ປະຊາຊົນຖືກນໍ້າຖ້ວມ ກໍາລັງ ອັຕຄັດ
ຊາວບ້ານ ຜູ້ໄດ້ຮັບ ຜົລກະທົບ ຈາກ ນ້ຳຖ້ວມ ຢູ່ ແຂວງສວັນນະເຂດ ຮຽກຮ້ອງ ໃຫ້ ທາງການ ຊ່ອຍເຫຼືອ ເພີ້ມຕືີ່ມ ຢ່າງ ຮີບດ່ວນ.
-
ສຸພັດຕາ
2020-11-10 -
-
-
Your browser doesn’t support HTML5 audio
ປະຊາຊົນ ໃນຫຼາຍເມືອງ ຢູ່ ແຂວງສວັນນະເຂດ ທີ່ໄດ້ຜົລກະທົບຈາກນໍ້າຖ້ວມ ບາງຄອບຄົວ ຖືກນໍ້າຖ້ວມເຮືອນຊານ ຈົນບໍ່ເຫຼືອຊັບສິນ ຫຍັງຈັກຢ່່າງ, ພື້ນທີ່ກະສິກັມ ເຄື່ອງປູກຂອງຝັງ ແລະ ເຂົ້ານາປີກໍຖືກ ນໍ້າຖ້ວມເສັຍຫາຍຈົນໝົດ, ຊາວບ້ານຈຶ່ງຢາກຂໍຮ້ອງ ໃຫ້ທາງການ ເລັ່ງຊ່ອຍເຫຼືອ ຜູ້ປະສົບພັຍເຫຼົ່ານີ້ ຢ່າງຮີບດ່ວນ, ດັ່ງຊາວບ້ານຄົນນຶ່ງ ໃນເມືອງເຊໂປນ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນວັນທີ 10 ພຶສຈິກາ ນີ້ວ່າ:
“ເສັຽຫາຍຢູ່ ເປັນເຄື່ອງປູກ ກະມີກ້ວຍ ມີເຂົ້າ ເຂົ້ານາປີ ເສັຍຫາຍຫຼາຍຢູ່, ກະມາຊ່ວຍແຕ່ເຣື່ອງເຄື່ອງ ບໍຣິໂພຄ ເປັນນໍ້າດື່ມ ເປັນເຄື່ອງໃຊ້ ຂອງສອຍນີ້ແຫຼະ, ໄດ້ຊື້ເຂົ້າກິນ ຄືເກົ່າຫັ້ນແຫຼະ ມັນບໍ່ທົ່ວເຖິງກັນ ປານໃດ ຢູ່ເມືອງລາວ.”
ຊາວບ້ານຜູ້ນີ້ ເວົ້າວ່າ ໃນໄລຍະຕໍ່ໜ້ານີ້ ຫາກທາງການ ບໍ່ເຂົ້າມາຊ່ອຍເຫຼືອ ຊາວບ້ານທີ່ຖືກ ປະສົບພັຍນໍ້າຖ້ວມ ກໍຕ້ອງໄດ້ຊື້ເຂົ້າກິນຢ່າງ ແນ່ນອນ, ຊຶ່ງຫຼາຍຄອບຄົວ ທີ່ທຸກຍາກ ບໍ່ມີເງິນຮອດຈະຊື້ ເຂົ້າກິນ ກໍອາຈມີຄວາມລໍາບາກຫຼາຍຂຶ້ນກວ່າເກົ່າ.
ຊາວບ້ານ ໃນເມືອງສອງຄອນຄົນນຶ່ງ ເວົ້າວ່າ ຄອບຄົວຂອງຕົນ ປູກເຂົ້າປະມານ ເຮັກຕ່າຣ໌ປາຍ ແຕ່ຕອນນີ້ ເຂົ້າຖືກນໍ້າຖ້ວມເນົ່າເປື່ອຍ ຈົນໝົດ ບໍ່ສາມາດເກັບກ່ຽວໄດ້ເລີຍ ສິ່ງທີ່ຕ້ອງການໃນຕອນນີ້ ແລະຕໍ່ໜ້າ ກໍຄືເຂົ້າ:
“ເປັນໜັກ ແມ່ນເຂົ້າພຸ້ນແຫຼ້ວ ນໍ້າມານີ້ ທົ່ງໄຮ່ ທົ່ງນາ ມັນກະເສັຍຫາຍໝົດແຫຼ້ວ ນໍ້າມັນຖ້ວມໝົດ ເຂົ້າກະເປື່ອຍໝົດ ໃກ້ສິໄດ້ກິນເຂົ້າ ນໍ້າພັດມາຖ້ວມໝົດແຫຼະ ກະບໍ່ໄດ້ກິນແຫຼະ, ການນໍາຊ່ວຍ ມີແຕ່ມີ່ ກັບນໍ້າ.”
