ໄທຍເຕືອນຊາວຝັ່ງຂອງ ຈີນ ປ່ອຍນ້ຳຈາກເຂື່ອນ

ສິດນີ
2021.07.29
ໄທຍເຕືອນຊາວຝັ່ງຂອງ ຈີນ ປ່ອຍນ້ຳຈາກເຂື່ອນ ສະພາບນໍ້າຂອງ ຢູ່ເຂດເຂື່ອນໄຊຍະບູຣີ ທີ່ ຂຶ້ນ-ລົງ ຕາມເຫດການສະພາບ ດິນຟ້າອາກາດ ແລະ ການປ່ອຍນໍ້າຈາກເຂື່ອນ.
ນັກຂ່າວພົລເມືອງ

ສຳນັກງານນ້ຳ ແຫ່ງປະເທດໄທຍ ໄດ້ອອກແຈ້ງການ ໃຫ້ປະຊາຊົນ ຢູ່ແຄມນ້ຳຂອງ ທັງ 8 ແຂວງ ເຝົ້າຣະວັງ ຣະດັບນ້ຳຂອງ ທີ່ ເພີ່ມສຸງຂຶ້ນເລື້ອຽໆ ພ້ອມທັງໃຫ້ເຄື່ອນຍ້າຍອອກຈາກ ພື້ນທີ່ຄາດວ່ານ້ຳຈະຖ້ວມ ອາດເຮັດໃຫ້ສິ່ງຂອງ ທີ່ໃຊ້ໃນການປະກອບອາຊີບ ເສັຍຫາຍ ເປັນຕົ້ນ ອຸປກອນຫາປາ, ເຮືອຫາປາ ແລະ ອຸປກອນການກະເສດ ປະເພດຕ່າງໆຮວມທັງ ເຮືອນຊານບ້ານຊ່ອງ ນຳອີກ.

ໃນໄລຍະ 2-3 ມື້ ຜ່ານມາ ປະຣິມານນ້ຳ ໃນແມ່ນ້ຳຂອງ ຍັງສູງຢູ່ ແຕ່ບໍ່ຖ້ວມຕະລິ່ງ ດັ່ງນັ້ນ ປະຊາຊົນຕາມລຳນ້ຳຂອງ ຕ້ອງເຝົ້າ ຣະວັງຢ່າງຕໍ່ເນື່ອງ ຍ້ອນຜ່ານມາ ປະຣິມານນ້ຳ ມັກສຸງຂຶ້ນຢ່່າງກະທັນຫັນ ໂດຍບໍ່ມີສັນຍານເຕື່ອນພັຍໃດໆ. ດັ່ງ ດຣ. ສົມກຽດ ປະຈຳວົງ ເລຂາທິການສຳນັກງານນ້ຳ ແຫ່ງປະເທດໄທຍ ກ່າວຕໍ່ເອເຊັຽເສຣີ ໃນວັນທີ 27 ກໍຣະກະດາ ນີ້ວ່າ:

“ອາດຈະເຮັດໃຫ້ຊັບສິນ ທີ່ຢູ່ບໍຣິເວນແມ່ນ້ຳຂອງ ໄດ້ຮັບຜົລກະທົບ ກໍຕ້ອງທຳການຮື້ຍ້າຍ ຫຼື ຍົກຊັບສີນຕ່າງໆອອກມາກ່ອນເພື່ອ ໃຫ້ປອດພັຍ ຈາກຣະດັບນ້ຳທີ່ສຸງຂຶ້ນ ຢ່າງທັນທີ ທັນໃດ ຊຶ່ງ 3-4 ມື້ ທີ່ຜ່ານມາ ປະຣິມານນ້ຳ ເພີ່ມຕຶ່ມປະມານ 3-4 ແມັດ ແຕ່ກໍ ຍັງບໍ່ລົ້ນຕະລິ່ງ ແລະມີການຄາດການວ່າໃນອີກ 4-5 ວັນ ຂ້າງໜ້າ ກະຈະຍັງບໍ່ສູງກວ່າຕະລິີ່ງປານໃດ ແຕ່ກໍຕ້ອງຕິດຕາມຕໍ່ວ່າ ຈະມີຝົນ ຫຼື ພະຍຸເຂົ້າມາຊ້ຳອີກ ຫຼືບໍ່.”

