ຫຼາຍແຂວງຂອງລາວ ປະເຊີນ ນ້ຳຖ້ວມ
2019.09.03
ກົມອຸຕຸນິຍົມ ວິທຍາ ແລະ ອຸທົກກະສາດ ໄດ້ອອກແຈ້ງເຕືອນວ່າ ໃນຣະຫວ່າງ ວັນທີ 02 ຫາ 05 ເດືອນກັນຍາ ຮ່ອງຄວາມກົດດັນຕ່ຳ ຂອງອາກາດຮ້ອນ ຈະພັດຜ່ານ ແຂວງ ພາກກາງ ແລະພາກໃຕ້ ຂອງປະເທດລາວ ປ່ອງເຂົ້າສູ່ ພະຍຸດິແປຣັສເຊິ້ນ ກໍ່ໃຫ້ເກີດຝົນຕົກໜັກ ຕິດຕໍ່ກັນຫຼາຍວັນ ເຮັດໃຫ້ຫຼາຍແຂວງ ໃນພາກກາງ ແລະ ພາກໃຕ້ ປະເຊີນກັບພັຍພິບັດນ້ຳຖ້ວມກະທັນຫັນ. ດັ່ງເຈົ້າໜ້າທີ່ກົມອຸຕຸນິຍົມ ວິທຍາ ແລະ ອຸທົກກະສາດ ໄດ້ກ່າວຕໍ່ ວິທຍຸເອເຊັຽເສຣີ ໃນວັນທີ 03 ກັນຍາ ວ່າ:
"ພະຍຸໂຕນີ້ເຂົ້າມັນຈະມີຜົນກະທົບໂດຍກົງ ກັບພາກກາງຫາພາກໃຕ້, ສວັນນະເຂດ ກຳລັງສິຂຶ້ນຢູ່ແຕ່ວ່າ ກາບໍ່ເທົ່າປາກເຊ, ເພາະວ່າຈາກ ພາກກາງລົງໄປຫາປາກເຊ, ປາກເຊຈະເປັນໂຕຮັບ ໂດຍສະເພາະເພາະວ່າ ຕອນນີ້ ປາກເຊລົ້ນຝັ່ງແລ້ວເດ້."
ສ່ວນ ເຂື່ອນເຊປຽນ-ເຊນ້ຳນ້ອຍ ຢູ່ແຂວງອັດຕະປື ທີ່ປະຊາຊົນເປັນກັງວົນ ຢ້ານເກີດເຫດການຊ້ຳຮອຍ ພາຍຫຼັງທາງເຂື່ອນໄດ້ອອກປະກາດ ແຈ້ງການປ່ອຍນ້ຳຈາກເຂື່ອນ ທາງການແຂວງ ກໍ່ໄດ້ແຈ້ງໃຫ້ປະຊາຊົນ ເກັບມ້ຽນສິ່ງຂອງ ຖ້າເກີດນ້ຳ ມາແຮງ ໃຫ້ຍ້າຍໄປຢູ່ຈຸດປອດພັຍ ທັນທີ. ດັ່ງເຈົ້າໜ້າທີ່ ຜແນກກະສິກັມ ແລະປ່າໄມ້ ແຂວງອັດຕະປື ໄດ້ກ່າວຕໍ່ນັກຂ່າວວິທຍຸເອເຊັຽເສຣີ ໃນວັນທີ 03 ກັນຍາວ່າ:
"ຂະເຈົ້າເກັບມ້ຽນສິ່ງຂອງທີ່ມີຄ່າໄປຢູ່ທີ່ສູງ ຄັນນ້ຳມາແຮງກາບ່ອນເຂົາເຈົ້າ ເຄີຍຖ້ວມຫັ້ນແຫຼະ ສນາມໄຊ ເຂດຕ່ຳກ່ວາໝູ່ ນ້ຳທັມມະຊາດ ກໍບໍ່ຄ່ອຍມີບັນຫາປານໃດດອກ ເປັນນ້ຳເຂື່ອນ ຄືປີທີ່ແລ້ວຍາກຫັ້ນແລ້ວຫັ້ນ."
