ການກໍ່ສ້າງເຂື່ອນເມືອງປາກຊ່ອງ

ການກໍ່ສ້າງ ເຂື່ອນ ຢູ່ ເມືອງ ປາກຊ່ອງ ເຮັດໃຫ້ ຫົນທາງ ເປ່ເພ ຍ້ອນຣົດດຸດ ຂຸດດິນຖົມ ຮ່ອງນໍ້າ ຈົນເກີດ ນໍ້າອັ່ງໄຫຼ ໄປຕັດທາງ ຈົນຊາວບ້ານ ເດືອດຮ້ອນ.

ຕົວຢ່່າງຂອງ ຖນົນສາຍຫຼັກ ໃນລາວ Citizen journalist

 

ການດໍາເນີນ ວຽກງານ ກໍ່ສ້າງ ເຂື່ອນ ໄຟຟ້າ ຫ້ວຍຍ້ອຍ ໃນ ເມືອງ ປາກຊ່ອງ ແຂວງ ຈໍາປາສັກ ໂດຍ ບໍຣິສັດ ດົງຕ້າ ເຮັດໃຫ້ ຫົນ ທາງ ເປ່ເພ ຫຼາຍທີ່ສຸດ ຊາວບ້ານ ໄດ້ຮຽກຮ້ອງ ໃຫ້ ທາງ ບໍຣິສັດ ແກ້ໄຂ ສ້ອມແປງ ແຕ່ທາງ ບໍຣິສັດ ກໍບໍ່ສົນ ໃຈນໍາ ຊາວບ້ານ ຈຶ່ງ ຕ້ອງໄດ້ ພາກັນ ສ້ອມແປງ ເອງ. ດັ່ງທີ່ ຊາວບ້ານ ໃນເມືອງ ປາກຊ່ອງ ເວົ້າວ່າ:

"ບັດນີ້ ສາເຫດ ຄື ບ່ອນນັ້ນ ຄືແມ່ນ ບໍຣິສັດ ດົງຕ້າ ເພິ່ນຊິເຮັດ ເຂື່ອນ. ໄປຈົກດິນ ຖົມຮ່ອງນໍ້າ ນໍ້າມັນ ກໍບໍ່ມີ ບ່ອນໄປ ແລ້ວກໍໄປ ຕັນທາງ ໄຫລຜ່ານທາງ ແລ້ວ ພາໃຫ້ ທາງຂາດ".

ການສ້ອມແປງ ທາງເທື່ອນີ້ ເປັນການ ຮ່ວມມື ຂອງຊາວບ້ານ ບ້ານ ຫ້ວຍເຕົ່າ ບ້ານ ໜອງບອນ ບ້ານ ໜອງກາ ແລະ ບ້ານ ສົມສນຸກ ໃໝ່ ປະມານ 700 ຄົນ. ແຕ່ລະຄົນ ໄດ້ໃຊ້ ອຸປກອນ ສ່ວນໂຕ ແລະ ໃຊ້ຫີນ ຂອງ ໂຍທາ ເມືອງ ປາກຊ່ອງ ຈົນສາມາດ ສ້ອມແປງ ແລ້ວ ໃນວັນທີ່ 11 ສິງຫາ ຜ່ານມາ.

ຫົນທາງ ທີ່ເປ່ເພ ນີ້ເປັນ ຖນົນຫຼວງ ແຂວງ ຈໍາປາສັກ ນັບແຕ່ ທາງແຍກ ໝາຍເລກ 36 ໄປຫາ ບ້ານໃໝ່ ໄຊສົມບູນ. ຊາວບ້ານ ວ່າ ໃນເມື່ອ ບໍຣິສັດ ເຮັດໃຫ້ ຫົນທາງເປ່ເພ ແລ້ວກໍຄວນ ຮັບຜິດຊອບ ແທນທີ່ ຈະເມີນເສີຍ.

2025 M Street NW
Washington, DC 20036
+1 (202) 530-4900
lao@rfa.org