ຖນົນເປ່ເພ ໄປມາລໍາບາກ
ຖນົນ ແຕ່ເມືອງປາກທາ ໄປຫາ ເມືອງຜາອຸດົມ ແຂວງບໍ່ແກ້ວ ເປ່ເພໜັກ ປະຊາຊົນ ໄປ-ມາ ລໍາບາກ
-
ສົມເນ
2017-08-18 -
-
-
Your browser doesn’t support HTML5 audio
ຖນົນ 32 ກິໂລແມັດ ແຕ່ ເມືອງປາກທາ ໄປຫາ ເມືອງຜາອຸດົມ ແຂວງບໍ່ແກ້ວ ເປ່ເພໜັກ ເປັນຂຸມໃຫຍ່ ຂີ້ຕົມ ບາງຈຸດ ບ່າທາງເຈື່ອນ ເຄິ່ງນຶ່ງ ມີແຕ່ຣົດຈັກ ແລະ ຣົດຖີບ ໄປໄດ້ ສ່ວນຣົດໃຫຍ່ ໄປບໍ່ໄດ້ເລີຍ ເຮັດໃຫ້ການເດີນທາງ ແລະຂົນສົ່ງສິນຄ້າ ລະຫວ່າງ 30 ບ້ານ ໄດ້ຮັບຜົລກະທົບໜັກ, ຕາມການເປີດເຜີຽ ຂອງເຈົ້າໜ້າທີ່ ເມືອງປາກທາວ່າ:
"ໂອ້ຍ ຊ່ວງນີ້ລະດູຝົນ ຕົກຫລາຍ ທາງຂາດຄືມື້ວານນີ້ ມັນເຈື່ອນ ແຄມເມືອງ ປາກທາ ເປັນທາງດິນແດງ ມັນເປັນບວກ ເປັນຂຸມ ເປັນຕົມ ປາກທາ-ຜາອຸດົມ 32 ຫລັກ ດຽວນີ້ ຊ່ວງນີ້ ກໍຍັງເຜົ່າລະວັງ ສ້ອມສຸກເສີນຕາມແຜນ ກະຊວງທີ່ແນະນໍາ ຫາແຂວງ ຫາເມືອງ."
ທ່ານກ່າວຕື່ມວ່າ ເມື່ອວັນທີ່ 15 ສິງຫາ ຜ່ານມານີ້ ກໍມີຣົດບັນທຸກຄັນນຶ່ງ ແລ່ນໄປເຖິງຈຸດທາງເຈື່ອນ ທາງກໍເລີຽເຈື່ອນລົງຕື່ມ ຣົດຄັນນັ້ນກໍເລີຽ ໄປບໍ່ໄດ້ ເຈົ້າໜ້າທີ່ ຈໍາເປັນຕ້ອງໄດ້ ປະກາດປິດຖນົນນ ເປັນການຊົ່ວຄາວ ເພື່ອສ້ອມແປງ.
ນອກນັ້ນ ຜູ້ໃຊ້ຣົດຈັກ ລົດໃຫຍ່ ຫຼາຍເຂດ ປະສົບກັບທາງມື່ນ ທາງຕົມ ຈໍາເປັນຕ້ອງໄດ້ພາກັນຊຸກຣົດ. ຖນົນເສັ້ນນີ້ ເປັນຖນົນສາຍສໍາຄັນ ໃນການຂົນສົ່ງສິນຄ້າ ທີ່ນໍາເຂົ້າ ຈາກປະເທດໄທຍ໌. ໃນແຕ່ລະມື້ ມີປະຊາຊົນ ເດີນທາງໄປມາ ຫຼາຍສົມຄວນ ແລະມີຣົດຂົນສົ່ງ ບໍ່ຕໍ່າກ່ວາ 20 ຫາ 30 ຄັນຕໍ່ມື້, ແຕ່ເມື່ອມາຮອດ ລະດູຝົນ ເທື່ອໃດທີ່ມີ ຝົນຕົກ ຖນົນນີ້ກໍເປ່ເພ.