ມີການບຸກລຸກ ປ່າສງວນ ຢູ່ເມືອງລະຄອນເພັງ

0:00 / 0:00

ປ່າ​ສ​ງວນ​ແຫ່ງ​ຊາດ​ເຊບັ້ງ​ນວນ ແລະ ປ່າ​ສງວນ​ແຫ່ງ​ຊາດ​ພູ​ຊຽງ​ທອງ ຢູ່ ເມືອງ​ລະ​ຄອນ​ເພັງ ແຂວງ​ສະ​ຣະ​ວັນ ຖືກບຸກ​ລຸກ ເພື່ອ​ຂ​ຍາຍ​ເນື້ອ​ທີ່​ປູກ​ມັນຕົ້ນ​ ແລະ ໝາກ​ມ່ວງ​ຫິມະ​ພານ ຫຼາຍກວ່າ 600 ເຮັກ​ຕ້າຣ໌, ແລະ ໃນ​ປີ 2022 ກໍ​ມີ​ປະ​ຊາ​ຊົນ 16 ຄອບ​ຄົວ ບຸກ​ລຸກ​ເນື້ອ​ທີ່​ປ່າ​ສງວນ ເພື່ອ​ປູກ​ມັນ​ຕົ້ນ 10 ອີກ ປາຍ​ເຮັກ​ຕ້າຣ໌.

​ເຈົ້າ​ໜ້າ​ທີ່ກ່ຽວ​ຂ້ອງ ກໍ​ໄດ້​ເຮັດ​ບົດ​ບັນ​ທຶກ ສຶກ​ສາ​ອົບ​ຮົມ ກັບ ປະ​ຊາ​ຊົນ ກຸ່ມ​ດັ່ງ​ກ່າວ ເພື່ອບໍ່​ໃຫ້ເຂົ​າ​ເຈົ້າບຸກ​ລຸກປ່າ​ສງວນ​ແຫ່ງ​ຊາດ​ຕື່ມ ຫຼັງ​ຈາກທີ່​ເຈົ້າ​ໜ້າ​ທີ່​ເຫັນ​ປະ​ຊາ​ຊົນ​ກຸ່ມ​ໃໝ່ ຈະ​ປູກ​ມັນ​ຕົ້ນ​ຕື່ມ ໃນ​ປີນີ້ ຍ້ອນ​ວ່າ ລາ​ຄາມັນ​ຕົ້ນໄດ້​ລາ​ຄາ​ສູງ.

ເຈົ້າ​ໜ້າ​ທີ່ ປ່າ​ສງວນ​ແຫ່ງ​ຊາດ ປະ​ຈຳ​ແຂວງ​ສາ​ຣະ​ວັນ ໄດ້​ກ່າວ​ຕໍ່​ເອ​ເຊັຽ​ເສ​ຣີ ໃນ​ວັນ​ທີ 16 ມີ​ນາ ວ່າ:

“ກຳ​ລັງ​ເລີ່ມ​ແລ້ວ​ໄທ​ເຮົາ ກໍ​ເຮັດ​ໜ້າ​ທີ່​ປ້ອງ​ກັນ ຍ້ອນ​ວ່າ ພວກ​ຈຳ​ນວນ​ນຶ່ງ ເຂົາ​ບໍ່​ປະ​ຕິ​ບັດ​ຕາມ​ຣະ​ບຽບ​ກົດ​ໝາຍ ອີງ​ໃສ່​ພັກ-ຣັ​ຖ ເຮົາ ເຂົາ​ໃນ​ການ​ຄຸ້ມ​ຄອງ​ຫັ້ນ​ແຫຼະ ໃນ​ການ​ປຸກ​ລຸກ​ຫັ້ນ​ນ່າ.”

