ປາຕາຍຢູ່ໜອງຫານ ບໍ່ເຂົ້າ ບໍ່ອອກ
2013.11.27
ມາເຖິງປັດຈຸບັນ ການຊອກຫາຜູ້ເຮັດໃຫ້ນໍ້າໃນໜອງຫານ ບ້ານນາທາມ ເມືອງປາກງື່ມ ນະຄອນຫລວງວຽງຈັນ ຕາຍຫລາຍນັ້ນຍັງບໍ່ຄືບໜ້າ ເຖິງແມ່ນພາກສ່ວນທາງການທີ່ກ່ຽວຂ້ອງ ຈະໄດ້ນໍາເອົານໍ້າຈາກໜອງນັ້ນ ໄປວິຈັຍແລ້ວກໍຕາມ. ແຕ່ກໍຍັງບໍ່ທັນສລຸບໄດ້ວ່າສາເຫດທີ່ເຮັດໃຫ້ ປາຕາຍຍ້ອນຫຍັງກັນແທ້. ດັ່ງນັ້ນຈຶ່ງຍັງບໍ່ສາມາດລະບຸໄດ້ວ່າແມ່ນໃຜແທ້ທີ່ຈະຕ້ອງຮັບເອົາຄວາມຮັບຜິດຊອບໃນເຣື່ອງປາຕາຍນັ້ນ. ກ່ຽວກັບ ເຣື່ອງນີ້ ຊາວບ້ານນາທາມຜູ້ນຶ່ງເວົ້າວ່າ:
"ບໍ່ ບໍ່ໄດ້ຄໍາຕອບເລີຍ ເພີ່ນກະບໍ່ໄດ້ວ່າແນວໃດ ມີແຕ່ເອົານໍ້າໄປວິໄຈ ບໍ່ຊອກສາເຫດວ່າມັນຕາຍຍ້ອນຫຍັງຫັ້ນນະ ມີແຕ່ວ່ານໍ້າມັນເປັນຢ່າງ ນັ້ນນໍ້າເປັນຢ່າງນີ້".
ຊາວບ້ານເວົ້າຕື່ມວ່າ ດຽວນີ້ນໍ້າໃນໜອງຫານ ເລີ່ມກັບສູ່ສະພາບປົກກະຕິແລ້ວ ແລະເຫັນມີປາຢູ່ໃນໜອງ ແຕ່ບໍ່ຫລານປານໃດ ບໍ່ຮູ້ວ່ານໍ້າ ມີ ສານພິດເຄມີຫລືບໍ່ ທີ່ໜ້າເປັນຫ່ວງ ຄືຊາວບ້ານບາງຄອບຄົວ ທີ່ທຸກຍາກ ມີຄວາມຈໍາເປັນແທ້ໆ ແລະບໍ່ມີທາງເລືອກອື່ນສໍາຫາລ້ຽງຊີບ ກໍໄດ້ ຕັດສິນໃຈສ່ຽງໄປຫາປາຢູ່ໃນໜອງ ຫານນັ້ນມາກິນ.
ຢ່າງໃດກໍຕາມ ພໍ່ບ້ານນາທາມກໍວ່າ ຈະລໍຖ້າຄໍາຕອບຈາກການວິຈັຍນໍ້າ ຈາກພາກສ່ວນກ່ຽວຂ້ອງຂອງທາງການໄປອີກ 10-20 ວັນ. ຖ້າບໍ່ມີ ຄໍາຕອບ ທາງອໍານາດການປົກຄອງບ້ານ ຈະໄປບອກໂຮງງານຜລິດ ມັນຕົ້ນລາວ- ອິນໂດຊາຍນາ ບໍ່ໃຫ້ປ່ອຍນໍ້າເສັຍລົງມາໃສ່ຫ້ວຍທັມຊາດ ທີ່ໄຫລລົງສູ່ໜອງຫານ ນັ້ນອີກຕໍ່ໄປ.
ເຖິງເວລານີ້ທາງໂຮງງານນັ້ນ ຍັງປະຕິເສດຢູ່ວ່າ ບໍ່ໄດ້ເປັນຜູ້ເຮັດໃຫ້ປາໃນໜອງຫານນັ້ນຕາຍ ແລະຈະບໍ່ຮັບຜິດຊອບຕໍ່ເຫດການດັ່ງກ່າວ.