ຣັຖບໍ່ມີງົບ ສົ່ງເສີມ ປູກພືດທົດແທນ, ປະຊາຊົນຈຳນວນນຶ່ງ ຍັງລັກປູກຝິ່ນ

ຕົ້ນປີນີ້ ຍັງພົບເຫັນປະຊາຊົນ ຫຼາຍຊົນເຜົ່າ ທີ່ທຸກຍາກ ລັກລອບປູກຝິ່ນຫຼາຍເຮັກຕ້າຣ໌ ໃນທົ່ວແຂວງຜົ້ງສາລີ ຍ້ອນຍັງຂາດງົບປະມານ ໃນການປາບປາມ ແລະ ບໍ່ມີໂຄງການ ເຂົ້າມາສນັບສນູນ ການປູກພືດອື່ນທົດແທນ.

ຮູບໂຕຢ່າງ ເຈົ້າໜ້າທີ່ ໄດ້ອອກກວດກາ ແລະ ທໍາລາຍສວນຝິ່ນ ເມື່ອເດືອນ ມົກຣາ ຫາ ກຸມພາ (2021) ແລະ ພົບວ່າ ແຂວງຫຼວງນໍ້າທາ ມີເນື້ອທີ່ປູກຝິ່ນ ເພິ່ມຂຶ້ນ ຈາກປີຜ່ານມາ. ນັກຂ່າວ ພົລເມືອງ

ໃນຕົ້ນປີ 2023 ນີ້, ທົ່ວແຂວງຜົ້ງສາລີ ຍັງພົບເຫັນ ປະຊາຊົນຫຼາຍຊົນເຜົ່າ ເປັນຕົ້ນ ຊົນເຜົ່າອາຂ່າ, ຊົນເຜົ່າຫໍ້ ແລະ ຊົນເຜົ່າຢ້າວ ທີ່ມີຖານະທຸກຍາກ ພາກັນລັກລອບປູກຝິ່ນ ຈຳນວນຫຼາຍເຮັກຕ້າຣ໌. ສາເຫດນຶ່ງ ກໍເປັນຍ້ອນ ພາກສ່ວນກວດກາ ແລະ ຄວາມຄຸມຢາເສບຕິດ ຂາດງົບປະມານ ໃນການປາບປາມຢາເສບຕິດ ເຊັ່ນ ຂາດງົບປະມານລົງພື້ນທີ່ ຕິດຕາມສວນຝິ່ນ ທີ່ຢູ່ເຂດຫ່າງໄກ, ເຊິ່ງບາງເຂດ ຕ້ອງຢ່າງເປັນມື້ ຈຶ່ງຈະຮອດສວນຝິ່ນ ແລະ ຂາດງົບປະມານ ໃນການປັບປຸງເສັ້ນທາງ ແລະ ໄຟຟ້າ ໃຫ້ເຂົ້າເຖິງເຂດຫ່າງໄກສອກຫຼີກ ຈຶ່ງເຮັດໃຫ້ບໍ່ມີໂຄງການ ເຂົ້າມາສນັບສນູນ ການປູກພືດອື່ນທົດແທນ ຍ້ອນພື້ນຖານໂຄງລ່າງ ບໍ່ເອື້ອອຳນວຍ ຕໍ່ການສນັບສນູນ ການປູກພືດອື່ນທົດແທນ.

ໂດຍສະເພາະ ໃນເຂດເມືອງຍອດອູ, ເມືອງໃໝ່, ເມືອງຜົ້ງສາລີ, ເມືອງສັມພັນ, ເມືອງບຸນເໜືອ ທີ່ຕົກມາຮອດປີ 2023 ນີ້, ຍັງພົບເຫັນປະຊາຊົນ ລັກລອບປູກຝິ່ນຫຼາຍ. ສ່ວນເມືອງຂວາ ແລະ ເມືອງບຸນໃຕ້ ບໍ່ພົບປະຊາຊົນ ລັກລອບປູກຝິ່ນແລ້ວ ເນື່ອງຈາກເປັນເມືອງ ທີ່ມີໂຄງການ ເຂົ້າມາສນັບສນູນ ການປູກກາເຟ, ປູກຢາງພາຣາ, ປູກຊາ ແລະ ປູກໝາກແໜ່ງ ແທນການປູກຝິ່ນ ແລະ ເປັນເຂດທີ່ມີເສັ້ນທາງ-ໄຟຟ້າ ເຂົ້າເຖິງ ເອື້ອອຳນວຍຄວາມສະດວກ ໃນການຂົນສົ່ງຜົລຜລິຕ, ວັດສະດຸ, ອຸປະກອນ ໃນການປູກພືດທົດແທນຝິ່ນ.  

