຣື່ອງໃຫຍ່ ເພາະສະນັ້ນ ຄົນຈະເຮັດນີ້ ມັນກໍຕ້ອງມີການສຶກສາ ໃຫ້ຮອບຄອບ ທາງຕອນໃຕ້ ກໍເປັນເຂື່ອນຊະນະຄາມນໍ ກໍຫ່າງຈາກຊຽງຄານບໍ່ໄກ ເຣື່ອງລະດັບນໍ້າ ເຣື່ອງຕາຝັ່ງ ທີ່ຈະຕ້ອງພັງລົງ ທີ່ທໍາກິນ ຂອງພີ່ນ້ອງຊາວບ້ານ ທີ່ຢູ່ແຄມແມ່ນໍ້າຂອງກໍຈະຫາຍໄປ.”
ເມື່ອກ່ອນໜ້ານີ້ ນັບຕັ້ງແຕ່ເຂື່ອນ ໃນແມ່ນໍ້າຂອງ ໃນປະເທດລາວ ເປີດໃຊ້, ເຣີ່ມຜລິຕໄຟຟ້າມາ ໄດ້ເຮັດໃຫ້ລະບົບນິເວດ ແລະຊີວະນາໆພັນ ໃນແມ່ນໍ້າຂອງປ່ຽນແປງໄປ ເຮັດໃຫ້ມີຜົລກະທົບ ຕໍ່ຊີວິຕການເປັນຢູ່ຂອງປະຊາຊົນ ທີ່ຢູ່ແຄມຂອງ ທາງຝັ່ງໄທຍໂດຍຕຣົງ ໂດຍທີ່ພວກເຂົາເຈົ້າ ບໍ່ໄດ້ຮັບການຊ່ອຍເຫລືອ ເທົ່າທີ່ຄວນ ຫລືຍັງບໍ່ທັນໄດ້ຮັບ ການຊົດເຊີຍແນວໃດ ຈາກພາກສ່ວນທີ່ກ່ຽວຂ້ອງເທື່ອ. ດັ່ງນັ້ນຈຶ່ງບໍ່ຕ້ອງການ ໃຫ້ມີການກໍ່ສ້າງເຂື່ອນໃໝ່ ຂຶ້ນຕື່ມອີກ.
ດັ່ງທີ່ທ່ານ ອໍານາດ ໄຕຣຈັກ ຕົວແທນເຄືອຂ່າຍ ປະຊາຊົນໄທຍ 8 ແຂວງລຸ່ມແມ່ນໍ້າຂອງ ກ່າວໃນມື້ວັນທີ 16 ກັນຍານີ້ວ່າ:
“ເຂື່ອນໄຊຍະບູຣີ ມັນເຮັດໃຫ້ຮ່ອງນໍ້າມັນປ່ຽນໄປ ຕາຝັ່ງກໍພັງ, ດຽວນີ້ລະບົບນິເວດ ມັນກໍຊຸດຫລາຍແລ້ວ. ດຽວນີ້ມັນກໍປ່ຽນແປງໄປຫລາຍຫັ້ນນະ ສທນຊ (ສໍານັກງານ ຊັພຍາກອນ ນໍ້າແຫ່ງຊາຕ) ກໍຍັງເຮັດສັນຍາຊື້ໄຟຟ້າ ກັບເຂື່ອນປາກແບງອີກ. ເຮົາກໍມີຄວາມກັງວົນວ່າ ຕ້ອງໄດ້ສຶກສາຜົລກະທົບ ໃຫ້ມີຄວາມລະອຽດກ່ອນ ຄ່ອຍຊິຊື້ນີ້. ສອງເຂື່ອນນີ້ ຂຶ້ນມາອີກ ມັນຍິ່ງຊິສົ່ງຜົລກະທົບ ຫລາຍຫັ້ນນະ ຫລືການຮັບຜິດຊອບ ຢຽວຢາ ບໍ່ມີຫຍັງເລີຍດຽວນີ້ຫັ້ນນະ.”
