ຂ.ອຸດົມໄຊຈະກວດກາ ສວນກ້ວຍ

ອຸ່ນແກ້ວ ສຸກສະຫວັນ
2015.09.29
F-banana ຄົນງານ ໃນ ສວນປູກກ້ວຍ ຂອງຈີນ
RFA-NY

ເຈົ້າໜ້າທີ່ ແຂວງ ອຸດົມໄຊ ຈະ ລົງ ພື້ນທີ່ ກວດກາ ສວນກ້ວຍ ຂອງ ນັກລົງທຶນ ຈີນ ຢູ່ຕາມ ເມືອງ ຕ່າງໆ ໃນ ທ້າຍປີ ນີ້, ເພື່ອ ກວດກາ ການໃຊ້ ປຸຍເຄມີ ທີ່ ທາງການ ສັ່ງຫ້າມ, ຖ້າຫາກ ສວນກ້ວຍ ໃດໃຊ້ ປຸຍເຄມີ ຕ້ອງຫ້າມ ກໍຈະຖືກ ພິຈາຣະນາ ຍົກເລີກ ສັນຍາ. ດັ່ງ ເຈົ້າໜ້າທີ່ ທ່ານ ນຶ່ງ ໄດ້ກ່າວ ຕໍ່ ເອເຊັຽ ເສຣີ ວ່າ:

"ຄືວ່າ ຊິ ມີປະມານ ເດືອນ 11 - 12 ພວກເຮົາ ມັກ ຊິລົງໄປ ໃຊ້ຊ້ວງນີ້ ພວກເຮົາ ຊິໄປ ຜແນກ ແຜນການ ພ້ອມດ້ວຍ ໜ່ວຍງານ ສະເພາະກິດ ນຶ່ງ ຂັ້ນແຂວງ ເນາະ ລົງໄປ ຕິດຕາມ ເຮັດ ບົດບັນທຶກ ເຄມີ ນີ້ ກະຕ້ອງໃຊ້ ຕ້ອງໃຊ້ ໃນ ເປີເຊັນ ປະຣິມານ ທີ່ ເໝາະສົມ ແລະ ກະເປັນ ເຄມີ ທີ່ ທາງການ ລາວ ອະນຸຍາດ".

ໃນການ ກະຕຣຽມ ລົງກວດກາ ຄັ້ງນີ້ ເຈົ້າໜ້າທີ່ ຈະເຮັດ ການປະເມີນ ແບບໃຫ້ ຄະແນນ ບໍຣິສັດ ແຕ່ລະ ແຫ່ງ ຖ້າ ບໍຣິສັດ ໃດ ປະຕິບັດ ໄດ້ດີ ກໍຈະໃຫ້ ຄະແນນດີ ສ່ວນ ບໍຣິສັດ ທີ່ ຣະເມີດ ສັນຍາ ໂດຍ ໃຊ້ ສານເຄມີ ເກີນ ຂະໜາດ ແລະ ສານເຄມີ ປະເພດ ຮຸນແຮງ ກໍ ຈະຖືກ ພິຈາຣະນາ ເຖິງຂັ້ນ ຍົກເລີກ ສັນຍາ. ອີງຕາມ ການຢືນຢັນ ຂອງ ເຈົ້າໜ້າທີ່.

ນອກຈາກ ນີ້ ຍັງມີ ຣາຍງານ ອີກວ່າ ເຈົ້າໜ້າທີ່ ແຂວງ ໄດ້ມີການ ຍົກເລິີກ ສັນຍາ ກັບ ບໍຣິສັດ ຈີນ ເລື້ອຍໆ, ສະເລ່ັ່ຽແລ້ວ ປີລະ 2 - 3 ບໍຣິສັດ ຍ້ອນ ບໍ່ ປະຕິບັດ ຕາມຂໍ້ ກໍານົດ ທີ່ ໄດ້ ເຊັນກັບ ທາງການ. ບັນຫາ ການໃຊ້ ສານເຄມີ ຢູ່ໃນ ສວນກ້ວຍ ຢູ່ ແຂວງ ພາກເໜືອ ຂອງລາວ ມີມາຕລອດ ແລະ ແຜ່ຫຼາຍ, ບໍ່ມີການ ຄວບຄຸມ ຊຶ່ງ ທີ່ຜ່ານມາ ເຄີຍມີ ຊາວບ້ານ ທີ່ ເຮັດວຽກ ຢູ່ ສວນກ້ວຍ ເປັນຕຸ່ມ ຕາມ ຮ່າງກາຍ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.