ບໍຣິສັດໄທຍ ຈະສຶກສາພື້ນທີ່ ສ້າງເຂື່ອນແມ່ນໍ້າຂອງ 2 ແຫ່ງ

ບໍຣິສັດ ພະລັງງານ ບໍຣິສຸດ ຈໍາກັດ ປະເທດໄທຍ ສົ່ງໜັງສື ໄປຫາທາງການ ແຂວງອຸບົນ ແລະເລີຍຂອງໄທຍ ເພື່ອຂໍໄປເກັບຂໍ້ມູນ ແລະສຶກສາ ຄວາມເປັນໄປໄດ້ ໃນໂຄງການ ສ້າງເຂື່ອນ ໃສ່ແມ່ນໍ້າຂອງ 2 ແຫ່ງ ຄື ເຂື່ອນຜາມອງ ແລະເຂື່ອນ ສາຣະວັນ.

ສະພາບແມ່ນ້ຳຂອງ ບົກແຫ້ງຜິດປົກກະຕິ ໃນເດືອນມົກກະຣາ ປີ 2022 ທີ່ເຂດບ້ານໂຄກແຫ້ ແລະ ບ້ານຫ້ວຍຫຼ້າ ເມືອງສັງທອງ ນະຄອນຫຼວງວຽງຈັນ, ວັນທີ 16 ມົກກະຣາ 2022 (TS). RFA

ບໍຣິສັດພະລັງງານບໍຣິສຸດ ຈໍາກັດ ປະເທດໄທຍ ສົ່ງໜັງສືໄປຫາອໍານາດການປົກຄອງ ແຂວງອຸບົນ ແລະແຂວງເລີຍຂອງໄທຍ ເພື່ອຂໍເຂົ້າໄປເກັບກໍາຂໍ້ມູນ ແລະສຶກສາຄວາມເປັນໄປໄດ້ ໃນໂຄງການສ້າງເຂື່ອນໃສ່ແມ່ນໍ້າຂອງ 2 ແຫ່ງ ຄື ເຂື່ອນໄຟຟ້າຜາມອງ ຫລື ເຂື່ອນປາກຊົມ ແລະເຂື່ອນໄຟຟ້າ ສາຣະວັນ ຊຶ່ງຈະເຣີ່ມ ໃນລະຫວ່າງ ເດືອນກຸມພາ 2022 ໄປເຖິງ ເດືອນມົກກະຣາ 2023. ການເກັບກໍາຂໍ້ມູນ ແລະສຶກສາຄວາມເປັນໄປໄດ້ນັ້ນ ຈະຖືກດໍາເນີນໄປປະມານ 10-12 ຄັ້ງ, ຄັ້ງລະ 7 ມື້.

ກ່ຽວກັບທີ່ວ່າເຣື່ອງນີ້ ເຄືອຂ່າຍພາກປະຊາສັງຄົມຂອງໄທຍ ຕ່າງກໍສະແດງຄວາມກັງວົນ ຕໍ່ການທີ່ຈະເກີດຜົລກະທົບອັນໜັກໜ່ວງ ແລະນັບມື້ຈະຮຸນແຮງຂຶ້ນ ຊຶ່ງໃນປັດຈຸບັນກໍເຫັນຢູ່ແລ້ວ ເປັນຕົ້ນ ຣະດັບນໍ້າຂອງຂຶ້ນ-ລົງບໍ່ປົກກະຕິ, ນໍ້າຂອງໃສ ຍ້ອນບໍ່ມີຝຸ່ນຕົມ ຫລື ຕະກອນ ແລະຜົລກະທົບຕໍ່ການເດີນເຮືອ ແລະການຫາປາ ຂອງຊາວບ້ານ.

