ນໍ້າຖ້ວມ ເຄມີໄຫຼສູ່ ລໍານໍ້າ

ສານເຄມີ ຈາກ ສວນປູກກ້ວຍ ຂອງຈີນ ຢູ່ເມືອງຮຸນ ແລະ ເມືອງແບງ ແຂວງ ອຸດົມໄຊ ໄຫລລົງ ລໍານໍ້າ ສາຂາ ນໍ້າແບງ.

ສາຍນໍ້າລໍາທານ ໃນເມືອງປາກແບງ Screen captured Pakbeng video

ເມື່ອອາທິດຜ່ານມາ ພະຍຸຝົນ ໄດ້ເຮັດໃຫ້ ນໍ້າຖ້ວມ ຢູ່ແຂວງ ອຸດົມໄຊ ເຮັດໃຫ້ ສານເຄມີ ແລະ ປຸ໊ຍຂ້າຫຍ້າ ຈາກ ສວນກ້ວຍ ຂອງຈີນ ຢູ່ເມືອງຮຸນ ແລະ ເມືອງແບງ ຖືກນໍ້າຖ້ວມ ໄຫລລົງສູ່ ລໍານໍ້າ ສາຂາ ນໍ້າແບງ. ກ່ຽວກັບ ເຣື່ອງນີ້ ທາງ RFA ໄດ້ຖາມໄປຍັງ ຫ້ອງການ ເມືອງແບງ ເຣື່ອງ ສານເຄມີ ທີ່ໄຫລຈາກ ສາງ ເກັບມ້ຽນ ຂອງສວນກວ້ຍ ທີ່ ຢູ່ແຄມນໍ້າ, ຈຶ່ງໄດ້ຮັບ ຄໍາຕອບວ່າ, ສານເຄມີ ນັ້ນເປັນ ຂອງຈີນ ຢູ່ ສວນປູກກ້ວຍ ແຄມນໍ້າແບງ ມີປຸ໋ຍ 55 ໂຕ້ນ ແລະ ຢາຂ້າຫຍ້າ ທີ່ ຍັງບໍ່ຮູ້ ຈໍານວນ:

"ບໍ່ຮູ້ວ່າຈໍານວນ ເທົ່າໃດ ຢາຂ້າຫຍ້ານີ້່ ມີແຕ່ຂະເຈົ້າ ຂຽນໄວ້ຢູ່ຫັ້ນ ຮູ້ແຕ່ປຸ໋ຍ ວ່າມີ 55 ໂຕ້ນ ຂອງ ບໍຣິສັດຍິນໆ ລອຍຕາມນໍ້າ ກໍມີ ຄ້າງຢູ່ບ່ອນ ສາງ ຂະເຈົ້າກໍມີ ບ່ອນແຄມນໍ້າ".

ທ່ານກ່າວຕື່ມວ່າ ຕອນນີ້ ທາງເມືອງ ບໍ່ສາມາດ ເຮັດຫຍັງໄດ້ ແລະ ບໍ່ຮູ້ວ່າ ສານເຄມີ ເຫລົ່ານັ້ນ ຈະໄຫລລົງສູ່ ນໍ້າຂອງຫລືບໍ່. ປັດຈຸບັນ ສວນກ້ວຍ ຢູ່ແຂວງ ອຸດົມໄຊ ນໍາໃຊ້ ສານເຄມີ ແລະປຸ໋ຍ ຈາກຈີນ ຫຼາຍພໍສົມຄວນ. ດັ່ງ ເຈົ້າໜ້າທີ່ ຊັພຍາກອນ ທັມຊາດ ທ້ອງຖິ່ນ ທ່ານນຶ່ງ ເວົ້າຕໍ່ RFA ວ່າ:

"ສະພາບຢູ່ ເມືອງຮຸນ ຖືວ່າ ການນໍາໃຊ້ ສານເຄມີ ນີ້ສ່ວນຫຼາຍ ຈະເປັນຄົນຈີນ ເນາະ ຂະເຈົ້າ ມາລົງທຶນ ປູກກ້ວຍ ມີແຕ່ສວນກ້ວຍ ຂອງຄົນຈີນ ຂະເຈົ້າໃຊ້ ຢູ່ແລະໃຊ້ຫຼາຍ, ດຽວນີ້ ມີບັນຫາ ກັບດິນ ແລະ ແຫລ່ງນໍ້າ ໄຫລລົງນໍ້າແບງ ແລະ ລົງສູ່ ນໍ້າຂອງ".

ຢູ່ເມືອງຮຸນ ມີສວນກ້ວຍ ຂອງຈີນ 6-7 ບໍຣິສັດ ໃຫຍ່ກວ່າໝູ່ ແມ່ນ ບໍຣິສັດ ທຽນຊຸ໊ຍ ທີ່ເຂົ້າມາລົງທຶນ ເຮັດສວນກ້ວຍໄດ້ 4 ປີ ປາຍແລ້ວ. ພື້ນທີ່ປູກກ້ວຍ ມີຢູ່ 2 ເມືອງນີ້ ຊຶ່ງເລີ່ມ ແຕ່ປີ 2005 ມາມີທັງໝົດ ປະມານ 2 ພັນ ປາຍເຮັກຕາ, ຢູ່ເມືອງແບງ ມີ 900 ປາຍ ເຮັກຕາ ແລະ ເມືອງຮຸນ ພັນປາຍ ເຮັກຕາ ຊຶ່ງສ່ວນຫຼາຍ ເປັນຂອງ ບໍຣິສັດ ຈີນ ແລະ ມີການນໍາໃຊ້ ສານເຄມີ ແລະ ຢາຂ້າຫຍ້າ ຫຼາຍ.

2025 M Street NW
Washington, DC 20036
+1 (202) 530-4900
lao@rfa.org