ທ່ານກ່າວຕື່ມວ່າ ຜົລກະທົບທີ່ເກີດຂຶ້ນ ຈາກເຂື່ອນໄຟຟ້າໄຊຍະບູຣີ ແມ່ນເຮັດໃຫ້ຊາວປະມົງ, ການກະເສດແຄມຂອງ, ວັທນະທັມ ແລະການເປັນຢູ່ ຂອງປະຊາຊົນຕາມ ແຄມແມ່ນໍ້າຂອງ 7 ແຂວງຂອງໄທຍ ຄື ແຂວງເລີຍ, ໜອງຄາຍ, ບຶງການ, ນະຄອນພະນົມ, ມຸກດາຫານ, ອໍານາດຈະເຣີນ ແລະແຂວງອຸບົລຣາຊທານີ ທີ່ກວມເອົາ 1,050 ບ້ານ ປ່ຽນແປງໄປ ໂດຍທີ່ບໍ່ມີພາກສ່ວນໃດ ຮັບຜິດຊອບ.
ໃນໄລຍະຜ່ານມາ ໜ່ວຍງານດ້ານສິ່ງແວດລ້ອມ ຂອງລາວ ໄດ້ຮ່ວມກັບພາກ ສ່ວນທີ່ກ່ຽວຂ້ອງ ເຮັດບົດຣາຍງານ ກ່ຽວກັບການສຶກສາຜົລ ກະທົບດ້ານສິ່ງແວດລ້ອມ ຫລື Environment Impact Assessment (EIA) ແລ້ວ, ແຕ່ບົດຣາຍງານນັ້ນ ເປັນພຽງການຮິບໂຮມ ຂໍ້ມູນກ່ຽວກັບຜົລກະທົບ ທີ່ຄາດວ່າຈະເກີດຂຶ້ນ ສະເພາະຢູ່ຝັ່ງລາວ, ສ່ວນຜົລກະທົບ ທີ່ຄາດວ່າຈະຂ້າມຊາຍແດນ ມາຝັ່ງໄທຍ ແມ່ນຍັງບໍ່ທັນມີການສຶກສາຂໍມູນເທື່ອ ດັ່ງທີ່ ທ່ານ ມົນຕຣີ ຈັນທະວົງ ຜູ້ປະສານງານ ກຸ່ມເສຣີພາບ ແມ່ນໍ້າຂອງ, ຕ່າງໜ້າ ເຄືອຂ່າຍປະຊາຊົນໄທຍ 8 ແຂວງລຸ່ມແມ່ນໍ້າຂອງ ກ່າວວ່າ:
“EIA ຫັ້ນມີ ແຕ່ວ່າ EIA ບໍ່ໄດ້ສຶກສາເຣຶ່ອງນີ້, ກັມມາທິການກໍເຊີນໜ່ວຍງານມາຊີ້ແຈງ, ໜ່ວຍງານກໍບໍ່ສາມາດຕອບ ຄໍາຖາມນີ້ໄດ້. ໜ່ວຍງານທັງທີ່ເປັນກະຊວງ ການຕ່າງປະເທດ ແລະກົມແຜນທີ່ ທະຫານ ແລ້ວກໍໜ່ວຍງານອື່ນ. ສໍານັກງານ ຊັພຍາກອນນໍ້າ ແຫ່ງຊາດ ກໍບໍ່ສາມາດຕອບຄໍາຖາມນີ້ໄດ້ ເພາະວ່າ ຍັງບໍ່ມີການສຶກສາ, ເພາະວ່າ ຖ້າເຂດແດນມັນປ່ຽນ ໃຜຊິຮັບຜິດຊອບ. ເພາະສະນັ້ນ ຖ້າມັນມີໂຄງການເກີດຂຶ້ນ ເຮັດໃຫ້ເຂດອະທິປະໄຕ ມັນປ່ຽນ ຄວາມຮັບຜິດຊອບນີ້ ມັນຢູ່ທີ່ໃຜ.”
ທ່ານກ່າວຕື່ມວ່າ ການໄຟຟ້າຝ່າຍຜລິຕ ແຫ່ງປະເທດໄທຍ ແລະພາກສ່ວນທີ່ກ່ຽວຂ້ອງ ຄວນເປີດເຜີຍສັນຍາຊື້-ຂາຍໄຟຟ້າ ໃຫ້ສາທາຣະນະຊົນຮູ້ ເນື່ອງຈາກສັນຍາດັ່ງກ່າວນີ້ ມີລັກສະນະ “ບໍ່ຊື້ ກໍຕ້ອງຈ່າຍ” ຊຶ່ງອາຈເອື້ອປໂຍດ ໃຫ້ບໍຣິສັດເອກກະຊົນ ທີ່ເປັນເຈົ້າຂອງໂຄງການ. ຫາກມີການເຮັດສັນຍາ ຊື້-ຂາຍ ນໍາກັນແລ້ວ ກໍອາຈບໍ່ສາມາດແກ້ໄຂໄດ້ ອັນຈະເຮັດໃຫ້ປະຊາຊົນ ໃນຖານະຜູ້ບໍລິໂພກ ຕ້ອງເປັນຜູ້ແບກຮັບຄ່າໄຟຟ້າ ທີ່ແພງຂຶ້ນເປັນເວລາຫລາຍປີ.