ທ່ານກ່າວຕື່ມວ່າ ບໍ່ແມ່ນສະເພາະຢູ່ໄທຍ ເທົ່ານັ້ນ ຈະໄດ້ຮັບຜົລກະທົບ ຢູ່ລາວ ກໍຈະໄດ້ຮັບຜົລກະທົບ ເໝືອນກັນ ຊື່ງໜ໋ວຍງານ ທີ່ຮັບຜິດຊອບກ່ຽວກັບເຣື່ອງນີ້ ກໍໄດ້ປະສານງານ ໄປຍັງພາກສ່ວນທີ່ກ່ຽວຂ້ອງ ທາງຝັ່ງລາວ ດັ່ງ ຄະນະກັມມາທິການ ແມ່ນ້ຳຂອງ ຂອງປະເທດລາວ ຢູ່ນະຄອນຫຼວງວຽງຈັນ ວ່າ ຖ້າຫາກທາງຝັ່ງລາວ ມີແຜນການຈະປ່ອຍນ້ຳ ອອກຈາກເຂື່ອນ ກໍຢາກໃຫ້ແຈ້ງການ ລ່ວງໜ້າ ມາຫາຝັ່ງໄທຍ ເພື່ອທາງການໄທຍ ຈະໄດ້ວາງແຜນຮັບມື ໄດ້ທັນເວລາ.

ຢ່າງໃດກໍຕາມ ເຖິງແມ່ນວ່າ ທາງການໄທຍໄດ້ປະສານ ໄປຍັງຄະນະກັມມາທິການແມ່ນ້ຳຂອງ ຂອງລາວ ແຕ່ກໍຍັງບໍ່ພຽງພໍ ຈຳເປັນ ຕ້ອງປະສານງານໄປຍັງ ຄະນະກັມມາທິການ ແມ່ນ້ຳຂອງ ຢູ່ໃນປະເທດອື່ນນຳອີກ ເປັນຕົ້ນ ຈີນ ກຳພູຊາ ພະມ້າ ແລະ ວຽດນາມ ຍ້ອນແມ່ນ້ຳຂອງ ເປັນແມ່ນ້ຳ ນານາຊາດ ເຊື່ອມໂຍງ ກັບຫຼາຍປະເທດ ບໍ່ແມ່ນສະເພາະລາວ ແລະ ໄທຍ ເທົ່ານັ້ນ.

ສຳລັບກໍຣະນີ ແຂວງໜອງຄາຍ ທີ່ໄດ້ຮັບຜົລກະທົບໜັກ ໃນເວລານີ້ ທາງການໄທຍ ກໍໄດ້ແຈ້ງການໄປຍັງ 6 ເມືອງ ແຄມນ້ຳຂອງ ອັນໄດ້ແກ່ ເມືອງສັງຄົມ, ສີຊຽງໃໝ່, ທ່າບໍ່, ໂພນພິສັຍ ແລະ ຣັດຕະນາວາປີ ໃຫ້ຮັບຮູ້ ສະຖານະການ ແລະ ຕຽມຄວາມພ້ອມ ຍ້ອນຖ້າຫາກເກີດເຫດສຸກເສີນຂຶ້ນມາ ປະຊາຊົນກໍຈະສາມາດ ຈັດການຕາມແຜນໄດ້ ແຕ່ມາຮອດ ປັດຈຸບັນ ກະຍັງບໍ່ພົບເຫດຄວາມ ຮຸນແຮງປານໃດ ດັ່ງເຈົ້າໜ້າທີ່ ບັນເທົາ ສາທາຣະນະພັຍ ແຂວງໜອງຄາຍ ທ່ານນຶ່ງກ່າວ ໃນມື້ດຽວກັນນີ້ວ່າ:

“ນ້ຳມັນກະຂຶ້ນຢູ່ ແຕ່ວ່າມັນກະຫລຸດລົງ ຫຼຸດລົງເລື້ອຍໆ ມັນກໍມີຊ່ວງເວລາມັນເນາະ ຢ່າງທີ່ເຮົາບອກໄປກ່ອນໜ້າວ່າ ມື້ນີ້ມັນສູງສຸດ ແລ້ວປະມານ 7 ແມັດກວ່າ ຫຼັງຈາກມື້້ນີ້ໄປ ມັນກະຈະລົດລົງເລື້ອຍໆ ມາຢູ່ຣະດັບປົກກະຕິ ທີ່ເຄີຍເປັນ ກະຍັງບໍ່ມີເຫດການທີ່ ໜ້າເປັນຫ່ວງຫຍັງ.”

