ການໃຊ້ຄວາມຮຸນແຮງຕໍ່ແມ່ຍິງ ຢູ່ລາວ

ການສຶກສາ ຄົ້ນຄວ້າ ພົບວ່າ ຍັງມີຄວາມ ຄືບໜ້າ ໜ້ອຍ ທີ່ສຸດ ໃນການ ຫລຸດຜ່ອນ ບັນຫາ ການໃຊ້ ຄວາມ ຮຸນແຮງ ຕໍ່ ແມ່ຍິງ ຢູ່ ສປປ ລາວ.

ຜູ້ຍິງລາວ ໃນເຂດ ຊົນນະບົດ RFA

ຄວາມຄືບຫນ້າ ໃນການ ຫລຸດຜ່ອນ ຄວາມ ຮຸນແຮງ ຕໍ່ ແມ່ຍິງ ຢູ່ລາວ ຍັງ ຫລ້າຊ້າ ຢູ່. ອິງຕາມ ການຄົ້ນຄວ້າ ທີ່ ຜ່ານມາ ນີ້. ນາງ ພອນສາລີ ສຸຂສວັດ ຮອງ ຫົວຫນ້າ ຫ້ອງການ ສະຖີຕິ ແຫ່ງຊາດ ໄດ້ໃຫ້ ຂໍ້ມູນ ການຄົ້ນຄວ້າ ໃນ ກອງປະຊຸມ ກ່ຽວກັບ ແມ່ຍິງ ທີ່ ນະຄອນ ຫຼວງວຽງຈັນ, ໃນຫົວຂໍ້ ທີ່ວ່າ ສຸຂພາບ ແລະ ປະສົພການ ກ່ຽວກັບ ຊີວິດ ຂອງ ແມ່ຍິງ ລາວ, ຊຶ່ງມີ ໃຈຄວາມ ວ່າ, ຍັງມີ ອຸປສັກ ຫຼາຍຢ່າງ ໃນການ ແກ້ໄຂ ບັນຫາ ການໃຊ້ ຄວາມ ຮຸນແຮງ ຕໍ່ແມ່ຍິງ ແລະ ເດັກນ້ອຍ ແມ່ຍິງ ໃນລາວ, ສ່ວນໃຫຍ່ ແມ່ນເກີດ ຈາກ ສັງຄົມ ລາວ, ທີ່ ບໍ່ເຂົ້າໃຈ ໃນຄວາມ ສເມີພາບ ຣະຫວ່າງ ເພດວັຍ ໃນ ສັງຄົມ ລາວ.

ຊຶ່ງການ ຄົ້ນຄວ້າ ດັ່ງກ່າວ ໄດ້ ດຳເນີນການ ໂດຍ ຄນະ ກັມມະທິການ ຄວາມ ກ້າວຫນ້າ ສັດຕຣີ ແລະ ຫ້ອງການ ສະຖີຕິ ແຫ່ງຊາດ ຈາກ ກະຊວງ ແຜນການ ແລະ ການລົງທຶນ. ນາງວ່າ ເຫດການ ໃຊ້ຄວາມ ຮຸນແຮງ ດັ່ງກ່າວ ຮາກເຫງົ້າ ເກີດຈາກ ຂນົບທຳທຽບ ປະເພນີ ດັ້ງເດີມ ຂອງ ລາວ, ແລະ ເປັນການຍາກ ທີ່ ຈະລຶບລ້າງ ໄດ້.

ການຄົ້ນຄວ້າ ພົບອີກວ່າ ເກືອບ ເຄີ່ງນຶ່ງ ຂອງ ແມ່ຍິງ ແລະ ຜູ້ຊາຍ ຜູ້ ທີ່ຖືກ ສຳພາດ ເວົ້າວ່າ ຄວາມ ຮຸນແຮງ ຕໍ່ ແມ່ຍິງ ເປັນທີ່ ຍອມຮັບ ໃນ ສັງຄົມລາວ ແລະວ່າ, ອຸປນິສັຍ ດັ່ງກ່າວ ຄວນມີການ ປ່ຽນແປງ ແລະ ສັງຄົມ ລາວ ຍັງຕ້ອງການ ການສຶກສາ ຫຼາຍກວ່ານີ້ ກ່ຽວກັບ ຄວາມ ສເມີພາບ ຣະຫວ່າງ ເພດວັຍ ໃນລາວ.

2025 M Street NW
Washington, DC 20036
+1 (202) 530-4900
lao@rfa.org