ກົດໝາຍຄອບຄອງ ຊື້ຂາຍທີ່ດິນ
2013.06.05

ປະຊາຊົນ ລາວ ເວົ້າວ່າ ກົດຫມາຍ ທີ່ດິນ ຕ້ອງໄດ້ ຮຽນຮູ້ ເພື່ອ ຫລີກລຽງ ການສໍ້ໂກງ ແລະ ຜິດຖຽງກັນ.
ປະຊາຊົນ ແຂວງ ສວັນນະເຂດ ທ່ານນຶ່ງ ໃຫ້ ຄວາມເຫັນວ່າ ກົດຫມາຍ ວ່າດ້ວຍ ທີ່ດິນ ມີຄວາມສຳຄັນ ແລະ ຈຳເປັນຕ້ອງ ໄດ້ຮຽນຮູ້ ເພື່ອປ້ອງກັນ ການສໍ້ໂກງ ຈາກ ຄົນບໍ່ດີ. ນາງວ່າ ທຸກມື້ນີ້ ຍັງມີ ປະຊາຊົນ ຫລາຍຄົນ ທີ່ຍັງ ບໍ່ຮູ້ ເຣື້ອງ ກົດຫມາຍ ທີ່ດິນ ຂອງ ພວກຂະເຈົ້າ ໂດຍສະເພາະ ຜູ້ທີ່ບໍ່ໄດ້ ຮຽນຫນັງສື ຫລື ຮຽນມາຫນ້ອຍ. ດັ່ງຍານາງ ເວົ້າວ່າ:
"ມັນມີຄວາມ ສຳຄັນ ເມື່ອບໍ່ຮູ້ ມັນກໍຕ້ອງ ຈຳເປັນ ເພາະເຮົາໄດ້ ໃຊ້ເປັນ ຫລັກຖານ ໃນການ ປະກອບ ເອກສານ ຫຍັງຕ່າງໆ ມັນກໍໍຊີ່ ງ່າຍ ຕໍ່ການຖືກ ສໍ້ໂກງ ຖ້າວ່າເຮົາ ບໍ່ຮູ້ ກໍຕ້ອງ ສຶກສາ ຮຽນ ຖ້າເຮົາ ບໍ່ສຶກສາ ກໍຖືກ ເຂົາໂກງ".
ນາງເວົ້າ ຕຶ່ມວ່າ ກ່ອນຈະຊື້ ທີ່ດິນ ຈຳເປັນຕ້ອງ ຮູ້ເຖິງຂອບເຂດ ຂອງທີ່ດິນ ຕອນນັ້ນວ່າ ເປັນ ຂອງຣັຖ ຫລື ຂອງ ເອກຊົນ ເນື່ອງຈາກເຄີຍ ມີຄົນ ເອົາດິນຣັຖ ມາຂາຍ ໃນຣາຄາ ຖືກໆໃຫ້ກັບ ປະຊາຊົນ ໃນເຂດ ທ້ອງຖີ່ນ ຊຶ່ງ ປະຊາຊົນ ຜູ້ທີ່ຊື້ ບໍ່ໄດ້ ກວດຫນັງສື ໃບຕາດິິນ ຢ່າງຮອບຄອບ ແລະ ຜູ້ທີ່ນຳ ມາຂາຍນັ້ນ ກໍຕົວະວ່າ ເປັນດິນເປົ່າ ສາມາດ ປູກຝັງ ແລະ ເຮັດການ ກະເສດໄດ້ ແຕ່ເມືື່ຶອຊື້ ມາແລ້ວ ຈຶ່ງຮູ້ວ່າເປັນ ປ່າສງວນ ຂອງ ຣັຖບານ.
ການທີ່ ປະຊາຊົນ ບໍ່ຮູ້ ກົດຫມາຍ ທີ່ດິນ ເຮັດໃຫ້ເກີດ ບັນຫາຄວາມ ຂັດແຍ່ງ ທາງດ້ານ ທີ່ດິນ ຂຶ້ນໃນລາວ ຢ່າງຕໍ່ເນຶ່ອງ ຍ້ອນກຸ່ມ ຄົນບໍ່ດີ ສວຍໂອກາດ ສ້າງລາຍໄດ້ ຈາກ ປະຊາຊົນ ໃນການ ຫລອກລວງ ຊາວບ້ານ ໃຫ້ຫລົງເຊື່ອ ໃນການຊື້ຂາຍ ທີ່ດິນ ຂອງ ພວກຂະເຈົ້າ ໄປໃນທາງ ທີ່ ບໍ່ຖືກຕ້ອງ.