ໂຮງງານຜລິດແປ້ງມັນຕົ້ນ ສົ່ງກິ່ນເໝັນ
2021.06.11
ຊາວບ້ານໃນເມືອງເຊໂປນ ແຂວງສວັນນະເຂດ ທີ່ໄດ້ຮັບຜົລກະທົບ ຈາກ ກິ່ນເໝັນຂີວຍ້ອນ ໂຮງງານຜລິດແປ້ງມັນຕົ້ນ ຂອງ ບໍຣິສັດວຽດນາມ ທີ່ປ່ອຍນໍ້າເສັຍ ໂດຍບໍ່ຜ່ານການ ບຳບັດລົງຫ້ວຍເຊໂປນ ເຮັດໃຫ້ຊາວບ້ານຈຳນວນຫຼາຍ ທີ່ອາສັຍຢູ່ໃກ້ກັບ ໂຮງງານ ແລະ ຕາມແຄມຫ້ວຍເຊໂປນ ໄດ້ຮັບຜົລກະທົບຢ່າງໜັກໜ່ວງ. ດັ່ງຊາວບ້ານໃນເມືອງເຊໂປນ ແຂວງສວັນນະເຂດ ກ່າວຕໍ່ເອເຊັຽເສຣີ ໃນວັນທີ 11 ມິຖຸນາ ວ່າ.
"ເໝັນອີ່ຫຼີຫັ້ນແຫຼະ ຂີ່ຣົດກາຍຍັງເໝັນ. ບາດນີ້ກີ່ນມັນພຸ້ງອອກມາຖນົນ ແຕ່ລະປີກາເປັນຈັ່ງຊັ້ນ, ປ່ອຍໄປທາງຫຼັງເນາະທາງຫຼັງມັນ ຈະມີນໍ້າເຊເດ້ ຫາປາ ຍາມແດດ ຍາມແລ້ງນີ້ ຫາບໍ່ໄດ້ອີ່ຫຼີແລ້ວຊ້ວງນີ້."
ຊາວບ້ານໄດ້ກ່າວຕື່ມວ່າ ເວລາທີ່ໂຮງງານຈະຜລິດແປ້ງມັນຕົ້ນ ກໍຈະມີກິ່ນເໝັນຂີວ ຢ່າງຮຸນແຮງຫຼາຍປີວໄປທົ່ວບໍຣິເວນໂຮງງານ ແລະພືື້ນທີ່ໃກ້ຄຽງ. ຊາວບ້ານຜູ້ຢູ່ໃກ້ໂຮງງານ ຕ້ອງໄດ້ ປິດປະຕູເຮືອນຊານໃຫ້ແໜ້ນໜາເພື່ອປ້ອງກັນ ບໍ່ໃຫ້ກີ່ນເໝັນຂີວປີວເຂົ້າ ເຮືອນ. ສ່ວນຊາວບ້ານທີ່ຢູ່ຕາມແຄມ ຫ້ວຍເຊໂປນກໍງົດອອກຫາປາ ມາກິນເພາະຢ້ານມີສານເຄມີ.
ສ່ວນບ້ານອີກທ່ານນຶ່ງ ໃນເມືອງເຊໂປນໄດ້ກ່າວວ່າ ກິ່ນເໝັນຂີວຈາກໂຮງງານ ຜລິດແປ້ງມັນຕົ້ນ ແຫ່ງນີ້ກິ່ນເໝັນຂີວຮຸນແຮງແທ້ ແລະໄດ້ສົ່ງກິ່ນເໝັນຂີວແບບນີ້ ມາຫຼາຍປີແລ້ວ ໂດຍບໍ່ໄດ້ຮັບການແກ້ໄຂ ຈາກພາກສ່ວນທີ່ກ່ຽວຂ້ອງເທື່ອ ແລະ ເຫັນໃຈຊາວບ້ານ ທີ່ມີເຮືອນຢູ່ໃກ້ກັບ ໂຮງງານດັ່ງກ່າວ.
