ນໍ້າເຊບັ້ງໄຟຂຶ້ນສູງໃນຂີດ ອັນຕລາຍ
2013.09.23
ເຈົ້າຫນ້າທີ່ ແຂວງຄຳມ່ວນ ເວົ້າວ່າ ປັດຈຸບັນ ຣະດັບນໍ້າ ໃນນ້ຳ ເຊບັ້ງໄຟ ຂຶ້ນສູງ ຢ່າງຕໍ່ເນື່ອງ ເຖິງແມ່ນວ່າຈະຍັງບໍ່ຢູ່ ໃນຂັ້ນ ອັນຕຣາຍ ກໍຕາມ ແຕ່ຢາກເຕືອນ ໃຫ້ປະຊາຊົນ ຣະມັດຣະວັງ ເປັນພິເສດ ເພາະອາດ ຈະຖືກນໍ້າຖ້ວມ ຢ່າງຫນັກ ຍ້ອນຝົນຕົກລິນ ມາຫຼາຍວັນ. ດັ່ງທ່ານກ່າວວ່າ:
"ສະເພາະອາທິດນີ້ ຝົນຊີ່ມາຈາກ ທາງເຫນືອພູ້ນ ຂຶ້ນຢູ່ແຕ່ວ່າ ບໍ່ແຮງ ສົງສັຍຢ້ານ ຕົກເຂດເຫນືອ ປີແລ້ວນີ້ ກໍຖ້ວມແລະ ປີນີ້ຢ້ານແຕ່ທາງ ລຸ່ມ ທາງເຊບັ້ງໄຟ ຫລືວ່າຫນອງບົກ ອັນປາກນ້ຳຂອງ ພູ້ນແລ້ວ".
ທ່ານກ່າວຕໍ່ໄປວ່າ ຈາກການວັດແທກ ຣະດັບນ້ຳວ່າງອາທິດທີ່ຜ່ານມາພົບວ່າ ຣະດັບນ້ຳຢູ່ຣະຫວ່າງ 15-16 ແມັດ ໃນຂນະທີ່ຣະດັບເຕືອນ ພັຍ 17.5 ແມັດ ອາຈເຖິງຂີດອັນຕຣາຍໃນໄວໆນີ້ ຍ້ອນຝົນຕົກຫນັກ ໃນເມືອງມະຫາໄຊ ຍົມມະຣາດ ເຊບັ້ງໄຟ ແລະ ເມືອງຫນອງບົກ. ເຖິງຢ່າງໃດກໍຕາມ ທາງການຢາກໃຫ້ປະຊາຊົນ ຣະວັງຣະດັບນ້ຳ ເປັນພິເສດຍ້ອນວ່າ ຖ້າຝົນຍັງຕົກຕິດຕໍ່ ກັນອີກຫລາຍວັນ ອາຈເກີດນ້ຳ ຖ້ວມໄດ້ ໂດຍສະເພາະທີ່ເມືອງຫນອງບົກ ແລະ ເມືອງເຊບັ້ງໄຟ ຍ້ອນນ້ຳຂອງຈະອັ່ງ ເຂົ້າມາ ໃນເຂດດັ່ງກ່າວ.
ໃນປີ 2011 ທີ່ເມືອງເຊບັ້ງໄຟເຄີຍຖືກນ້ຳຖ້ວມຢ່າງຫນັກເພາະເປັນພື້ນທີ່ຕ່ຳ ຍ້ອນລົມພະຍຸນົກເຕັນເຮັດໃຫ້ 28 ບ້ານໄດ້ຮັບຜົລກະທົບແລະ ພື້ນທີ່ການກະເສດກວ່າ 3 ພັນເຮັກຕາເສັຽຫາຍ ເພາະຣະດັບນ້ຳໃນເຊບັ້ງໄຟໃນເວລານັ້ນ ຂື້ນສູງເຖີງ 20 ແມັດ 60 ຊັງຕິແມດ. ປັດຈຸບັນ ເຂື່ອນນ້ຳເທີນ2 ທີ່ຕັ້ງຢູ່ເທີງເຊບັ້ງໄຟ ກໍຕຣຽມຮັບມືກັບ ເຫດການນ້ຳຖ້ວມ ໄວ້ແລ້ວ ຫລັງຈາກໄດ້ຮັບ ການພຍາກອນອາກາດ.