ເຂດພັທນາເສຖກິຈໃໝ່ ສີທັນດອນ ຂອງນັກລົງທຶນຈີນ ໄດ້ເປີດໂຕໂຄງການ ໂຮງແຮມແຄນຄູ່ ແລະ ໂຄງການສາງ ຄ່ຽນຖ່າຍສິນຄ້າ, ແຕ່ທັງສອງໂຄງການຈະກວມເອົາທີ່ດິນ ຂອງຊາວບ້ານຈຳນວນນຶ່ງ.
ການເປີດສອງໂຄງການດັ່ງກ່າວ ມີຂຶ້ນໃນວັນທີ 27 ກໍຣະກະດາ ເຊິ່ງປະກອບມີ ໂຄງການໂຮງແຮມແຄນຄູ່ ທີ່ມີຄວາມສູງ 240 ແມັດ ແລະ ໂຄງການສາງ ຄ່ຽນຖ່າຍສິນຄ້າ ໜອງນົກຂຽນ ທີ່ຕັ້ງຢູ່ ເມືອງໂຂງ ແຂວງຈຳປາສັກ.
ເຈົ້າໜ້າທີ່ກ່ຽວຂ້ອງ ທ່ານນນຶ່ງ ໄດ້ກ່າວຕໍ່ວິທຍຸເອເຊັຽເສຣີ ໃນວັນທີ 3 ສິງຫາ ວ່າ:
"ທາ ງ ດ່ານ ຊາຍ ແດນ ລາວ - ກັມພູ ຊາ ເພິ່ນ ກຳ ລັງ ຊິ ເຮັດ ສາງ ຄ່ຽນ ຖ່າຍ ສິນ ຄ້າ ຄ່ຽນ ຖ່າຍ ສິນ ຄ້າ ຈະ ເຮັດ ດ່ວນ ແຕ່ ວ່າ ໂຕບໍ ຣິ ສັດ ມະ ຫາ ນະ ທີ ສີ ທັນ ດອນນີ້ ແມ່ນ ສ້າງ ຕຶກນີ້ ຈະ ໄດ້ ໃຊ້ ເວ ລາ ເພາະ ວ່າ ສັມ ປະ ທານ ແລ້ວ ເຊັນ ກັນ ຍາວ ເນາະ ."
ທ່ານ ກ່າວຕື່ມວ່າ ໂຄງການຖ່າຍຄ່ຽນສິນຄ້າ ໜອງນົກຂຽນ ຢູ່ຫ່າງຈາກຊາຍແດນ ລາວ-ກັມພູຊາ ປະມານ 3 ກິໂລແມັດ ເຊິ່ງໃນໄລຍະທຳອິດ ຂອງໂຄງການ ກວມເອົາເນື້ອທີ່ 120,000 ຕາແມັດ ແລະ ເນື້ອທີ່ສ້າງປະມານ 22,000 ຕາແມັດ ແລະ ຫຼັງຈາກສ້າງສຳເຣັດແລ້ວ ກໍຈະຍົກລະດັບ ໃຫ້ເປັນເຂດໂລຈິສຕິກສ໌ ລະຫວ່ງລາວ, ໄທ ແລະ ກັມພູຊາ.
ສ່ວນໂຄງການ ໂຮງແຮມແຄນຄູ່ ກຳລັງຢູ່ໃນລະຫວ່າງ ການສຳຣວດ ທໍຣະນີສາຕ ແລະ ມີກຳນົດການຈະວາງສີລາເຣິກ ຫຼັງຈາກລະດູຝົນປີນີ້ ແຕ່ທັງສອງໂຄງການ ຍັງບໍ່ກຳນົດເວລາ ຈະສ້າງສຳເຣັດເມື່ອໃດ.
ການໃຫ້ນັກລົງທຶນ ເຂົ້າມາສັມປະທານ ເຮັດໂຄງການພັທນາ ຢູ່ໃນເຂດດັ່ງກ່າວ ກໍເຮັດໃຫ້ເກີດທັງຜົລດີ ແລະ ຜົລເສັຽ.
ຊາວບ້ານ ຢູ່ເຂດໃກ້ຄຽງ ໄດ້ກ່າວວ່າ:
" ໄດ້ ຍິນ ວ່າ ເຂົາ ເຈົ້າ ເຮັດ ພວກອອ ຟ ຟີ ສ ຍັງ ເຂົາ ແລ້ວ ໝົດ ແລ້ວ . ໂອ ! ມັນ ກະ ໄດ້ 2 ແບບເນາະ , ມັນ ກະ ທັງ ດີ , ທັງ ຮ້າຍ ນຳ ກັນ ຫັ້ນ ແຫຼະ . ມັນ ກະ ທັມ ດາ ມັນ ກະ ແນ່ນອນແຫຼະ ນັກ ລົງ ທຶນ ມັນ ກະ ຕ້ອງ ມີ ຜົ ລ ປ ໂຍດ ມັນ ຈຶ່ງ ເຮັດ ເນາະ ຖ້າ ມັນ ເວົ້າ ເຣື່ອງ ໂລກ ທ່ອງ ທ່ຽວນີ້ ຈີນ ເຂົາ ກະ ຢູ່ ແຕ່ ເຂົາ ໃດ໋ ."
