ປະຊາຊົນຈາກເຂື່ອນ ດອນສະໂຮງ ວ່າງວຽກ

ປະຊາຊົນ ທີ່ຖືກຍົກຍ້າຍອອກຈາກ ເຂື່ອນດອນສະໂຮງ ຍັງບໍ່ມີ ວຽກເຮັດງານທໍາ

17 ຄອບຄົວ ຕ້ອງຍ້າຍ ຈາກ ເຂດ ສ້າງເຂື່ອນ ດອນສະໂຮງ RFA

ປະຊາຊົນບ້ານຈັດສັນ ເຂື່ອນດອນສະໂຮງ, ເມືອງໂຂງ ແຂວງຈຳປາສັກ ຊຶ່ງມີທັງໝົດ 17 ຄອບຄົວ ປັດຈຸບັນ ຍັງບໍ່ມີວຽກເຮັດງານທຳ ຍ້ອນ ໄກ່ທີ່ຄນະຈັດສັນເຂື່ອນເອົາມາໃຫ້​ລ້ຽງ  ເພື່ອສົ່ງເສີມໃຫ້ຊາວບ້ານເຮັດເປັນອາຊີບ ເມື່ອເດືອນມົກກະຣາ ຜ່ານມານັ້ນ ຕາຍໝົດແລ້ວ, ດັ່ງ ປະຊາຊົນບ້ານຈັດສັນ ໄດ້ກ່າວຕໍ່​ຜູ້​ສື່​ຂ່າວ ເອ​ເຊັຽ​ເສ​ຣີ ໃນມື້ວັນທີ 30 ເມສາ​ ຜ່ານ​ມາວ່າ:

“ວຽກເຮັດຄູ່ມື້ນີ້ ນີ້ກໍບໍ່ມີດອກ ໄກ່ເອົາມາໃຫ້ລ້ຽງ ກໍບໍ່ໄດ້ຂາຍຈັກໂຕດອກ 30-40 ໂຕຕາຍມື້ດຽວກັນໝົດ ສັກຢາກໍສັກຈັ່ງໃດ ກໍເອົາບໍ່ຢູ່ ຕາຍໝົດ 30ໂຕ ແຕ່ເພິ່ນກໍເບິ່ງເຮົານໍາ ຢູ່ຫັ້ນນ່າເຣື່ອງວຽກເຮັດງານທຳ ເຮົາກໍຟັງເບິ່ງໄປ ເພິ່ນສິເຮັດຈັ່ງໃດ ເພິ່ນສິມີແນວໃດ ມາໃຫ້ ເຮົາເຮັດ.”

ຄນະຈັດສັນເຂື່ອນ ໄດ້ແຈກຢາຍໄກ່ ໃຫ້ຊາວບ້ານລ້ຽງ ຄອບຄົວ​ລະ 35 ໂຕ ພ້ອມຫົວອາຫານ 8 ຖົງ. ແຕ່ໂຊກບໍ່​ດີ, ໄກ່ທີ່ຊາວ​ບ້ານ​ໄດ້​ຮັບນັ້ນ ຕາຍຫມົດ ພາຍຫຼັງທີ່ໄດ້ລ້ຽງມາພຽງສອງສັປດາ, ເພາະບໍ່ລຶ້ງກັບສພາບອາກາດ ໃນເຂດດັ່ງກ່າວ.

ທ່ານ​ກ່າວຕື່ມວ່າ ຫຼັງຈາກລ້ຽງໄກ່​ ເພື່ອ​ເຮັດ​​ເປັນ​ອາ​ຊີບໄປບໍ່ລອດແລ້ວ ຊາວບ້ານຕ້ອງໄດ້ກັບໄປຫາປາຢູ່ ໃນນໍ້າຂອງ ມາຂາຍຄືເກົ່າ, ແຕ່ຣາຍໄດ້ຈາກການຂາຍປາ ໃນ​ແຕ່​ລະ​ມື້​ ກໍໄປ​ບໍ່ລອດເຊັ່ນ​ກັນ ຄື​ ໄດ້ພຽງມື້ 20 ພັນກີບເທົ່າ​ນັ້ນ ​ຍ້ອນ​ປາໃນ​ແມ່​ນ້ຳ​ຂອງຫຼຸດລົງ. ດັ່ງ​ນັ້ນ,​ຈຶ່ງຢາກໃຫ້ທາງການ ລົງມາຊ່ອຍເຫຼືອ ໃນເຣື້ອງອາຊີບ​ໃໝ່ອີກເທື່ອນຶຶ່ງ.