ກ່ຽວກັບເຣື່ອງນີ້ ເຈົ້າໜ້າທີ່ ທ້ອງຖິ່ນເມືອງເຊໂປນ ທ່ານນຶ່ງ ທີ່ຂໍສງວນຊື່ ແລະຕໍາແໜ່ງ ກ່າວວ່າ ພື້ນທີ່ເຂົ້ານາປີ ໃນທົ່ວເມືອງເຊໂປນ ທີ່ ເຂົ້າກໍາລັງເຕີບໃຫຍ່ ກໍາລັງເປັນໝາກ ເປັນຮວງ ພວມຈະໄດ້ເກັບກ່ຽວ ຜົລຜລິດຈໍານວນ ຫຼາຍພັນ ເຮັກຕ່າຣ໌ ນັ້ນຖືກນໍ້າຖ້ວມຈົນໝົດ, ແຕ່ປັດຈຸບັນ ກໍຍັງຫາຣືກັນ ບໍ່ທັນແລ້ວເທື່ອ ວ່າຈະຊ່ອຍເຫຼືອຊາວບ້ານ ໃນໄລຍະຍາວແບບໃດ:
“ພື້ນທີ່ນາເຂົ້າ ອິຫຍັງຫັ່ນນ່າ ມັນເສັຍຫາຍໝົດເດ້ເນາະ, ຄວາມຈໍາເປັນ ໃນໄລຍະສະເພາະໜ້າ ພວກເຂົ້າສານນີ້ແຫຼະ ເພາະວ່າ ນານີ້ ຖືວ່າ ເສັຍຫາຍ ໝົດແຫຼະ ນາກໍາລັງເປັນໝາກ ເປັນຮວງ ກໍາລັງຊິໄດ້ ກ່ຽວນະ ໂຕເຂົ້າເປັນຈຸດໜັກ ສໍາລັບເມືອງພວກເຮົານີ້.”
ໃນຂນະທີ່ ເຈົ້າໜ້າທີ່ ຫ້ອງການປົກຄອງ ແຂວງສວັນນະເຂດ ທ່ານນຶ່ງ ກ່າວວ່າ ປັດຈຸບັນ ກໍາລັງເລັ່ງແຕ່ງຕັ້ງຄະນະກັມມະການ ແກ້ໄຂ ຟື້ນຟູ ພັຍພິບັດນໍ້າຖ້ວມ ເພື່ອໄປປະເມີນຄວາມເສັຍຫາຍ ຢ່າງຣະອຽດ ແລະໃຫ້ການຊ່ອຍເຫຼືອ ສ້າງເຮືອນໃຫ້ຄອບຄົວ ທີ່ໄດ້ຮັບຄວາມ ເສັຍຫາຍຈາກນໍ້າຖ້ວມ ໃຫ້ໄວທີ່ສຸດ ຮວມເຖິງການຊ່ອຍເຫຼືອ ດ້ານເຄື່ອງອຸປໂພຄ- ບໍຣິໂພຄ ໃຫ້ພຽງພໍ ແລະ ທົ່ວເຖິງທຸກຄອບຄົວ:
“ສະພາບປົກກະຕິແລ້ວ ດຽວນີ້ ພັດເຮືອນ ພັດຊານ ປະຊາຊົນ ຫຼາຍ 100 ກວ່າຫຼັງ, ຍັງແຕ່ຕັ້ງ ຄະນະກັມມະການມາຟື້ນຟູ ຢູ່ດຽວນີ້ ຊິປຶກສາຫາລືກັນ, ຊິມີສ່ວນນຶ່ງກະຊິແມ່ນ ຕາມຣະບຽບນະໂຍບາຍການ ສົງເຄາະ ເພິ່ນສິໃຫ້ເປັນຕະປູ ເປັນສັງກະສີ ແລະທາງແຂວງ ຊິຄົ້ນຄວ້າຕື່ມຫັ້ນແຫຼະ ເພາະວ່າ ສ່ວນຫຼາຍເຮືອນ ທີ່ເປ່ເພ ແມ່ນປະຊາຊົນ ທີ່ທຸກຍາກ.”