ຜູ້ຕາງໜ້າ ກຸ່ມຮັກຊຽງຂອງ ແຂວງຊຽງຮາຍ ຂອງໄທຍ ກ່າວຕໍ່ວິທຍຸເອເຊັຽເສຣີໃນມື້ວັນທີ 24 ມົກກະຣານີ້ວ່າ ສະພາບແມ່ນໍ້າຂອງໃນປັດຈຸບັນ ແມ່ນເຊື່ອມໂຊມລົງຫລາຍ ແລະນັບມື້ຈະທະວີຄວາມຮຸນແຮງຂຶ້ນ ຍ້ອນຜູ້ມີອໍານາດ ເຫັນແກ່ແຕ່ຜົລປໂຫຍດສ່ວນຕົວ, ບໍ່ຄໍານຶງເຖິງເຣື່ອງຜົລກະທົບ ດ້ານສິ່ງແວດລ້ອມ ແລະສັງຄົມ ຊຶ່ງກຸ່ມຮັກຊຽງຂອງ ຈະສືບຕໍ່ຮຽກ ຮ້ອງໃຫ້ຢຸດທັງ 2 ໂຄງການສ້າງເຂື່ອນດັ່ງກ່າວ ຄືດັ່ງທີ່ເຄີຍໄດ້ຮຽກຮ້ອງໃນກໍຣະນີເຂື່ອນໄຊຍະບູຣີ ຮວມທັງເຂື່ອນ ທີ່ຢູ່ໃນແຜນການກໍ່ສ້າງໃນມໍ່ໆ ນີ້ ເຊັ່ນເຂື່ອນປາກລາຍ, ເຂື່ອນຫລວງພຣະບາງ ແລະເຂື່ອນຊະນະຄາມ, ດັ່ງທີ່ທ່ານກ່າວວ່າ:

ກຸ່ມທຶນ ພະຍາຍາມ ທີ່ຈະສແວງຫາຜົລປະໂຫຍດບ່ອນນີ້, ແຕ່ທີ່ຜ່ານມາ ຜູ້ສູນເສັຍກະຄືຊາວບ້ານ ຄົນທີ່ຢູ່ໃນພື້ນທີ່ ແລ້ວກະບໍ່ຍອມຮັບຟັງ, ໃນເຣື່ອງຂອງການສຶກສາ ບໍ່ໃຫ້ປະຊາຊົນໄດ້ເຂົ້າມາມີສ່ວນຮ່ວມ, ແຕ່ໃນຂະນະດຽວກັນ ໂຕເອງກໍເຄື່ອນໄຫວແລ້ວ ກະພະຍາຍາມໃຊ້ອໍານາດ ໃນລະຫວ່າງທີ່ຊາວບ້ານເຮົາເອງກະລໍາບາກຢູ່.

ທ່ານ ສຸວິດ ກຸຫລາບວົງ ຜູ້ປະສານງານເຄືອຂ່າຍປະຊາຊົນ 8 ແຂວງແມ່ນໍ້າຂອງ-ອີສານ ກ່າວຕໍ່ວິທຍຸເອເຊັຽເສຣີໃນມື້ດຽວກັນນີ້ວ່າ ການສໍາຣວດເຂື່ອນທັງ 2 ໂຄງການນີ້ ແມ່ນຖືກນໍາມາສໍາຣວດຄືນອີກ ຫລັງຈາກໄດ້ຍຸຕິໄປເມື່ອປະມານ 10 ປີກ່ອນ, ບໍ່ເຫັນດີນໍາ 2 ໂຄງການສ້າງເຂື່ອນໄຟຟ້ານີ້ ເພາະເຫັນວ່າ ໂຄງການເຂື່ອນຜາມອງ ມີເປົ້າໝາຍຜະລິດໄຟຟ້າ ແລະຍົກຣະດັບນໍ້າຂອງໃຫ້ສູງຂຶ້ນ ເພື່ອສູບນໍ້າເຂົ້າອຸໂມງ ແລ້ວຜັນນໍ້າເຂົ້າໂຄງ ການຜັນນໍ້າ ຂອງ ເລີຍ ຊີ ມູນ ໃນພາກອີສານຂອງໄທຍ ແລະວ່າ ທາງເຄືອຂ່າຍພາກປະຊາສັງຄົມ ໃນປະເທດໄທຍ ແລະອົງການຈັດຕັ້ງສາກົລ ຈະຫາຣືກັນ ແລະອອກຖແລງການ ກ່ຽວກັບເຣື່ອງດັ່ງກ່າວ ໃນອີກບໍ່ດົນນີ້.

