ເສັ້ນທາງໃນນະຄອນຫຼວງ ແລ້ງຝຸ່ນ ຝົນຕົມ

ອຸ່ນແກ້ວ ສຸກສະຫວັນ
2021.06.05
ເສັ້ນທາງໃນນະຄອນຫຼວງ ແລ້ງຝຸ່ນ ຝົນຕົມ ເສັ້ນທາງ ໃນ ນະຄອນຫຼວງວຽງຈັນ ທີ່ ຍັງຕ້ອງເປັນຝຸ່ນ ຍາມແລ້ງ ເປັນຕົມຍາມຝົນ
ນັກຂ່າວພົລເມືອງ

ເມື່ອເວົ້າເຖິງຖນົນ-ຫົນທາງ ຢູ່ປະເທດລາວ ນັບແຕ່ອະດີດຈົນເຖິງປັດຈຸບັນ, ທຸກຄົນຈະເຫັນພາບໄດ້ເລີຍວ່າ ຍາມຝົນຖນົນຈະເປັນ ຂີ້ຕົມ ແລະ ຍາມແລ້ງຖນົນຈະເປັນຂີ້ຝຸ່ນ. ປະຊາຊົນຂີ່ຣົດຈັກ ແລະຣົດໃຫຍ່ ແລ່ນຜ່ານສະພາບເສັ້ນທາງຍາມຝົນ ເຮັດໃຫ້ນ້ຳຂີ້ຕົມ ຟົ້ງຂຶ້ນມາ ແລະ ສະພາບເສັ້ນທາງຍາມທີ່ມີຂີ້ໄງ່ກຸ້ມ ໃນເວລາທີ່ມີຣົດແລ່ນຜ່ານ. ນັກວິຊາການດ້ານການກໍ່ສ້າງ ໃຫ້ສຳພາດຕໍ່ເອເຊັຽ ເສຣີ ວ່າຖນົນຢູ່ປະເທດລາວໃຊ້ໄດ້ປະມານ 3 ປີ ແຕ່ຫຼັງຈາກນັ້ນມັນກໍເຣີ່ມເປ່ເພ.

ນັກວິຊາການກໍ່ສ້າງ: ມັນກະເປ່ເພ ເປັນຂຸມເປັນບໍ່ ມັນກະເປ່ເພຂອງມັນຈັ່ງຊີ້ແຫຼະ. ເຮັດແຕ່ລະເສັ້ນທາງເຮັດ ອາຍຸການໃຊ້ການໃຊ້ ງານມັນບໍ່ເກີນ 3 ປີ ໝາຍຄວາມວ່າ ຝົນທີສາມ ກະມີບັນຫາໂລດ ຝົນທີສີ່ລະເຣີ່ມເລະ ຫຼັງຈາກເຮັດສຳເຣັດ ເປັນເປັນຈັ່ງຊັ້ນເກືອບ ທຸກເສັ້ນທາງ. ເກືອບທຸກເສັ້ນທາງ ໃນປະເທດລາວ.

ນັກຂ່າວ: ໝາຍເຖິງປີທີ 3 ເນາະ?

ນັກວິຊາການກໍ່ສ້າງ: ຝົນທີສາມລະເຣີ່ມແຕກ ຝົນທີສີ່ລະເລະ. ຝົນທີຫ້າ ກະລ້ຽງປາລ້ຽງເປັນຊັ້ນແຫຼະ.

ນັກຂ່າວ: ອັນນີ້ໝາຍເຖິງເສັ້ນທາງໃນເມືອງ ຫລື ເສັ້ນທາງໂຕໃດນິ?

