ເຊັນບົດບັນທຶກ ຄວາມເຂົ້າໃຈໂຄງການໄຟຟ້າພລັງລົມ

ຮອງຣັຖມົນຕຣີ ກະຊວງແຜນການ ແລະ ການລົງທຶນ ແລະ ຍານາງ ພາຣາໄດ ສືບມາ ປະທານ ກຸ່ມບໍຣິສັດ ອິມແພກ ເອັນເນີຈີ ເອເຊັຽ ລິມິດເຕັດ ຫຼື Impact Energy Asia Limited ຂອງນັກລົງທຶນ ໄທຍ ໄດ້ຮ່ວມພິທີ ເຊັນບົດບັນທຶກ ຄວາມເຂົ້າໃຈ ເພື່ອສຳຣວດ ຄວາມເປັນໄປໄດ້ ໃນການພທັນາ ໂຄງການ ຜລິດໄຟຟ້າ ພລັງງານລົມ

ປະຊາຊົນ ເມືອງທ່າແຕງ ແຂວງເຊກອງ ( ຮູບຖ່າຍປິ 2011 ) RFA

ໃນ​ວັນ​ທີ 20 ມົກ​ກະ​ຣາ 2022 ທີ່​ຜ່ານ​ມາ ຍາ​ນາງ ຄຳ​ຈັນ ວົງ​ແສນ​ບູນ ຮອງ​ຣັ​ຖ​ມົນ​ຕ​ຣີ ກະ​ຊວງ​ແຜນ​ການ ແລະ ການ​ລົງ​ທຶນ ແລະ ຍາ​ນາງ ພາ​ຣາ​ໄດ ສືບ​ມາ ປະ​ທານ​ກຸ່ມ​ບໍ​ຣິ​ສັດ ອິມ​ແພກ ເອັນ​ເນີ​ຈີ ເອ​ເຊັຽ ລິ​ມິດ​ເຕັດ ຫຼື Impact  Energy Asia Limited ຂອງ​ນັກ​ລົງ​ທຶນ​​ໄທ​ຍ ໄດ້​ຮ່ວມ​ພິ​ທີ​ເຊັນ​ບົດ​ບັນ​ທຶກ​ຄວາມ​ເຂົ້າ​ໃຈ ຜ່ານ​ຣະ​ບົບ​ທາງ​ໄກ ເພື່ອ​ສຶກສາ ​ສຳ​ຣວດ ຄວາມ​ເປັນ​ໄປ​ໄດ້ ໃນ​ການ​ພ​ທັນາ​ໂຄງ​ການ​ຜ​ລິດ​ໄຟ​ຟ້າ​ພລັງ​ງານ​ລົມ ​ຢູ່​ເມືອ​ງ​ດາກ​ຈຶງ ແລະ ເມືອງ​ລະ​ມາມ ແຂວງ​ເຊກອງ.   

ໂຄງ​ການ​ໄຟ​ຟ້າ​ພ​ລັງ​ງານ​ລົມ ຂອງ​ບໍ​ຣິ​ສັດ​ດັ່ງ​ກ່າວນີ້ ປະກອບ​ດ້ວຍ 2 ໂຄງ​ການ ຄື ໂຄງ​ການມອນ​ສູນ​ວິນ​ຟາມ ຂ​ນາດ 600 ເມ​ກາ​ວັດ ​ໄດ້​ເຊັນ​ບົດ​ບັນ​ທຶກ​ຄວາມ​ເຂົ້າ​ໃຈ ຮ່ວມ​ກັບ​ທາງ​ການ​ລາວ​ມາ​ແລ້ວ​ຫຼາຍ​ປີ ແຕ່​ຍັງ​ບໍ່​ໄດ້​ຈັດ​ຕັ້ງ​ປະ​ຕິ​ບັດ ຍ້ອນ​ຖ​ນົນ​ຫົນ​ທາງ​ພາຍ​ໃນ​ພື້ນ​ທີ່ ​ຍັງ​ບໍ່​ທັນ​ພ້ອມ ສຳ​ລັບ​ຂົນ​ຍ້າຍ​ອຸ​ປກອນ ທີ່​ໃຊ້​ໃນ​ການກໍ່​ສ້າງ​ໂຄງ​ຮ່າງ​ຕ່າງໆ ແຕ່​ ບໍ​ຣິ​ສັດດັ່ງ​ກ່າວ ກໍ​ໄດ້​ເຊັນ​ສັນ​ຍາ​ຊື້-ຂາຍ ໄຟ​ຟ້າ​ພ​ລັງ​ງານ​ລົມ ທີ່​​ຈະ​ຜ​ລິດ​ໄດ້​ຈາກ​ໂຄງ​ການ​ດັ່ງ​ກ່າວ ​ໃຫ້​ກັບ​ປະ​ເທດ​ວຽດ​ນາມແລ້ວ.  

