ການເກັບລາຍຮັບ ຈາກການເຊົ່າ-ສັມປະທານຂອງຣັຖ ຍັງບໍ່ໄດ້ຕາມຄາດໝາຍ

ທາງການລາວ ຍອມຮັບວ່າລາຍຮັບ ຈາກການເຊົ່າ-ສັມປະທານ ຂອງຣັຖບານລາວ ຍັງບໍ່ໄດ້ຕາມຄາດໝາຍ, ພ້ອມນີ້ ຍັງເປັນຊ່ອງຫວ່າງ ທີ່ເຮັດໃຫ້ພະນັກງານຣັຖ ທີ່ກ່ຽວຂ້ອງຊອກຫາ ຜົລປໂຍດ ຈຶ່ງສ້າງພາລະໜີ້ ໃຫ້ຣັຖບານ ແລະ ນຳມາສູ່ການສໍ້ຣາສ ບັງຫຼວງ.

ການຂຸດຄົ້ນແຮ່ເຫຼັກຢູ່ແຂວງພາກກາງຂອງລາວ (ຊ້າຍ) ການສົ່ງແຮ່ເຫຼັກໄປຊາຍແດນວຽດນາມ (ຂວາ) ປີ 2021. ນັກຂ່າວ ພົລເມືອງ

ທາງການລາວຍອມຮັບວ່າ ໂຄງການເຊົ່າ-ສັມປະທານເກັບຣາຍຮັບບໍ່ໄດ້ຕາມຄາດໝາຍ. ຫຼາຍໂຄງການຍັງນຳໄປສູ່ການສໍ້ຣາສ ບັງຫຼວງສ້າງໜີ້ສິນໃຫ້ກັບຣັຖບານ. ນອກຈາກນີ້ ການເຊົ່າ-ສັມປະທານຍັງບໍ່ສາມາດຍົກລະດັບລາຍຮັບ ໃຫ້ປະຊາຊົນສູງຂຶ້ນໄດ້. ພ້ອມທັງຫຼາຍໂຄງການ ໄດ້ສ້າງຜົລກະທົບ ດ້ານທີ່ຢູ່ອາສັຍ ແລະການຈ່າຍຄ່າຊົດເຊີຍ ບໍ່ສົມເຫດສົມຜົລ. ຜ່ານມາໂຄງການໃຫຍ່ໆ ທີ່ຕ່າງປະເທດສັມປະທານສ່ວນຫຼາຍ ລາຍໄດ້ກໍຕົກເປັນຂອງໂຄງການ ນັບແຕ່ວັດສະດຸກໍ່ສ້າງ, ວິຊາການ ພະນັກງານລະດັບທົ່ວໄປ ກໍມີແຕ່ຄົນຕ່າງປະເທດ ຖືກຈ້າງເຂົ້າມາໂດຍສະເພາະ ແມ່ນໂຄງການລົງທຶນຂອງຈີນ ນັບແຕ່ເຣິ້ມກໍ່ສ້າງຈົນມາດຳເນີນກິຈການ ທັງວັດສະດຸກໍ່ສ້າງ ແລະ ຄົນງານລ້ວນແຕ່ແມ່ນຄົນຈີນ. ສ່ວນຄົນລາວເຖິງຈະໄດ້ເຮັດວຽກໃນຂົງເຂດ ໂຄງການແຕ່ເງິນເດືອນຕໍ່າຫຼາຍ ບໍ່ພຽງພໍຕໍ່ຄ່າຄອງຊີບ.  

