ເສັຽຊີວິດ 1 ຄົນ, ຫຼາຍຄົນບາດເຈັບ ຍ້ອນໂຮງງານຊີມັງ ລະເບີດຫິນ
2019.10.06

ໂຮງງານຊິມັງ ຂອງຈີນ ຢູ່ບ້ານໂພນມະນີ ເມືອງນ້ຳບາກ ແຂວງຫຼວງພຣະບາງ ໄດ້ເພີ່ມການລະເບີດຫິນ ຢ່າງແຮງ ໃນວັນທີ 5 ຕຸລາ ເຮັດໃຫ້ຫິນກ້ອນໃຫຍ່-ນ້ອຍ ຟົ້ງກະຈາຍ ເປັນວົງກວ້າງ ເຮັດໃຫ້ ຊາວບ້ານເສັຽຊີວິດ ຄາທີ່ 1 ຄົນ, ບາດເຈັບອີກ ຫຼາຍກ່ວາ 20 ຄົນ ແລະ ບ້ານເຮືອນເສັຽຫາຍຫຼາຍຫລັງ, ອີງຕາມຄຳເວົ້າ ຂອງຊາວບ້ານ ທີ່ເຫັນເຫດການ ໃນມື້ວັນທີ 6 ຕຸລາ.
ໃນການລະເບີດຫິນ ຄັ້ງນີ້, ໂຮງງານຊິມັງຂອງຈີນ ໃຊ້ລະເບີດຂນາດໃຫຍ່ ແລະ ຫຼາຍກວ່າ ປົກກະຕິ, ແລະ ໂຮງງານດັ່ງກ່າວ ບໍ່ໄດ້ແຈ້ງເຕືອນ ໃຫ້ປະຊາຊົນຕຣຽມໂຕ ປ້ອງກັນ ແລະ ອົພຍົບ ອອກຈາກ ພື້ນທີ່ສ່ຽງ.
ຊາວບ້ານ ຜູ່ທີ່ຢູ່ໃກ້ໂຮງງານ ໄດ້ກ່າວຕໍ່ ວິທຍຸ ເອເຊັຽ ເສຣີ ໃນວັນທີ 6 ຕຸລາ ວ່າ:
“ທຸກໆມື້ ຫັ້ນປົກກະຕິ 5 ໂມງ ເຂົາກະຈູດ ມື້ວານນີ້ ຫັ້ນມັນແຮງ, ເຂົາໃສ່ ລະເບີດຫຼາຍ ກວ່າ ແຕ່ລະເທື່ອນ່າ.”
ຊາວບ້ານ ທ່ານນີ້ ກ່າວຕື່ມອີກວ່າ:
“ບໍ່ມີການແຈ້ງເຕືອນ ຫຍັງເລີຍນ່າ ການທີ່ ເຂົາຈະລະເບີດຫິນ ຊິອົພຍົບ ຊິເລົ່າ ຊິເຕືອນ ປະຊາຊົນ ບ້ານເມືອງ ປະຊາຊົນ ພະນັກງານ ຫຼືວ່າ ຄົນທີ່ຢູ່ ໃກ້ຄຽງນີ້ ເຂົາບໍ່ໄດ້ແຈ້ງເຕືອນ
ເຮົາຈັກໜ້ອຍ ບໍ່ຮູ້ຊ້ຳ.”
ຊາວບ້ານກ່າວວ່າ ຈຸດທີ່ມີ ການລະເບີດຫິນນັ້ນ ຫ່າງຈາກ ບ້ານໂພນມະນີ ປະມານ 500 ແມັດເທົ່ານັ້ນ ຈຶ່ງເຮັດໃຫ້ ກ້ອນຫິນຟົ້ງໄປໄກ ຕົກໃສ່ ປະຊາຊົນເສັຽຊີວິດ. ໄດ້ບາດເຈັບ ທັງບ້ານເຮືອນໄດ້ຮັບ
ຄວາມເສັຽຫຼາຍຫລັງ.
ຊາວບ້ານໂພນມະນີ ອີກທ່ານນຶ່ງ ກ່າວຕໍ່ ວິທຍຸ ເອເຊັຽ ເສຣີ ໃນວັນທີ 6 ຕຸລາ ວ່າ:
“ໃນຕອນນີ້ ມີຜູ່ຍິງ ເສັຽຊີວິດ 1 ຄົນ, ສ່ວນວ່າ ຜູ່ທີ່ໄດ້ຮັບບາດ ເຈັບນັ້ນ ຍັງບໍ່ຮູ້ວ່າ ຈະເປັນແນວໃດ.”
ປັດຈຸບັນ, ຣັຖບານ ໄດ້ສົ່ງເຈົ້າໜ້າທີ່ ໄປກວດສອບ ຈຸດເກີດເຫດ ແລະ ຍັງບໍ່ທັນມີ ຂໍ້ມູນລະອຽດ ກ່ຽວກັບເຣື່ອງນີ້.
ທ່ານ ຄໍາມະນີ ອິນທິຣາດ, ຣັຖມົນຕຼີກະຊວງພະລັງງານ ແລະ ບໍ່ແຮ່, ໄດ້ກ່າວຕໍ່ ວິທຍຸ ເອເຊັຽ ເສຣີ ໃນວັນທີ 6 ຕຸລາ ວ່າ:
“ໂອ, ດຽວນີ້ ເຮົາກຳລັງ ໃຫ້ຄົນໄປກວດກາເບິ່ງເດີ ບໍ່ທັນໄດ້ມີ ຄຳຕອບສົ່ງມາ ໃຫ້ເຂົາໄປກວດ ກາລະ ມື້ແລງນີ້ ຄືຊິໄດ້.”
ອີງຕາມຣາຍງານ ເບື້ອງຕົ້ນ, ຜູ້ເສັຽຊີວິດ ເປັນຜູ່ຍິງ, ສ່ວນວ່າ ຜູ່ທີ່ໄດ້ບາດເຈັບນັ້ນ ໄດ້ຖືກສົ່ງ ໄປປິ່ນປົວ ຢູ່ໂຮງໝໍ ແຂວງຫລວງພຣະບາງ, ແຕ່ຈຳນວນ ຜູ່ເສັຽຊີວິດ ແລະ ໄດ້ຮັບບາດເຈັບ ທີ່ແທ້ຈິງນັ້ນ ເຈົ້າໜ້າທີ່ ຍັງບໍ່ທັນ ມີການເປີດເຜີຍເທື່ອ.