"ມັນເປັນຂອງວຽດ ເຫັນເຂົາເຮັດນັ້ນຫຼາຍປີແລ້ວ. ເຂົາຊື້ມັນຕົ້ນເຂົ້າໄປຫັ້ນ. ເໝັນ ເໝັນແທ້ເໝັນຄືຍາມຝົນແບບນີ້ ຫັ້ນກິ່ນເນົ່າ, ຖ້າຄົນໄທບ້ານໃກ້ຫັ້ນດອກ ເຂົາກາເໝັນແຮງອີ່ຫຼີ."
ຕໍ່ກັບບັນຫານີ້ຊາວບ້ານໄດ້ເຄີຍຮ້ອງຮຽນໄປຍັງອຳນາດ ການປົກຄອງເມືອງເຊໂປນ ໂດຍຫ້ອງການປົກຄອງເມືອງກໍໄດ້ ສົ່ງເຈົ້າໜ້າທີ່ ລົງມາຕິດຕາມຜົລກະທົບ ແຕ່ກໍຍັງບໍ່ຮູ້ວ່າ ບັນຫານີ້ໄດ້ຮັບການແກ້ໄຂ ຫຼືຍັງເພາະມາເຖິງດຽວນີ້ຍັງມີກິ່ນເໝັນຂີວແຮງ ດັ່ງຊາວບ້ານ ທ່ານນຶ່ງ ໄດ້ກ່າວວ່າ.
"ກະໜ້າຈະນໍ້າເສັຽ ສ່ວນຫຼາຍກະເໝັນນໍ້າເສັຽ ລົງມາເພາະວ່າບາງເທື່ອກະເຫັນ ເປັນຟອງນໍ້າ. ເພາະວ່າເຮົາກະສເນີໄປຫຼາຍເທື່ອ ບາງເທື່ອກະເຫັນບ້ານເຫັນຫຍັງລົງມາສອບຖາມ ກະບໍ່ຮູ້ວ່າເພິ່ນປັບປຸງແກ້ໄຂ ຫຼືບໍ່ເນາະກະເໝັນມາເລື້ອຍໆ."
ຕໍ່ບັນຫານີ້ ທາງເອເຊັຽເສຣີ ໄດ້ພຍາຍາມຕິດຕໍ່ໄປຫາບໍຣິສັດ ເພື່ອສອບຖາມເຖິງຣາຍລະອຽດຕ່າງໆ ທີ່ເກີດຂຶ້ນພາຍໃນໂຮງງານ ຜລິດແປ້ງມັນຕົ້ນ ແຕ່ບໍ່ສາມາດຕິດຕໍ່ໄດ້.
ກ່ຽວກັບເຣື່ອງນີ້ເຈົ້າໜ້າທີ່ ພາກສ່ວນກ່ຽວຂ້ອງ ໃນເມືອງເຊໂປນແຂວງສວັນນະເຂດ ກ່າວຕໍ່ເອເຊັຽເສຣີວ່າ ໂຮງງານຜລິດແປ້ງ ມັນຕົ້ນດັ່ງກ່າວ ເປັນຂອງບໍຣິສັດປຸງແຕ່ງແປ້ງ ມັນຕົ້ນເຊໂປນຈຳກັດ ຂອງຄົນວຽດນາມ ທີ່ເຂົ້າມາລົງທຶນ ແຕ່ປີ 2016 ແລະ ປັດຈຸບັນຍັງດຳເນີນ ກິຈການຢູ່.
ສຳລັບໂຮງງານແຫ່ງນີ້ ໃນໄລຍະທີເປີດກິຈການ ຂຶ້ນມາໃໝ່ ກໍຖືວ່າກໍ່ສ້າງໄດ້ມາຕຖານ ຂອງທາງການລາວ ແຕ່ໄລຍະ 2-3 ປີ ຫຼັງມານີ້ໂຮງງານ ເຣີ່ມເຮັດບໍ່ໄດ້ມາຕຖານຫຼາຍດ້ານ ຈົນເກີດຜົລກະທົບຕໍ່ຊາວບ້ານ ຢ່າງນ້ອຍ 5 ບ້ານ ພາຍໃນເມືອງເຊໂປນ. ເຊິ່ງຕາມການປະເມີນ ເບື້ອງຕົ້ນກໍເຫັນວ່າຜົລກະທົບ ຂ້ອນຂ້າງໜັກສົມຄວນ ໂດຍສະເພາະ ເຣື່ອງບໍາບັດ ນໍ້າເສັຽພາຍ ໃນໂຮງງານ ທີ່ສົ່ງກິ່ນເໝັນຂີວ ຮຸນແຮງ.