ຊາວບ້ານຢູ່ແຂວງບໍ່ແກ້ວ ທ່ານນຶ່ງເວົ້າວ່າໃນໄລຍະບໍ່ດົນຜ່ານມາ ປະຣິມານນ້ຳຂອງເພີ່ມຂຶ້ນ ຢ່າງຕໍ່ເນື່ອງ ຊຶ່ງມີສາເຫດຈາກຝົນຕົກ ແຮງ ເຮັດໃຫ້ຊາວກະສິກັມ ແລະ ປະຊາຊົນ ຜູ້ປຸກເຮືອນຢູ່ຕາມແຄມຂອງ ໄດ້ຮັບຜົລກະທົບ ຕ້ອງໄດ້ຍ້າຍເຄື່ອງຂອງ ແລະ ຫາທີ່ ພັກອາສັຍຊົ່ວຄາວຢູ່ ແຕ່ເຖິງຈະມີປະກົດການ ນ້ຳເພີ່ມຣະດັບສູງຂຶ້ນ ປະຊາຊົນຢູ່ໃນເຂດດັ່ງກ່າວ ກໍຍັງບໍ່ໄດ້ຮັບແຈ້ງການ ຈາກ ໜ່ວຍງານໃດເລີຍ.

“ມັນຝົນຕົກຫຼາຍ ມັນນ້ຳໄຫລມາແດ່ ລະກະເຂືື່ອນຈີນແຕກແດ່ເນາະ ກະບໍ່ດົນ 2-3 ວັນ ກໍຫລຸດແລ້ວ ກະບໍ່ມີຫຍັງບໍ່ໄດ້ແຈ້ງຫຍັງ ຢູ່ລຽບແຄມຂອງປົກກະຕິເນາະ ກະຖືວ່າເສັຽຫາຍ ໜັກ ເວົ້າເຣື່ອງສວນ ເວົ້າເຮື່ອງນາ ນາເຂົ້າແຄມຫ້ວຍແຄມຫຍັງ.”

ປະຊາຊົນແຂວງວຽງຈັນ ທ່ານນຶ່ງເວົ້າວ່າ ປັດຈຸບັນຍັງບໍ່ໄດ້ຮັບແຈ້ງການ ຈາກທາງການເທື່ອ ແລະ ກໍຍັງບໍ່ມີຄວາມກັງວົນ ທີ່ ປະຣິມານນ້ຳ ໃນແມ່ນ້ຳຂອງເພີ່ມຂຶ້ນ ຍ້ອນບໍ່ມີເຮືອນ ແລະ ເຮັດທຸຣະກິດ ຕາມແຄມຂອງ ແຕ່ກໍເປັນໜ້າຢ້ານກົວ ທີ່ທາງການຈີນ ຈະປ່ອຍນ້ຳຈາກເຂື່ອນ ທີ່ຈະເຮັດໃຫ້ປະຣິມານ ນ້ຳຂອງເພີ່ມຂຶ້ນ ແລະ ກະທົບຕໍ່ປະຊາຊົນ ຢູ່ຕາມແຄມຂອງ ຈົນບໍ່ສາມາດຫາຢູ່ ຫາກິນໄດ້.

“ເອີ ນອກຈາກວ່າຈີນ ປ່ອຍເຂື່ອນເຕັມທີ່ ອີຫລິນ່າ ຈຶ່ງເຕັມບໍ່ຈັ່ງຊັ້ນ ມັນຈະບໍ່ຖ້ວມຈັກເທື່ອ ເອີ ຢູ່ ສວັນນະເຂດ ຢູ່ແຖວເຊກອງ ກັບ ຫຼວງນ້ຳທາ ຈະມັກຖ້ວມ ພວກເບື້ອງໄຊຍະ ທີ່ມັນມີເຂື່ອນຫັ້ນ ທີ່ມີເຂື່ອນຢູ່ໄຊຍະ ຢູ່ບໍ່ແກ້ວ ທີ່ວ່າຕິດແຄມແມ່ນ້ຳຂອງ ຈະມັກຖ້ວມ.”

