ຕົ້ນໄມ້ປ່າສງວນແຫ່ງຊາດລາວ ໜ້ອຍລົງ
2014.05.11

ເຈົ້າຫນ້າທີ່ ຣະດັບ ສູງ ຈາກ ກະຊວງ ຊັພຍາກອນ ແລະ ສີ່ງແວດລ້ອມ ສປປລາວ ເວົ້າວ່າ ຕົ້ນໄມ້ ຢູ່ ໃນເຂດ ປ່າສງວນ ແຫ່ງຊາດ ໃນລາວ ຫລຸດລົງ ຢ່າງ ຕໍ່ເນື່ອງ ໃນ ຣະຍະ 10 ປີ ຜ່ານມາ ຈາກການ ສຳຣວດ ໃນ ປີ 2013 ພົບວ່າ ປ່າສງວນ ແຫ່ງຊາດ ຊື່ງ ຢູ່ພາຍໃຕ້ ຄວາມ ຮັບຜິດ ຊອບ ຂອງ ກະຊວງ ຊັພຍາກອນ ທັມມະຊາດ ແລະ ສີ່ງແວດລ້ອມ ທີ່ ມີເນື້ອທີ່ ກວ່າ 4 ລ້ານ ເຮັກຕາ ນັ້ນ ໃນ ປັດຈຸບັນ ຍັງບໍ່ ເຫລືອ ຮອດ 4 ລ້ານ ເຮັກຕາ.
ສາເຫດ ນອກຈາກ ການການ ຈູດປ່າ ເຮັດໄຮ່ ແບບ ເລື່ອນລອຍ ຂອງ ປະຊາຊົນ ຊາວ ເຜົ່າ ແລ້ວ ກໍແມ່ນການ ລັກຕັດໄມ້ ຂອງ ກຸ່ມຄ້າໄມ້ ທີ່ ຜິດ ກົດຫມາຍ ນຳອີກ ທ່ານວ່າ ກຸ່ມຄ້າໄມ້ ວ່າຈ້າງ ຊາວບ້ານ ທ້ອງຖິ່ນ ເຂົ້າໄປລັກ ຕັດໄມ້ ໃນ ປ່າສງວນ ແລ້ວ ແກ່ມາໃຫ້ ຂະເຈົ້າ ເປັນ ພຶດຕິກັມ ທີ່ ຜິດ ກົດຫມາຍ ແລະ ຍາກ ທີ່ຈະ ປາບປາມ ໄດ້. ດັ່ງທ່ານ ກ່າວວ່າ:
"ການ ບຸກຣຸກ ປ່າສງວນ ປ່າປ້ອງກັນ ນີ້ ມັນມີ ຫລາຍ ສາເຫດ ເປັນຕົ້ນ ແມ່ນການ ຖາງປ່າ ເຮັດໄຮ່ ຫັ້ນ ໄຟໄຫມ້ປ່າ ແລ້ວ ກໍມີນັກ ທຸຣະກິດ ຈຳນວນ ນື່ງ ຢູ່ເບື້ອງຫລັງ ໃຫ້ ປະຊາຊົນ ລັກລອບ ຕັດໄມ້ ໂດຍໃຊ້ ຣົຖ ໄຖນາ ແກ່ໄມ້ ໃນຍາງ ກາງຄືນ ອັນນີ້ຍາກ ໃນການ ສະກັດກັ້ນ".
ນອກຈາກ ການລັກ ຕັດໄມ້ ໃນ ປ່າສງວນ ແລ້ວ ປ່າປ້ອງກັນ ຫລາຍແຫ່ງ ໃນລາວ ທີ່ເນື້ອທີ່ ກວ່າ 7 ລ້ານ ເຮັກຕາ ໃນທົ່ວ ປະເທດ ກໍຕົກຢູ່ໃນ ສະພາບການ ດັ່ງກ່າວ ຄືກັນ. ໃນທຸກມື້ນີ້. ກຸ່ມຄ້າໄມ້ ສ່ວນໃຫຍ່ ມີຜູ້ມີ ອຳນາດ ຢູ່ເບື້ອງ ຫລັງ.