ນັກວິຊາການກໍ່ສ້າງ: ເສັ້ນທາງນອກໆ ເສັ້ນທາງຣະຫວ່າງ ແຂວງຈັ່ງຊີ້ ເສັ້ນທາງຢູ່ແຂວງນ້ອຍ ນອກຈາກຢູ່ກຳແພງນະຄອນນອກ ຈາກແຂວງໃຫຍ່ໆວ່າຊັ້ນຊະ. ແຂວງຈຳປາສັກ ແຂວງສວັນນະເຂດ ຈັ່ງຊີ້ ກໍາແພງນະຄອນ ແຂວງຫຼວງພຣະບາງ ແຂວງໃຫຍ່ ຈັ່ງຊັ້ນຫັ້ນ ກະມີຄວາມດີຫຼາຍຢູ່. ຄັນແຂວງນ້ອຍໆ ເສັ້ນທາງຣະຫວ່າງເມືອງ ຫັ້ນໄດ໋ ເສັ້ນທາງ ຣະຫວ່າງ ເມືອງຫັ້ນ ຕົວເມືອງ ນ້ອຍໆຫັ້ນລະແມ່ນບໍ່ໄດ້ມາຕຖານ ຄືໃຊ້ບໍ່ໄດ້ດົນ ມາຕຖານເພິ່ນແບບໃດ ເຮົາກະບໍ່ຮູ້, ມາຕຖານ ຂອງແຕ່ລະຄົນ ມັນຕ່າງກັນ ບາງຄົນວ່າ ມາຕຖານ ຂ້ອຍຍໍໄດ້ 10 ກິໂລ ຖືວ່າຜ່ານມາຕຖານຂ້ອຍ ໝໍນັ້ນວ່າບໍ່ແມ່ນ ຂອງຂ້ອຍນີ້ 14 ໂລ. ຄັນເຮົາທຽບໃສ່ ສາກົລ ນີ້ແມ່ນຫຼຸດ ຄັນມາຕຖານສາກົລໄດ໋ ແມ່ນບໍ່ໄດ້ເລີຍ.

ນັກຂ່າວ: ມັນເປັນຈັ່ງໃດ ສະພາບມັນມີຂີ້ຝຸ່ນບໍ່ ຫຼືວ່າ ເປັນຂີ້ຕົມດຽວນີ້ນະ?

ນັກວິຊາການກໍ່ສ້າງ: ຫ້ວຍ ຝົນຕົກກະປັນຕົມ ແດດອອກກະຂີ້ໄງ່ເປັນຊັ້ນແຫຼະ ມັນແນວນັ້ນແຫຼະທາງເປ່ທາງເພ ບ່ອນໃດມັນບໍ່ເປ່ ບໍ່ເພ ມັນກະບໍ່ເປັນຕົມ ຂີ້ໄງ່ຂີ້ຕົມ.

ນັກຂ່າວ: ເຮົາຄິດວ່າ ຊິມີທາງດີບໍ່ນິ ຢູ່ບ້ານເຮົານິ?

ນັກວິຊາການກໍ່ສ້າງ: ເຮົາກະສ້ອມແປງໄປນໍາ ເຮັດໃໝ່ໄປນຳ ເຮັດໜ້າເຮັດຫຼັງ ປົນກັນຢູ່ຈັ່ງຊັ້ນແຫຼະ ກະມີທາງນີ້ກະມີລະເນາະ.

ນັກຂ່າວ: ທາງສ່ວນໃຫຍ່ ເປັນຈັ່ງໃດໂດຍລວມ ເຂດຂອງເຮົາຢູ່ເປັນຈັ່ງໃດ?

ນັກວິຊາການກໍ່ສ້າງ: ເຂດເຮົາຢູ່ນີ້ ມັນກະໂອເຄຢູ່ ລະກະມີຂຸມມີສັງ ຫຼາຍຢູ່ ບາງເສັ້ນທາງ ບາງມັນກະແຕກ 300-400 ແມັດ ຫຼືວ່າ ຫຼັກນຶ່ງກະມີບ່ອນແຕກ ບ່ອນແຫງເປັນຂຸມເປັນບໍ່ ຊັ້ນນ່າ ມັນເປັນແບບນັ້ນ.

ນັກຂ່າວ: ຖືວ່າໃຫ້ຄະແນນໄດ້ເທົ່າໃດນີ້ ຄວາມມາຕຖານ?

ນັກວິຊາການກໍ່ສ້າງ: ໂອ! ຄວາມມາຕຖານ ຫຼື ເວົ້າເຣື່ອງຄວາມສດວກ?

ນັກຂ່າວ: ນຶ່ງມາມາຕຖານ ສອງມາ ຄວາມສະດວກ.