ກ່ຽວກັບເຣື້ອງນີ້, ເຈົ້າໜ້າທີ່ ກະສິກັມ ປະ​ຈຳເມືອງໂຂງ ໄດ້​ກ່າວ​ຕໍ່ຜູ້​ສື່​ຂ່າວ ເອເຊັຽເສຣີ ໃນມື້ດຽວກັນ ນັ້ນວ່າ ​ເມື່ອເດືອນມິນາ ທີ່ຜ່ານ​ມາ ທາງໂຄງການ ເຂື່ອນ ດອນ​ສະ​ໂຮງ ໄດ້ລົງ​ມາໂອ້ລົມ ກັບປະຊາຊົນ ໃນ​ບ້ານ​ຈັດ​ສັນ ວ່າໃຫ້ ລ້ຽງໝູ ແລະ ງົວ ທົດແທນການລ້ຽງໄກ່, ແຕ່ປະຊາຊົນ ບໍ່ຢາກເຮັດອາຊີບນີ້. ດັ່ງ​ນັ້ນ, ​ມາ​ເຖິງປັດຈຸບັນ ຈຶ່ງຍັງຫາທາງອອກ​ໃນເຣື້ອງອາຊີບໃຫ້ຊາວບ້ານບໍ່​ທັນໄດ້ເທື່ອ. ດັ່ງທີ່ທ່ານ ກ່າວວ່າ:

ແນວຊ່ອຍເຫຼືອ ເພິ່ນກໍຈະເອົາໝູ ໃຫ້ລ້ຽງ, ແຕ່ປະຊາຊົນນີ້ ບໍ່ຢາກເອົາ. ໝູນີ້ ມັນຍາກຫຼາຍ ເໝັນຂີ້ໝູ ເໝັນຍ່ຽວ ຍາມແຂກຄົນ ເຂົ້າມາ ເພິ່ນກໍເໝັນ ເພິ່ນອີີ່ສັງຮັກສາບໍ່ໄດ້ ຄືຢູ່ໃນເມືອງໃນອັນນີ້ເຂົາໃດ ແລ້ວບາດນີ້ປະຊາຊົນເຂົາບໍ່ຢາກເອົາ.

ເຂື່ອນດອນສະໂຮງຂນາດ 260 ເມກາວັດ, ເຮັດ​ໃຫ້ປະຊາຊົນ 3 ບ້ານໄດ້ຮັບຜົລກະທົບ ຄືປະ​ຊາ​ຊົນບ້ານ ຫາງສະດຳ, ​ບ້ານ ຫາງສະໂຮງ ແລະ ​ບ້ານ ຫົວສະດຳ. ຊາວ​ບ້ານ​ໄດ້​ຖືກ​ໂຍກຍ້າຍ ໄປຢູ່ບ້ານຈັດສັນ 17 ຄອບຄົວ. ຫຼັງຈາກຢູ່ມາໄດ້ 3 ປີ, ທາງຄນະຈັດສັນ​ ຈຶ່ງ​ໄດ້ໃຫ້​ການ​ຊ່ອຍ​ເຫຼືອ ດ້ວຍ​ການສົ່ງເສີມອາຊີບໃຫ້ລ້ຽງໄກ່ເປັນເທື່ອທຳອິດ  ໃນເດືອນມົກກະຣາ ​ທີ່ຜ່ານມາ. ​​ເຖິງປັດຈຸບັນ, ເຂື່ອນນັ້ນກໍ່ສ້າງ​ໄດ້ 80% ແລ້ວ.

2025 M Street NW
Washington, DC 20036
+1 (202) 530-4900
lao@rfa.org