"ມັນຕົ້ນຫັ້ນມັນເປັນຂອງວຽດນາມ ຕອນຍາມແລ້ວປະຣິມານນໍ້າເຊມັນ ບໍ່ຫຼາຍແລ້ວມັນປ່ອຍລົງເຊ ຫັ້ນບ່ອນທ້າຍໂຮງງານ ບ່ອນມັນ ປ່ອຍນໍ້າເສັຽບ່່ອນມັນບໍາບັດນໍ້າເສັຽຫັ້ນ. ສະພາຂັ້ນແຂວງເດ້ ມາກວດກາເບິ່ງກວດກາຣະບົບ ຈັດການຂອງມັນຫັ້ນແລ້ວນັບ ແຕ່ປ່ອຍ ບຳບັດສູ່ທັມຊາດ. "
ທ່ານກ່າວຕື່ມວ່າ ກ່ຽວກັບການບຳບັດນໍ້າເສັຽ, ກິ່ນເໝັນຂີວ ແລະບ່ອນຖີ້ມຝຸ່ນຕົມຂອງໂຮງງານນັ້ນ ທາງແຂວງສວັນນະເຂດ ຈະໄດ້ ໃຫ້ບໍຣິສັດປັບປຸງ ດ້ວຍການປູແພຢາງ, ເຮັດຄັນຄູຕັນນໍ້າ ໃຫ້ໄດ້ຕາມາຕຖານ ບໍ່ໃຫ້ນໍ້າເສັຽຈາກໂຮງງານ ໄຫຼໃສ່ແຫຼ່ງທັມມະຊາດ ແລະ ໄຮ່ນາ ຮົ້ວສວນ ຂອງຊາວບ້ານ ທີ່ຢູ່ໃກ້ກັບໂຮງງານ ດ່ັງກ່າວ.
ສ່ວນກິ່ນເໝັນຂີວ ຈາກໂຮງງານແມ່ນໃຫ້ ບໍຣິສັດເຣີ່ມຕົ້ນລົງມືຈັດຕັ້ງ ປະຕິບັດພາຍໃນເດືອນ ມິຖຸນາ ນີ້ໃຫ້ສຳເຣັດໃນການບຳບັດ ນໍ້າເສັຽ ຕາມທີ່ໄດ້ຕົກລົງກັນ ໃນບົດບັນທຶກ ຄວາມເຂົ້າໃຈ ຣະຫວ່າງພາກສ່ວນທີ່ກ່ຽວຂ້ອງ ແລະ ບໍຣິສັດຜູ້ລົງທຶນ ເຊິ່ງທາງການ ລາວຈະໄດ້ລົງຕິດຕາມ ແລະ ປະເມີນຜົລກະທົບຄືນໃໝ່ ອີກເທື່ອນຶ່ງ ໃນຕົ້ນເດືອນກໍຣະກະດາ.
ສຳລັບບໍຣິສັດປຸງແຕ່ງແປ້ງມັນຕົ້ນເຊໂປນຈຳກັດ ເຂົ້າມາຈົດທະບຽນ ວິສາຫະກິຈ ໃນປະເທດລາວ ໃນວັນທີ 30 ກັນຍາ 2016 ແລະ ໄດ້ສ້າງຕັ້ງ ໂຮງງານຜລິດແປ້ງມັນຕົ້ນ ຢູ່ ບ້ານອາໄລດົງທອງ ເມືອງເຊໂປນ ແຂວງສວັັນນະເຂດ ເພື່ອສົ່ງເສີມການປູກ ມັນຕົ້ນ ແລະ ຜລິຕພັນແປ້ງມັນຕົ້ນ ເປັນຫຼັກ ໂດຍມີອາຍຸສັມປະທານ 30 ປີ ແຕ່ບໍ່ໄດ້ເປີດເຜີຍ ມູນຄ່າ ການລົງທືນ.