ດັ່ງອະດີດພະນັກງານຣັຖ ທີ່ຂໍສງວນຊື່ ແລະສຽງ ໃຫ້ຄຳເຫັນຕໍ່ວິທຍຸ ເອເຊັຽ ເສຣີ ໃນວັນທີ 24 ເມສາ 2023 ວ່າ:

“ການສັມປະທານເຂື່ອນໄຟຟ້າຕ່າງໆ ນີ້ ໃນນາມຂ້າພະເຈົ້າຖາມປະຊາຊົນ ໄດ້ຫຍັງທີ່ພັກ-ຣັຖໃຫ້ສັມປະທານ ແກ່ຕ່າງຊາຕນີ້ອັນນີ້ລ້ວນແລ້ວແຕ່ ບໍ່ໄດ້ສ້າງປໂຍດຫຍັງເງິນທີ່ໄດ້ມາຄ່າໄຟຟ້າ ທີ່ໄດ້ ມາເອົາໄປເຮັດຫຍັງປະຊາຊົນ ບໍ່ໄດ້ຫຍັງເລີຍຕໍ່ໂຄງການລົງທຶນ ກາຄືວ່າປະຊາຊົນກາຕ້ອງໄດ້ ຫາວຽກເຮັດງານທຳທຳມາຫາກິນ ດ້ວຍຕົນເອງຄືເກົ່າເນາະ ສຸດທ້າຍແລ້ວປະຊາຊົນໄດ້ຫຍັງບໍ່ໄດ້.”

ໂຄງການລົງທຶນ ຂອງຣັຖບານລາວໃນໄລຍະຜ່ານມາ ອີງຕາມບົດຣາຍງານຂອງຣັຖບານ ຕໍ່ກອງປະຊຸມສະພາແຫ່ງຊາຕຕັ້ງແຕ່ປີ 2016 ເປັນຕົ້ນມາໄດ້ກວດເຫັນໂຄງການລົງທຶນ ຂອງຣັຖທີ່ເຂົ້າຄ່າຍການສໍ້ຣາສບັງຫຼວງ ແລະສ້າງໜີ້ສິນໃຫ້ຣັຖເພີ່ມຂຶ້ນທຸກປີ.

ດັ່ງອະດີດ ພະນັກງານຣັຖອີກທ່ານນຶ່ງ ທີ່ຂໍງົດອອກສຽງ ໄດ້ໃຫ້ຄຳເຫັນວ່າ.

ໃນໄລຍະຜ່ານມາຣັຖບານລາວ ໄດ້ຈັດແບ່ງໂຄງການລົງທຶນຂອງຣັຖແບ່ງອອກ ເປັນໂຄງການນອກແຜນເອກະຊົນລົງທຶນ ກ່ອນບໍ່ມີການສຳຣວດ ມາຕຖານຕາມຫຼັກການວິຊາການໃດໆ ເລີຍຜູ້ກໍ່ສ້າງສຳຣວດເອງ ອອກແບບເອງກຳນົດ ຫົວໜ່ວຍລາຄາເອົາເອງ. ສ່ວນໂຄງການຢູ່ໃນແຜນແຕ່ມີພຽງແຜນວ່າ ຢາກກໍ່ສ້າງມີຢູ່ໃນໄລຍະແຜນການຕ່າງໆ ຂອງແຂວງຊຶ່ງອາດອ້າງວ່າ ຄະນະປະຈຳຕົກລົງ, ອາດມີການສຳຣວດອອກແບບໄວ້ ແລ້ວແຕ່ບໍ່ທັນມີທຶນບໍ່ທັນມີ ໃນແຜນງົບປະມານ. ຜູ້ຮັບເໝົາກໍ່ສ້າງຂໍເຮັດກ່ອນແລ້ວ ສຳລະຕາມຫຼັງເພາະຜູ້ຮັບເໝົາມີເງິນແລ້ວ, ແຕ່ເມື່ອໄດ້ຂໍ້ຕົກລົງຊໍ້າພັດເອົາໄປຢືມເງິນ ທະນາຄານມາກໍ່ສ້າງໃຫ້ຣັຖຕິດໜີ້, ທະນາຄານທີ່ໃຫ້ກູ້ເປັນໜີ້ເສັຍ ແລະ ມີໃນແຜນ ມີການອອກແບບ ມີການກຳນົດຫົວໜ່ວຍລາຄາ ມີງົບປະມານ ແຕ່ບໍ່ພໍບາດດຽວແບ່ງອອກເປັນຫຼາຍປີ ມີການຂຶ້ນລາຄາຫົວໜ່ວຍ, ເຮັດວຽກເພີ່ມ, ຕັດມາຕຖານລົງ, ຖ້າຣັຖຕິດໜີ້ຊຳລະບໍ່ໄດ້ຕາມແຜນ, ຜູ້ຮັບເໝົາກໍຈະຂໍສິດພິເສດຕ່າງໆ ມາເປັນສ້າງໜີ້ໃຫ້ຣັຖ.