ນັກວິຊາການກໍ່ສ້າງ: ມາຕຖານ ຄັນຄະແນນເຕັມ 8 ກະຊິໄດ້ແຕ່ 5 ມາຕຖານ ເຣື່ອງຄວາມສະດວກ ກະຊິໄດ້ແຕ່ 4. ສ່ວນວ່າສະ ພາບເສັ້ນທາງຢູ່ນອກເມືອງ ກໍຍັງຢູ່ສະພາບເປັນ ຫຼຸບເປັນຂຸມ ແລະຍັງບໍ່ມີການສ້ອມແປງ ເຮັດໃຫ້ປະຊາຊົນໄດ້ຮັບຄວາມເດືອດຮ້ອນ ໃນເວລາຂີຣົດ.

ປະຊາຊົນຢູ່ເມືອງປາກຊ່ອງ ແຂວງຈຳປາສັກ ໄດ້ໃຫ້ສຳພາດ ຕໍ່ເອເຊັຽເສຣີ ວ່າ:

ນັກຂ່າວ: ສະພາບເສັ້ນທາງ ຢູ່ບ້ານເຮົາເປັນຈັ່ງໃດນິ?

ປະຊາຊົນ: ໂອ້ຍເສັ້ນທາງເຂົ້າບ້ານເຮົາ ຍັງຄືເກົ່າ. ແຮ່ງຮ້າຍກວ່າເກົ່າ ບໍຣິສັດເຂົ້າຫຼາຍ ແຮ່ງເປ່ເພຫຼາຍ.

ນັກຂ່າວ: ເປັນຂຸມຫຼາຍບໍ່?

ປະຊາຊົນ: ເອີຫຼາຍ ອ້າວ ທຽວກະໂຕນຂຸມ ໂຕນຫຍັງ ອຶກກະທຶກ ຫັ້ນແຫຼ້ວ. ເປັນຫຍັງບໍ່ສ້ອມແປງ ໃຫ້ປະຊາຊົນທຳມາຫາກິນ ໂດຍສະດວກ. ອັນນີ້ແຮ່ງບໍຣິສັດ ເຂົ້າແຮ່ງເປັນທາງ ຍາກ. ບາດຂ້ອຍເວົ້ານຳບໍຣິສັດ ບໍຣິສັດເວົ້າວ່າ ສຸດແຕ່ຣັຖບານ ເປັນຜູ້ລົງທຶນ. ຂ້ອຍວ່າພວກເຮົາຫັ້ນ ເຮັດຈັ່ງໃດ ສຸດແຕ່ຣັຖບານ ເສັ້ນທາງພວກເຈົ້າ ເດີນເປັນຫຍັງບໍ່ສ້ອມແປງ ບໍ່ເຮັດ ເຂົາວ່າບໍ່ກ່ຽວ ທາງຣັຖ ທາງຫຼວງ ບໍຣິສັດຕອບແນວນັ້ນ. ແຕ່ວ່າບ່ອນໃດບໍຣິສັດເຮັດ ຕ້ອງເຮັດໃຫ້ນ້ຳໄຫຼໄຟສະວ່າງ ເສັ້ນທາງດີໃຫ້ປະຊາຊົນ ບໍ່ແມ່ນວ່າ ມາເອົາໆດິນ ມາສຳປະທານແລ້ວ ປະຊາຊົນ ປະຖິ້ມໃຫ້ຕົກທຸກໄດ້ຍາກ ລະບໍ່ໄດ້ໄດ໋.

ນັກຂ່າວ: ຣົດທຽວຫຼາຍບໍ່ຢູ່ບ້ານເຮົານະ ມັນຈັ່ງຄ່ອຍເພ?

ຊາວບ້ານ: ທຽວແຫຼະ ມີແຕ່ຣົດໜັກໆ ຫັ້ນແຫຼ້ວ.

ນັກຂ່າວ: ຣົດເຂົາແກ່ຫຍັງລະ?

ຊາວບ້ານ: ແກ່ກາເຟ ແກ່ເບັ້ຽອາເຟ ແກ່ອັນນີ້ ອັນນັ້ນ ກຳມະກອນ ເຂົາກະເຮັດຕາມເຂົາເຮັດຫັ້ນແຫຼະ ຫຼາຍໆ ຫັ້ນແຫຼະ ຢູ່ບ້ານເຮົາຫັ້ນນ່າ ຄືຄວາມຄືບໜ້າຫັ້ນນ່າ.

