ຂ.ສວັນນະເຂດ 100 ບ້ານ ລອຍນະທີ

ອຸ່ນແກ້ວ ສຸກສະຫວັນ
2020.10.19
F-SEponh ສະພາບນໍ້າຖ້ວມ ຢູ່ ເມືອງເຊໂປນ ແຂວງ ສວັນນະເຂດ ໃນວັນທີ 18 ຕຸລາ 2020
ນັກຂ່າວພົລເມືອງ

ຫຼາຍກວ່າ 100 ບ້ານ ຢູ່ 8 ເມືອງ ແຂວງສວັນນະເຂດ ຖືກນ້ຳຖ້ວມ, ເນື້ອທີ່ນາເຂົ້າຫຼາຍກ່ວາ 10,000 ເຮັກຕາ ເສັຍຫາຍ, ແລະ ເຮືອນ ຂອງປະຊາຊົນຈຳນວນນຶ່ງຖືກນ້ຳພັດໄປ ອີງຕາມຂໍ້ມູນຈາກທາງການ ແຂວງສະຫວັນນະເຂດ.

ເມືອງທີ່ໄດ້ຮັບຜົນກະທົບ ລວມມີ ເມືອງເຊໂປນ, ເມືອງນອງ, ວິລະບູລີ, ພີນ, ຈຳພອນ, ຊົນບູລີ, ສອງຄອນ ແລະ ທ່າປາງທອງ. ນ້ຳຖ້ວມ ຄັ້ງນີ້ເປັນຍ້ອນຝົນຕົກຕິດຕໍ່ກັນ ຫຼາຍວັນ ນັບແຕ່ວັນທີ 7 ຕຸລາ ເປັນຕົ້ນມາ ໃນຂນະທີ່ການຊ່ວຍເຫຼືອ ຂອງເຈົ້າໜ້າທີ່ທາງການ ກໍຍັງບໍ່ທັນ ທົ່ວເຖິງ.

ບ້ານອາເປີ້ຍ ເມືອງພີມ ແຂວງສະຫວັນນະເຂດ ມີພົລເມືອງ 180 ຄົນ ກໍເປັນນຶ່ງໃນຈຳນວນບ້ານ ທີ່ໄດ້ຮັບຜົນກະທົບ, ມີເຮືອນ 4-5 ຫຼັງ ທີ່ ຖືກນ້ຳພັດໄປ ບໍ່ສາມາດສ້ອມແປງໄດ້ ໃນຂນະທີ່ເຂົ້າສານອາຫານ ແຫ້ງທີ່ເຈົ້າໜ້າທີ່ມອບໃຫ້ ວັນທີ 7 ຕຸລາ ກໍໝົດແລ້ວ. ເຈົ້າໜ້າທີ່ ບ້ານອາເປີ້ຍ ເມືອງພີນ ໄດ້ກ່າວວ່າ:

"ເຮືອນມັນໄປ 4-5 ຫຼັງ ມັນບໍ່ເຫຼືອຊາກນະ ມີແຕ່ ໂອ້ຍ ກິນເຂົ້າຊິໝົດແລ້ວ ເຂົ້າເຂົາມາຊ່ວຍເຫຼືອນ້ຳຖ້ວມຊຸດກ່ອນ ແຕ່ນ້ຳລົງມັນມາຂຶ້ນນີ້."

ຊາວບ້ານອາເປີ້ຍອີກຄົນນຶ່ງ ກ່າວວ່າ ເຂົ້າເປືອກໃນເລົ້າກໍຖືກນ້ຳພັດໄປໝົດ ສ່ວນວ່າສັດລ້ຽງ ແລະ ເຄື່ອງໃຊ້ບາງຢ່າງ ສາມາດເກັບມ້ຽນ ໄດ້ທັນ:

"ເລົ້າເຂົ້າເປືອກນະມັນເອົາໄປ 50 ເປົ໋າ ຊິອຶດເຂົ້າ ເຂົ້າໄຮ່ສຸກພໍດີ ມັນແດດແລ້ວ ໄປເຮັດເຂົ້າໄຮ່ສຸກພໍດີ  ມັນແດດແລ້ວ ໄປເຮັດເຂົ້າໄຮ່ ຫຼັງຈາກນັ້ນຝົນຕົກຕໍ່ເນື່ອງບາດນີ້ ເຂົ້າກໍເຂົ້າໄຮ່ ມັນຂຸລົງ ມີໜູມາກິນ ອີກຢ່າງນ້ຳກໍມາຖ້ວມບ້ານ ມັນກໍໝົດສອງຢ່າງ ຊິຫາຍໃຈທາງໃດ."

ຊາວບ້ານຜູ້ນີ້ ກ່າວຕື່ມອີກວ່າ ບ້ານອາເປີ້ຍ ຖືກນ້ຳຖ້ວມເປັນຄັ້ງທີສອງແລ້ວ - ຄັ້ງທີນຶ່ງນ້ຳຖ້ວມ ແຕ່ວັນທີ 7-13 ຕຸລາ, ແລະ ຄັ້ງທີສອງ ຖ້ວມໜັກກວ່າເກົ່າ ນ້ຳຖ້ວມແຕ່ວັນທີ 16 ຕຸລາ ເປັນຕົ້ນມາ.