ຊາວບ້ານຢູ່ເມືອງຕົ້ນເຜິ້ງ ແຂວງບໍ່ແກ້ວ ທ່ານນຶ່ງເວົ້າວ່າ ໃນປັດຈຸບັນ ຫຼາຍພື້ນທີ່ຢູ່ແຄມຂອງ ໄດ້ຮັບຜົລກະທົບ ຈາກ ປະຣິມານ ນ້ຳຂອງເພີ່ມຂຶ້ນ ແຕ່ບາງບ່ອນກໍໄດ້ຫລຸດລົງ ເປັນປົກກະຕິແລ້ວ ແລະ ບໍ່ມີຝົນຕົກຄືເກົ່າ ດັ່ງຊາວບ້ານທ່ານນີ້ເວົ້າວ່າ:

“ນ້ຳຂອງທາງຕົ້ນເຜິ້ງ ມັນລົດລົງແລ້ວ ກ່ອນໜ້ານີ້ ຕອນນ້ຳຂຶ້ນ ຝົນຕົກ ມັນກໍມີນ້ຳຂຶ້ນໜ້ອຍນຶ່ງ ແຕ່ບໍ່ມີຜົລກະທົບ ຕໍ່ທາງຕົ້ນເຜິ້ງ ນ່າ ພວກຂ້ອຍບໍ່ໄດ້ອ່ານແຈ້ງການ ບໍ່ໄດ້່ຍິນ ແຈ້ງການ.”

ກ່ອນໜ້ານີ້ ໃນມື້ວັນທີ 25 ກໍຣະກະດາ ຜ່ານມາ ສຳນັກງານຊັພຍາກອນນ້ຳ ແຫ່ງປະເທດໄທຍ ໄດ້ອອກແຈ້ງການໃຫ້ປະຊາຊົນ ຢູ່ 8 ແຂວງ ແຄມນ້ຳຂອງ ອັນໄດ້ແກ່ ແຂວງຊຽງຮາຍ, ເລີຍ, ໜອງຄາຍ, ບຶງການ, ນະຄອນພະນົມ, ມຸກດາຫານ, ອຳນາດຈະເຣີນ ແລະ ອຸບົນຣາຊທານີ ໃຫ້ເຝົ້າຣະວັງປະຣິມານ້ຳຂອງ ທີ່ເພີ່ມຂຶ້ນຢ່າງຕໍ່ເນື່ອງ ໃນໄລຍະນີ້ ອັນເປັນຜົລ ມາຈາກອິດທິພົນ ຂອງພະຍຸ ເຂດຮ້ອນ ເຈິມປາກາ ທີ່ເຄື່ອນໂຕຢູ່ລາວ ແລະ ລຳນ້ຳຂອງ ຈະເຮັດໃຫ້ຝົນຕົກໜັກ ແລະ ໄຫຼຖ້ວມ ໃນຫຼາຍພື້ນທີ່ ຕາມລຳນ້ຳຂອງ.

ນອກຈາກປະຣິມານນໍ້າຝົນແລ້ວ ການທີ່ທາງການລາວ ຈະລະບາຍນ້ຳອອກຈາກເຂື່ອນນ້ຳອູ ປະມານ 1 ພັນ ແມັດກ້ອນ ຕໍ່ວິນາທີ ແລະ ເຂື່ອນໄຊຍະບູຣີ ປະມານ 8 ພັນແມັດກ້ອນ ຕໍ່ວິນາທີ ນັ້ນ ຍັງເປັນອີກສາເຫດສຳຄັນ ທີ່ຈະເຮັດໃຫ້ປະຣິມານນ້ຳຂອງ ເພີ່ມ ຂຶ້ນຕື່ມ ຈະສົ່ງຜົລກະທົບ ຕໍ່ຄົນໄທຍ ແລະຄົນລາວ ຜູ້ທີ່ຢູ່ຕາມແຄມຂອງນຳອີກ.

ເມື່ອ ສອງ-ສາມ ມື້ຜ່ານມາ ຝົນຕົກແຮງ ເຮັດໃຫ້ຫຼາຍແຂວງໃນລາວ ຖືກນ້ຳຖ້ວມ ດັ່ງ ແຂວງສວັນນະເຂດ, ບໍ່ແກ້ວ, ຜົ້ງສາລີ ອຸດົມໄຊ ແລະ ແຂວງອື່ນໆ ທົ່ງໄຮ່ທົ່ງນາຂອງ ປະຊາຊົນ ເສັຽຫາຍ ຢ່າງຫຼວງຫຼາຍ.