ຄືທີ່ເຮົາເຄີຍວິເຄາະສູ່ຟັງວ່າ ມັນຈະເຮັດເຊື່ອມໂຍງກັບໂຄງການຜັນນໍ້າ ຂອງ ເລີຍ ຊີ ມູນ, ໃນຫລັກການ ປົກກະຕິແລ້ວ ເຮົາກະບໍ່ເຫັນດ້ວຍ ກັບການສ້າງເຂື່ອນ ແລະເຂື່ອນໂຕນີ້ ເຮົາເຄີຍຄັດຄ້ານເມື່ອປະມານ 10 ກວ່າປີມາແລ້ວ ກໍຍຸຕິໄປ ແລ້ວກະຫາກໍ່ມາເລິ້ມໃໝ່.

ໂຄງການສ້າງເຂື່ອນໄຟຟ້າ ແມ່ນໍ້າຂອງ ທັງ 2 ແຫ່ງນີ້ ເປັນໂຄງການ ທີ່ຈະກວມເອົາທັງຝັ່ງໄທຍ ແລະຝັ່ງລາວ, ດັ່ງນັ້ນ ການເກັບຂໍ້ມູນ ແລະການສຶກສາ ຄວາມເປັນໄປໄດ້ ຈຶ່ງຈະຕ້ອງໄດ້ເຮັດຢູ່ໃນປະເທດລາວນໍາດ້ວຍ. ແຕ່ສໍາລັບ ຢູ່ຝັ່ງລາວ ແມ່ນໄດ້ເກັບກໍາຂໍ້ມູນ ແລະສຶກສາຄວາມເປັນໄປໄດ້ ສໍາເຣັດແລ້ວໃນເບື້ອງຕົ້ນ ເມື່ອປີ 2020 ຮວມທັງການປະເມີນຜົລກະທົບ ດ້ານສິ່ງແວດລ້ອມ ແລະສັງຄົມ, ແຕ່ກໍຍັງບໍ່ທັນມີຣາຍງານ ສລຸບອອກມາຢ່າງຈະແຈ້ງເທື່ອ ຍ້ອນຍັງຄາບັນຫາການຣະບາດຂອງ ໂຄວິດ-19, ອີງຕາມຄໍາເວົ້າຂອງເຈົ້າໜ້າທີ່  ຜແນກພະລັງງານ ແລະບໍ່ແຮ່ແຂວງບໍຣິຄໍາໄຊ ຕໍ່ວິທຍຸເອເຊັຽເສຣີ ໃນມື້ວັນທີ 24 ມົກກະ ຣານີ້.

ເບື້ອງຕົ້ນເພິ່ນເກັບກໍາຂໍ້ມູນແລ້ວເນາະ ເປັນຕົ້ນແມ່ນວຽກດ້ານພູມສາດ, ດ້ານທໍຣະນີສາດ, ດ້ານສິ່ງແວດລ້ອມ, ເຮັດວຽກແບ່ງເປັນ 2 ໄລຍະຄືເຮັດວຽກ ຍົກທາງຝັ່ງໄທຍ ແລ້ວກະຝັ່ງລາວເນາະ.

ແລະເຈົ້າໜ້າທີ່ກະຊວງພະລັງງານ ແລະບໍ່ແຮ່ກໍເວົ້າວ່າ ເຂື່ອນໄຟຟ້າຜາມອງ ຫລືເຂື່ອນປາກຊົມ ແລະເຂື່ອນໄຟຟ້ສາຣະວັນ ຫລືເຂື່ອນບ້ານກຸ່ມ ທັງ 2 ໂຄງການນີ້ແມ່ນເປັນໂຄງ ການສ້າງເຂື່ອນໄຟຟ້າແມ່ນໍ້າຂອງ ທີ່ຣັຖບານລາວພະຍາຍາມຊຸກຍູ້ໃຫ້ເກີດຂຶ້ນ ເຊັ່ນດຽວກັບໂຄງການສ້າງເຂື່ອນນໍ້າຂອງອື່ນໆ.