ຕາມຄວາມເວົ້າ ຂອງເຈົ້າໜ້າທີ່ ທີ່ກ່ຽວຂ້ອງ ໃນແຂວງຜົ້ງສາລີ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນວັນທີ 16 ກຸມພາ ນີ້ວ່າ:

1: “ປະຊາຊົນລັກລອບປູກ ບ່ອນທີ່ພວກເຮົາໄປບໍ່ເຖິງ ໄປບໍ່ຮອດ. ເອີ, ແລ້ວຍ່າງໄປປະມານ 3-4 ຊົ່ວໂມງ ຢູ່ເຂດຫ່າງໄກສອກຫຼີກຫັ້ນ. ສ່ວນຫຼາຍລະແມ່ນ ມັນຢູ່ພາກສ່ວນໃດ ໄດ້ຮັບການປູກທົດແທນ ແມ່ນມາຢູ່ແຄມທາງ ແລ້ວພາກສ່ວນຢູ່ບ້ານນອກລະແມ່ນ ມັນບໍ່ມີອາຊີບໝັ້ນຄົງ-ຖາວອນ ມີແຕ່ຖາງປ່າ-ເຮັດໄຮ່, ຈັ່ງຊີ້ນ່າ. ຢູ່ໄກ.”

ເຈົ້າໜ້າທີ່ຕຳຣວດ ແຕ່ລະເມືອງ ພາຍໃນແຂວງ ກໍລົງພື້ນທີ່ຮິບໂຮມຂໍ້ມູນ ແລະ ທຳລາຍສວນຝິ່ນ, ແຕ່ຍັງບໍ່ທັນສຳເຣັດ 100% ເທື່ອ. ດັ່ງນັ້ນ, ທາງໜ່ວຍງານກວດກາ ແລະ ຄວບຄຸມຢາເສບຕິດ ຈຶ່ງມີແຜນ ຈະສເນີຂໍງົບປະມານ ໃນການລົງພື້ນທີ່ ໃຫ້ເຈົ້າໜ້າທີ່ຕຳຣວດ ໃນແຕ່ລະເມືອງຕື່ມ ເພື່ອສະກັດກັ້ນ ແລະ ປາບປາມຝິ່ນ ພ້ອມທັງສເນີແຜນ ໄປຍັງສູນກາງ ເພື່ອຂໍໂຄງການ ເຂົ້າມາຊ່ອຍສົ່ງເສີມ ປູກພືດທົດແທນການປູກຝິ່ນ ໃນເຂດຫ່າງໄກສອກຫຼີກ. ດັ່ງເຈົ້າໜ້າທີ່ ທີ່ກ່ຽວຂ້ອງ ໃນແຂວງຜົ້ງສາລີ ຜູ້ດຽວກັບຂ້າງເທິງ ກ່າວຕື່ມວ່າ:

2: “ເອີ, ກຳລັງທຳລາຍແດ່ ແລ້ວກໍສເນີງົບປະມານຕໍ່ຫັ້ນແຫຼະ ເພາະວ່າ ໄດ້ສເນີງົບທີ 1 ງົບທີ 2 ໄປ, ແຕ່ວ່າບໍ່ທັນສຳເຣັດ. ມັນຢູ່ໄກ ແລ້ວກໍໄດ້ຍ່າງເປັນ 3 ຊົ່ວໂມງ 4 ຊົ່ວໂມງ ແລ້ວກໍຫຼາຍມື້ ແລ້ວບໍ່ທັນສຳເຣັດ ແລ້ວກໍອ້າຍນ້ອງຈຳນວນນຶ່ງ ກໍຍັງຢູ່ພາກສນາມ. ສະນັ້ນ, ອະນາຄົດຕໍ່ໜ້ານີ້ ຖ້າທາງສູນກາງມີທິດ,  ນຶ່ງນີ້ ກໍຂຸດທາງເຂົ້າເຖິງ ເອົາໄຟເຂົ້າເຖິງ ແລ້ວກໍອາຈແມ່ນກາເຟບໍ່ ຫຼືວ່າຊາບໍ່, ຈັ່ງຊີ້ນີ້ ເອົາເຂົ້າໄປ ໝາກແໜ່ງບໍ່.”