ເຈົ້າໜ້າທີ່ຫ້ອງການກະສິກັມ ແລະປ່າໄມ້ ເມືອງພີນ ໄດ້ກ່າວວ່າຂໍ້ມູນໃນວັນທີ 18 ຕຸລາ ມີ 35 ບ້ານ ຢູ່ເມືອງພີນ ໄດ້ຮັບຜົນກະທົບຈາກ ນ້ຳຖ້ວມ ແລະ ເນື້ອທີ່ນາປະມານ 500 ເຮັກຕາ ຖືກນ້ຳຖ້ວມ ເສັຍຫາຍ:

"ເນື້ອທີ່ນາ ທີ່ໄດ້ຮັບນ້ຳຖ້ວມ ມີຢູ່ 512 ເຮັກຕາ ເບື້ອງຕົ້ນນີ້ ກໍຢຽວຢານີ້ ໄດ້ແຕ່ເຂົ້າສາອາຫານແຫ້ງແຫຼະ ໄປຊ່ວຍໄວ້ບ່ອນປອດໄພ ແລະ ກໍໄດ້ໃຊ້ລະບົບການ ສື່ສານຫັ້ນແຫຼະ ໃຫ້ແຕ່ລະບ້ານເຂົາເຈົ້າ ມີເງື່ອນໄຂ ສະດວກ ກໍເອົາເຮືອມາຮັບເອົາ ລຳບາກແຫຼະ ເຂົ້າສານອາຫານ ແຫ້ງ ຜູ້ຢູ່ໃກ້ກໍໄວກວ່າ ຜູ້ຢູ່ໄກນີ້ ກໍບໍ່ທົ່ວເຖີງຈຳນວນນຶ່ງ."

ທ່ານກ່າວຕື່ມວ່າ ສາເຫດນ້ຳຖ້ວມຕິດຕໍ່ກັນ ຢູ່ເມືອງພີນ ຍ້ອນວ່າ ພະຍຸພັດເຂົ້າເມືອງ ເຮັດໃຫ້ຝົນຕົກໜັກ ແລ້ວນ້ຳຢູ່ເຂື່ອນເຊລະນອງ1 ເຕັມ ແລະ ລົ້ນໄຫຼ ເຂົ້າຖ້ວມບ້ານ ແລະ ເນື້ອທີ່ນາຂອງປະຊາຊົນ ພາຍໃນເມືອງ.

ເຈົ້າໜ້າທີ່ຫ້ອງການແຮງງານ ແລະ ສະຫວັດດີການສັງຄົມ ເມືອງພີນ ໄດ້ກ່າວວ່າ ຍັງຂາດເຮືອນໃນການຂົນສົ່ງປະຊາຊົນ ແລະ ນຳເອົາ ເຄື່ອງຊ່ວຍເຫຼືອໃຫ້ປະຊາຊົນ:

"ສ່ວນນຶ່ງຍັງບໍ່ທັນ ໄດ້ຖືກສົ່ງເຂົ້າ ເພາະວ່າ ຍັງຕິດຕໍ່ບໍ່ໄດ້ ເພາະວ່າ ໄລຍະນຶ່ງມີໄຟ ກໍຂາດແດ່ ແລ້ວເຈົ້າໜ້າທີ່ເຮົາ ຄືຊິ້ເພິ່ນໄປຮອດໄປ ເຖິງໝົດແລ້ວ ຕ່າງແຕ່ວ່າມັນຊິຊັກຊ້າ ການຂົນສົ່ງກໍບໍ່ແມ່ນຊິງ່າຍເນາະ ເຮືອເຮົາກໍບໍ່ແມ່ນຊິຫຼາຍ ກະດອກ ກະເດັ້ຽ ຫັ້ນນ່າ ເຮົາກໍຄ່ອຍໄປ ຄ່ອຍມາ ບາດນີ້ ແຕ່ລະບ້ານ ເສັ້ນທາງແຕ່ລະບ່ອນ ມັນບໍ່ໄດ້ງ່າຍ ຈັກວ່າເສັ້ນທາງຂຶ້ນນີ້ ຕົ້ນໄມ້ ມັນກໍຫັກທັບທາງ ມັນກໍຜ່ານຜ່າ ອຸປສັກ ຫຼາຍໆຢ່າງ."

ເຈົ້າໜ້າທີ່ຫ້ອງການປົກຄອງເມືອງພີນ ໄດ້ກ່າວວ່າ: ໄດ້ສະເໜີຂໍເຮືອຈາກຂັ້ນແຂວງ ຍ້ອນວ່າ ປັດຈຸບັນ ເຮືອບໍ່ພຽງພໍ:

"ໂອ້ເບິ່ງເດ້ ຂ້ອຍກໍຍັງຢູ່ ຈຳພອນນີ້ ຂ້ອຍຍັງຂົນເຄື່ອງຢູ່ນີ້ ນ້ຳຖ້ວມກຳລັງຂົນເຄື່ອງ ຮວ້າຍ ມັນບໍ່ເຫຼືອແຫຼະ ອຸປສັກ ກໍປະສານຕໍ່ນຳແຂວງ ແຂວງເພິ່ນຊິຈັດສົ່ງ ເພິ່ນມີອັນນັ້ນດອກ."

ນອກຈາກນີ້ ເຈົ້າໜ້າທີ່ກ່ຽວຂ້ອງ ຍັງໄດ້ຕິດຕໍ່ປະສານງານຫາ ຫ້ອງການປົກຄອງເມືອງຈຳພອນ ໃຫ້ຂົນອາການແຫ້ງ ນ້ຳມັນໃສ່ເຮືອ ຢາສາມັນປະຈຳບ້ານ ເຄື່ອງນຸ່ງຫົ່ມ ແລະ ເຄື່ອງໃຊ້ຄົວເຮືອນທີ່ຈຳເປັນ ໄປຫ້ອງການປົກຄອງເມືອງພີນ ເພື່ອໄປແຈກຢາຍໃຫ້ປະຊາຊົນ ທີ່ໄດ້ຮັບຜົນກະທົບ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.