ໂຕນີ້ ຕາມຜູ້ໃຫຍ່ເພິ່ນວ່າກໍສືບຕໍ່ສ້າງ ຣັຖບານລາວກໍຈະຜັກດັນໃຫ້ມັນເກີດເນາະ ວຽກກະຕຽມຫຍັງກະຂະເຈົ້າສໍາເຣັດແລ້ວໝົດແລ້ວ.

ເມື່ອປີ 2020 ບໍຣິສັດພະລັງງານບໍຣິສຸດ ຫລືບໍຣິສັດພັນທະມິດ ຊຶ່ງປະກອບດ້ວຍບໍຣິສັດພະລັງງານຈະເລີນເຊກອງ, ບໍຣິສັດ PSL Service Sole ປະເທດລາວ ແລະບໍຣິສັດ Vega Digital ປະເທດໄທຍ ໄດ້ຮ່ວມລົງນາມໃນບົດບັນທຶກຄວາມເຂົ້າໃຈກັນ ຫລື MOU ກັບຣັຖບານລາວ ເພື່ອສຶກສາຄວາມເປັນໄປໄດ້ ໃນການສ້າງເຂື່ອນໄຟຟ້ານໍ້າ ໃສ່ແມ່ນໍ້າຂອງ ເພື່ອຜລິດໄຟຟ້າສົ່ງອອກ ແລະໃຊ້ພາຍໃນລາວ. ໃນນັ້ນກໍມີເຂື່ອນໄຟຟ້າ ຜາມອງ ແລະເຂື່ອນໄຟຟ້າ ສາຣະວັນ.

ອີງຕາມບົດບັນທຶກ ຄວາມເຂົ້າໃຈກັນນັ້ນ, ມີກໍານົດສຶກສາຄວາມເປັນໄປໄດ້ ໃຫ້ແລ້ວພາຍ ໃນ 2 ປີ ຊຶ່ງຜູ້ທີ່ຈະກໍ່ສ້າງເຂື່ອນນັ້ນ ຈະໄດ້ດໍາເນີນການສໍາຣວດ ແລະສຶກສາຜົລກະທົບ ແລະປະເມີນຄວາມເປັນໄປໄດ້ ພາຍໃຕ້ຂອບເຂດການສຶກສາ ແລະການພັທນາ ທີ່ຣັຖບານລາວກໍານົດໃຫ້.

ເຂື່ອນໄຟຟ້າ ຜາມອງ ຂນາດ 1,080 ເມກາວັດ, ຕັ້ງຢູ່ຫ່າງຈາກເຂື່ອນໄຟຟ້າ ຊະນະຄາມ ປະມານ 50 ກິໂລແມັດ, ຢູ່ບ້ານຫ້ວຍຂອບ ເມືອງປາກຊົມ ແຂວງເລີຍຂອງໄທຍ ກັບບ້ານຫ້ວຍຫາງ ເມືອງສັງທອງ ນະຄອນຫລວງວຽງຈັນ.  

ເຂື່ອນໄຟຟ້າ ສາຣະວັນ ຂນາດ 2,200 ເມກາວັດ, ຕັ້ງຢູ່ບ້ານກຸ່ມນ້ອຍ ເມືອງຊະນະສົມບູນ ແຂວງຈໍາປາສັກ ກັບບ້ານທ່າລົ້ງ ເມືອງໂຂງຈຽມ ແຂວງອຸບົນ.

ທັງ 2 ໂຄງການນີ້ ຍັງບໍ່ທັນມີການເປີດເຜີຍ ຣາຍລະອຽດຕ່າງໆ ໃນການກໍ່ສ້າງ ຮວມທັງການຖືຫຸ້ນ, ມູລຄ່າໂຄງການ ແລະສັນຍາ ຊື້-ຂາຍ ໄຟຟ້າ ອອກມາເທື່ອ.

2025 M Street NW
Washington, DC 20036
+1 (202) 530-4900
lao@rfa.org