ນໍ້າບາກກາຍເປັນສີຂຽວ ມ.ໄຊ ຂ.ອຸດົມໄຊ
2021.06.08
ນໍ້າໃນສາຍນໍ້າບາກ ໃນເຂດບ້ານຫົວນໍ້າບາກ ເມືອງໄຊ ແຂວງອຸດົມໄຊ ເນົ່າ ແລະ ກາຍເປັນສີຂຽວ ໃນວັນທີ 2 ມິຖຸນາ 2021 ນີ້. ມາເຖິງປັດຈຸບັນ ນໍ້ານັ້ນໄດ້ໄຫລລົງມາຮອດ ບ້ານປາກປຸຍ ໃກ້ກັບບ້ານຕະແວ ເມືອງນໍ້າບາກ ແຂວງຫຼວງພຣະບາງແລ້ວ ໃນຂນະທີ່ ນໍ້າເນົ່ານັ້ນ ຍັງເປັນສີຂຽວ ຢູ່ ແລະເລິ່ມມີປານ້ອຍຕາຍເນົ່າຟູຂຶ້ນມາຫຼາຍ. ຊາວບ້ານໄດ້ພາກັນ ບໍ່ໃຊ້ນໍ້ານັ້ນແລ້ວ ຍ້ອນຢ້ານວ່າມັນ ອາຈເປັນຍ້ອນສານເຄມີ, ອີງຕາມຄໍາເວົ້າຂອງຊາວບ້ານປາກປຸຍ ເມືອງນໍ້າບາກ ໃນມື້ວັນທີ 4 ມິຖຸນານີ້:
”ເຂດນັ້ນມັນ ນໍ້າມັນຈະບໍ່ໃຫຍ່ ເຂດນັ້ນເຂດປະຊາຊົນເຄີຍຫາປາ ປາມັນຈະບໍ່ມີໂຕໃຫຍ່ ໂຕລະໂລ ໂຕຫ້າຂີດນີ້ມີໂຕນ້ອຍທັມດາ ແລ້ວປາມັນຈະຟູອິ່ງລິ່ງ ອິ່ງລິ່ງ ອິ່ງລິ່ງໝົດ ຄືສິເໜົ່າແລ້ວນະ ປານະ ເຂດທີ່ມັນເກີດຫັ້ນ ສັນນິຖານວ່າ ມັນອາຈເປັນຈາກເຄມີ ເຂດຫົວ ນໍ້າບາກຫັ້ນ ມັນມີສວນ(ໝາກ)ມອນຈີນນະ.”
ກ່ຽວກັບເຣື່ອງທີ່ວ່ານີ້ ຊາວບ້ານຢູ່ບ້ານນໍ້າຟ້າ ເມືອງນໍ້າບາກ ເວົ້າວ່າ ພາຍຫລັງ ທີ່ອໍານາດການປົກຄອງເມືອງນໍ້າບາກ ທີ່ຕັ້ງຢູ່ຕິດ ກັບເມືອງໄຊ ແຂວງອຸດົມໄຊ ໄດ້ຮັບຂ່າວວ່າ ນໍ້າໃນສາຍນໍ້າບາກ ກາຍເປັນສີຂຽວ ນາຍບ້ານແຕ່ລະບ້ານ ກໍໄດ້ປະກາດທາງ ໂທຣະໂຄ່ງ ແຈ້ງເຕືອນປະຊາຊົນ ບໍ່ໃຫ້ໃຊ້ນໍ້າ ໃນສາຍນໍ້າບາກນີ້ ຊົ່ວຄາວ ເນື່ອງຈາກສົງສັຍວ່າ ນໍ້າ ນັ້ນອາຈມີສານ ທີ່ເປັນພິດ ຕໍ່ຄົນ ແລະສັດລ້ຽງ ດັ່ງທີ່ທ່ານກ່າວວ່າ:
“ຄືມັນຂຽວໄປໝົດ ທັງແມ່ນໍ້າ ເຂົາກະປະກາດ ຢູ່ວ່າ ມັນໄຫລມາແຕ່ພຸ້ນ ນາຍບ້ານເວົ້າ ບໍ່ໃຫ້ໄປໃຊ້ນໍ້າບາກ ບໍ່ໃຫ້ໄປຫາປາ. ບໍ່ໃຫ້ ໄປຊອກກິນຫັ້ນນ່າ ເຂົາກະມີແຕ່ວ່າສົງສັຍຊື່ໆ ຢ້ານວ່າຈະມີພິດຫັ້ນນ່າ ເຂົາບໍ່ຢາກໃຫ້ລົງ ກໍຢ້ານ ໂອ໋ ບໍ່ເຄີຍເຫັນຈັກເທື່ອ ກໍມາເຈິ.”