ຢູ່ໃນເຂດພັທນາ ຍັງບໍ່ມີໂຄງການຫຍັງ ທີ່ດຶງດູດນັກທ່ອງທ່ຽວ ນອກຈາກແຫຼ່ງທ່ອງທ່ຽວທັມຊາຕ ເດີມທີ່ມີຢູ່ແລ້ວ. ຜູ້ປະກອບການທ່ອງ ຢູ່ແຂວງຈຳປາສັກ ໄດ້ກ່າວວ່າ:
" ສີ ທັນ ດອນບໍ່ ກະ ບໍ່ ປານ ໃດ ມີ ແຕ່ເຮົາ ຊິ ໄປ ເບິງ ຫົວ ຣົ ຖ ໄຟ ແລ້ວ ກະ ຫຼີ່ ຜີ ສ່ວນ ຫຼາຍ ເຮົາ ກະ ເບິ່ງວິວ ເບິ່ງ ຫຍັງ ຢູ່ ຫັ້ນ ແຫຼະ ກະ ຍັງ ຄື ເກົ່າ ມີ ແຕ່ ໂຮງ ແຮມ ຫຍັງ ເພິ່ນ ເຮັດ ໃໝ່ ມີ ຊິບ ປິ້ງ ຫຍັງ ນຳ ."
ເຖິງຢ່າງໃດກໍຕາມ, ການຂຍາຍເນື້ອທີ່ ຂອງໂຄງການດັ່ງກ່າວ ໄດ້ໄປກວມເອົາທີ່ດິນ ຂອງຊາວບ້ານຈຳນວນນຶ່ງ ແຕ່ໂຄງການຍັງບໍ່ມີການເປີດເຜີຍເຣື່ອງນີ້.
ຊາວບ້ານທີຢູ່ໃກ້ຄຽງ ໂຄງການ ອີກທ່ານນຶ່ງ ໄດ້ກ່າວວ່າ:
"ມີ ຢູ່ ເຂົາ ເຈົ້າ ສ້າງ ຢູ່ ຝັ່ງ ຄອນ ພະ ເພັງ ເຮັດ ຕຶກ ເຮັດ ຫຍັງຫຼາຍ ເພິ່ນ ກະ ຊົດ ເຊີຍ ຢູ່ ໄດ້ ຊົດ ເຊີຍ ແຕ່ ວ່າ ກະ ບໍ່ ແມ່ນ ດິນ ຂ້ອຍ. ຂ້ອຍບໍ່ ໄດ້ ຢູ່ ຫັ້ນ ນ່າ. ເຫັນ ປະ ຊາ ຊົນ ເຂົາ ເຈົ້າ ເວົ້າ ຢູ່ ວ່າ ທາງ ໂຄງ ການ ຖື ວ່າ ຊົດ ເຊີຍ ຢູ່ ບໍ່ ຮູ້ ວ່າ ມັນ ໜ້ອຍ ຫຼາຍ ສ່ຳ ໃດ ."
ວິທຍຸເອເຊັຽເສຣີ ພະຍາຍາມຕິດຕໍ່ ຫາຊາວບ້ານທີ່ໄດ້ຮັບຜົລກະທົບ ຈາກການຂຍາຍ ໂຄງການໃໝ່ນີ້ ເພື່ອຖາມກ່ຽວກັບ ຈຳນວນເນື້ອທີ່ດິນ ທີ່ເຂົາເຈົ້າຈະເສັຽໃຫ້ ແກ່ໂຄງການ, ແຕ່ ບໍ່ສາມາດຕິດຕໍ່ໄດ້. ເຈົ້າໜ້າທີ່ກ່ຽວຂ້ອງ ກຳລັງວັດແທກ ແລະ ປະເມີນເຣື່ອງຜົລກະທົບຢູ່ ເຮັດໃຫ້ປະຊາຊົນຢູ່ເຂດໃກ້ຄຽງ ໂຄງການ ມີຄວາມກັງວົນວ່າ ຈະເສັຽທີ່ດິນ.
