ຊາວແຄມຂອງຕຽມຮັບມື ນ້ຳຖ້ວມ

ອຸ່ນແກ້ວ ສຸກສະຫວັນ
2020.08.25
f-mk ໃນປັຈຈຸບັນ, ຣະດັບນໍ້າຂອງ ທີ່ຂຶ້ນໄວວາ ຢ່າງໜ້າເປັນກັງວົນ ໃນເຂດເມືອງ ຊະນະຄາມ ແຂວງວຽງຈັນ
RFA

ຊາວບ້ານຢູ່ຫຼາຍແຂວງ ທີ່ບ້ານຕິດກັບແຄມນ້ຳຂອງ ແລະ ນ້ຳສາຂາຕ່າງໆ ທີ່ຢ້ານນ້ຳຖ້ວມແບບກະທັນຫັນ ພາກັນຕຽມຕົວຮັບມືນ້ຳຖ້ວມ ຂົນເຄື່ອງສິ່ງຂອງ ແລະ ສັດລ້ຽງໄປໄວ້ບ່ອນສູງ ຍ້ອນໄລຍະ 2-3 ມື້ ມານີ້ ມີຝົນຕົກໜັກ ເຮັດໃຫ້ລະດັບນ້ຳສູງຂຶ້ນ ແລະ ເຈົ້າໜ້າທີ່ກໍ ແຈ້ງເຕືອນໃຫ້ຊາວບ້ານເຝົ້າລະວັງ. ຊາວບ້ານ ຢູ່ແຂວງໄຊຍະບູຣີ ທ່ານນຶ່ງ ໄດ້ກ່າວຕໍ່ເອເຊັຽເສຣີ ໃນວັນທີ 24 ສິງຫາ ວ່າ:

"ເຈົ້າໜ້າທີ່ເພິ່ນກະມີແຈ້ງ ເຕືອນເຮົາໄວ້ວ່າ ນ້ຳຈະຂຶ້ນຢູ່ ໂອ້ຍ ມື້ຄືນນີ້ຂຶ້ນຢູ່ ແຕ່ມື້ເຂົ້າຫຼຸດລົງຫຼາຍແລ້ວ ໂອ້ຍ ຢ້ານຈົນນອນບໍ່ຫຼັບພຸ້ນແລ້ວ ໝົດຄືນ, ມື້ຄືນກະນອນບໍ່ຫຼັບ ຢ້ານ້ຳຖ້ວມເດ້ ຕຽມພ້ອມຍົກເອົາເຄື່ອງຂອງ ຍົກໄວ້ສູງໄວ້ແລ້ວ ເປັນໄກ່ ເປັນໝູ ເຮົາກໍໄດ້ຍ້າຍໄປບ່ອນສູງ ໝົດແລ້ວ ຍ້າຍໄປໄວ້ນຳງົວຄວາຍ ໄປໄວ້ສວນເລີຍ."

ທ່ານກ່າວຕື່ມວ່າ ເຖີງວ່າ ປັດຈຸບັນ ລະດັບນ້ຳຈະຫຼຸດລົງແລ້ວ ແຕ່ກໍບໍ່ໄວ້ວາງໃຈ ກໍຍັງເຝົ້າລະວັງກັນຕື່ມ ເພື່ອຄວາມປອດໄພ ເພາະວ່າ ວັນທີ 2 ສິງຫາ ທີ່ຜ່ານມາມີ 10 ເມືອງ ຢູ່ແຂວງໄຊຍະບູຣີ ຖືກນ້ຳຖ້ວມໜັກ ຊຶ່ງໃນນັ້ນ ເມືອງພຽງ ເມືອງໄຊຍະບູຣີ ແລະເມືອງບໍ່ແຕນ ຖືກນ້ຳຖ້ວມຫຼາຍກວ່າໝູ່ ເຮັດໃຫ້ທຸລະກິດຕ່າງໆ ເນື້ອທີ່ນາ ສວນ ເສັ້ນທາງຄົມມະນາຄົມ ຖືກຕັດຂາດ ແລະເຮືອນປະຊາຊົນຈຳນວນນຶ່ງ ເສັຍຫາຍ. ຊາວບ້ານແຂວງຈຳປາສັກ ກໍກ່າວວ່າ ໄດ້ມີການຕຽມພ້ອມ ເພາະວ່າ ຢ້ານນ້ຳຂຶ້ນຖ້ວມໄວ ຄືປີທີ່ຜ່ານມາ.

"ກະຕຽມໄວ້ຢູ່ໃນເຮືອນນີ້ເຂົາຢ້ານ ເພາະວ່າເພິ່ນກະແຈ້ງການຢູ່ ຢ້ານມັນຂຶ້ນມາໄວວາຫັ້ນນ່າ ຄືປີກາຍເພິ່ນກະແຈ້ງຕຽມພ້ອມ ເຝົ້າລະວັງ ເຮືອນແພໃຫ້ມີໄວ້."

ເຈົ້າໜ້າທີ່ກ່ຽວຂ້ອງ ແຂວງຈຳປາສັກ ໄດ້ແຈ້ງເຕືອນໃຫ້ ປະຊາຊົນລະມັດລະວັງ ເພາະວ່າ ປີຜ່ານມາ ນ້ຳເຄີຍຖ້ວມ:

"ຄະນະອັນນີ້ ເດ້ ໄພພິບັດຂັ້ນບ້ານ ໄດ້ແຈ້ງເຕືອນກັນຢູ່ໃຫ້ຕິດຕາມ ສະພາບອາກາດໄປນຳແພໃດ ຊົລປະທານຫຍັງ ເບິ່ງແຍງຮັກສາ ລະມັດລະວັງ ຢູ່ຫັ້ນລະມັນເຄີຍຖ້ວມ."