ທ່ານໄດ້ກ່າວຕື່ມວ່າ ຜ່ານມາຣັຖບານລາວກໍໃຊ້ມາຕການແກ້ໄຂທັງໂຄງການນອກແຜນ, ໂຄງການບໍ່ມີໂຕຕົນ, ກວດກາໂຄງການຍັງເຮັດບໍ່ແລ້ວກໍໄດ້ຮັບເງິນ, ໄດ້ເງິນຊໍ້າສອງສາມເທື່ອຫຼືໄດ້ຫຼາຍແລ້ວໜີ ແລະ ອື່ນໆ ແຕ່ກໍຍັງບໍ່ສຳເຣັດຊໍ້າບໍພໍ່ໜ່ວຍງານ ປາບປາມການສໍ້ຣາສບັງຫຼວງ ຍັງກວດພົບເມື່ອປີຜ່ານມາພົບວ່າ ໂຄງການລົງທຶນຂອງຣັຖຍັງເກີດຂຶ້ນ ໂດຍກຸ່ມຮັບຜິດຊອບສ້າງໂຄງການ ພະຍາຍາມຫາຊ່ອງຫວ່າງເພື່ອເຮັດໃຫ້ ໂຄງການເກີດຂຶ້ນ ແລະ ໄດ້ມີຜົລປໂຍດກັບໂຄງການນັ້ນ.

ຜ່ານມາໂດຍສະເພາະ ແມ່ນກະຊວງຊັບພະຍາກອນ ທັມມະຊາຕ ແລະສິ່ງແວດລ້ອມ ແລະ ກະຊວງທີ່ກ່ຽວຂ້ອງ ໄດ້ອອກມາຕການແກ້ໄຂ ຢ່າງຕໍ່ເນື່ອງທັງມາຕການລຶບລ້າງ ເຊົ່າສັມປະທານທີ່ດິນຂອງຣັຖ ບໍ່ມີໂຕຕົນ, ລຶບຊື່ໂຄງການ, ຍົກເລີກໂຄງການບໍ່ມີການເຄື່ອນໄຫວ.

ດັ່ງຍານາງ ບຸນຄຳ ວໍຣະຈິດ ຣັຖມົນຕຣີກະຊວງຊັບພະຍາກອນທັມມະຊາຕ ແລະ ສິ່ງແວດລ້ອມ ກ່າວໃນກອງປະຊຸມສະພາແຫ່ງຊາຕ ຊຸດທີ 9 ເມື່ອທ້າຍປີ 2022 ຜ່ານມາບາງຕອນກ່າວວ່າ:

“ໂຄງການທີ່ບໍ່ມີຕົວຕົນ 74 ໂຄງການເນື້ອທີ່ 26,064 ເຮັກຕ້າຣໂຄງການບໍ່ມີຕົວຕົນ ໝາຍຄວາມວ່າເປັນໂຄງການທີ່ສເນີ ລະກາບໍ່ໄດ້ດຳເນີນການສືບຕໍ່ ແຕ່ວ່ານອນໃນບັນຊີຣາຍຊື່ໂຄງການລົງທຶນ ຢູ່ໃນການເຊົ່າສັມປະທານແລະກາໄດ້ລຶບຊື່ ໂຄງການຈາກບັນຊີເຊົ່າສັມປະທານ ດິນຣັຖຈຳນວນ 110 ໂຄງການໄດ້ຍົກເລີກໂຄງການທີ່ບໍ່ເຄື່ອນໄຫວ ໝົດອາຍຸຈຳນວນ 170 ໂຄງການແລະມີເນື້ອທີ່ 79,967 ເຮັກຕ້າຣໄດ້ຍົກເລີກໂຄງການ ທີ່ບໍ່ແມ່ນໂຄງການເຊົ່າສັມປະທານທີ່ດິນ ຂອງຣັຖຈຳນວນ 13 ໂຄງການເນື້ອທີ່ 311,311 ເຮັກຕ້າຣ.”