ນອກ​ຈາກນີ້ ບໍ​ຣິ​ສັດ​ດັ່ງ​ກ່າວ ນີ້ ມີ​ແຜນ​ຈະ​ເລີ່ມ​ດຳ​ເນີນ​ການ​ຜ​ລິດ​ໄຟ​ຟ້າ ​ພ​ລັງ​ງານ​ລົມ​ໂຄງ​ການ​ທຳ​ອິດນີ້ ໄປ​ພ້ອມ​ກັບ ​ໂຄງ​ການ​ຜ​ລິດ​ໄຟ​ຟ້າ​ພ​ລັງ​ງານ​ລົມ ແຫ່ງ​ທີ 2 ຄື ໂຄງ​ການ​ເຊກອງວິນ​ຟາມ ຂ​ນາດ 1,000 ເມ​ກາ​ວັດ ພາຍ​ໃນ​ປີ 2022 ນີ້ ແລະ ໃນ​ເບື້ອງ​ຕົ້ນ ທາງ ບໍ​ຣິ​ສັດ ກໍ​ໄດ້​ດຳ​ເນີນ​ການ​ ເກັບ​ກຳ​ຂໍ້​ມູນກ່ຽວ​ກັບ​ລົມ, ການ​ຕັ້ງ​ເສົາ ແລະ ຜົ​ລ​ກະ​ທົບ​ທີ່ຈະ​ເກີດ​ຂຶ້ນ​ແລ້ວ.

ເຈົ້າ​ໜ້າ​ທີ່​ກ່ຽວ​ຂ້ອງ ຢູ່​ແຂວງ​ເຊກອງ ຜູ້ບໍ່​ປະ​ສົງ​ອອກ​ຊື່ ແລະ ຕຳ​ແໜ່ງ ທ່ານ​ນຶ່ງ ໄດ້​ກ່າວ​ຕໍ່​ເອ​ເຊັຽ​ເສ​ຣີ ໃນ​ວັນ​ທີ 26 ມົກ​ກະ​ຣາ 2022 ວ່າ:

ແມ່ນ​ເພາະ​ວ່າ ໃນ​ເຂດ​ນັ້ນ ເພິ່ນ​ຈັດ​ຕັ້ງ​ເຄື່ອງວັດ​ແທກ​ໄປ​ແລ້ວ 2-3 ຈຸດ ເຄື່ອງວັດ​ແທກ​ລົມ​ຫັ້ນ​ນ່າ ຕັ້ງ​ໄປ​ຫຼາຍ​ປີ​ແລ້ວ​ຈຸດ​ນຶ່ງ​ນັ້ນ ຈຸ​ດ​ທຳ​ອິດ ຂໍ້​ມູ​ນ​ນັ້ນ​ຖື​ວ່າ​ໄດ້​ແລ້ວ ຂໍ້​ມູນ​ລົມ​ອີ່​ຫຍັງ​ນັ້ນ ຖື​ວ່າ​ສົມ​ບູນ​ແບບ ເນື້ອ​ທີ່​ຕັ້ງ​ເສົາ ກົງ​ຫັນ ຖື​ວ່າ​ເພິ່​ນ​ມີ​ໝົດ​ແລ້ວ ແຕ່​ລະ​ຈຸດໆ ເພິ່ນ​ເອົາ​ໄວ້​ໝົດ​ແລ້ວ ມີ​ແຕ່​ລົງ​ມື​ຈັດ​ຕັ້ງ​ປະ​ຕິ​ບັດ ຄາດ​ວ່າ 2022.