ທ່ານ ກ່າວ​ຕື່ມ​ວ່າ ເນື້ອ​ທີ່​ປ່າ​ສງວນ ຖືກ​ບຸກ​ລຸກ ຍ້ອນ​ມັນ​ຕົ້ນ ມີ​ລາ​ຄາ​ສູງ ຈຶ່ງ​ເຮັດ​ໃຫ້ ປະ​ຊາ​ຊົນ ທ້ອງ​ຖິ່ນ ທີ່ບໍ່​ເຄີຍ​ມີ​ເນື້ອ​ທີ່ ໃນ​ການ​ທຳ​ມາ​ຫາ​ກິນ ບຸກ​ເບີກເຂ​ດ​ປ່າ​ສງວນ ຈຳ​ນວນ 600 ເຮັກ​ຕ້າຣ໌ ນັ້ນ ໃຊ້​ເປັນ​ບ່ອນ​ປູກ​ມັນ​ຕົ້ນ.

ຊາວ​ບ້ານພູ​ກາ​ສີ ເມືອງ​ລະ​ຄອນ​ເພັງ ທີ່ເປັນ​ນຶ່ງ​ໃນ​ບ້ານ ທີ່​ປູກ​ມັນ​ຕົ້ນ ຢູ່​ເຂດ​ປ່າ​ສງວນ ເນື່ອງ​ຈາກ ມັນ​ຕົ້ນ ໃນ​ໄລ​ຍະ​ນີ້ ໄດ້​ລາ​ຄາ​ດີ ກວ່າ​ການ​ປູກ​ເຂົ້າ ຄື ປັດ​ຈຸ​ບັນ ລາ​ຄາ​ມັນ​ຕົ້ນ ຂາຍ​ໄດ້​ກິ​ໂລ​ກຼາມລະ 2,200 ກີບ ໃນ​ຂະ​ນະ​ທີ່ ລາ​ຄາ​ເຂົ້າ​ຂາຍ​ໄດ້ກິ​ໂລກຼາມ ລະ 1,800 ກີບ ເຊິ່ງ​ຖື​ວ່າ ເປັນ​ລາ​ຄາ​ມັນ​ຕົ້ນ ທີ່​ສູງ ຍ້ອນ​ວ່າ ລາ​ຄາ​ມັນ​ຕົ້ນຖີບ​ໂຕຂຶ້ນກວ່າ​ແຕ່​ກ່ອນ ທີ່​ກິ​ໂລກຼາມ 500 ກີບ ມາ​ເປັນ 2,200 ກີບ.

ໃນ​ການ​ບຸກ​ເບີກ​ເນື້ອ​ທີ່​ປູກ​ມັນ​ຕົ້ນ ຊາວ​ບ້ານ​ໄດ້​ຈ່າຍ​ຄ່າ​ເຊົ່າ ຫຼື ສັມ​ປະ​ທານ ທີ່​ດິນ​ໃຫ້​ແກ່​ຣັ​ຖ​ບານ ທຸກ​ປີ ແລະ ເຈົ້າ​ໜ້າ​ທີ່​ກ່ຽວ​ຂ້ອງ ກໍ​ໃຫ້​ຊາວ​ບ້ານ ສືບ​ຕໍ່​ປູກ​ມັນ​ຕົ້ນ​ຕໍ່​ໄປ ແຕ່ບໍ່​ໃຫ້​ຂຍາຍ​ເນື້ອ​ທີ່ ແລະ ໃຫ້​ຢູ່​ໃນ​ເນື້ອ​ທີ່​ເກົ່າ​ທີ່​ເຂົາ​ເຈົ້າ​ເຄີຍ​ປູກ​ຢູ່​ເທົ່າ​ນັ້ນ.