ນັກຂ່າວ: ລະເຮົາໄປຈັ່ງໃດ ທາງເພຈັ່ງຊັ້ນ?

ປະຊາຊົນ: ກະໄປຈັ່ງຊັ້ນແຫຼະ ຂຶ້ນຫິນໂຄມຫິນ ອຶກກະທຶກຄຶກໂຄມຫັ້ນແຫຼະ. ຄັນຍາມຝົນບໍ່ມີບ່ອນໄປ ຄາຫັ້ນແຫຼ້ວ ທາງມັນເພ ເປັນຂຸມເປັນບວກ.

ສ່ວນວ່າ ນັກວິຊາການທ່ານນຶ່ງ ກໍໃຫ້ສຳພາດວ່າ ສະພາບເສັ້ນທາງກໍເລີ່ມດີຂຶ້ນ ແຕ່ການສັນຈອນ (ສັນຈອຣ) ກໍຍັງຊັກຊ້າຍ້ອນວ່າ ຈຳນວນພາຫະນະເພີ່ມຂຶ້ນ ແລະ ສິ່ງປຸກສ້າງ ກໍເພີ່ມຂຶ້ນເຊັ່ນດຽວກັນ.

ນັກວິຊາການ: ຄັນເວົ້າໂດຍລວມ ອັນນີ້ກະເບິ່ງເດີ ເກືອບປີນຶ່ງລະ ກະບໍ່ໄດ້ໄປຕ່າງແຂວງ ນອກຈາກ ສວັນນະເຂດ ເສັ້ນທາງນີ້ ຮອດດຽນີ້ ກາຖືວ່າດີຂຶ້ນ ມາໜ້ອຍນຶ່ງ.

ນັກຂ່າວ: ລະຈຸດທີ່ໄປເຂດນອກໆ ເດ້?

ນັກວິຊາການ: ຄັນວ່າອອກໄປເຂດນອກແລ້ວ ມັນກະຍັງຫຍຸ້ງຍາກ ຢູ່ຄືເກົ່າຫັ້ນແຫຼ້ວ ກະບໍ່ເວົ້າຫຼາຍເນາະ ຢູ່ນະຄອນຫຼວງກະຄືກັນ ຢູ່ເຂດໂຕເມືອງນອກ 4 ເມືອງອັນນີ້ນິນ່າ. ກະບໍ່ແມ່ນແຕ່ 4 ເມືອງນອກ ແຕ່ກະ 4 ເມືອງໃນນີ້ ກະຄືກັນ ຄັນວ່າຮ່ອມທີ່ຢູ່ໄກມັນ ກະຍັງເປັນທາງແດງຢູ່. ຍາມຝົນກະຫຍຸ້ງຍາກແດ່ໜ້ອຍນຶ່ງ ຄັນວ່າອອກໄປນອກເມືອງ ມັນກະ ແຮ່ງຍາກຂຶ້ນໄປຕື່ມແຫຼະ ທາງແຂວງ ສອກຫຼີກກະແຮ່ງຍາກໄປຫຼາຍຕື່ມ. ເສັ້ນທາງຊາຮູ້ນີ້ ຄັນວ່າເມືອງຕໍ່ເມືອງແຂວງຕໍ່ແຂວງ ມັນກະເປັນທາງຢາງໝົດແຫຼ້ວແຂວງຕໍ່ ແຂວງ ແຕ່ວ່າເມືອງຕໍ່ເມືອງ ມັນກະຍັງບໍ່ທັນ 100 ເປີເຊັນ ດອກ ຂະເຈົ້າກຳລັງສ້າງສາຢູ່.

ນັກຂ່າວ: ແຕ່ວ່າ ເວລາເຮົາອອກໄປເດ້ ຈາກແຕ່ກ່ອນໃຊ້ເວລາດົນບໍ່ ລະດຽວນີ້ ມັນໃຊ້ເວລາດົນຄືກັນບໍ່?