ໂຄງ​ການ​ຜ​ລິດ​ໄຟ​ຟ້າ​ພ​ລັງ​ງານ​ລົມ ທັງ 2 ໂຄງ​ການນີ້ ຕັ້ງ​ຢູ່​ພື້ນ​ທີ່​ດຽວ​ກັນ ມີ​ເນື້ອ​ທີ່​ປະ​ມານ 80,000 ເຮັກ​ຕ້າ ກວມ​ເອົາ 5 ບ້ານ ໃນນັ້ນ ຢູ່​ເມືອງ​ດາກ​ຈຶງ 4 ບ້ານ ແລະ ເມືອ​ງ​ລະ​ມາມ 1 ບ້ານ.

ເຈົ້າ​ໜ້າ​ທີ່​ ແຂວງ​ເຊກອງ ​ຜູ້​ດຽວ​ກັນ​​ນີ້ ໄດ້​ກ່າວ​ວ່າ:

ກະ​ທົບ​ແຕ່​ໄຮ່​ນາ​ຮົ້ວ​ສວນ ແລ້ວ​ກໍ​ເນື້ອ​ທີ່​ການ​ຜ​ລິດ ເພາະ​ວ່າ ທາງ​ໂຄງ​ການ​ເພິ່ນ​ກໍ​ຍັງ​ສຶກ​ສາ​ຢູ່ ພາຍ​ຫຼັງ​ທີ່​ໄດ້​ເຊັນ CA ແລ້ວ ກໍ​ໄດ້​ມາ​ພັ​ທ​ນາ​ແລ້ວ ກໍ​ຈະ​ຊົດ​ເຊີຍ ເພາະ​ວ່າ ເຮັດ​ຢູ່​ໃນ​ເນີນ​ພູຫັ້ນ​ນ່າ ມີ​ແຕ່​ຖືກ​ເນື້ອ​ທີ່​ການ​ຜ​ລິດ ຢູ່​ໃນ​ເຂດ​ເພິ່ນນີ້ ກະ​ຊິ​ປະ​ມານ 5 ບ້ານ 4 ບ້ານ ນີ້​ແຫຼະ.

ຕາມ​ການ​ສຳ​ຣວດ​ຂອງ​ບໍ​ຣິ​ສັດ ພົບ​ວ່າ ມີ​ປະ​ຊ​າ​ຊົນ ໄດ້​ຮັບ​ຜົ​ລ​ກະ​ທົບ​ໂດຍ​ກົງ 1 ບ້ານ ປະ​ກອບ​ມີ 70-80 ຄົວ​ເຮືອນ ແລະ ເຂົາ​ເຈົ້າ​ຈະ​ຕ້ອງ​ໄດ້​ຖືກ​ຍົກ​ຍ້າຍ​ອອກ​.  

ເຈົ້າ​ໜ້າ​ທີ່​ແຂວງ​ເຊກອງ ຜູ້​ທີ່ບໍ່​ປະ​ສົງ​ອອ​ກ​ຊື່ ແລະ ຕຳ ແໜ່ງ ອີກ​ທ່ານ​ນຶ່ງ ໄດ້​ກ່າວ​ວ່າ:

ກ່ຽວ​ຂ້ອງ​ກໍ​ແມ່ນ ນຶ່ງນີ້ແມ່ນ ເຣື່ອງ​ສຶກ​ສາ​ຜົ​ລ​ກະ​ທົບ ອັນ​ທີ່​ສອງ​ກໍ​ເວົ້າ​ເຣື່ອງ ບາດ​ຄວາ​ມ​ມັນ​ຊິ​ເປັນ​ໄປ​ໄດ້​ບໍ່ ໃນ​ການກໍ່​ສ້າງ​ຫັ້ນ​ນ່າ ເຂດ​ພື້ນ​ທີ່​ທຳ​ການ​ຜ​ລິດ​ຂອງ​ປະ​ຊາ​ຊົນ​ຫັ້ນ​ແຫຼະ ເພາະ​ວ່າ ກໍ​ຈະ​ໄດ້​ມີ​ການ​ຍົກ​ຍ້າຍ ການ​ຊອກ​ຫາ​ພື້ນ​ທີ່​ໃຫ້​ກັບ​ປະ​ຊາ​ຊົນ​ໃໝ່ ເພື່ອ​ທຳ​ການ​ຜ​ລິດ ເຮັດ​ໄຮ່​ເຮັດ​ສວນ ໃຫ້​ຂະ​ເຈ້າ​ຫັ້ນ​ແຫຼະ ເພາະ​ວ່າ ມັນ​ຕ້ອງ​ໄດ້​ຍົກ​ຍ້າຍ​ອອກ ກໍ​ບ້ານ​ນຶ່ງ​ແຫຼະ​ປະ​ມານ 70-80 ຄົວເຮືອນ.

ທ່ານ ກ່າວ​ຕື່ມ​ວ່າ ບໍ​ຣິ​ສັດ ໄດ້​ມີ​ແຜນ​ຮັບ​ເອົາ​ຊາວ​ບ້ານ​ໄປ​ເຮັດ​ວຽກ​ນຳ​ບໍ​ຣິ​ສັດ ແຕ່ ຍັງ​ບໍ່​ໄດ້​ລະ​ບຸ​ລະ​ອຽດ​ວ່າ ຈະ​ຮັບ​ເອົາ​ຊາວ​ບ້ານ​ຈັກ​ຄົນ​ເຂົ້າ​ມາ​ເຮັດ​ວຽກ​ນຳ ເຊິ່ງ​ມັນ​ກໍ​ຂຶ້ນ​ກັບຄວາມ​ຮູ້ ແລະ ຄວາມ​ສາ​ມາດ​ຂອງ​ຊາວ​ບ້ານ.  

ເອ​ເຊັຽ​ເສ​ຣີ ໄດ້​ຕິດ​ຕໍ່​ໄປ​ຫາ ບໍ​ຣິ​ສັດ ອິມ​ແພກ ເອັນ​ເນີ​ຈີ ເອ​ເຊັຽ ລິ​ມິ​ເຕັດ ເພື່ອ​ຖາມ​ລາຍ​ລະ​ອຽດເພີ່ມ​ເຕີ່ມ ແຕ່​ເຈົ້າ​ໜ້າ​ທີ່​ບໍ​ຣິ​ສັດ ບໍ່​ສະ​ດວກ​ໃຫ້​ສຳ​ພາດ. ຊາວ​ບ້ານ​ທີ່​ຢູ່​ໃກ້​ຄຽງ​ເຂດ​ໂຄງ​ການ ຍັງ​ບໍ່​ທັນ​ຮູ້ ວ່າ ພາຍ​ໃນ​ເມືອງ ແລະ ແຂວງ​ຂອງ​ຕົນ ຈະ​ມີ​ນັກ​ລົງ​ທຶນຊາວ​ໄທ​ຍ ເຂົ້າ​ມາ​ດຳ​ເນີນ​ໂຄງ​ການ​ຜ​ລິດ​ໄຟ​ຟ້າ​ພ​ລັງ​ງານ​ລົມ.

ຊາວ​ບ້ານ​ຢູ່​ເມືອງ​ດາກ​ຈຶງ ທ່ານ​ນຶ່ງ ກ່າວ​ວ່າ:

ອໍ​ໂຕນີ້ ບໍ່​ຮູ້ ໂຕນີ້​ເຮົາ​ກໍ​ບໍ່​ແນ່​ໃນ ເພາະ​ວ່າ ກໍ​ຢູ່​ໂຕ​ເມືອງ ແຕ່​ວ່າ ກໍ​ບໍ່​ຮູ້​ເລີຍ​ວ່າ ມັນ​ຈະ​ຢູ່​ຈຸດ​ໃດ ທີ່​ວ່າ ເປັນ​ພ​ລັງ​ງານ​ລົມ ບໍ່​ມີ​ເລີຍ​ເດີ.

