ພະຍຸໂນຣູ ພັດເຂົ້າພາກໃຕ້ ສ້າງຄວາມເສັຽຫາຍ

ພະຍຸໂນຣູ ພັດເຂົ້າອັດຕະປື ແລະ ແຂວງພາກໃຕ້ ເກີດນໍ້າຖ້ວມ ກະທັນຫັນ ສ້າງຄວາມເສັຽຫາຍ ເປັນບໍຣິເວນກ້ວາງ.

ຮູບໂຕຢ່າງ: ສະພາບນ້ຳຂຶ້ນສູງ ຖ້ວມຊັພສິນ ຂອງປະຊາຊົນ ຢູ່ແຂວງພາກໃຕ້ ຂອງລາວ. ນັກ​ຂ່າວ ພົ​ລ​ເມືອງ

ພະຍຸໂນ​ຣູ ພັດເຂົ້າ ແຂວງອັດຕະປື ແລະ ແຂວງພາກໃຕ້ ເກີດນໍ້າຖ້ວມ ກະທັນຫັນ ສ້າງຄວາມເສັຽຫາຍ ເປັນບໍຣິເວນກ້ວາງ. ສ່ວນແຂວງ ທີ່ມີເຂື່ອນ ທາງການຢັ້ງຢືນວ່າ ສາມາດ ຮັບມືບໍຣິມາຕນໍ້າ ຈຳນວນຫຼາຍໄດ້.

ໄມຊູລີ: ສະບາຍດີ ທ່ານຜູ້ຟັງທີ່ເຄົາຣົບ… ຂໍຕ້ອນຮັບ ທ່ານເຂົ້າມາສູ່ ຣາຍການ “ມາຟັງນໍາກັນ”, ສັປດານີ້ ພະຍຸໂນຣູ ໄດ້ພັດເຂົ້າ 4 ແຂວງພາກໃຕ້ ອັດຕະປື, ຈຳປາສັກ, ເຊກອງ ແລະ ສາຣະວັນ ຊຶ່ງສ້າງຄວາມເສັຽຫາຍ ຕໍ່ຊັພສິນ ຂອງປະຊາຊົນ ຢ່າງຫຼວງຫຼາຍ. ໃນເບື້ອງຕົ້ນ ທາງການ ໄດ້ລະດົມພົລ ທັງໜ່ວຍກູ້ຊີພ ແລະ ກູ້ພັຍ ລົງຊ່ອຍເຫຼືອ ປະຊາຊົນ ເພື່ອໂຍກຍ້າຍ ໄປຢູ່ບ່ອນປອດພັຍ.

ສຳລັບມື້ນີ້ ຫົວຂໍ້ ໃນຣາຍ ພະຍຸໂນຣຸ ພັດເຂົ້າ 4 ແຂວງພາກໃຕ້ ສ້າງຄວາມເສັຽຫາຍ ຢ່າງ ໜັກ ເບື້ອງຕົ້ນ ທາງການ ໂຍກຍ້າຍ ປະຊາຊົນ ຈາກຈຸດສ່ຽງ ໄປຢູ່ບ່ອນປອດພັຍ.  ທ່ານຜູ້ຟັງ ທ່ານໃດ ທີ່ຕ້ອງການເຂົ້າຮ່ວມ ໃນຣາຍການຂອງພວກເຮົາ ກະຣຸນາ ສົ່ງເບີໂທຣະສັບ ຂອງທ່ານ ລົງໃສ່ອິນບອກ, ຈາກນັ້ນ ພວກເຮົາ ຈະສັມພາດ ເພື່ອມາອອກຣາຍການ. ດຳເນີນ ຣາຍການໂດຍ ໄມຊູລີ ແລະ ໄຊຍາ.

ໄຊຍາ: ສະບາຍດີ ທ່ານຜູ້ຟັງ ທີ່ເຄົາຣົບ… ສັປດານີ້ ມາຕິດຕາມ ພັຍພິບັດ ທີ່ເກີດຂື້ນ ຈາກ ພະຍຸໃຕ້ຝຸ່ນ ໂນຣູ, ຊຶ່ງພັດເຂົ້າ ທາງແຂວງພາກໃຕ້ ທັງອັດຕະປື, ຈຳປາສັກ, ສາຣະວັນ ແລະ ເຊກອງ. ຊຶ່ງຜົລເສັຽຫາຍ ເກີດຂຶ້ນ ເປັນບໍຣິເວນກ້ວາງ. ເບື້ອງຕົ້ນ ທາງການ ຂອງແຕ່ລະ ແຂວງ ໂດຍສະເພາະ ແມ່ນຄະນະກັມ​ມະການ ຄຸ້ມຄອງພັຍພິບັດ ໄດ້ລະດົມພົລ ທັງກູ້ຊີພ ແລະ ກູ້ພັຍ ຊ່ອຍເຫຼືອໂຍກຍ້າຍ ປະຊາຊົນ ຈຸດສ່ຽງ ອອກໄປ ຢູ່ບ່ອນປອດພັຍກ່ອນ ແລະ ເບື້ອງຕົ້ນ ກໍໄດ້ມີການຊ່ອຍເຫຼືອ ບັນເທົາ ທຸກສະເພາະໜ້າ ອີງໃສ່ເງື່ອນໄຂ ຂອງແຂວງ ທີ່ໄດ້ຮັບ ຜົລກະທົບ.

(ເຊີນທ່ານ ຟັງຣາຍລະອຽດ ຈາກສຽງ ທີ່ໄດ້ບັນທຶກໄວ້ ຂ້າງເທິງນັ້ນ)

2025 M Street NW
Washington, DC 20036
+1 (202) 530-4900
lao@rfa.org