ຊາວບ້ານຊຽງດາ ເມືອງນໍ້າບາກ ທີ່ຢູ່ຫ່າງຈາກບ້ານຫົວນໍ້າບາກ ເມືອງໄຊ ບໍ່ຫຼາຍກິໂລແມັດ ກໍເວົ້າໃນມື້ດຽວກັນນີ້ວ່າເມື່ອຕົນໄດ້ຮູ້ ຂ່າວທາງສື່ສັງຄົມອອນລາຍ ກໍໄດ້ຣະວັງ ຄວາມປອດພັຍຂອງສັດລ້ຽງ, ບໍ່ໃຊ້ນໍ້າສາຍນັ້ນ ແລ້ວຫັນໄປໃຊ້ນໍ້າ ບາດານລ້ຽງສັດແທນ ຍ້ອນນໍ້າເໝັນ, ເປັນສີຂຽວ, ປາຕາຍ:
“ນໍ້າມັນເປັນສີຂຽວໆເລີຍ ນໍ້າອັນນັ້ນ ນັ້ນແຫຼະ ສີໃບຕອງນີ້ແຫຼະ ມັນມີປາຕາຍ ມັນກໍເໝັນນໍ້າຫັ້ນແຫຼະ ແລ້ວເຮົາກໍໄປໃຊ້ນໍ້າອັນນັ້ນ ແລ້ວ ນໍ້າບາດານ.”
ເຈົ້າໜ້າທີ່ ທີ່ກ່ຽວຂ້ອງ ເມືອງນໍ້າບາກ ກ່າວວ່າທາງເຈົ້າໜ້າທີ່ພາກສ່ວນ ທີ່ກ່ຽວຂ້ອງເມືອງນີ້ ກໍາລັງຮິບໂຮມຂໍ້ມູນເພື່ອຫາສາເຫດ ຂອງນໍ້າກາຍເປັນສີຂຽວ ໃນບໍຣິເວນດັ່ງກ່າວ ແລະ ປະກາດບໍ່ໃຫ້ຊາວບ້ານ ໃຊ້ນໍ້ານັ້ນຊົ່ວຄາວ:
“ໂອ໋ ! ຖາມເມືອງໄຊ ພຸ້ນເດີ ມັນຂຶ້ນມາແຕ່ເມືອງໄຊ ພຸ້ນເດີ ສາເຫດຍັງຄົ້ນຄວ້າ ຢູ່ເດີ ກໍແຈ້ງແລ້ວ ແຈ້ງແລ້ວ ແຈ້ງເຂົາເຈົ້າ ຊາວບ້ານ ແລ້ວຊ້ວງນີ້ກໍຍັງບໍ່ໃຫ້ ຊົມໃຊ້ເທື່ອ.”
ແລະ ເຈົ້າໜ້າທີ່ພາກສ່ວນທີ່ກ່ຽວຂ້ອງ ເມືອງໄຊ ກໍກ່າວວ່າ ເຈົ້າໜ້າທີ່ ທີ່ກ່ຽວຂ້ອງເມືອງນີ້ ໄດ້ລົງໄປເກັບຕົວຢ່າງ ນໍ້າສີຂຽວນັ້ນມາ ວິຈັຍວ່າມັນເກີດມາຈາກສາເຫດ ຫຍັງກັນແທ້ ແລະ ຈະແຈ້ງໃຫ້ສັງຄົມຊາບ ຕາມພາຍຫລັງ:
“ອີງໃສ່ຕາມກວດກາໂຕຈິງ ຂອງວິຊາການນັ້ນນ່າ ໄດ້ໄປເຫັນວ່າ ມັນມີແນວໃດແດ່ ຕາມຕົ້ນເຫດຂອງມັນຫັ້ນເນາະວ່າ ມັນເນື່ອງ ຈາກຄົນມັນໄປວາງແຜນບໍ່ ໄປມົລພິດຫລືວ່າ ມັນເກີດຈາກຈຸດໃດ ຫັ້ນນ່າ ພວກເຮົາບໍ່ສາມາດສລຸບໄດ້ເທື່ອ ດຽວນີ້ວິຊາການມັນ ກໍາລັງໄປກວດກາ ແລ້ວກໍຍັງເອົານໍ້າມາ ເຂົ້າຫ້ອງວິເຄາະຢູ່ ແຕ່ບໍ່ຮູ້ມັນເປັນແນວໃດ ຫັ້ນນ່າ.”
ເຫດການນໍ້າໃນສາຍນໍ້າບາກ ກາຍເປັນສີຂຽວ ມີປວກສີຂາວເກີດຂຶ້ນມາໄດ້ນຶ່ງອາທິດປາຍແລ້ວ ເຮັດໃຫ້ປາຈໍານວນນຶ່ງໃນເຂດທີ່ວ່າ ນັ້ນຂາດອອກຊີແຊນຕາຍ, ຊາວບ້ານເຊົາໃຊ້ ນໍ້າຊົ່ວຄາວ. ສ່ວນຢູ່ເຂດອື່ນ ທີ່ຢູ່ໄກກໍຍັງໃຊ້ນໍ້ານັ້ນ ຕາມປົກກະຕິຢູ່, ອີງຕາມຄໍາເວົ້າ ຂອງ ເຈົ້າໜ້າທີ່ ທີ່ກ່ຽວຂ້ອງ ເມືອງນໍ້າບາກ ແຂວງຫຼວງພຣະບາງ ທ່ານດຽວກັນນັ້ນ.