ໃນ​ຂະ​ນະ​ດຽວ​ກັນ ຊາວ​ບ້ານ ຢູ່ເມືອງລະມາມ ກໍຍັງບໍ່ຮູ້ລາຍລະອຽດເຣື່ອງນີ້. ຊາວ​ບ້ານ​ຢູ່​ເມືອງ​ລະ​ມາມ ​ອີກ​ທ່ານ​ນຶ່ງ ໄດ້​ກ່າວ​ຕໍ່​ເອ​ເຊັຽ​ເສ​ຣີ ວ່າ:  

ຂ້ອຍບໍ່​ຮູ້​ຈັກວ່າ ເຂົາ​ເຮັດ​ອີ່​ຫຍັງ ຂ້ອຍບໍ່​ຮູ້ ຢູ່ໆ​ທ ແຕ່​ວ່າ ບໍ່​ຮູ້​ວ່າ ເຂົາ​ເຮັດ​ຫຍັງ​ຢູ່​ໃສ ຫຼື​ວ່າ ຈັ່ງ​ໃດ ຂ້ອຍບໍ່​ຮູ້ ເມືອ​ງ​ລະ​ມາມ ກໍ​ຊິ​ວ່າ ໃຫຍ່ ກໍ​ບໍ່​ໃຫຍ່​ປານ​ໃດ​ດອກ ພໍ​ຮູ້​ກັນ​ຢູ່​ຫັ້ນ​ນ່າ ກໍ​ພໍ​ຮູ້​ກັນ​ຢູ່​ຫັ້ນ​ເນາະ ວ່າ ມີ​ເຫດ​ການ​ຫຍັງ​ເກີດ​ຂຶ້ນ ເຫຼືອ​ວ່າ ຈັ່ງ​ໃດ​ຫັ້ນ​ນ່າ.

ໃນ​ເດືອນ​ມົກ​ກະ​ຣາ 2020 ທີ່​ຜ່ານ​ມາ ກະ​ຊວງ​ອຸດ​ສາ​ຫະ​ກັມ ແລະ ການ​ຄ້າ ເຄີຍ​ສ​ເນີ ຂາຍ​ໄຟ​ຟ້າ​ຈາກພ​ລັງ​ງານ​ລົມ ຂອງ​ໂຄງ​ການມອນ​ສູນ ວິນ​ຟາມ ຂ​ນາດ 600 ເມ​ກະ​ວັດ ທີ່​ຈະຜ​ລິດ​ ໂດຍ ບໍ​ຣິ​ສັດ ອິມ​ແພກ ເອັນ​ເນີ​ຈີ ເອ​ເຊັຽ ລິ​ມິ​ເຕັດ ຂອງ​ນັກ​ລົ​ງ​ທຶນ​ຊາວ​ໄທ​ຍ ໃຫ້​ແກ່​ຣັ​ຖ​ບານ​ວຽດ​ນາມ ໃນ​ລາ​ຄາບໍ່​ເກີນ 6.95 ໂດ​ລາ ຕໍ່​ກິ​ໂລ​ວັດ​ໂມງ ໃນ​ຂະ​ນະ​ທີ່ ລາ​ຄາ​ພາຍ​ໃນ​ປະ​ເທດ​ວຽດ​ນາມມີ​ການ​ຊື້​-ຂາຍ​ກັນ ຢູ່​ທີ່ 8.5-9.8 ໂດ​ລາ ຕໍ່​ກິ​ໂລ​ວັດ​ໂມງ.

2025 M Street NW
Washington, DC 20036
+1 (202) 530-4900
lao@rfa.org