ສຳລັບຂໍ້ມູນປັດຈຸບັນ ທີ່ມີປະຊາຊົນ ລັກລອບປູກຝິ່ນ ຄື ບ້ານງາຍ ເມືອງບຸນເໜືອ, ບ້ານໂຮມສ້າງ ເມືອງຜົ້ງສາລີ ແລະ ບ້ານພານ ເມືອງຍອດອູ. ໂດຍບ້ານພານ ເມືອງຍອດອູ ຫາກໍມີກະຊວງປ້ອງກັນຄວາມສງົບ ນຳເຮີລິຄອບເຕີ້ ບິນຂຶ້ນສຳຣວດເນື້ອທີ່ ທີ່ປະຊາຊົນ ລັກລອບປູກຝິ່ນ ເຂດບ້ານພານ ແລ້ວພົບເຫັນປະຊາຊົນ ຊົນເຜົ່າຫໍ້ ແລະ ຊົນເຜົ່າຢ້າວ ລັກລອບປູກຝິ່ນ ຈຳນວນ 3 ຕອນ ມີເນື້ອທີ່ລວມ 1.1 ເຮັກຕ້າຣ໌ ຈຶ່ງໄດ້ລົງໄປທຳລາຍ ດ້ວຍວິທີການໃຊ້ໄມ້ຟາດ, ເອົາພ້າຖາງຕົ້ນ, ດອກ, ໝາກ ແລະ ຫຼົກຕົ້ນຖິ້ມ ເພື່ອບໍ່ໃຫ້ເຈົ້າຂອງ ເກັບກູ້ຜົລຜລິຕ ແລະ ໝາກຝິ່ນ ໄປເປັນແນວພັນ. ດັ່ງເຈົ້າໜ້າທີ່ ທີ່ກ່ຽວຂ້ອງ ເມືອງຍອດອູ ຜູ້ທີ 1 ກ່າວໃນມື້ດຽວກັນນີ້ວ່າ:

3: “ເຈົ້າໜ້າທີ່ ເຂົາເຈົ້າໄປກວດກາ ມັນກໍ ມັນຢູ່ຫ່າງໄກສອກຫຼີກແດ່ ມັນຢູ່ເລິກແດ່ ແລ້ວກໍໄປກວດ ກໍບໍ່ເຫັນ, ແຕ່ວ່າ ທາງສູນກາງເພິ່ນຫັ້ນ ເອົາເຮີລິຄອບເຕີ້ ມາບິນເອງ ແລ້ວເພິ່ນກໍເຫັນເອງ ແລ້ວເພິ່ນຂຶ້ນມາເຮັດ. ເຂົາກໍຖາງຮົ້ວ ຖາງຫຍັງ ແລ້ວກໍທຳລາຍ. ເອົາໄມ້ຟາດຍອດມັນ ມັນກໍບໍ່ດີແລ້ວ ເຂົາເຈົ້າກໍທຳລາຍ ເພາະເຂົາເຈົ້າກໍໄປລັກລອບປູກ, ຫັ້ນນ່າ. ເຜົ່າຢ້າວ ແລ້ວກໍເຜົ່າຫໍ້, ອີ່ຫຍັງນີ້ນ່າ.”

ສຳລັບເຈົ້າຂອງສວນຝິ່ນ ທີ່ລັກລອບປູກຝິ່ນ ຢູ່ບ້ານພານ ນັ້ນ, ແມ່ນເຈົ້າໜ້າທີ່ຕຳຣວດ ຈັບບໍ່ໄດ້ ແລະ ຄາດວ່າ ພວກເຂົາເຈົ້າ ປູກຝິ່ນເພື່ອຂາຍ. ຂະນະດຽວກັນ ທາງເຈົ້າໜ້າທີ່ຕຳຣວດ ກໍໄດ້ສຶກສາອົບຮົມນາຍບ້ານ ແລະ ປະຊາຊົນ ໃນເຂດບ້ານພານ, ເມືອງຍອດອູ ບໍ່ໃຫ້ລັກລອບປູກຝິ່ນ ຍ້ອນຝິ່ນ ເປັນສານຕັ້ງຕົ້ນ ໃນການຜລິຕຢາເສບຕິດ ປະເພດຢາບ້າ, ເຮໂລອິນ ແລະ ເປັນສ່ວນປະສົມ ໃນການຜລິຕຢາເສບຕິດ ທີ່ຜິດກົດໝາຍໃນລາວ. ອີກທັງຍັງເປັນບັນຫາຕົ້ນຕໍ ທີ່ພາໃຫ້ເກີດປະກົດການພັຍສັງຄົມ ເປັນຕົ້ນ ການຂີ້ລັກ, ງັດແງະ, ປຸ້ນ, ຈີ້, ຊິງຊັພ, ລັກຊັພ, ຄາຕກັມ, ຂົ່ມຂືນກະທຳຊຳເລົານຳດ້ວຍ. ດັ່ງເຈົ້າໜ້າທີ່ ທີ່ກ່ຽວຂ້ອງ ຜູ້ທີ 2 ກ່າວໃນມື້ດຽວກັນນີ້ວ່າ:

4: “ກໍມີແຕ່ວ່າ ລຸລ່ວງໃຫ້ປະຊາຊົນບ້ານຫັ້ນ ເຈົ້າໜ້າທີ່ ເຂົາຈະໄປລຸລ່ວງ ກ່າວຕັກເຕືອນ ສັ່ງສອນນາຍບ້ານແດ່ ແລ້ວກໍປະຊາຊົນ. ປະຊາຊົນຫັ້ນ ການເຂົ້າເຖິງຣາຍຮັບ ມັນບໍ່ມີ, ໂຄງການຍັງບໍ່ມາ ເຂົາເຈົ້າປູກໂຕນີ້ ອາສັຍໄປຂາຍ. ດຽວນີ້ສ່ວນຫຼາຍ ເຂົາເຈົ້າກໍຫັນໄປປູກພືດ ເປັນສິນຄ້າ. ໂຕນີ້, ເຂົາກໍມັນຍັງມີຈຳນວນນຶ່ງ ຈຳນວນໜ້ອຍນຶ່ງ ເຂົາຍັງໄປລັກລອບເຮັດນີ້ນ່າ.”