ມາທີ່ແຂວງຄຳມ່ວນ ເມືອງເຊບັ້ງໄຟ ໄດ້ເກີດນ້ຳຖ້ວມ ກະທັນຫັນໃນໄລຍະນີ້ ອີງຕາມການຣາຍງານ ບໍ່ເປັນທາງການ ນ້ຳຖ້ວມນາປະຊາຊົນ ເສັຽຫາຍປະມານ 1.200 ເຮັກຕ້າ ສ່ວນຄວາມເສັຽຫາຍ ເຮືອນຊານ ຂອງປະຊາຊົນ ຍັງປະເມີນບໍ່ທັນໄດ້. ດັ່ງ ເຈົ້າໜ້າທີ່ ຜແນກແຮງງານ ແລະ ສວັດດີການສັງຄົມ ແຂວງຄຳມ່ວນ ໄດ້ກ່າວວ່າ:
"ເຣື່ອງນ້ຳຖ້ວມມີແຕ່ນ້ຳຖ້ວມນາ ເນາະດຽວນີ້ ເພິ່ນກໍ່ມີການເຝົ້າຣະວັງປະສານ ກັບແຕ່ລະບ້ານທີ່ວ່າຢູ່ເລາະລຽບ ຕາມນ້ຳເຊບັ້ງໄຟເນາະ ຖ້າມື້ນີ້ຍັງຕົກອີກໝົດມື້ ກາສິແມ່ນເຂົ້າໃນເຂດ ບ້ານຍາງຄຳ ບ້ານຮາກຄຳຊຽງ ນາພອກລົງໄປ ນ້ຳຈະເຂົ້າໄປໜັກ ແນ່ໆ."
ແຂວງສວັນນະເຂດແມ່ນແຂວງ ທີ່ໄດ້ຮັບຜົນກະທົບ ໜັກກວ່າໝູ່ ໃນນັ້ນມີ ນະຄອນໄກສອນ ພົມວິຫານ, ເມືອງໄຊພູທອງ, ເມືອງເຊໂປນ, ເມືອງວິລະບູລີ ເມືອງຊົນບູລີ ເມືອງອາດສະພອນ ແລະ ເມືອງຈຳພອນ ຖືກນ້ຳຖ້ວມແລ້ວ ແລະ ຄາດວ່ານ້ຳຖ້ວມ ຢູ່ແລ້ວຈະເພີ່ມຣະດັບສູງ ຂື້ນອີກ, ດັ່ງຊາວບ້ານ ບ້ານດົງບັງ ເມືອງຊົນບູລີ ນາປີ ໄດ້ຮັບຜົນເສັຽຫາຍ ໄດ້ກ່າວຕໍ່ນັກຂ່າວ ວິທຍຸ ເອເຊັຽເສຣີ ໃນວັນທີ 03 ກັນຍາວ່າ:
"ຫຼາຍແຫຼະມັນກໍ່ຖ້ວມຂື້ນລະເລື້ອຍ ລະເລື້ອຍດຽວນີ້ມັນຖ້ວມຂຶ້ນ ທຸກປີບ້ານນີ້ນ່າເອີວ່າແຕ່ວ່າ ຢາກເຮັດບໍ່ມີມ້ອງເຮັດ ກໍ່ເຮັດໄປພະຍຸ ກໍຍິ່ງ ແຮງເຂົ້າມາຍິ່ງຕື່ມອີກ."
ຫຼ້າສຸດ ຫ້ອງການກະສິກັມ ແລະປ່າໄມ້ ເມືອງໄຊພູທອງ ໄດ້ຣາຍງານວ່າ ມີນ້ຳຖ້ວມຂັງ ຫຼາຍພື້ນທີ່ ເຮັດໃຫ້ຂົວເຂດບ້ານ ພູມມະເຈດີ ຫາ ບ້ານໂພນທາດຫັກ ແລະເຂດບ້ານແດງ ຫາບ້ານນາຄຳ ເສັ້ນທາງຖືກນ້ຳເຊາະເຈື່ອນ ທາງເປ່ເພໜັກ.
ສຳລັບ ເຂດບ້ານທີ່ຖືກນ້ຳຖ້ວມຂັງ ຮວມມີ 8 ບ້ານ 301 ຄອບຄົວໄດ້ຮັບຜົນກະທົບ ເນື້ອທີ່ນາເສັຍຫາຍ 5.112 ເຮັກຕ້າ.