ໂຄງການຂຸດຄົ້ນຫິນອ່ອນ ຈະກະທົບ ຊາວບ້ານ

ຈໍາປາທອງ
2019.06.13
F-Houaphanh ແຂວງຫົວພັນ
RFA

ປະຊາຊົນ 3 ບ້ານ ປະມານ 100 ປາຍຄອບຄົວ ຢູ່ບ້ານເມືອງລຽດ, ບ້ານເມືອງລາດ ແລະ ບ້ານຫິນລາດ ເມືອງວຽງໄຊ ແຂວງຫົວພັນ ຈະໄດ້ຮັບຜົນກະທົບຢ່າງໜັກ ຈາກການທີ່ທາງການ ຈະໃຫ້ບໍຣິສັດສໍາປະທານ ຂຸດຄົ້ນຫິນອ່ອນ ປາໂກໄດ ໃນພື້ນທີ່ 87 ເຮັກຕາ ຊຶ່ງ ປັດຈຸບັນ ຢູ່ໃນຂັ້ນຕອນຂອງການປະມູນ.

ຜົນກະທົບທີ່ວ່ານັ້ນ ຈະກະທົບໃສ່ປະຊາຊົນ ຜູ້ທີ່ບໍ່ມີວຽກເຮັດງານທໍາ ໃນຈໍານວນ 100 ຄອບຄົວ ທີ່ມັກເຂົ້າໄປຊອກຫາຫິນອ່ອນ ດັ່ງກ່າວ ອອກມາຂາຍ ແລະ ໃສ່ປະຊາຊົນປະມານ 40 ຄອບຄົວ ທີ່ໃຊ້ພື້ນທີ່ ທີ່ທາງການກໍາລັງ ຈະໃຫ້ບໍຣິສັດ ສໍາປະທານນັ້ນ ເປັນບ່ອນລ້ຽງສັດ ຂາຍ ພໍມີຣາຍໄດ້ລ້ຽງຄອບຄົວ. ຕາມຄໍາເວົ້າຂອງເຈົ້າໜ້າທີ່ທ້ອງຖິ່ນ ໃນເຂດດັ່ງກ່າວ ຕໍ່ວິທຍຸເອເຊັຍເສຣີ ໃນມື້ວັນທີ 13 ມິຖຸນາ ນີ້:

"ບັນຫາຫລັກນີ້ມັນສິ່ງແວດລ້ອມ ແລ້ວບາດ ນີ້ເຂດນັ້ນ ແມ່ນເຂດລ້ຽງສັດອີກ ເອີ້ນວ່າໝົດບ້ານນະ 40 ປາຍຄອບຄົວ ເປັນເຂດລ້ຽງສັດ ເນາະ ບາດນີ້ລ້ຽງສັດບໍ່ໄດ້ ເຂົາສິມາລົມແນວໃດເນາະ ສັດມັນກໍຫລາຍໄດ໋ ດຽວນີ້ ຮອດ 200-300 ໂຕ ພຸ້ນນະສັດ."

ຊາວບ້ານຢາກໃຫ້ ຄນະຮັບຜິດຊອບ ເຣຶ່ອງການທີ່ຈະໃຫ້ສໍາປະທານ ຂຸດຄົ້ນຫິນອ່ອນນັ້ນ ເວົ້າເຣຶ່ອງການຊົດເຊີຽ ຄວາມເສັຽຫາຍກັບ ປະຊາຊົນ ໂດຍຢາກສເນີວ່າ ຫາກມີການຂຸດຄົ້ນຫິນອ່ອນ ປາໂກໄດ ຫຼືມີໂຮງງານເກີດຂຶ້ນ ກໍຂໍໃຫ້ເອົາຄົນງານໃນ 3 ບ້ານນີ້ເຮັດວຽກນໍາ ແລະຊອກຫາບ່ອນລ້ຽງສັດ ແຫ່ງໃໝ່ໃຫ້ປະຊາຊົນ.

ກ່ຽວກັບເຣຶ່ອງທີ່ວ່ານີ້ ເຈົ້າໜ້າທີ່ຫ້ອງການປົກຄອງເມືອງວຽງໄຊ ທ່ານນຶ່ງໃຫ້ ຄວາມເຫັນວ່າ ໃນການຊົດເຊີຍນັ້ນ ຈະມີຫຼັງຈາກທີ່ມີການ ປະມູນແລ້ວ, ແຕ່ ອາດຈະໄດ້ສະເພາະຄອບຄົວ ທີ່ລ້ຽງສັດ, ຜູ້ທີ່ຂຸດເອົາຫິນອ່ອນໄປຂາຍ ຈະບໍ່ໄດ້ ຍ້ອນພື້ນທີ່ ດັ່ງກ່າວເປັນຂອງຣັຖ ດັ່ງທີ່ທ່ານກ່າວວ່າ:

"ດິນຂອງຣັຖເມິດຫັ້ນລະ ແຕ່ວ່າຕອນນີ້ເຮົາໄດ້ປຶກສານໍາ ການຈັດຕັ້ງທຸກພາກສ່ວນ ຫັ້ນແຫລະ ກໍໄດ້ປຶກສາກັນ ຊົດເຊີຍກໍໄດ້ໄລ່ໃຫ້ ແຫຼະເນາະ ແຕ່ວ່າເຮົາຍັງ ບໍ່ທັນປະກາດເທື່ອຫັ້ນນະ ວ່າມັນເໝາະສົມແນວໃດ ເຮົາຍັງບໍ່ທັນ ຈະແຈ້ງເທື່ອ."

ສໍາລັບເຂດທີ່ທາງການ ຈະໃຫ້ບໍຣິສັດສໍາປະທານຂຸດຄົ້ນຫິນອ່ອນນັ້ນ ເນື້ອທີ່ປະມານ 87 ເຮັກຕາ, ຢູ່ຫ່າງຈາກບ້ານຫິນລາດປະມານ 2-3 ກິໂລແມັດ, ເປັນພື້ນທີ່ທີ່ມີຫິນອ່ອນ ປາໂກໄດ ຊຶ່ງເປັນຫິນ ທີ່ໃຊ້ຕົບແຕ່ງອາຄານ ບ້ານເຮືອນ.

ໃນມື້ວັນທີ 17 ພຶສພາ ທີ່ຜ່ານມາ ທາງການໄດ້ເປີດຂາຍຊອງປະມູນ ໃຫ້ພວກນັກລົງທຶນ ທີ່ສົນໃຈມາສໍາປະທານ ຂຸດຄົ້ນຫິນອ່ອນ ຊຶ່ງມີ ເກືອບເຖິງ 20 ບໍຣິສັດ. ໃນນັ້ນ ມີທັງບໍຣິສັດ ຂອງນັກລົງທຶນລາວ, ວຽດນາມ ແລະຈີນ. ບໍຣິສັດໃດ ປະມູນໄດ້ ທາງການກໍຈະເວົ້າກັບ ບໍຣິສັດນັ້ນ ເຣຶ່ອງການຊ່ອຍເຫລືອຊາວບ້ານ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.