ສະເພາະເມືອງຂວາ ແຂວງຜົ້ງສາລີ, ເຈົ້າໜ້າທີ່ ທີ່ກ່ຽວຂ້ອງ ພາຍໃນເມືອງ ໄດ້ປາບປາມຝິ່ນ ຢ່າງຈິງຈັງ ແລະ ມີການສົ່ງເສີມປະຊາຊົນ ໃຫ້ປູກພືດອື່ນ ທົດແທນການປູກຝິ່ນ ຈົນເຮັດໃຫ້ບໍ່ມີປະຊາຊົນ ລັກລອບປູກຝິ່ນແລ້ວ. ດັ່ງປະຊາຊົນ ຢູ່ເມືອງຂວາ ແຂວງຜົ້ງສາລີ ກ່າວໃນມື້ດຽວກັນນີ້ວ່າ:

5: “ແຕ່ລະຄອບຄົວນີ້ ໄປເຮັດບົດບັນທຶກໝົດ ຜູ້ໃດລັກລອບ ລັກປູກ, ດຳເນີນຕາມກົດໝາຍຫັ້ນແຫຼະ. ນັກທຸຣະກິຈ ກໍເຂົ້າໄປຊ່ອຍ ປູກຢາງພາຣາ, ປູກຊາ.”

ສຳລັບໂຕເລຂ ທີ່ບໍ່ເປັນທາງການ ໄດ້ສັງລວມວ່າ ປັດຈຸບັນ ທົ່ວແຂວງຜົ້ງສາລີ ພົບເຫັນປະຊາຊົນ ຫຼາຍຊົນເຜົ່າ ທີ່ມີຖານະທຸກຍາກ ພາກກັນລັກລອບປູກຝິ່ນ ປະມານ 5-6 ເຮັກຕ້າຣ໌, ໂດຍໂຕເລຂ ຈະເປັນທາງການ ຈະມີການຣາຍງານ ໃຫ້ສັງຄົມຮັບຮູ້ຕື່ມ ພາຍຫຼັງວັນທີ 25 ກຸມພາ ເນື່ອງຈາກປັດຈຸບັນ ເຈົ້າໜ້າທີ່ຕຳຣວດ ແຕ່ລະເມືອງ ກຳລັງລົງພື້ນທີ່ຮິບໂຮມຂໍ້ມູນ ແລະ ທຳລາຍສວນຝິ່ນ, ໂດຍອີງຕາມຂໍ້ຕົກລົງ ຂອງກະຊວງປ້ອງກັນຄວາມສງົບ.

ປະເທດໄທຍ, ພະມ້າ ແລະ ລາວ ຖືເປັນປະເທດ ທີ່ມີພື້ນທີ່ປູກຝິ່ນ ຈຳນວນຫຼາຍ, ເຊິ່ງຣັຖບານລາວ ກຳລັງເລັ່ງສົ່ງເສີມ ໃຫ້ຊາວບ້ານ ປູກພືດທົດແທນ, ແຕ່ປີ 2016 ກໍໄດ້ເປີດໂອກາດ ໃຫ້ບໍຣິສັດເອກຊົນ ທັງໝົດ 37 ບໍຣິສັດ ເຂົ້າມາສົ່ງເສີມຊາວບ້ານ ໃຫ້ປູກພືດ ແລະ ລ້ຽງສັດ ທົດແທນການປູກຝິ່ນ ໃນ 5 ແຂວງພາກເໜືອ, ສ່ວນຫຼາຍ ເປັນຢາງພາຣາ ແລະ ກາເຟ. ປັດຈຸບັນ, ມີຊາວບ້ານ ປະມານ 30,000 ຄອບຄົວ ໃນ 25 ເມືອງ ຢູ່ແຂວງຜົ້ງສາລີ, ແຂວງບໍ່ແກ້ວ, ແຂວງຫຼວງນ້ຳທາ ແລະ ຫຼວງພຣະບາງ ເຂົ້າຮ່ວມໂຄງການ ປູກພືດທົດແທນນັ້ນ.

2025 M Street NW
Washington, DC 20036
+1 (202) 530-4900
lao@rfa.org