ເຈົ້າໜ້າທີ່ປ້ອງກັນ ແລະ ຟື້ນຟູໄພພິບັດ ແຂວງໄຊຍະບູຣີ ກໍເວົ້າວ່າ ໄດ້ແຈ້ງເຕືອນໃຫ້ປະຊາຊົນ ຕຽມຮັບມື ຂົນເຄື່ອງໄວ້ບ່ອນສູງ ແລະ ຕຽມ ຊ່ວຍເຫຼືອປະຊາຊົນ ຖ້າເກີດນ້ຳຖ້ວມ.

"ດຽວນີ້ ປະຊາຊົນຢູ່ລຽບແຄມແມ່ນ້ຳ ກໍມີສະຕິແດ່ລະວັງຕົວ ເຝົ້າລະວັງ ຄະນະກຳມະການ ພັຍພິບດ ກໍໄດ້ມີການໂທປະສານງານກັນ ແບ່ງເຂດກັນຮັບຜິດຊອບ ໄດ້ໃຊ້ໂທລະໂຄ່ງ ຂອງບ້ານເນາະ ແຈ້ງເຕື່ອນພໍ່ແມ່ປະຊາຊົນ ໃຫ້ລະວັງນ້ຳຫັ້ນ ໃຫ້ເກັບເຄື່ອຂຶ້ນໄວ້ບ່ອນສູງ ບໍ່ໃຫ້ເປັນຄືທີ່ຜ່ານມາ ປະຊາຊົນບໍ່ທັນ ໄດ້ຮັບມືຫຍັງ."

ເຈົ້າໜ້າທີ່ກົມອຸຕຸນິຍົມ ແລະ ອຸທຸກກະສາດ ກະຊວງຊັພຍາກອນທັມມະຊາດ ແລະ ສິ່ງແວດລ້ອມ ໄດ້ກ່າວວ່າໄດ້ເຝົ້າລະວັງຢ່າງໃກ້ຊິດ ແລະ ກະກຽມຮັບມື:

"ຖືວ່າເປັນປີທີ່ຂ້ອນຂ້າງ ປົກກະຕິທີ່ຈິງນ້ຳຂອງມັນຢູ່ເລິກ 8 ແມັດ ຕ້ອງ 11 ແມັດ ຈຶ່ງຕ້ອງລະວັງພັຍອັນຕະລາຍເນາະ ມີຢູ່ບາງແມ່ນ້ຳ ຄືນ້ຳຊັນ ເມືອງເກົ່າ ກະຖ້ວມຢູ່ຊ້ວງຫວ່າງອາທິດ ທີ່ແລ້ວນີ້ ພະຍຸນີ້ ຖືວ່າ ມັນຫ່ວຍແລ້ວ ຣັຖບານເພິ່ນກະມີການແຈ້ງຢູ່ ແລະ ກໍມີວິທີ ຮອງຮັບຢູ່ແລ້ວ."

ເຈົ້າໜ້າທີ່ ກົມອຸຕຸນິຍົມ ແລະ ອຸທຸກກະສາດ ກ່າວຕື່ມອີກວ່າ ຢູ່ນະຄອນຫລວງ ເກີດນ້ຳຖ້ວມຂັງ ຢູ່ບາງຈຸດຍ້ອນວ່າ ຂື້ເຫຍື້ອຕັນຮ່ອງ ລະບາຍນ້ຳ:

"ໂຕນີ້ ເຂົາເອີ້ນວ່ານ້ຳຂັງເນາະ ຝົນຕົກນ້ຳມັນອັ່ງ ນ້ຳໄຫຼບໍ່ທັນຊື່ໆ ຕົກໜ້ອຍນຶ່ງ ທາງກະຖ້ວມໂລດແຫຼະ ເພາະຮ່ອງລະບາຍນ້ຳ ບາງເທື່ອ ກໍມີຂີ້ເຫຍື້ອຕັນເນາະ ເພິ່ນເຮັດຜິດຮູ ມັນກໍນ້ອຍແດ່ແລ້ວ ກໍໄຫຼບໍ່ທັນ."

ໃນລະດູຝົນປີ 2020 ເກີດນ້ຳຖ້ວມໜັກຢູ່ເມືອງບໍລິຄັນ ແຂວງ ບໍລິຄຳໄຊ ແລະ 10 ເມືອງຢູ່ແຂວງໄຊຍະບູລີ ແລະ ບາງຈຸດ ຢູ່ເຂດ ນະຄອນຫຼວງວຽງຈັນ ເທົ່ານັ້ນສ່ວນວ່າແຂວງອື່ນ ກໍຍັງເຝົ້າລະວັງຢູ່.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.

ຄວາມເຫັນ

Anonymous
Sep 19, 2020 07:50 PM

ໃສ່ວັນທີ ເດືອນ ປີ ໃຫ້ຖືກແນ່.


[ຄໍາເຫັນນີ້ໄດ້ຖືກກວດແກ້ ໂດຍບັນນາທິການ ເອເຊັຽເສຣີ ອີງຕາມເງື່ອນໄຂການນໍາໃຊ້ ]