ຢູ່ເມືອງລອງ ແຂວງຫຼວງນ້ຳທາ ນໍ້າຖ້ວມເຮືອນປະຊາຊົນຫຼາຍບ້ານ, ຊົລປະທານ 70 ແຫ່ງ, ນາ 30 ເຮັກຕາ, ສວນອ້ອຍປະມານ 10 ເຮັກຕາ ແລະ ຖືກນໍ້າເຊາະເຈື່ອນຫຼາຍຈຸດ ຊຶ່ງທັງໝົດຍັງບໍ່ສາມາດ ປະເມີນຄວາມເສັຽຫາຍໄດ້ ຍັງຮິບໂຮມຂໍ້ມູນຢູ່.

ເມືອງເມິງ ແຂວງບໍ່ແກ້ວ ເຈົ້າໜ້າທີ່ ຫ້ອງການແຮງງານ ແລະ ສວັດດິການສັງຄົມເມືອງເມິງ ກ່າວຕໍ່ວິທຍຸເອເຊັຍເສຣີ ວ່າຊາວບ້ານ ຢູ່ເມືອງນີ້ ປະສົບພັຍ ນໍ້າຖ້ວມຫລາຍ ຍ້ອນນໍ້າຝົນໄຫລຊຸ, ບໍ່ໄດ້ກ່ຽວຂ້ອງກັບ ນໍ້າເຂື່ອນ ນໍ້າທາ 1 ທີ່ກະຈາຍໄຟຟ້າແລ້ວ, ນໍ້າຖ້ວມ ໜອງປາ, ນາ, ໄຮ່, ສວນ, ລວມມູນຄ່າເສັຍຫາຍ ປະມານ 900 ປາຍລ້ານກີບ ຖ້າຈີນປ່ອຍນ້ຳລົງມາຈາກເຂື່ອນ ຂອງຈີນ ແຮງຈະ ເຮັດໃຫ້ປະຊາຊົນ ໃຕ້ນ້ຳ ລາວແລະໄທຍ ລຳບາກກວ່າເກົ່າ.

ຜ່ານມາ ການປ່ອຍນ້ຳຈາກເຂື່ອນຈີນ ສ້າງບັນຫາໃຫ້ແກ່ປະຊາຊົນ ໃຕ້ນ້ຳຢ່່າງໃຫຍ່ຫຼວງ ແຕ່ບໍ່ມີໜ່ວຍງານໃດ ຂອງຈີນ ຮັບຜິດຊອບ ອົງການແມ່ນ້ຳຂອງສາກົນ ຫລື MRC ຕ້ອງວາງມາຕການ ຢ່າງເຂັ້ມງວດ ໃນການປ່ອຍນ້ຳຈາກເຂືື່ອນຈີນ.

ເຈົ້າຫນ້າທີ່ ຈາກອົງການ ສິ້ງຊອມ ແມ່ນ້ຳຂອງ ຫຼື MEKONG WATCH ເວົ້າວ່າ ຈີນ ຕ້ອງຮັບຜິດຊອບ ກ່ຽວກັບຜົລກະທົບ ທີ່ ປະຊາຊົນ ໃຕ້ນ້ຳ ໄດ້ຮັບຈາກການປ່ອຍນໍ້າ ຈາກເຂື່ອນ ຂອງຈີນ. ນັກວິເຄາະເວົ້າວ່າ ແມ່ນ້ຳຂອງເປັນແມ່ນ້ຳນາໆຊາດ ການໃຊ້ນ້ຳ ຮ່ວມກັນ ຖືວ່າສຳຄັນ ຕໍ່ຊິວິດ ການເປັນຢູ່ ຂອງປະຊາຊົນ ຕາມແຄມຂອງ ໃນປະເທດໃຕ້ນ້ຳ ອົງການແມ່ນ້ຳຂອງ ຫຼື MRC ຕ້ອງ ມີກົດຣະບຽບ ກ່ຽວກັບ ບັນຫາດັ່ງກ່າວ ດັ່ງນັ້ນ ຈີນ ຈະປ່ອຍນ້ຳຈາກເຂື່ອນທຸກຄັ້ງ ຕ້ອງໄດ້ຮັບອະນຸຍາດ ຈາກປະເທດ ໃຕ້ນ້ຳກ່ອນ ບໍ່ດັ່ງນັ້ນ ຄວາມເສັຽຫາຍ ທີ່ເກີດຂຶ້ນ ກັບຊາວບ້ານ ໃຜຈະຮັບຜິດຊອບ ທ່ານກ່າວ ໃນທີ່ສຸດ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.