ມີການບຸກລຸກ ປ່າສງວນ ຢູ່ເມືອງລະຄອນເພັງ
ມີການບຸກລຸກ ປ່າສງວນແຫ່ງຊາດ ເຊບັ້ງນວນ ແລະ ພູຊຽງທອງ ຢູ່ ເມືອງລະຄອນເພັງ ແຂວງສາຣະວັນ 600 ເຮັກຕ້າຣ໌ ເພື່ອຂຍາຍເນື້ອທີ່ປູກມັນຕົ້ນ ແລະ ໝາກມ່ວງຫິມະພານ.
-
ອຸ່ນແກ້ວ
2022-03-22 -
-
-
Your browser doesn’t support HTML5 audio
ປ່າສງວນແຫ່ງຊາດເຊບັ້ງນວນ ແລະ ປ່າສງວນແຫ່ງຊາດພູຊຽງທອງ ຢູ່ ເມືອງລະຄອນເພັງ ແຂວງສະຣະວັນ ຖືກບຸກລຸກ ເພື່ອຂຍາຍເນື້ອທີ່ປູກມັນຕົ້ນ ແລະ ໝາກມ່ວງຫິມະພານ ຫຼາຍກວ່າ 600 ເຮັກຕ້າຣ໌, ແລະ ໃນປີ 2022 ກໍມີປະຊາຊົນ 16 ຄອບຄົວ ບຸກລຸກເນື້ອທີ່ປ່າສງວນ ເພື່ອປູກມັນຕົ້ນ 10 ອີກ ປາຍເຮັກຕ້າຣ໌.
ເຈົ້າໜ້າທີ່ກ່ຽວຂ້ອງ ກໍໄດ້ເຮັດບົດບັນທຶກ ສຶກສາອົບຮົມ ກັບ ປະຊາຊົນ ກຸ່ມດັ່ງກ່າວ ເພື່ອບໍ່ໃຫ້ເຂົາເຈົ້າບຸກລຸກປ່າສງວນແຫ່ງຊາດຕື່ມ ຫຼັງຈາກທີ່ເຈົ້າໜ້າທີ່ເຫັນປະຊາຊົນກຸ່ມໃໝ່ ຈະປູກມັນຕົ້ນຕື່ມ ໃນປີນີ້ ຍ້ອນວ່າ ລາຄາມັນຕົ້ນໄດ້ລາຄາສູງ.
ເຈົ້າໜ້າທີ່ ປ່າສງວນແຫ່ງຊາດ ປະຈຳແຂວງສາຣະວັນ ໄດ້ກ່າວຕໍ່ເອເຊັຽເສຣີ ໃນວັນທີ 16 ມີນາ ວ່າ:
“ກຳລັງເລີ່ມແລ້ວໄທເຮົາ ກໍເຮັດໜ້າທີ່ປ້ອງກັນ ຍ້ອນວ່າ ພວກຈຳນວນນຶ່ງ ເຂົາບໍ່ປະຕິບັດຕາມຣະບຽບກົດໝາຍ ອີງໃສ່ພັກ-ຣັຖ ເຮົາ ເຂົາໃນການຄຸ້ມຄອງຫັ້ນແຫຼະ ໃນການປຸກລຸກຫັ້ນນ່າ.”
ທ່ານ ກ່າວຕື່ມວ່າ ເນື້ອທີ່ປ່າສງວນ ຖືກບຸກລຸກ ຍ້ອນມັນຕົ້ນ ມີລາຄາສູງ ຈຶ່ງເຮັດໃຫ້ ປະຊາຊົນ ທ້ອງຖິ່ນ ທີ່ບໍ່ເຄີຍມີເນື້ອທີ່ ໃນການທຳມາຫາກິນ ບຸກເບີກເຂດປ່າສງວນ ຈຳນວນ 600 ເຮັກຕ້າຣ໌ ນັ້ນ ໃຊ້ເປັນບ່ອນປູກມັນຕົ້ນ.
ຊາວບ້ານພູກາສີ ເມືອງລະຄອນເພັງ ທີ່ເປັນນຶ່ງໃນບ້ານ ທີ່ປູກມັນຕົ້ນ ຢູ່ເຂດປ່າສງວນ ເນື່ອງຈາກ ມັນຕົ້ນ ໃນໄລຍະນີ້ ໄດ້ລາຄາດີ ກວ່າການປູກເຂົ້າ ຄື ປັດຈຸບັນ ລາຄາມັນຕົ້ນ ຂາຍໄດ້ກິໂລກຼາມລະ 2,200 ກີບ ໃນຂະນະທີ່ ລາຄາເຂົ້າຂາຍໄດ້ກິໂລກຼາມ ລະ 1,800 ກີບ ເຊິ່ງຖືວ່າ ເປັນລາຄາມັນຕົ້ນ ທີ່ສູງ ຍ້ອນວ່າ ລາຄາມັນຕົ້ນຖີບໂຕຂຶ້ນກວ່າແຕ່ກ່ອນ ທີ່ກິໂລກຼາມ 500 ກີບ ມາເປັນ 2,200 ກີບ.