ປັດຈຸບັນ ທາງການລາວ ແລະພາກສ່ວນທີ່ກ່ຽວຂ້ອງ ຢູ່ໃນລະຫວ່າງ ການກວດກາຄືນ ບົດຣາຍງານກ່ຽວກັບ ການວິເຄາະຜົລກະທົບ ດ້ານສັງຄົມຢູ່ລາວ ທີ່ອາຈເກີດຂຶ້ນ ຈາກໂຄງການ ກໍ່ສ້າງເຄື່ອນໄຟຟ້າ 2 ແຫ່ງດັ່ງກ່າວ ແລະທັງຈະສຶກສາຜົລກະທົບ ດ້ານສິ່ງແວດລ້ອມ ຂ້າມຊາຍແດນ ທີ່ຄາດວ່າ ຈະເກີດຂຶ້ນຢູ່ຝັ່ງໄທຍນໍາດ້ວຍ ຕາມຂໍ້ກໍານົດ ຂອງຄະນະກັມມາທິການ ແມ່ນໍ້າຂອງສາກົນ ຫລື MRC.
ດັ່ງເຈົ້າໜ້າທີ່ ດ້ານການປະເມີນຜົລກະທົບ ຈາກເຄື່ອນໄຟຟ້າ ໃນແມ່ນໍ້າຂອງ ຕໍ່ສິ່ງແວດລ້ອມ ຜູ້ບໍ່ປະສົງອອກຊື່ ແລະຕໍາແໜ່ງ ທ່ານນຶ່ງເວົ້າວ່າ:
“ແລ້ວໆ ຢູ່ໃນຊ່ວງອັບເດດ. ອັບເດດເຣື່ອງ, ເຣື່ອງຜົລກະທົບຝັ່ງລາວ ພວກເຮົາມີອັນນັ້ນຢູ່ແລ້ວ ມີຂະບວນການ ໃນການປະເມີນຜົລກະທົບ ຂ້າມຊາຍແດນຢູ່ແລ້ວ. ເຣື່ອງ MRC ນໍ, ເຣື່ອງໃນນັ້ນຫັ້ນຈະແມ່ນໄທຍ. ເຮົາກໍເປັນເນເບີຣ໌ ຢູ່ໃນຫັ້ນ ກໍເປັນຜູ້ເບິ່ງ ໂຕນີ້ເຮັດແນ່ນອນໆ ເປັນມາຕການຂອງ MRC ເພິ່ນ ຕ້ອງໄດ້ເຮັດ. ພວກເຮົາກໍກໍານົດເວລາ ບໍ່ໄດ້ ມັນຂຶ້ນກັບເຣື່ອງຂະບວນການ ຂອງເຮົາຫັ້ນນໍ.”
ເມື່ອວັນທີ 2 ກັນຍານີ້ ເຄືອຂ່າຍປະຊາຊົນໄທຍ 8 ແຂວງລຸ່ມແມ່ນໍ້າຂອງ ໄດ້ສົ່ງຈົດໝາຍຮຽກຮ້ອງ ໄປຖິງສໍານັກງານ ອັຍການສູງສຸດໄທຍ ເພື່ອຂໍໃຫ້ພິຈາລະນາ ໂຈະການກວດສັນຍາຊື້-ຂາຍໄຟຟ້າ ລະຫວ່າງ ການໄຟຟ້າ ຝ່າຍຜລິຕ ແຫ່ງປະເທດໄທຍ ແລະບໍຣິສັດຜູ້ພັທນາ ໂຄງການເຂື່ອນໄຟຟ້າ ປາກແບງ, ເຂື່ອນປາກລາຍ ແລະເຂື່ອນຫລວງພຣະບາງ ເນື່ອງຈາກຢູ່ໃນລະຫວ່າງ ການກວດສອບ ຂອງຄະນະກັມມາທິການ ການພັທນາດ້ານເສຖກິຈ ຂອງສະພາ ຜູ້ແທນຣາສດອນ ແລະຢູ່ໃນໄລຍະ ວິກິຕຄ່າໄຟແພງ ແລະພະລັງງານສໍາລອງ ຂອງປະເທດໄທຍ ກໍສູງເກີນ 50%.