ຊາວ​ບ້ານ​ພູກ​າ​ສີ ເມືອງ​ລະ​ຄອນ​ເພັງ ກ່າວ​ໃນ​ວັນ​ທີ 16 ມີ​ນາ ວ່າ:

“ປູກ​ຫຼາຍ​ຢູ່​ປີນີ້ ລາ​ຄາ​ດີ ບໍ່​ມີ​ຫັ້ນ​ແຫຼະ ເນື້ອ​ທີ່ ເພາະ​ວ່າ ບ້ານ​ຢູ່​ຕາມ​ປ່າ ຕາມ​ດົງຫັ້ນ​ນ່າ ເພາະ​ວ່າ ໃກ້​ປ່າ​ສງວນ ກໍ​ໄດ້​ເຮັດ ໄປ​ກໍ​ເສີຍ​ຄ່າ ສັມ​ປະ​ທານ ເຮັດ​ຫັ້ນ​ນ່າ ທາງ​ເມືອງ ເພິ່ນ​ກໍ​ໄປ​ເກັບ​ພາ​ສີ​ທີ່​ດິນ​ນຳ​ປະ​ຊາ​ຊົນ​ຫັ້ນ ແຕ່ບໍ່​ໄດ້​ອອກ​ໃບ​ຕາ​ດິນ ໃຫ້​ຍັງ​ປູກ​ຢູ່ ປີນີ້ ກໍ​ໄດ້​ປູກ​ບ່ອນ​ເກົ່າ​ແດ່ ປູກ​ຢູ່​ຫົວ​ໄຮ່​ປາຍ​ນາ​ນຳ.”

ນອກ​ຈາກນີ້ ປະ​ຊາ​ຊົນບ້ານທ່າ ເມືອງ​ລະ​ຄອນ​ເພັງ ກໍ​ເປັນ​ບ້ານ​ນຶ່ງ ທີ່​ຕິດ​ກັບ​ເຂດ​ປ່າ​ສງວນແຫ່ງ​ຊາດ ໄດ້​ພາ​ກັນ​ບຸກ​ລຸກ ເນື້ອ​ທີ່​ປ່າ​ສງວນປູກ​ມັນ​ຕົ້ນ ແລະ ປູກ​ໝາກ​ມ່ວງ​ຫິ​ມ​ມະ​ພານ ເພື່ອ​ແກ້​ໄຂ​ຊີ​ວິດ​ກາ​ນ​ເປັນ​ຢູ່ ຍ້ອນບໍ່​ມີ​ທີ່​ດິນ​ເຂດ​ອື່ນໆ ທີ່​ຈະ​ເຮັດ​ການ​ຜ​ລິດ​ໄດ້, ແຕ່​ຖ້າ​ພາກ​ສ່ວນ​ກ່ຽວ​ຂ້ອງ​ຍັງ​ບໍ່​ມີ​ງົ​ບ​ປະ​ມານ ໃນ​ການ​ຊ່ອຍ​ເຫຼືອ ຫຼື ບໍ່​ມີ​ໂຄງ​ການ​ສົ່ງ​ເສີມ​ການ​ລ້ຽງ​ສັດ ແລະ ອື່ນໆ ເພື່ອ​ສ້າງ​ລາຍ​ໄດ້ໃຫ້​ປະ​ຊາ​ຊົນ.

ຊາວ​ບ້ານທ່າ ເມືອງ​ລະ​ຄອນ​ເພັງ ກ່າວ​ໃນ​ວັນ​ທີ 16 ມີ​ນາ ວ່າ:

“ຄັນ​ວ່າ ປ່າ​ສງວນ ແຕ່​ລະ​ປ່າ​ສງວ​ນ​ມີ​ງົບ​ປະ​ມານ ມີ​ເງິນ ບໍ​ຣິ​ຫານ​ຕ່າງໆ ນີ້ ກໍ​ຊິ​ດີ​ຂຶ້ນ ຈ່າຍ​ຄ່າ​ຕອບ​ແທນ ຫຼື້​ວ່າ ໃນ​ການ​ສົ່ງ​ເສີມ ຊີ​ວິດ​ການ​ເປັນ​ຢູ່ ຂອງ​ປະ​ຊາ​ຊົນ ຢູ່​ໃນ​ເຂດ​ປ່າ​ສງວນ ຫູ ອ້ອມ​ປ່າ​ສງວນ ຢັບ​ຢັ້ງ​ໄດ້ ກໍ​ບໍ່​ປູກ​ອີກ ມີ​ສ່ວນ​ສົ່ງ​ເສີມ.”