ໃນການບຸກເບີກເນື້ອທີ່ປູກມັນຕົ້ນ ຊາວບ້ານໄດ້ຈ່າຍຄ່າເຊົ່າ ຫຼື ສັມປະທານ ທີ່ດິນໃຫ້ແກ່ຣັຖບານ ທຸກປີ ແລະ ເຈົ້າໜ້າທີ່ກ່ຽວຂ້ອງ ກໍໃຫ້ຊາວບ້ານ ສືບຕໍ່ປູກມັນຕົ້ນຕໍ່ໄປ ແຕ່ບໍ່ໃຫ້ຂຍາຍເນື້ອທີ່ ແລະ ໃຫ້ຢູ່ໃນເນື້ອທີ່ເກົ່າທີ່ເຂົາເຈົ້າເຄີຍປູກຢູ່ເທົ່ານັ້ນ.
ຊາວບ້ານພູກາສີ ເມືອງລະຄອນເພັງ ກ່າວໃນວັນທີ 16 ມີນາ ວ່າ:
“ປູກຫຼາຍຢູ່ປີນີ້ ລາຄາດີ ບໍ່ມີຫັ້ນແຫຼະ ເນື້ອທີ່ ເພາະວ່າ ບ້ານຢູ່ຕາມປ່າ ຕາມດົງຫັ້ນນ່າ ເພາະວ່າ ໃກ້ປ່າສງວນ ກໍໄດ້ເຮັດ ໄປກໍເສີຍຄ່າ ສັມປະທານ ເຮັດຫັ້ນນ່າ ທາງເມືອງ ເພິ່ນກໍໄປເກັບພາສີທີ່ດິນນຳປະຊາຊົນຫັ້ນ ແຕ່ບໍ່ໄດ້ອອກໃບຕາດິນ ໃຫ້ຍັງປູກຢູ່ ປີນີ້ ກໍໄດ້ປູກບ່ອນເກົ່າແດ່ ປູກຢູ່ຫົວໄຮ່ປາຍນານຳ.”
ນອກຈາກນີ້ ປະຊາຊົນບ້ານທ່າ ເມືອງລະຄອນເພັງ ກໍເປັນບ້ານນຶ່ງ ທີ່ຕິດກັບເຂດປ່າສງວນແຫ່ງຊາດ ໄດ້ພາກັນບຸກລຸກ ເນື້ອທີ່ປ່າສງວນປູກມັນຕົ້ນ ແລະ ປູກໝາກມ່ວງຫິມມະພານ ເພື່ອແກ້ໄຂຊີວິດການເປັນຢູ່ ຍ້ອນບໍ່ມີທີ່ດິນເຂດອື່ນໆ ທີ່ຈະເຮັດການຜລິດໄດ້, ແຕ່ຖ້າພາກສ່ວນກ່ຽວຂ້ອງຍັງບໍ່ມີງົບປະມານ ໃນການຊ່ອຍເຫຼືອ ຫຼື ບໍ່ມີໂຄງການສົ່ງເສີມການລ້ຽງສັດ ແລະ ອື່ນໆ ເພື່ອສ້າງລາຍໄດ້ໃຫ້ປະຊາຊົນ.
ຊາວບ້ານທ່າ ເມືອງລະຄອນເພັງ ກ່າວໃນວັນທີ 16 ມີນາ ວ່າ:
“ຄັນວ່າ ປ່າສງວນ ແຕ່ລະປ່າສງວນມີງົບປະມານ ມີເງິນ ບໍຣິຫານຕ່າງໆ ນີ້ ກໍຊິດີຂຶ້ນ ຈ່າຍຄ່າຕອບແທນ ຫຼື້ວ່າ ໃນການສົ່ງເສີມ ຊີວິດການເປັນຢູ່ ຂອງປະຊາຊົນ ຢູ່ໃນເຂດປ່າສງວນ ຫູ ອ້ອມປ່າສງວນ ຢັບຢັ້ງໄດ້ ກໍບໍ່ປູກອີກ ມີສ່ວນສົ່ງເສີມ.”
ການບຸກລຸກເນື້ອທີ່ປ່າສງວນແຫ່ງຊາດ ເຊບັ້ງນວນ ແລະ ປ່າສງວນ ແຫ່ງຊາດພູຊຽງທອງ ເນື້ອທີ່ 600 ເຮັກຕ້າຣ໌ ນີ້ ໄດ້ເກີດຂຶ້ນມາດົນແລ້ວ ຈົນມາຮອດປັດຈຸບັນ ອີງຕາມຜູ້ຊ່ຽວຊານດ້ານປ່າສງວນ.