ຜ່ານມາການເຄື່ອນໄຫວ ກວດກາຂອງ ກະຊວງຊັບພະຍາກອນທັມມະຊາຕ ແລະສິ່ງແວດລ້ອມ ແມ່ນສາມາດເກັບກຳຂໍ້ມູນ ໃນປີ 2022 ຜ່ານມາພົບວ່ານັບແຕ່ປີ 2019 ຈຳນວນໂຄງການເຊົ່າແລະສັມປະທານທີ່ດິນ ຂອງຣັຖໃນທົ່ວປະເທດທັງໝົດ 2,045 ໂຄງການ ຊຶ່ງອະນຸມັດເນື້ອທີ່ໃຫ້ເຊົ່າ ແລະ ສັມປະທານ 927,457,810 ເຮັກຕ້າຣ໌ ແຕ່ນໍາໃຊ້ໂຕຈິງ 582,320,036 ເຮັກຕ້າຣ໌ ໃນຈໍານວນໂຄງການດັ່ງກ່າວມີໂຄງການ ດຳເນີນໄປບໍ່ມີປະສິດທິພາບ, ການອະນຸຍາດບໍ່ຖືກຕ້ອງຕາມກົດໝາຍທັງໝົດ 438 ໂຄງການ ຊຶ່ງຂໍ້ມູນດັ່ງກ່າວໄດ້ຣາຍງານ ເຖິງຣັຖບານແຕ່ເດືອນກຸມພາປີ 2019.

ມາຮອດປັດຈຸບັນ ໄດ້ກວດກາສຳເຣັດໄດ້ລຶບລ້າງໂຄງການ ທີ່ບໍ່ມີໂຕຕົນ 74 ໂຄງການ, ຍົກເລີກໂຄງການທີ່ບໍ່ມີການເຄື່ອນໄຫວ ຫຼືໝົດອາຍຸຈຳນວນ 170 ໂຄງການ, ຍົກເລີກໂຄງການທີ່ບໍ່ແມ່ນການເຊົ່າ-ສັມປະທານ ທີ່ດິນຂອງຣັຖຈຳນວນ 13 ໂຄງການ, ໂຄງການມີຂໍ້ຂັດແຍ່ງ 3 ໂຄງການ ແລະ ໂຄງການກຳລັງສືບຕໍ່ ຫຼື ກວດການິຕິກັມແລະການປະຕິບັດ ພັນທະດ້ານສິ່ງແວດລ້ອມ 66 ໂຄງການ ກຳລັງຄົ້ນຄ້ວາ ສເນີຍົກເລີກການໂອນທີ່ດິນ ຂອງຣັຖມາເປັນທີ່ດິນຂອງບຸກຄົນ 2 ໂຄງການ.

ເຈົ້າໜ້າທີ່ ຂອງກະຊວງຊັບພະຍາກອນ ທັມມະຊາຕແລະສິ່ງແວດລ້ອມ ຜູ້ຂໍສງວນຊື່ ແລະງົດອອກສຽງໄດ້ຊີ້ແຈງກັບ ວິທຍຸເອເຊັຽເສຣີໃນວັນທີ 24 ເມສາ 2023 ວ່າ. ການນຳໃຊ້ທີ່ດິນທີ່ຣັຖໄດ້ຫັນເປັນການລົງທຶນນັ້ນ ໂດຍສະເພາະການຈັດສັນທີ່ດິນ ໃນເຂດສາມປ່າກໍໄດ້ຮ່ວມກັບກະຊວງກະສິກັມ ແລະປ່າໄມ້ໄດ້ສຳຣວດເກັບກຳຂໍ້ມູນ ເພື່ອຈັດສັນຄືນໃໝ່ ແລະ ອອກໃບນຳໃຊ້ທີ່ດິນໃຫ້ຖືກຕາມກົດໝາຽ.