ການ​ບຸກ​ລຸກ​ເນື້ອ​ທີ່​ປ່າ​ສງວນ​ແຫ່ງ​ຊາດ ເຊ​ບັ້ງ​ນວນ ແລະ ປ່າ​ສງວນ ແຫ່ງ​ຊາດ​ພູ​ຊຽງ​ທອງ ເນື້ອ​ທີ່ 600 ເຮັກ​ຕ້າຣ໌ ນີ້ ໄດ້​ເກີດ​ຂຶ້ນ​ມາ​ດົນ​ແລ້ວ ຈົນ​ມາ​ຮອດ​ປັດ​ຈຸ​ບັນ ອີງ​ຕາມ​ຜູ້​ຊ່ຽວ​ຊານ​ດ້ານ​ປ່າ​ສງວນ.

ຜູ້​ຊ່ຽວ​ຊານ ດ້ານ​ປ່າ​ສງວນ ເວົ້າ​ວ່າ ພາກ​ສ່ວນ​ກ່ຽວ​ຂ້ອງ ໄດ້​ອະ​ນຸ​ຍາດ​ໃຫ້​ບຸກ​ເບີກ​ເນື້ອ​ທີ່​ປ່​າ​ສງວນເພື່ອ​ເຮັດ​ການ​ຜ​ລິດ ຫາ​ລາຍ​ໄດ້​ລ້ຽງ​ຄອບ​ຄົວ ແຕ່ ບໍ່​ອະ​ນຸ​ຍາດ​ໃຫ້ຂ​ຍາຍ​ເນື້ອ​ທີ່​ເພີ່ມ ນອກ​ຈາກ​ເຂດ​ທີ່​ມີ​ການ​ກຳ​ນົດ​ໄວ້ໃນ​ເນື້ອ​ທີ່ 600 ເຮັກ​ຕ້າຣ໌ເທົ່າ​ນັ້ນ ເຊິ່ງ​ເປັນ​ເຂດ​ບໍ​ຣິ​ເວນ​ປົກ​ຫຸ້ມ​ດ້ານນອກ​ປ່າ​ສງວນ ທີ່​ຍັງ​ບໍ່​ທັນ​ເຂົ້າ​ໄປ​ບຸກ​ລຸກເຂດ​ດ້ານ​ໃນ​ປ່າ​ສງວນ.

ເຈົ້າ​ໜ້າ​ທີ່​ກ່ຽວ​ຂ້ອງ​ເມືອງ​ລະ​ຄອນ​ເພັງ ແຂວ​ງ​ສາ​ຣະ​ວັນ ໄດ້​ກ່າວ​ໃນ​ວັນ​ທີ 16 ມີ​ນາ ວ່າ:

“ກໍ​ທຳ​ລາຍ​ເປືອກນອກ​ຊື່ໆ ຫັ້ນ​ນ່າ ແຕ່​ວ່າ ຖ້າ​ທຽບ​ໃສ່​ເປີ​ເຊັນ ຫຼື​ວ່າ ເບິ່າງ​ຕາມ​ພາບ​ຖ່າຍ​ດາວ​ທຽມ ມັນ​ກໍ​ເບິ່ງ ຄື ທຳ​ລາຍ ແຕ່​ວ່າ ມາ​ເບິ່ງ ຈໍ້ໆ ແລ້ວ ທຽບ​ໃສ່​ເປັນ​ເປີ​ເຊັນ ພຽງ​ແຕ່ 2-3 ເປີ​ເຊັນ ຂອງ​ພື້ນ​ທີ່ ພຽງ​ແຕ່​ເຮົາ​ຢາກ​ສະ​ກັດ​ກັ້ນ ບໍ່​ຢາກ​ແຜ່​ລາມ​ຮຸນ​ແຮງກວ່າ​ຫັ້ນ.”