ນັກວິຊາການ: ຄັນແມ່ນທຽບແນວນັ້ນຫັັ້ນ ທາງມັນກະເຣີ່ມດີກວ່າແຕ່ເກົ່າ ພຽງແຕ່ວ່າ ຍານພາຫະນະ ມັນອາຈະເພີ່ມຂຶ້ນ ແລະ ເຮັດໃຫ້ການເດີນທາງນີ້ ຄືສົດມຸຕປຽບທຽບ ອັນນ່າ ຄືນ້ອງນີ້ ເຄີຍຂີ່ຣົດເມ ຈາກວຽງຈັນ ໄປ ສວັນນະເຂດ ເມື່ອກ່ອນນີ້ກະ 7 ຊົ່ວໂມງເນາະ ບາດດຽວນີ້ ມັນຍັງເປັນ 9 ຊົ່ວໂມງລະ ເຮົາມາເບິ່ງເຫດຜົລວ່າ ຍ້ອນຫຍັງເນາະ. ສ່ວນນຶ່ງມັນຍ້ອນວ່າການຕັ້ງ ເຮືອນຊານ ຂອງຄົນມັນແໜ້ນໜາຂຶ້ນ ບວກກັບຣົດຣາ ພາຫະນະ ເພີ່ມຂຶ້ນ ແລະ ການແລ່ນມັນບໍ່ໄດ້ຈວດໆ ຕາມໃຈ ຄື 7-8 ປີ ກ່ອນຫັ້ນນ່າ. ການກໍ່ສ້າງ ແລະ ສ້ອມແປງຖນົນ-ຫົນທາງ ຢູ່ທົ່ວປະເທດ ຍັງຂາດງົບປະມານ ແລະ ບາງໂຄງການກໍມີຖືກສັ່ງໂຈະ ຍ້ອນວ່າ ຣາຄາສູງເກີນປົກຕິ, ຜິດສັນຍາ ແລະ ບໍ່ມີການ ດໍາເນີນການ.

ເຈົ້າໜ້າທີ່ກະຊວງແຜນການ ແລະການລົງທຶນ ເຄີຍກ່າວຕໍ່ເອເຊັຽເສຣີ ວ່າທີ່ຜ່ານມາມີການສັ່ງໂຈະ 190 ໂຄງການກໍ່ສ້າງທີ່ບໍ່ໄດ້ ມາຕຖານບໍ່ຖືກຕາມຣະບຽບຫຼັກການ ແລະລ່າຊ້າ.

ນັກວິຊາການອີກທ່ານນຶ່ງກໍກ່າວວ່າ: ກ່ຽວກັບອົງການກວດກາຣັຖບານ ທີ່ຣາຍງານຜົລການກວດກາ ຕໍ່ກອງປະຊຸມສະພາວ່າການ ໂຈະ 190 ໂຄງການນັ້ນ ຖືວ່າເປັນຜົລດີ ຣັຖບານ ບໍ່ມີໜີ້ ເພີ່ມຂຶ້ນ ຍ້ອນທີ່ຜ່ານມາ ທາງຣັຖບານກໍບໍ່ສາມາດແກ້ໄຂໜີ້ສິນທັນ ເວລາຢູ່ແລ້ວ.

ທ່ານກ່າວຕື່ມອີກວ່າ: ກໍຖືວ່າມີຜົລດີຫັ້ນແຫຼະ ເພາະວ່າຣັຖບານເຫັນວ່າ ບໍ່ມີປະສິດທິຜົລແລ້ວ ຜິດດ່ຽງຕາມສັນຍາ ກໍໝາຍຄວາມຜິດ ເພິ່ນຈັ່ງໂຈະນະ ຊົລປະທານບໍ່ ຫລືວ່າອິຫຍັງ ກໍ່ສ້າງໄປແລ້ວບໍ່ມີນໍ້າ ຕົວຢ່າງ ແລ້ວ ການກໍ່ສ້າງ ເສັ້ນທາງ ມັນແມ່ນເຂດທີ່ຍັງທີ່ຍັງ ບໍ່ຈໍາເປັນ ເທື່ອເພາະວ່າ ທຸກມື້ນີ້ ມັນກໍເຣື່ອງແກ້ໄຂ ໜີ້ສິນ ເຮົາກໍບໍ່ທ່ວງບໍ່ທັນຢູ່ແລ້ວ ບໍ່ສ້າງພາຣະອີກ ເພາະການລົງທຶນ ຜ່ານມາ ມັນແມ່ນ ບໍຣິສັດລົງທຶນກ່ອນ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.