ທາງດ້ານເຈົ້າໜ້າທີ່ ກະຊວງພລັງງານ ແລະ ບໍ່ແຮ່ທີ່ຂໍສງວນຊື່ ແລະ ງົດອອກສຽງໄດ້ກ່າວວ່າ ບັນດາບໍຣິສັດ ຈາກຈີນໄດ້ລົງທຶນໃນພາກການຂຸດຄົ້ນບໍ່ແຮ່ທາດເພີ່ມຂຶ້ນຢ່າງຕໍ່ເນື່ອງເພາະເບິ່ງເຫັນຜົລປໂຍດທີ່ຈະໄດ້ຮັບຫຼາຍຂຶ້ນຈາກການຂົນສົ່ງແຮ່ທາດ ໄປຈີນດ້ວຍຣົຖໄຟລາວ-ຈີນ ໂດຍສະເພາະແມ່ນແຮ່ຄຳ ທອງແດງ ແລະ ຖ່ານຫີນທີ່ມີຢູ່ໃນລາວຢ່າງຫຼວງຫຼາຍ ກໍຄືເປົ້າໝາຍຂອງບໍຣິສັດຈີນຂຸດຄົ້ນ ແຮ່ທາດໃນລາວປະມານ 140 ບໍຣິສັດ ໃນປັດຈຸບັນນີິ້. ມີບາງຕອນທ່ານກ່າວວ່າ:

“ໂຄງກາຂຸດຄົ້ນແຮ່ເປັນໂຄງການນຶ່ງ ທີ່ສ້າງລາຍໄດ້ໃຫ້ແກ່ຣັຖເພື່ອສ້າງຜົລຜລິດ ໃຫ້ມັນໄດ້ຕາມເປົ້າໝາຍທີ່ຕິດພັນກັບລາຍໄດ້ແຫ່ງຊາຕ ແລະໄດ້ຈັດຕັ້ງປະຕິບັດຕາມແຜນ ທີ່ພວກເຮົາໄດ້ຮັບຮອງທີ່ບໍຣິສັດໄດ້ສເນີກໍຖືວ່າມີຄວາມຄືບໜ້າ.”

ທ່ານ ຄຳພັນ ພົມມະທັດ ປະທານອົງການກວດກາແຫ່ງຣັຖ ໄດ້ຣາຍງານຜົລຂອງການກວດສອບໂຄງການ ລົງທຶນຂອງຣັຖກ່ຽວກັບການເຊົ່າສັມປະທານ ທີ່ດິນຣັຖຕໍ່ກອງປະຊຸມສະພາແຫ່ງຊາຕ ເມື່ອທ້າຍປີ 2022 ວ່າ:

ການລົງທຶນຂອງຣັຖ ບໍ່ໄດ້ຜ່ານການປະເມີນບໍ່ຜ່ານການປະມູນ ຈ່າຍເງິນບໍ່ນອນໃນແຜນງົບປະມານບໍ່ໄດ້ຄໍ້າປະກັນ ສັນຍາໂຄງການແລະໂຄງການ ນອກແຜນທັງໝົດ 160 ໂຄງການ ກວດກາສຳເຣັດ 85 ໂຄງການ ຍັງບໍ່ທັນໄດ້ກວດກາ 75 ໂຄງການ.”

