ກົດໝາຍປົກປ້ອງແມ່ນໍ້າຂອງ
ປະຊາຊົນ ໄທ ກຸ່ມ ຮັກ ແມ່ນໍ້າຂອງ ໃຫ້ ຄວາມເຫັນວ່າ ຕ້ອງ ມີການ ທົບທວນ ກົດຫມາຍ ແລະ ກົນໄກ ຣະຫວ່າງ ປະເທດ ເພື່ອນບ້ານ ເພື່ອ ປົກປ້ອງ ຮັກສາ ແມ່ນໍ້າຂອງ ໃຫ້ ຍືນຍົງ.
-
ໄມຊູລີ
2015-12-01 -
-
-
Your browser doesn’t support HTML5 audio
ໃນ ວັນທີ 30 ພຶສຈິກາ ນີ້ ຊາວບ້ານ ໃນ 8 ແຂວງ ລຸ່ມ ແມ່ນໍ້າຂອງ ຂອງໄທ ຊຶ່ງເປັນຜູ້ ສົ່ງຟ້ອງ ການໄຟຟ້າ ຝ່າຍຜລິດ ແລະ ໜ່ວຍ ງານ ເຊັນສັນຍາ ຊື້ຂາຍ ໄຟຟ້າ ຈາກ ເຂື່ອນ ໄຊຍະບຸຣີ ໂດຍ ບໍ່ເປັນທັມ ນັ້ນ, ໄດ້ກ່າວ ຊິ້ແຈງ ເປັນ ເທື່ອທໍາອິດ ຕໍ່ ສານ ວ່າບໍ່ມີ ການເປິດເຜີຍ ຂໍ້ມູນ ກ່ຽວກັບ ຜົນກະທົບ ຈາກ ເຂື່ອນ ໄຊຍະບຸຣີ ຢ່າງ ແຈ່ມແຈ້ງ ແລະ ຮອບດ້ານ.
ສ່ວນ ອັຍການສານ ໄດ້ ແນະນໍາ ໃຫ້ ຜູ້ ພິພາກສາ ຍົກເລີກ ການຟ້ອງຮ້ອງ ຄະດີ ຍ້ອນວ່າ ໂຄງການ ເຂື່ອນ ໄຊຍະບູຣີ ມີການ ເປິດເຜີຍ ຂໍ້ມູນ ແລະ ໄດ້ເຮັດຕາມ ຂະບວນການ PNPCA ຕາມ ຣະບຽບ ຂອງຄນະ ກັມມາທິການ ແມ່ນໍ້າຂອງ ທຸກຢ່າງ ໄປ ແລ້ວ.
ພາຍຫລັງ ການ ພິຈາຣະນາ ຄະດີ ຕົວແທນ ພາກ ປະຊາຊົນ ໄທ ໃນ 8 ແຂວງ ທີ່ໃຊ້ ແມ່ນໍ້າຂອງ ເຫັນວ່າ ກົດໝາຍ ແລະ ຣະບຽບ ຣະຫວ່າງ ປະເທດ ທີ່ ມີຢູ່ໃນ ປັຈຈຸບັນ ນີ້ ຍັງບໍເປັນ ກົນໄກ ທີ່ ໃຫ້ຊາວບ້ານ ໄດ້ຮັບ ຄວາມ ເປັນທັມ ຢ່າງ ແຫ້ຈິງ ໂດຍສະເພາະ ກໍແມ່ນ ກໍຣະນີ ຂອງ ໂຄງການ ທີ່ ສົ່ງ ຜົນກະທົບ ຣະຫວ່າງ ປະເທດ. ດັ່ງ ທ່ານນິວັດ ຮ້ອຍແກ້ວ ໜຶ່ງໃນ ປະຊາຊົນ ທີ່ ເປັນຜູ້ຟ້ອງ ຄະດີ ນີ້ ກ່າວວ່າ:
“ໃນ ຕຸລາການ ທີ່ ຖແລງອອກ ມານັ້ນ ມັນບໍ່ໄດ້ ນໍາໄປໃຊ້ ຢ່າງ ຈິງຈັງ ເພາະມັນ ໄປຂັດຕໍ່ ກົດຣະບຽບ ການ ຈັດການ ຊັພຍາກອນ ຮ່ວມກັນ ກົດຫມາຍ ມັນຕ້ອງໄປ ເຖິງ ເພາະວ່າ ຈະເຂົ້າສູ່ ອາຊຽນ ແລ້ວ ຖ້າ ບໍ່ດັ່ງນັ້ນ ແມ່ນໍ້າຂອງ ຕາຍແນ່ ມັນມີຂໍ້ ບົກຜ່ອງ ຫລາຍ ທີ່ຊາວບ້ານ ບໍ່ສາມາດ ທີ່ຈະເຂົ້າ ໄປເຖິງ ຄວາມເປັນທັມ ໃນ ຫລາຍໆເຣື້ອງ”.
ຢ່າງໃດ ກໍຕາມ ທ່ານ ນິວັດ ເຫັນວ່າ ການທີ່ ສານ ປົກຄອງ ສູງສຸດ ຮັບຟ້ອງຄະດີ ນີ້ ກໍຖືວ່າ ເປັນ ສັນຍານ ທີ່ດີວ່າ ສານ ໃຫ້ຄວາມ ສໍາຄັນ ກັບເຣື້ອງ ວິຖີ ຊຸມຊົນ, ສິ່ງແວດລ້ອມ, ແລະ ຜົນກະທົບ ຂ້າມຊາຍແດນ ແຕ່ ທີ ຍັງຄ້າງຄາ ເປັນບັນຫາ ຢູ່ ກໍຄື ເຣື້ອງ ກົດໝາຍ ແລະ ຣະບຽບ ຣະຫວ່າງ ປະເທດ ທີ່ຍັງເປັນ ອຸປສັກ. ແຕ່ຮອດ ປັຈຈຸບັນ ນີ້ ສານປົກຄອງ ຂອງໄທ ຍັງບໍ່ມີ ຄໍາຕັດສິນ ຄະດີ ນີ້ ແຕ່ຢາງໃດ ແລະ ຍັງບໍ່ມີ ກໍານົດ ວັນ ຟັງ ພິພາກສາ ຂອງສານ.