ບໍ່ມີນໍ້າເສັຽຈາກບໍ່ຄໍາເຊໂປນ

ມະນີຈັນ
2014.06.05
F-sepon-mine ໂຮງງານ ແຍກແຮ່ທາຕ ຄໍາ-ທອງແດງ ເຊໂປນ
Lao-voice

 

ປັຈຈຸບັນ ບໍຣິສັດ ລ້ານຊ້າງ ມິນເນີຣອລ ຊຶ່ງ ເປັນ ບໍຣິສັດ ຂຸດຄົ້ນ ຄໍາ ຢູ່ບໍ່ຄໍາ ເຊໂປນ ເມືອງ ວິລະບູລີ ແຂວງ ສະຫວັນ ນະເຂດ ເພີ່ມການ ຄວບຄຸມ ແລະ ປັບປຸງ  ນໍ້າເສັຽ ໃຫ້ໄດ້ ມາຕຖານ ດີ. ຫາກຈໍາເປັນ ຕ້ອງປ່ອຍ ນໍ້າເສັຽ ລົງໃສ່ ບ່ອນອື່ນ ກໍມີການ ຂໍ ອະນຸຍາດ ຈາກ ຣັຖບານ ກ່ອນ. ເຈົ້າໜ້າທີ່ ກ່ຽວຂ້ອງ ກ່າວ ໃນວັນ ທີ 4 ມີຖຸນາ 2014 ກ່ຽວກັບ ເຣື່ອງນີ້ ວ່າ:

"ເພີ້ມມາຕການ ຫັ້ນແຫລະ ກ່ອນເພິ່ນ ຈະປ່ອຍ ນໍ້າເສັຽ ກະເພິ່ນ ກະຕ້ອງ ມີລາຍເຊັນ ຂອງ ຜູ້ຕາງໜ້າ ຣັຖບານ ແຂວງ ເຮົາ ຫລືວ່າ ທາງ ສູນກາງ ບັນດາ  ພວກທີ່ຢູ່ ອ້ອມແອ້ມ ໃກ້ນັ້ນ ກະຖືວ່າ ຄືບໍ່ໄດ້ ມີຫາງສຽງ ຫຍັງຫລາຍ ຫັ້ນນະ ຍັງແຕ່ວ່າ ເລັກນ້ອຍ".

ທ່ານກ່າວ ຕໍ່ໄປວ່າ ດຽວນີ້ ຊາວບ້ານ ທີ່ຢູ່ໃນ ເຂດ ໃກ້ກັບ ບໍ່ຄໍາ ບໍ່ໄດ້ ຮັບຜົລ ກະທົບຮ້າຍ ແຮງຄື ແຕ່ກ່ອນ ເພາະ ເຈົ້າໜ້າທີ່ ໄດ້ລົງໄປ ກວດກາ ຕາມ ແຫລ່ງນໍ້າ ໃກ້ບໍ່ຄໍາ ແລະ ບໍ່ພົບວ່າ ມີ ສານເຄມີ ປົນເປື້ອນ ຂັ້ນຮ້າຍແຮງ ແຕ່ຢ່າງໃດ. ປະຊາຊົນ ທົ່ວໄປ ສາມາດ ຫາປາ ມາກິນ ແລະໃຊ້ ປະໂຫຍດ ຈາກນໍ້ານັ້ນ ໄດ້ຕາມ ປົກຕິ. ແລະ ໃນ ວັນທີ 5 ມີຖຸນາ ຊຶ່ງເປັນວັນ ສິ່ງແວດລ້ອມ ສາກົລ ປີນີ້ ທາງແຂວງ ໄດ້ຈັດ ກິຈກັມ ຕ່າງໆ ຮວມທັງ ປູກຕົ້ນໄມ້ ຢູ່ເມືອງ ວິລະບູລີ ຊຶ່ງ ທາງ ບໍຣິສັດ ລ້ານຊ້າງ ມິນເນີຣອລ ກໍໄດ້ ກຽມມອບ ອຸປກອນ ການສຶກສາ ແລະ ເຄື່ອງກິລາ ໃຫ້ແກ່ ເດັກນ້ອຍ ນັກຮຽນ ໃນເມືອງ ນັ້ນນໍາ.

ຢ່າງໃດ ກໍຕາມ ເມື່ອປີ 2011 ເຈົ້າໜ້າທີ່ ລາວເຄີຍ ໃຫ້ ຂໍ້ມູລວ່າ ທາງບໍ່ຄໍາ ເຊໂປບ ໄດ້ປ່ອຍ ນໍ້າເສັຽ ລົງສູ່ ນໍ້າເຊ ເພື່ອ ປ້ອງກັນ ບໍ່ໃຫ້ ອ່າງເກັບ ນໍ້າເສັຽ ແຕກ ຈົນເຮັດໃຫ້ ຊາວບ້ານ ໃນແຖບນັ້ນ ບໍ່ສາມາດ ຫາປາ ມາກິນໄດ້. ແຕ່ ຫລັງຈາກ ນັ້ນ ທາງ ເຈົ້າໜ້າທີ່ ບໍ່ຄໍາ ກໍໄດ້ມີ ການປັບປຸງ ການບໍາບັດ ນໍ້າເສັຽ ໃຫ້ດີຂຶ້ນ ຈົນບໍ່ມີ ບັນຫາ ຮ້າຍແຮງ ອີກ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.