ອະດີດຣັຖມົນຕຣີ ກະຊວງການເງິນ ແລະ ປັດຈຸບັນດຳຣົງຕຳແໜ່ງ ເຈົ້າແຂວງສວັນນະເຂດ ທ່ານ ບຸນໂຈມ ອຸບົນປະເສີດ ໄດ້ກ່າວໃນກອງປະຊຸມສະພາເມື່ອທ້າຍປີ 2022 ຜ່ານມາວ່າ. ຣັຖບານລາວໄດ້ຮັບຜົລປໂຍດ ພຽງສ່ວນໜ້ອຍຈາກການອະນຸຍາດ ສັມປະທານການຂຸດຄົ້ນແຮ່ທາດ ໃນທົ່ວປະເທດເພາະທີ່ຜ່ານມາໄດ້ມີການປະເມີນຄ່າສັມປະທານ ຕໍ່າກວ່າຄວາມເປັນຈິງ. ໂດຍສາເຫດມາຈາກການຈັດຕັ້ງປະຕິບັດ ທີ່ບໍ່ມີປະສິດທິພາບຂອງພະນັກງານຣັຖ ທີ່ເຫັນແກ່ຜົລປໂຍດສ່ວນໂຕເປັນສຳຄັນ ຈຶ່ງເຮັດໃຫ້ປະເມີນລາຍຮັບ ແລະຜົລຕອບແທນໃຫ້ຣັຖບານ ໃນລະດັບທີ່ຕໍ່າກ່ວາຄວາມເປັນຈິງ. ດັ່ງທີ່ເຫັນໄດ້ຈາກການອະນຸຍາດຂໍສັມປະທານ ຂຸດຄົ້ນແຮ່ທາດ 82 ໂຄງການກັບ 66 ກິຈການທີ່ໄດ້ສົ່ງອອກແຮ່ທາດ ໄປຕ່າງປະເທດ ແລ້ວນັ້ນແຕ່ກໍປະກົດວ່າຣັຖບານລາວ ໄດ້ຜົລຕອບແທນປີລະ 100 ລ້ານໂດລາສະຫະຣັຖເທົ່ານັ້ນ.

ທ່ານໄດ້ກ່າວຕື່ມວ່າ ການສຳຣວດໃນໄລຍະປີ 2017-2021 ໂດຍກົມໃຫຍ່ສຳຣວດ ທໍຣະນີສາດ ແລະບໍ່ແຮ່ ຂອງຣັຖບານຈີນພົບວ່າ ໃນລາວມີປະຣິມານສຳຮອງ ຂອງແຮ່ຄຳຫຼາຍເຖິງ 17 ລ້ານຕັນ, ແຮ່ທອງແດງ 183 ລ້ານຕັນ ແລະ ຖ່ານຫີນ 375 ລ້ານຕັນ ຊຶ່ງນອກຈາກບໍຣິສັດຈີນ ໄດ້ເລັ່ງເຫັນຜົລປໂຍດທີ່ຈະໄດ້ຮັບຢ່າງຫຼວງຫຼາຍ ແລະຍາວນານແລ້ວທາງຣັຖບານລາວ ກໍຫວັງວ່າຈະມີລາຍຮັບເຖິງ 1,000 ລ້ານໂດລ້າຣ໌ ສະຫະຣັຖ ເພື່ອສຳລະໜີ້ຕ່າງປະເທດພາຍໃນປີ 2025.

ໂດຍຣັຖບານລາວ ໄດ້ອະນຸຍາດສັມປະທານ ການຂຸດຄົ້ນແຮ່ທາດ 319 ກິຈການ ໃຫ້ກັບບັນດາຜູ້ລົງທຶນຈາກຕ່າງປະເທດ 214 ບໍຣິສັດທີ່ເຮັດໃຫ້ຣັຖບານລາວ ມີລາຍຮັບຈາກຄ່າສັມປະທານ 1,000 ລ້ານໂດລ້າຣ໌ ໃນໄລຍະປີ 2016-2021 ຊຶ່ງຍັງບໍ່ລວມລາຍຮັບ ຈາກພາກພະລັງງານໄຟຟ້າ 1,225 ລ້ານໂດລ້າຣ໌ ໃນໄລຍະດຽວກັນ. ນອກຈາກນັ້ນຣັຖບານລາວ ກໍຍັງມີລາຍຮັບຈາກຄ່າສັມປະທານ ບໍ່ແຮ່ເຊໂປນຢູ່ເມືອງ ວິລະບູລີ ແຂວງສວັນນະເຂດຄິດເປັນມູນຄ່າ 1,500 ລ້ານໂດລ້າຣ໌ ໃນໄລຍະປີ 2003-2020.

2025 M Street NW
Washington, DC 20036
+1 (202) 530-4900
lao@rfa.org