ຜູ້ຊ່ຽວຊານ ດ້ານປ່າສງວນ ເວົ້າວ່າ ພາກສ່ວນກ່ຽວຂ້ອງ ໄດ້ອະນຸຍາດໃຫ້ບຸກເບີກເນື້ອທີ່ປ່າສງວນເພື່ອເຮັດການຜລິດ ຫາລາຍໄດ້ລ້ຽງຄອບຄົວ ແຕ່ ບໍ່ອະນຸຍາດໃຫ້ຂຍາຍເນື້ອທີ່ເພີ່ມ ນອກຈາກເຂດທີ່ມີການກຳນົດໄວ້ໃນເນື້ອທີ່ 600 ເຮັກຕ້າຣ໌ເທົ່ານັ້ນ ເຊິ່ງເປັນເຂດບໍຣິເວນປົກຫຸ້ມດ້ານນອກປ່າສງວນ ທີ່ຍັງບໍ່ທັນເຂົ້າໄປບຸກລຸກເຂດດ້ານໃນປ່າສງວນ.
ເຈົ້າໜ້າທີ່ກ່ຽວຂ້ອງເມືອງລະຄອນເພັງ ແຂວງສາຣະວັນ ໄດ້ກ່າວໃນວັນທີ 16 ມີນາ ວ່າ:
“ກໍທຳລາຍເປືອກນອກຊື່ໆ ຫັ້ນນ່າ ແຕ່ວ່າ ຖ້າທຽບໃສ່ເປີເຊັນ ຫຼືວ່າ ເບິ່າງຕາມພາບຖ່າຍດາວທຽມ ມັນກໍເບິ່ງ ຄື ທຳລາຍ ແຕ່ວ່າ ມາເບິ່ງ ຈໍ້ໆ ແລ້ວ ທຽບໃສ່ເປັນເປີເຊັນ ພຽງແຕ່ 2-3 ເປີເຊັນ ຂອງພື້ນທີ່ ພຽງແຕ່ເຮົາຢາກສະກັດກັ້ນ ບໍ່ຢາກແຜ່ລາມຮຸນແຮງກວ່າຫັ້ນ.”
ຈຳນວນເຈົ້າໜ້າທີ່ກ່ຽວຂ້ອງ ທີ່ກວດການ ການບຸກລຸກປ່າສງວນ ກໍມີຈຳນວນຈຳກັດ ໃນຂນະທີ່ ຍັງມີການບຸກເບີກທີ່ດິນເຂດປ່າສງວນຢ່າງຕໍ່ເນື່ອງ.
ເຈົ້າໜ້າທີ່ກ່ຽວຂ້ອງ ເມືອງລະຄອນເພັງ ຜູ້ດຽວກັນນີ້ ໄດ້ກ່າວວ່າວ່າ:
“ອັນທີ 1 ກໍຄື ງົບປະມານ ດ້ານການກວດກາ ອັນທີ 2 ກໍຄື ໃນການກວດກາຂອງເຮົາ ພະນັກງານເຮົາ ມີໜ້ອຍ ສົມມຸດເຮົາ ໄປບ້ານນຶ່ງ ບາດເຮົາຊິໄປບ້ານຫັ້ນ ບ້ານຫັ້ນ ເຂົາກໍເຮັດແລ້ວຫັ້ນນ່າ ມັນເຮັດໃຫ້ໃນການຢຸດບາດດຽວ ມັນຢຸດບໍ່ໄດ້ ບໍ່ວ່າແຕ່ເມືອງເຮົາແຫຼະ ອາດເປັນເມືອງອື່ນ ກໍຄືກັນ.”
ເຖິງຢ່າງໃດກໍຕາມ, ແຕ່ປີ 2005 ເປັນຕົ້ນມາ ພາກສ່ວນກ່ຽວຂ້ອງ ກໍໄດ້ ຟື້ນຟູປ່າສງວນແຫ່ງຊາດທີ່ຖືກບຸກລຸກ 600 ເຮັກຕ້າຣ໌ ໄປແລ້ວ ດ້ວຍການປູກໄມ້ທົດແທນຄືນ ຈຳນວນ 20,000 ຫາ 100,000 ເບັ້ຽ ເປັນຕົ້ນ ໄມ້ແດງ ໄມ້ຍາງ, ໄມ້ຄ່າ ໃຫ້ຜູ້ທີ່ບຸກລຸກປ່າສງວນ ເພື່ອໄປປູກສັບວ່າງໃສ່ສວນມັນຕົ້ນ ແລະ ໄລຍະເວລາ 3 ປີ ເມື່ອໄມ້ດັ່ງກ່າວໃຫຍ່ແລ້ວ ໃຫ້ຊາວບ້ານຢຸດເຊົາປູກມັນຕົ້ນ ເພື່ອໃຫ້ໄມ້ທີ່ປູກໄປນັ້ນ ກາຍເປັນປ່າໃນອະນາຄົດ.