ຫຼາຍຄົນ ກັງວົນ ເຂື່ອນຫຼວງພຣະບາງ
ຫຼາຍຄົນ ວິຕົກກັງວົນ ຢ້ານຜົນກະທົບ ຈາກເຂື່ອນຫຼວງພຣະບາງ ທີ່ທາງການລາວ ມີແຜນເດີນໜ້າ ຈະສ້າງຂຶ້ນ ພາຍໃນປີ 2020.
-
ອາວະຣີ
2020-02-07 -
-
-
ຣັຖບານລາວ ແຈ້ງຕໍ່ຄະນະກັມມາທິການ ແມ່ນໍ້າຂອງສາກົນ ເມື່ອປີກາຍ ວ່າ ຢາກສ້າງເຂື່ອນຫຼວງພຣະບາງ ຊຶ່ງຈະເປັນເຂື່ອນແມ່ນໍ້າຂອງ ແຫ່ງທີ 3 ໃນລາວ ເມື່ອວັນທີ 5 ແລະ 6 ເດືອນກຸມພາ 2020 ນີ້ ຄະນະກັມມາທິການ ແມ່ນໍ້າຂອງສາກົນ ກໍໄດ້ຈັດກອງປະຊຸມ ກ່ຽວກັບໂຄງການ ເຂື່ອນດັ່ງກ່າວ ຊຶ່ງມີຜູ້ເຂົ້າຮ່ວມຫຼາຍຄົນ ສະແດງຄວາມເປັນຫ່ວງ ຕົວຢ່າງ ທ່ານ ສາຣອນ ເທີນ, ນັກຊ່ຽວຊານຈາກກັມພູຊາ ທີ່ເຮັດວຽກພາກປະຊາສັງຄົມ, ກໍໄດ້ແນະນຳ ໃຫ້ພາກສ່ວນກ່ຽວຂ້ອງ ຄຳນຶງເຖິງ ຜົລກະທົບ ຂ້າມຊາຍແດນ ແລະ ຖ້າມີຜົລກະທົບ ຫຼາຍເກີນໄປ ກໍຄວນຊອກຫາ ທາງເລືອກອື່ນ ໃນການສແວງຫາ ພະລັງງານໄຟຟ້າ:
“ຫຼັງຈາກ ໄດ້ສຶກສາຄັກແນ່ແລ້ວ, ພວກທ່ານກໍສາມາດເຫັນຜົລ ຂອງການສຶກສາ. ຖ້າຫາຜົລຂອງການສຶກສາ ມີຄວາມສ່ຽງສູງເກີນໄປ, ອັນຕະຣາຍ ເກີນໄປ, ຕໍ່ວິຖີຊີວິຕ ແລະ ຕໍ່ປະເທດໃກ້ຄຽງ. ຂ້າພະເຈົ້າ ແນະນຳວ່າ ພວກທ່ານ ຄວນຊອກທາງເລືອກອື່ນ ຊິດີກວ່າບໍ່? ແທນທີ່ຊິສືບຕໍ່ ສ້າງເຂື່ອນ.”
ທ່ານ ອ໊ອດ ດວງພຣະຈັນ, ໂຕແທນ ຈາກອົງການຈັດຕັ້ງ ພາກປະຊາສັງຄົມລາວ ກໍໄດ້ກ່າວວ່າ:
“ກຸ່ມອົງການຈັດຕັ້ງ ພາກປະຊາສັງຄົມ ໃນລາວ ພວກເຮົາເຫັນວ່າ ໂຄງການສ້າງເຂື່ອນໄຟຟ້າ ເປັນສິ່ງທີ່ຂ້ອນຂ້າງລະອຽດອ່ອນ ທີ່ຈະກ່າວເຖິງ. ເຖິງຢ່າງໃດກໍຕາມ, ເຄືອຂ່າຍ ພາກປະຊາສັງຄົມລາວ ພວກເຮົາ ກໍຢາກແບ່ງປັນ ຂໍ້ມູນ ຂອງພວກເຮົາ ຄະນະກັມມາທິການ ແມ່ນ້ຳຂອງສາກົນ.”
ທ່ານ ຫງວຽນ ຍານ ຄວາງ, ເຈົ້າໜ້າທີ່ ຈາກວຽດນາມ ທ່ານນຶ່ງ ກໍໄດ້ປະກອບຄວາມຄຶດເຫັນ ໃນຣະຫວ່າງ ຕອນທ້າຍ ຂອງກອງປະຊຸມວ່າ ພວກເຮົາຈະເຮັດແນວໃດ ຈຶ່ງສາມາດດຶງເອົາ ຣັຖບານຈີນ ເຂົ້າມາຮ່ວມ ໃນກິຈກັມ ຂອງຄນະກັມມາທິການແມ່ນ້ຳຂອງ ຂອງພວກເຮົາ.
ນອກຈາກນີ້ແລ້ວ, ຜູ້ທີ່ເຂົ້າຮ່ວມ ກອງປະຊຸມ ຈາກຫຼາຍພາກສ່ວນ ກໍໄດ້ສເນີໃຫ້ ທາງການລາວ ຄຳນຶງເຖິງ ຜົລກະທົບ ຕໍ່ສິ່ງແວດລ້ອມ ແລະ ສັງຄົມ ຈະເກີດຈາກ ເຂື່ອນຫຼວງພຣະບາງ ແລະ ພະຍາຍາມຫຼຸດຜ່ອນ ຜົລກະທົບ ໃຫ້ໜ້ອຍລົງ.
ທ່ານ ໄຊນະຄອນ ອິນທະວົງສ໌, ຮອງຣັຖມົນຕຣີ ກະຊວງ ຊັພຍາກອນທັມຊາດ ແລະ ສິ່ງແວດລ້ອມ ຂອງລາວ ຕາງໜ້າ ໃຫ້ກັບຣັຖບານລາວ ກ່າວຕອນນຶ່ງວ່າ ຣັຖບານລາວ ຈະເກັບກໍາເອົາຄໍາເຫັນ ແລະ ຄໍາວິຕົກ ກັງວົນຕ່າງໆ ໄປພິຈາຣະນາແກ້ໄຂ.