ການປຸ້ນຈີ້ລັກຊັພ ຢູ່ ວຽງຈັນ


2013.07.03
F-motorbike ຣົຖຈັກ ເປັນທີ່ນິຍົມກັນໃຊ້ ໃນນະຄອນຫລວງ ວຽງຈັນ
Mek/fb

 

ຊາວ ນະຄອນຫລວງ ວຽງຈັນ ທຸກມື້ນີ້ ມີ ຄວາມເປັນຫ່ວງ ເຣື້ອງ ຄວາມປອດພັຍ ຫລາຍກວ່າ ທີ່ ຜ່ານມາ ເນຶ່ອງຈາກວ່າ ມີເຫດການ ປຸ້ນຈີ້ ທີ່ ນັບມື້ ຮຸນແຮງ ຂຶ້ນ ຊຶ່ງ ໃນບາງ ກໍຣະນີ ກໍໃຊ້ປືນ ນາບຂູ່ ຍາດຊິງ ຊັພ ແລະ ສິ່ງຂອງ ທີ່ມີຄ່າ. ເຫດການ ດັ່ງກ່າວ ມັກເກີດຂຶ້ນ ຢ່າງຕໍ່ເນຶ່ອງ. ຕົວຢ່າງ ວ່່າງຫລັງໆ ມານີ້ ກໍມີຄົນຮ້າຍ ສອງຄົນ ໃຊ້ປຶນຈີ້ ເອົາຣົຖຈັກ ຂອງ ວັຍລຸ້ນ ຢູ່ບ້ານ ດອນແດງ ເມືອງ ຈັນທະບູຣີ ໃນຂນະທີ່ ເຂົາກຳລັງ ຈອດຣົຖ ໄຂປະຕູ ຈະເຂົ້າບ້ານ. ດັ່ງ ຊາວ ນະຄອນຫລວງ ວຽງຈັນ ນາງນຶ່ງ ເວົ້າວ່າ:

"ກະມີ ມັນກໍພວກ ຂີ້ລັກ ທັມມະດາ ສ່ວນຫລາຍ ແລ້ວກະແມ່ນ ມີແຕ່ ພວກເດັກນ້ອຍ ຕີດຢາມ້າ ແມ່ນຫຍັງ ຫັ້ນແຫລະ ແຕ່ລະ ບຸກຄົນ ມັນກໍບໍ່ ຄືກັນ ຈັງຊັ້ນຫນາ".

ນາງເວົ້າ ຕໍ່ໄປວ່າ ປະກົດການ ທີ່ວ່ານີ້ ເກີດຂຶ້ນ ໃນຫລາຍເມືອງ ໃນເຂດ ນະຄອນ ຫລວງ ວຽງຈັນ ເຮັດໃຫ້ ປະຊາຊົນ ຢ້ານກົວ ນາງວ່າ ດົນໆ ກໍມີຂ່່າວ ເຈົ້າຫນ້າທີ່ ຈັບກຸມ ກຸ່ມຄົນ ບໍ່ດີ ດ່ັງກ່າວ ໄດ້ ແຕ່ບໍ່ຫລາຍ ປານໃດ. ສໍາລັບ ນາງເອງ ກໍຮູ້ສຶກ ຢ້ານກົວ ຕໍ່ການ ຕົກເປັນເຫຍຶ່ອ ຂອງກຸ່ມ ອັນຕະພານ ພວກນີ້.

ກ່ຽວກັບ ບັນຫານີ້ ເຈົ້າຫນ້າທີ່ ປ້ອງກັນ ຄວາມປອດພັຍ ເວົ້າວ່າ  ສ່ວນໃຫຍ່ ເກີດຈາກ ກຸ່ມວັຍລຸ້ນ ທີ່ ມາຈາກ ຕ່າງແຂວງ ເຂົ້າມາຢູ່ ນະຄອນຫລວງ ວຽງຈັນ ທີ່ບໍ່ມີ ວຽກເຮັດ ງານທຳ ແລະ ກໍຕົກ ເປັນເຫຍຶ່ອ ຂອງກຸ່ມ ຄ້າ ຢາເສບຕິດ ຫລື ມານສັງຄົມ ປະເພດຕ່າງໆ ຈຶ່ງ ພາກັນລັກຊັບ ແລະ ສ້າງ ຄວາມວຸ້ນວາຍ. ທາງການ ຕຳຣວດ ກໍມີການ ກວດລ້າງ ກຸ່ມ ດ່ັງກ່າວ ຢູ່ຕລອດ ແຕ່ຂໍໃຫ້ ປະຊາຊົນ ຣະມັດ ຣະວັງ ເປັນພິເສດ.

ນາງ ບອກອີກວ່າ ປັດຈຸບັນ ກຸ່ມວັຍລຸ້ນ ພາກັນ ຕິດ ຢາເສບຕິດ ຢ່າງຫລວງຫລາຍ ຖ້າບໍ່ມີ ເງິນຊື້ ກໍພາກັນ ລັກຊັພ ແລະ ງັດແງະ ບ້ານເຮືອນ ຂອງ ປະຊາຊົນ ຫລື ຊິງຊັພ ຕາມທ້ອງ ຖນົນ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.