ອີງຕາມການຣາຍງານ ຂອງສື່ທ້ອງຖິ່ນໃນລາວ ເມື່ອວັນທີ 8 ພຶສພາ 2020 ນີ້ ຣະບຸວ່າ ນໍ້າຖ້ວມແຂວງສວັນນະເຂດ ໃນປີນີ້ຖືວ່າໜັກ ໜ່ວງທີ່ສຸດ ໃນຮອບ 10 ປີ ແລະ ໜັກກວ່າ ປີ 2019 ຜ່ານມາ ເພາະໄດ້ ສ້າງຄວາມເສັຍຫາຍ ທັງໝົດ 8 ເມືອງ ຄື: ເມືຶອງເຊໂປນ, ເມືອງພີນ, ເມືອງວິລະບູລີ, ເມືອງນອງ, ເມືອງຈໍາພອນ, ຊົນນະບູລີ, ເມືອງສອງຄອນ ແລະເມືອງທ່າປາງທອງ ບ້ານທີ່ຖືກນໍ້າຖ້ວມທັງໝົດ ມີ 149 ບ້ານ, ຮວມປະຊາຊົນ ກວ່າ 10 ພັນປາຍຄອບຄົວ ມີພົລເມືອງ 52 ພັນຄົນ ໄດ້ຮັບຜົລກະທົບ.
ນອກຈາກນີ້ ຍັງມີພື້ນທີ່ເຂົ້ານາປີ ໄດ້ຮັບຄວາມເສັຍຫາຍ ເນົ່າເປື່ອຍ ບໍ່ສາມາດເກັບກ່ຽວໄດ້ ປະມານ 23,000 ເຮັກຕ່າຣ໌, ໜອງປາ ເສັຍຫາຍ 2,700 ປາຍໜອງ, ສັດລ້ຽງຕາຍ 6,000 ໂຕ, ຊົລປະທານເປ່ເພ 53 ແຫ່ງ, ເສັ້ນທາງເສັຍຫາຍ 72 ເສັ້ນ, ຂົວເປ່ເພ 12 ແຫ່ງ, ສຸຂສາຣາ ໄດ້ຮັບຄວາມເສັຍຫາຍ ແລະເປ່ເພ 8 ແຫ່ງ. ສ່ວນມູນຄ່າຄວາມເສັຍຫາຍ ທັງໝົດນັ້ນ ຍັງບໍ່ສາມາດປະເມີນໄດ້ເທື່ອ ເພາະຍັງຢູ່ໃນ ຣະຫວ່າງ ການລົງເກັບກໍາຂໍ້ມູນ.
ຂນະທີ່ ຄະນະກັມມະການ ຄຸ້ມຄອງພັຍພິບັດ ຂັ້ນສູນກາງ ໄດ້ມອບເງິນຊ່ອຍເຫຼືອ ໃຫ້ທາງການແຂວງສວັນນະເຂດ ຈໍານວນ 500 ລ້ານກີບ ເພື່ອນໍາໄປຊ່ອຍເຫຼືອ ຊື້ເຄື່ອງອຸປໂພຄ-ບໍຣິໂພຄ ໃຫ້ຊາວບ້ານ ຜູ້ປະສົບພັຍ ໃນເບື້ອງຕົ້ນ ແຕ່ການຊ່ອຍເຫຼືອ ນັ້ນຍັງບໍ່ພຽງພໍ ແລະຍັງບໍ່ທົ່ວເຖິງທຸກຄອບຄົວເທື່ອ.