ຈຳ​ນວນເຈົ້າ​ໜ້າ​ທີ່​ກ່ຽວ​ຂ້ອງ ທີ່​ກວດ​ການ ການ​ບຸກ​ລຸກ​ປ່າ​ສງວນ ກໍ​ມີ​ຈຳ​ນວນ​ຈຳ​ກັດ ໃນ​ຂ​ນະ​ທີ່ ຍັງ​ມີ​ການ​ບຸກ​ເບີກ​ທີ່​ດິນ​ເຂດ​ປ່າ​ສງວນ​ຢ່າງ​ຕໍ່​ເນື່ອງ.

ເຈົ້າ​ໜ້າ​ທີ່​ກ່ຽວ​ຂ້ອງ ເມືອ​ງ​ລະ​ຄອນ​ເພັງ ຜູ້​ດຽວ​ກັນ​ນີ້ ໄດ້​ກ່າວ​ວ່າ​ວ່າ:

“ອັນ​ທີ 1 ກໍ​ຄື ງົບ​ປະ​ມານ ດ້ານ​ການກວດ​ກາ ອັນ​ທີ 2 ກໍ​ຄື ໃນ​ການກວດ​ກາ​ຂອງ​ເຮົາ ພະ​ນັກ​ງານ​ເຮົາ ມີ​ໜ້ອຍ ສົມ​ມຸດ​ເຮົາ ໄປ​ບ້ານ​ນຶ່ງ ບາດ​ເຮົາ​ຊິ​ໄປ​ບ້ານ​ຫັ້ນ ບ້ານ​ຫັ້ນ ເຂົາ​ກໍ​ເຮັດ​ແລ້ວ​ຫັ້ນ​ນ່າ ມັນ​ເຮັດ​ໃຫ້​ໃນ​ການ​ຢຸດ​ບາ​ດດຽວ ມັນ​ຢຸດບໍ່​ໄດ້ ບໍ່​ວ່າ​ແຕ່​ເມືອງ​ເຮົາ​ແຫຼະ ອາດ​ເປັນ​ເມືອງ​ອື່ນ ກໍ​ຄື​ກັນ.”

ເຖິງ​ຢ່າງ​ໃດ​ກໍ​ຕາມ, ແຕ່​ປີ 2005 ເປັນ​ຕົ້ນ​ມາ ພາກ​ສ່ວນ​ກ່ຽວ​ຂ້ອງ ກໍ​ໄດ້ ຟື້ນ​ຟູ​ປ່າ​ສງວນ​ແຫ່ງ​ຊາດ​ທີ່​ຖືກ​ບຸກ​ລຸກ 600 ເຮັກ​ຕ້າຣ໌ ໄປ​ແລ້ວ ດ້ວຍ​ການ​ປູກ​ໄມ້​ທົດ​ແທນ​ຄືນ ຈຳ​ນວນ 20,000 ຫາ 100,000 ເບັ້ຽ ເປັນ​ຕົ້ນ ໄມ້​ແດງ ໄມ້​ຍາງ, ໄມ້​ຄ່າ ໃຫ້​ຜູ້​ທີ່​ບຸກ​ລຸກ​ປ່າ​ສງວນ ເພື່ອ​ໄປ​ປູກ​ສັບ​ວ່າງ​ໃສ່​ສວນ​ມັນ​ຕົ້ນ ແລະ ໄລ​ຍະ​ເວ​ລາ 3 ປີ ເມື່ອ​ໄມ້​ດັ່ງ​ກ່າວໃຫຍ່​ແລ້ວ ໃຫ້​ຊາວ​ບ້ານ​ຢຸດ​ເຊົາ​ປູກ​ມັນ​ຕົ້ນ ເພື່ອ​ໃຫ້​ໄມ້​ທີ່​ປູກ​ໄປ​ນັ້ນ ກາຍ​ເປັນ​ປ່າ​ໃນ​ອະ​ນາ​ຄົດ.