ຊາວບ້ານຢູ່ເມຶອງໂຂງ ອີກທ່ານນຶ່ງ ໄດ້ກ່າວວ່າ:
"ມັນ ມາ ອັນ ນີ້ ປະ ຊາ ຊົນ ຫຼາຍ ຈະ ເອົາ ທີ່ ນາ ກຳ ລັງ ມີ ການ ຂ ຍາຍ ເນື້ອ ທີ່ ຕອນນີ້ ເພິ່ນ ກະ ຍັງ ແທກ ຍັງ ປະ ເມີນ ວ່າ ຈັກ ເຮັດ ຕ້າຣ໌, ຈັກ ໄລ່. ຄັນ ເພິ່ນ ເອົາ ກະ ຕ້ອງ ໄດ້ ຍ້າຍ ກະ ຕ້ອງ ໄດ້ ຊົດ ເຊີຍ ຢ່າ ງ ມະ ຫານ ສານ ຄັນ ວ່າ ບໍ່ ຄົບ ກະ ບໍ່ ຢາກ ໄປ ຫັ້ ນແຫຼ ."
ວິທຍຸເອເຊັຽເສຣີ ພະຍາຍາມຕິດຕໍໍ່ຫາ ຫ້ອງການປົກຄອງເມືອງໂຂງ ເພື່ອຖາມຣາຍລະອຽດ ກ່ຽວກັບຈຳນວນຊາວບ້ານ ທີ່ໄດ້ຮັບຜົລກະທົບ ຈາກການຂຍາຍເນື້ອທີ່ ໂຄງການ ແຕ່ບໍ່ມີໜ່ວຍງານໃດ ສາມາດເປີດເຜີຍຂໍ້ມູນໄດ້.
ໃນເດືອນກຸມພາທີ່ຜ່ານມາ, ບໍຣິສັດ ມະຫານະທີ ສີທັນດອນ ຈຳກັດ ຜູ້ທີ່ເປັນເຈົ້າຂອງໂຄງການ ດັ່ງກ່າວ ໄດ້ຣາຍງານວ່າ ມີແຜນຈະສືບຕໍ່ພັທນາ ໂຄງສ້າງພື້ນຖານ ແລະ ຈະທົດແທນຄືນທີ່ດິນ ຈໍານວນ 1,000 ເຮັກຕ້າຣ໌ ໃຫ້ແກ່ຊາວບ້ານ ທີ່ໄດ້ຮັບຜົລກະທົບ ພາຍໃນປີນີ້.
ນອກຈາກນີ້ ບໍຣິສັດດັ່ງກ່າວ ຍັງສືບຕໍ່ສ້າງກັນຕາຝັ່ງເຈື່ອນ ແຄມແມ່ຂອງ ແລະ ປັບປຸງເຂດທ່ອງທ່ຽວ ນ້ຳຕົກຄອນພະເພັງ ອີງຕາມການຣາຍງານ ຂອງໜັງສືພິມປະຊາຊົນ.
ໂຄງການ ເຂດພັທນາເສຖກິຈໃໝ່ ສີທັນດອນ ຂອງບໍຣິສັດ ລາວມະຫານະທີ ສີທັນດອນ ຈຳກັດ ຂອງຈີນ ມີມູນຄ່າການລົງທຶນ ປະມານ 9 ຕື້ ໂດລ້າຣ໌ ແລະ ຈະໃຊ້ເນື້ອທີ່ທັງໝົດເກືອບ 10,000 ເຮັກຕ້າຣ໌.
ໂຄງການດັ່ງກ່າວ ເຣີ່ມດຳເນີນການມາ ແຕ່ປີ 2018 ປະກອບມີ ການກໍ່ສ້າງ ໂຄງສ້າງພື້ນຖານ, ແຫຼ່ງທ່ອງທ່ຽວ, ທະນາຄານ ແລະ ສຖາບັນການເງິນ, ໂຄງສ້າງພື້ນຖານ ດ້ານການສຶກສາ, ສາທາຣະນະສຸຂ, ພັທນາບຸກຄະລາກອນ ແລະ ສີມືໂຮງງານ ລວມທັງໂຄງການ ແຫຼ່ງທ່ອງທ່ຽວ, ແຫຼ່ງບັນເທິງ, ຄາຊິໂນ ແລະ ອື່ນໆ.
ສື່ມວນຊົນລາວ ໄດ້ຣາຍງານວ່າ ໃນປີ 2022 ບໍຣິສັດ ມະຫານະທີ ສີທັນດອນ ຈຳກັດ ມີແຜນເປີດພື້ນທີ່ 66 ເຮັກຕ້າຣ໌ ໃຫ້ນັກລົງທຶນ ໃນໄລຍະທຳອິດ ເຊິ່ງນອກຈາກ ໂຄງການໂຮງແຮມແຄນຄູ່ ແລະ ສາງຄ່ຽນສິນຄ້າແລ້ວ ຍັງມີໂຄງການ ສ້າງສນາມກອລ໌ຟ ຂນາດ 36 ຫລຸມ ແລະ ໂຄງການລ້ຽງປາ 20,000 ຕັນ.